[1] ຫລັງຈາກວັນ^ຊະບາໂຕນັ້ນເປັນວັນອາທິດ ຕັ້ງແຕ່ເຊົ້າໃກ້ຕາເວັນຂຶ້ນ ມາຣີໄທມັກດາລາ ແລະມາຣີຄົນໜຶ່ງອີກໄດ້ໄປເບິ່ງອຸບມຸງ.
[2] ໃນທັນໃດນັ້ນ ກໍເກີດແຜ່ນດິນຫວັ່ນໄຫວຢ່າງຮ້າຍແຮງ ມີເທວະດາຂອງ^ອົງພຣະ^ຜູ້^ເປັນເຈົ້າຕົນໜຶ່ງ ໄດ້ລົງມາຈາກສະຫວັນ ກື່ງກ້ອນຫີນອອກ ແລະນັ່ງຢູ່ເທິງກ້ອນຫີນນັ້ນ.
[3] ເທວະດາຕົນນີ້ມີລັກສະນະເໝືອນແສງຟ້າແມບ ແລະເຄື່ອງນຸ່ງກໍຂາວເໝືອນຫິມະ.
[4] ຝ່າຍພວກທະຫານຍາມອຸບມຸງນັ້ນ ສະທ້ານຢ້ານກົວຫລາຍ ແລະໄດ້ກາຍເປັນເໝືອນຄົນຕາຍ.
[5] ເທວະດາຕົນນັ້ນ ໄດ້ກ່າວແກ່ພວກແມ່ຍິງວ່າ, “ຢ່າສູ່ຢ້ານເລີຍ ເຮົາຮູ້ແລ້ວວ່າ ພວກເຈົ້າມາຊອກຫາພຣະເຢຊູເຈົ້າ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ.
[6] ພຣະອົງບໍ່ຢູ່ທີ່ນີ້ ພຣະອົງເປັນຄືນມາຈາກຕາຍແລ້ວ ຕາມທີ່ພຣະອົງໄດ້ກ່າວໄວ້ ຈົ່ງມາເບິ່ງບ່ອນທີ່ພວກເຂົາວາງພຣະອົງໄວ້.
[7] ບັດນີ້ ຈົ່ງຟ້າວໄປບອກພວກສາວົກຂອງ^ພຣະອົງວ່າ, ‘ພຣະອົງເປັນຄືນມາຈາກຕາຍແລ້ວ ແລະພຣະອົງໄປທີ່ແຂວງຄາລີເລກ່ອນພວກເຈົ້າ ພວກເຈົ້າຈະເຫັນພຣະອົງໃນທີ່ນັ້ນ’ ນີ້ແຫລະ ເຮົາໄດ້ບອກພວກເຈົ້າແລ້ວ.”
[8] ຍິງເຫລົ່ານັ້ນຈຶ່ງຟ້າວອອກໄປຈາກອຸບມຸງທັງຢ້ານ ແລະທັງຊົມຊື່ນ^ຍິນດີທີ່ສຸດ ແລະແລ່ນໄປບອກພວກສາວົກຂອງ^ພຣະອົງ.
[9] ໃນຂະນະນັ້ນ ພຣະເຢຊູເຈົ້າໄດ້ມາພົບພວກເຂົາ ແລະກ່າວວ່າ, “ສັນຕິສຸກຈົ່ງມີແກ່ພວກເຈົ້າເທີ້ນ.” ຍິງເຫລົ່ານັ້ນຈຶ່ງຫຍັບມາຈັບຕີນຂອງ^ພຣະອົງ ແລະໄດ້ຂາບລົງນະມັດສະການພຣະອົງ.
[10] ພຣະເຢຊູເຈົ້າກ່າວແກ່ພວກນາງວ່າ, “ຢ່າສູ່ຢ້ານ ຈົ່ງໄປບອກພວກພີ່ນ້ອງຂອງເຮົາໃຫ້ໄປຍັງແຂວງຄາລີເລ ແລະໃນທີ່ນັ້ນພວກເຂົາຈະເຫັນເຮົາ.”
[11] ໃນຂະນະທີ່ຍິງເຫລົ່ານັ້ນກຳລັງໄປ ທະຫານຍາມອຸບມຸງບາງຄົນໄດ້ເຂົ້າໄປໃນເມືອງ ແລະໄດ້ບອກພວກຫົວໜ້າປະໂຣຫິດ ເຖິງເຫດການທັງປວງທີ່ໄດ້ເກີດຂຶ້ນນັ້ນ.
[12] ພວກຫົວໜ້າປະໂຣຫິດຈຶ່ງປະຊຸມກັນກັບພວກເຖົ້າແກ່ ແລະໄດ້ເອົາເງິນຈຳນວນຫລາຍໃຫ້ພວກທະຫານຍາມ
[13] ແລະ ສັ່ງວ່າ, “ໃຫ້ພວກເຈົ້າເວົ້າວ່າ, ‘ພວກສາວົກຂອງ^ລາວໄດ້ມາລັກເອົາສົບໄປໃນຕອນກາງຄືນ ໃນຂະນະທີ່ພວກເຮົານອນຫລັບຢູ່.’
[14] ຖ້າທ່ານຜູ້ປົກຄອງຮູ້ເຖິງເລື່ອງນີ້ ພວກເຮົາຈະຊັກຊວນເອົາໃຈເພິ່ນ ແລະຊ່ວຍໃຫ້ພວກເຈົ້າພົ້ນຈາກຄວາມ^ທຸກຮ້ອນໃຈ.”
[15] ເມື່ອພວກທະຫານຍາມຮັບເອົາເງິນແລ້ວ ກໍເຮັດຕາມຄຳແນະນຳນັ້ນ ເລື່ອງນີ້ຈຶ່ງເປັນທີ່ເລົ່າລືກັນ ໃນທ່າມກາງຊາວຢິວຈົນເຖິງທຸກ^ວັນນີ້.
[16] ແລ້ວພວກສາວົກສິບເອັດຄົນ ກໍໄດ້ໄປຍັງໂນນ^ພູໃນແຂວງຄາລີເລ ບ່ອນທີ່ພຣະເຢຊູເຈົ້າໄດ້ບອກໃຫ້ແກ່ພວກເພິ່ນນັ້ນ.
[17] ເມື່ອເຫັນພຣະອົງແລ້ວ ພວກເພິ່ນກໍຂາບລົງນະມັດສະການພຣະອົງ ແຕ່ບາງຄົນໃນພວກເພິ່ນຍັງສົງໄສຢູ່.
[18] ພຣະເຢຊູເຈົ້າຈຶ່ງໄດ້ຫຍັບເຂົ້າມາໃກ້ ແລ້ວຊົງກ່າວກັບພວກເພິ່ນວ່າ, “ອຳນາດທັງໝົດໃນສະຫວັນ ແລະທີ່ແຜ່ນດິນ^ໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ.
[19] ເຫດສະນັ້ນ ພວກເຈົ້າຈົ່ງໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍຣິສຸດເຈົ້າ
[20] ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫລະ ເຮົາຢູ່ກັບເຈົ້າ^ທັງຫລາຍທຸກໆວັນຈົນສິ້ນໂລກນີ້.” 23-Apr-2008@14:39, Backup Description=24-Apr-2008@02:36, Bounthanh - Bounveune 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -