[1] ເມື່ອພຣະເຢຊູເຈົ້າກັບພວກສາວົກເຂົ້າໄປໃກ້ນະຄອນເຢຣູຊາເລັມແລ້ວ ກໍມາຮອດບ້ານ^ເບັດຟາເຄ ທີ່ພູເຂົາ^ໝາກກອກເທດ ພຣະເຢຊູເຈົ້າໄດ້ໃຊ້ສາວົກສອງຄົນລ່ວງໜ້າໄປກ່ອນ
[2] ໂດຍສັ່ງພວກເພິ່ນວ່າ, “ຈົ່ງເຂົ້າໄປຍັງບ້ານຂ້າງໜ້ານັ້ນ ແລະເມື່ອໄປຮອດ ພວກເຈົ້າກໍຈະພົບລໍແມ່ໂຕໜຶ່ງຖືກມັດຢູ່ກັບລູກຂອງ^ມັນ ຈົ່ງແກ້ມັນອອກແລະຈູງມາຫາເຮົາ.
[3] ຖ້າມີຜູ້ໃດເວົ້າສິ່ງໃດ ຈົ່ງບອກຜູ້ນັ້ນວ່າ, ‘ພຣະອົງເຈົ້າ ຕ້ອງການ.’ ແລ້ວລາວກໍຈະປ່ອຍໃຫ້ທັນທີ.”
[4] ເຫດການໄດ້ເກີດຂຶ້ນ ເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍກ່າວໄວ້ວ່າ,
[5] “ຈົ່ງກ່າວບອກປະຊາຊົນ ນະຄອນຊີໂອນວ່າ, ‘ເບິ່ງແມ! ກະສັດຂອງ^ເຈົ້າກຳລັງ ສະເດັດມາຫາເຈົ້າ ເພິ່ນເປັນຜູ້ໃຈອ່ອນສຸພາບ ແລະນັ່ງເທິງຫລັງລໍ ຄືນັ່ງເທິງຫລັງລໍນ້ອຍ ລູກສັດໃຊ້ໂຕໜຶ່ງ.’”
[6] ສາວົກທັງສອງຈຶ່ງໄປເຮັດຕາມທີ່ພຣະເຢຊູເຈົ້າສັ່ງ.
[7] ພວກເພິ່ນຈູງລໍແມ່ແລະລູກຂອງ^ມັນມາ ເອົາເສື້ອຜ້າຂອງ^ພວກຕົນປົກຫລັງມັນ ແລ້ວໃຫ້ພຣະເຢຊູເຈົ້າຂຶ້ນຂີ່.
[8] ແລ້ວປະຊາຊົນຕ່າງກໍວາງເສື້ອຜ້າຂອງຕົນປູຕາມທາງ ບາງຄົນຕັດຟົດໄມ້ມາປູຕາມທາງ.
[9] ປະຊາຊົນທີ່ຍ່າງໄປທາງຫລັງພຣະອົງຮ້ອງຂຶ້ນວ່າ, “ໂຮຊັນນາ ແດ່ບຸດຂອງ^ດາວິດ ຂໍພຣະເຈົ້າອວຍພອນທ່ານຜູ້ທີ່ສະເດັດມາໃນນາມຂອງ^ອົງພຣະ^ຜູ້^ເປັນເຈົ້າ ຈົ່ງຊົງພຣະຈະເລີນ ໂຮຊັນນາໃນທີ່ສູງສຸດ.”
[10] ເມື່ອພຣະເຢຊູເຈົ້າເຂົ້າໄປນະຄອນເຢຣູຊາເລັມແລ້ວ ປະຊາຊົນທົ່ວທັງນະຄອນກໍແຕກຕື່ນ ແລະຖາມກັນວ່າ, “ຄົນນີ້ແມ່ນຜູ້ໃດ?”
[11] ປະຊາຊົນຕອບວ່າ, “ຄົນນີ້ແມ່ນພຣະເຢຊູເຈົ້າ ຜູ້ທຳນວາຍທີ່ມາຈາກເມືອງນາຊາເຣັດ ແຂວງຄາລີເລ.”
[12] ແລ້ວພຣະເຢຊູເຈົ້າກໍເຂົ້າໄປໃນພຣະວິຫານ ແລະຂັບໄລ່ບັນດາຄົນຊື້ຂາຍໃນທີ່ນັ້ນອອກໄປ ແລະຂວໍ້າໂຕະຂອງ^ຄົນແລກປ່ຽນເງິນກັບບ່ອນນັ່ງຂອງ^ຄົນຂາຍນົກເຂົາ.
[13] ແລ້ວພຣະອົງກໍກ່າວຕໍ່ພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະວິຫານຂອງເຮົາຈະເປັນທີ່ເອີ້ນວ່າ ສະຖານທີ່ແຫ່ງການໄຫວ້ວອນ’ ແຕ່ພວກເຈົ້າໄດ້ເຮັດໃຫ້ເປັນຖໍ້າຂອງ^ໂຈນ.”
[14] ແລ້ວຄົນຕາບອດ ແລະຄົນຂາພິການກໍມາຫາພຣະເຢຊູເຈົ້າໃນພຣະວິຫານ ແລະ ພຣະອົງກໍຊົງໂຜດພວກເຂົາໃຫ້ຫາຍດີ.
[15] ພວກຫົວໜ້າປະໂຣຫິດກັບພວກທຳມະຈານຈຶ່ງຂັດເຄືອງໃຈ ເມື່ອໄດ້ເຫັນສິ່ງທີ່ອັດສະຈັນ ຊຶ່ງພຣະອົງຊົງກະທຳ ແລະໄດ້ຍິນພວກເດັກນ້ອຍຮ້ອງໃນພຣະວິຫານວ່າ, “ໂຮຊັນນາແດ່ບຸດດາວິດ”
[16] ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ເຈົ້າໄດ້ຍິນຄຳທີ່ພວກເຂົາກຳລັງຮ້ອງນັ້ນບໍ?” ພຣະເຢຊູເຈົ້າຕອບພວກເຂົາວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ເຄີຍອ່ານຈັກເທື່ອບໍໃນຄຳທີ່ວ່າ, ‘ພຣະອົງຊົງຈັດໃຫ້ຄຳສັນລະເສີນອັນແທ້ຈິງ ອອກມາຈາກປາກຂອງ^ເດັກນ້ອຍອ່ອນ ແລະຜູ້ທີ່ຍັງກິນນໍ້ານົມຢູ່.’”
[17] ແລ້ວພຣະເຢຊູເຈົ້າກໍສະເດັດຈາກຄົນເຫລົ່ານັ້ນ ອອກໄປຍັງບ້ານເບັດທານີ ເພື່ອພັກນອນຢູ່ທີ່ນັ້ນ.
[18] ແຕ່ເຊົ້າຂອງ^ວັນຕໍ່ມາ ຂະນະທີ່ພຣະເຢຊູເຈົ້າສະເດັດຄືນເຂົ້າໄປໃນນະຄອນ ພຣະອົງຊົງຫິວອາຫານ.
[19] ເມື່ອພຣະອົງເຫັນຕົ້ນ^ເດື່ອເທດກົກໜຶ່ງ ຢູ່ແຄມທາງຈຶ່ງຍ່າງໄປທີ່ຕົ້ນໄມ້ນັ້ນ ແລະເຫັນວ່າບໍ່ມີໝາກ ມີແຕ່ໃບເທົ່ານັ້ນ. ດັ່ງນັ້ນ ພຣະອົງຈຶ່ງກ່າວຕໍ່ຕົ້ນ^ເດື່ອເທດວ່າ, “ມຶງຢ່າໄດ້ເກີດໝາກອີກຕໍ່ໄປຈັກເທື່ອ” ໃນທັນໃດນັ້ນ ຕົ້ນ^ເດື່ອເທດກໍຫ່ຽວແຫ້ງລົງ.
[20] ເມື່ອພວກສາວົກເຫັນເຊັ່ນນີ້ ກໍປະຫລາດ^ໃຈພວກເພິ່ນເວົ້າວ່າ, “ດ້ວຍເຫດໃດໜໍ ຕົ້ນ^ເດື່ອເທດຈຶ່ງຫ່ຽວແຫ້ງຕາຍໃນທັນທີ?”
[21] ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ຖ້າພວກເຈົ້າມີຄວາມເຊື່ອ ແລະບໍ່ສົງໄສ ພວກເຈົ້າກໍເຮັດຕໍ່ຕົ້ນ^ເດື່ອເທດນີ້ໄດ້ ເໝືອນດັ່ງທີ່ເຮົາໄດ້ເຮັດ ບໍ່ພຽງເທົ່ານັ້ນ ພວກເຈົ້າຈະສາມາດສັ່ງແມ່ນແຕ່ພູເຂົາໜ່ວຍນີ້ວ່າ ‘ຈົ່ງເຈື່ອນລົງໄປສູ່ທະເລ’ ກໍຈະເປັນໄປຕາມນັ້ນ.
[22] ຖ້າພວກເຈົ້າມີຄວາມເຊື່ອ ພວກເຈົ້າກໍຈະໄດ້ຮັບຕາມທີ່ພາວັນນາ^ອະທິຖານຂໍໃນສິ່ງນັ້ນ.”
[23] ເມື່ອພຣະເຢຊູເຈົ້າເຂົ້າໄປໃນພຣະວິຫານ, ໃນຂະນະທີ່ກຳລັງສັ່ງສອນຢູ່ນັ້ນ ພວກຫົວໜ້າປະໂຣຫິດກັບພວກເຖົ້າແກ່ ກໍມາຫາພຣະອົງ ແລະຖາມວ່າ, “ເຈົ້າມີສິດຫຍັງທີ່ເຮັດການເຫລົ່ານີ້? ຜູ້ໃດໃຫ້ສິດນີ້ແກ່ເຈົ້າ?”
[24] ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເຮົາຂໍຖາມພວກເຈົ້າພຽງຂໍ້ດຽວ ແລະຖ້າພວກເຈົ້າໃຫ້ຄຳຕອບແກ່ເຮົາ, ເຮົາກໍຈະບອກພວກພວກເຈົ້າວ່າ ດ້ວຍສິດອັນໃດທີ່ເຮົາເຮັດການເຫລົ່ານີ້.
[25] ຄືຜູ້ໃດໃຫ້ສິດແກ່ໂຢຮັນເພື່ອໃຫ້ຮັບບັບຕິສະມາ ພຣະເຈົ້າໃຫ້ຫລືວ່າມະນຸດໃຫ້?” ພວກເຂົາຈຶ່ງໄດ້ປຶກສາກັນວ່າ, “ພວກເຮົາຈະວ່າຢ່າງໃດ? ຖ້າພວກເຮົາຕອບວ່າ ‘ພຣະເຈົ້າໃຫ້’ ລາວກໍຈະຖາມວ່າ ‘ດ້ວຍເຫດໃດພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’
[26] ແຕ່ຖ້າພວກເຮົາຕອບວ່າ, ‘ມະນຸດໃຫ້’ ພວກເຮົາກໍຢ້ານປະຊາຊົນ ເພາະທຸກຄົນເຊື່ອວ່າໂຢຮັນເປັນຜູ້ທຳນວາຍ.”
[27] ສະນັ້ນ ພວກເຂົາຈຶ່ງຕອບພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້.” ແລ້ວພຣະອົງກໍຕອບພວກເຂົາວ່າ, “ຝ່າຍເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າ ດ້ວຍສິດຫຍັງເຮົາຈຶ່ງເຮັດການເຫລົ່ານີ້.”
[28] “ແຕ່ພວກເຈົ້າຄິດຢ່າງໃດກ່ຽວກັບເລື່ອງນີ້? ຊາຍຜູ້ໜຶ່ງມີລູກຊາຍສອງຄົນ ລາວໄປຫາລູກກົກ ແລະສັ່ງວ່າ, ‘ລູກ^ເອີຍ ວັນນີ້ເຈົ້າຈົ່ງໄປເຮັດວຽກໃນສວນ^ອະງຸ່ນເດີ.’
[29] ເຂົາຕອບພໍ່ວ່າ ‘ລູກບໍ່ໄປ’, ແຕ່ຕໍ່ມາ ເຂົາເລີຍປ່ຽນໃຈແລ້ວກໍໄປ.
[30] ແລ້ວພໍ່ກໍໄປຫາລູກຊາຍຜູ້ທີສອງ ແລະສັ່ງຢ່າງດຽວກັນ ລູກຂອງ^ລາວຕອບວ່າ, ‘ເຈົ້າ ລູກຈະໄປ’, ແຕ່ເຂົາບໍ່ໄປ.
[31] ໃນລູກສອງຄົນນີ້ຜູ້ໃດເຮັດຕາມໃຈຂອງ^ພໍ່?” ພວກເຂົາຕອບວ່າ, “ແມ່ນລູກກົກ” ພຣະເຢຊູເຈົ້າຈຶ່ງກ່າວຕໍ່ພວກເຂົາວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ຄົນ^ເກັບພາສີແລະຍິງ^ໂສເພນີ ກຳລັງເຂົ້າໄປໃນອານາຈັກຂອງ^ພຣະເຈົ້າກ່ອນພວກເຈົ້າ.
[32] ເພາະໂຢຮັນບັບຕິສະໂຕໄດ້ມາຊີ້ບອກທາງທີ່ຖືກຕ້ອງໃຫ້ພວກເຈົ້າ ແລະພວກເຈົ້າບໍ່ເຊື່ອເພິ່ນ, ສ່ວນຄົນ^ເກັບພາສີແລະຍິງ^ໂສເພນີໄດ້ເຊື່ອເພິ່ນ, ຝ່າຍພວກເຈົ້າເຖິງແມ່ນໄດ້ເຫັນດັ່ງນີ້ແລ້ວກໍຕາມ, ແຕ່ພາຍລຸນ^ມາພວກເຈົ້າກໍບໍ່ກັບໃຈ ແລະເຊື່ອເພິ່ນ.”
[33] “ຈົ່ງຟັງຄຳອຸປະມາເລື່ອງໜຶ່ງອີກ ມີຄົນໜຶ່ງທີ່ເຮັດສວນ^ອະງຸ່ນ ເພິ່ນເຮັດຮົ້ວລ້ອມສວນໄວ້ ແລະສະກັດອ່າງເພື່ອໃຊ້ຢຽບໝາກອະງຸ່ນ ແລະທັງໄດ້ສ້າງຫໍຄອຍເພື່ອເຝົ້າຍາມໄວ້. ເພິ່ນໄດ້ເອົາສວນ^ອະງຸ່ນໃຫ້ຄົນເຊົ່າ ແລ້ວເພິ່ນກໍອອກໄປຈາກທີ່ນັ້ນ.
[34] ພໍເຖິງລະດູເກັບກ່ຽວມາ ເພິ່ນກໍໃຊ້ບັນດາຜູ້ຮັບໃຊ້ຂອງຕົນໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຂອງຕົນ.
[35] ແຕ່ພວກຄົນເຊົ່າສວນນັ້ນ ໄດ້ຈັບພວກຜູ້ຮັບໃຊ້ຂອງ^ເພິ່ນ, ຂ້ຽນຕີຜູ້ໜຶ່ງ, ຂ້າຜູ້ໜຶ່ງ ແລະເອົາຫີນແກວ່ງໃສ່ຜູ້ໜຶ່ງ.
[36] ເຈົ້າຂອງ^ສວນໄດ້ໃຊ້ຜູ້ຮັບໃຊ້ຄົນອື່ນໆໄປອີກ ເປັນຈຳນວນຫລວງຫລາຍ^ກວ່າຄັ້ງທຳອິດ, ແຕ່ພວກຄົນເຊົ່າສວນກໍເຮັດຕໍ່ຄົນເຫລົ່ານັ້ນເຊັ່ນດຽວ^ກັນ.
[37] ໃນທີ່ສຸດເພິ່ນຈຶ່ງໃຊ້ລູກຊາຍຂອງຕົນ ໄປຫາພວກເຂົາໂດຍຄິດວ່າ ‘ພວກເຂົາຄົງຈະໃຫ້ຄວາມນັບຖືແກ່ລູກຊາຍຂອງເຮົາຢ່າງແນ່ນອນ.’
[38] ແຕ່ເມື່ອຄົນເຊົ່າສວນເຫລົ່ານັ້ນ ເຫັນລູກຊາຍຂອງ^ເພິ່ນ ພວກເຂົາຈຶ່ງເວົ້າຕໍ່ກັນແລະກັນວ່າ, ‘ຄົນນີ້ແຫລະ ເປັນເຈົ້າຂອງ^ມໍຣະດົກ ຈົ່ງຂ້າມັນເສຍ ແລ້ວພວກເຮົາກໍຈະໄດ້ມໍຣະດົກຂອງ^ມັນ’
[39] ດັ່ງນັ້ນ ພວກເຂົາຈຶ່ງຈັບລູກຊາຍຂອງ^ເຈົ້າຂອງ^ສວນໂຍນຖິ້ມອອກໄປນອກສວນແລ້ວຂ້າເສຍ.
[40] ເຫດສະນັ້ນ ເມື່ອເຈົ້າຂອງ^ສວນອະງຸ່ນມາ ເພິ່ນຈະເຮັດຢ່າງໃດຕໍ່ຄົນເຊົ່າສວນເຫລົ່ານັ້ນ?”
[41] ພວກເຂົາຕອບວ່າ, “ເພິ່ນຈະຕ້ອງລົງໂທດຄົນຊົ່ວເຫລົ່ານັ້ນຢ່າງຮ້າຍແຮງ ແລະຂ້າຖິ້ມເສຍ, ແລ້ວຍົກສວນ^ອະງຸ່ນນັ້ນໃຫ້ຄົນອື່ນເຊົ່າ ຄືຜູ້ຈະນຳຜົນທີ່ເກັບໄດ້ ມາໃຫ້ເພິ່ນຖືກຕ້ອງຕາມລະດູການ.”
[42] ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານໃນພຣະຄຳພີບໍ? ໃນຕອນທີ່ກ່າວວ່າ, ‘ຫີນທີ່ນາຍຊ່າງກໍ່ໄດ້ໂຍນຖິ້ມແລ້ວ ເພາະຖືວ່າໄຮ້ຄ່າ ກໍກາຍເປັນຫີນເສົາເອກ ສຳຄັນກວ່າໝູ່ໝົດ. ເລື່ອງນີ້ມາຈາກອົງພຣະ^ຜູ້^ເປັນເຈົ້າ ຜູ້ຊຶ່ງເປັນການປະຫລາດ ແກ່ຕາຂອງ^ພວກເຮົາ.’
[43] ດັ່ງນັ້ນແຫລະ, ເຮົາຈຶ່ງບອກພວກເຈົ້າວ່າ, “ຣາຊອານາຈັກຂອງ^ພຣະເຈົ້າຈະຖືກຍົກໜີໄປຈາກພວກເຈົ້າ ແລະມອບໃຫ້ແກ່ຊົນຊາດໜຶ່ງ ຊຶ່ງຈະໃຫ້ຜົນດີສົມກັບຊົນຊາດນັ້ນ. [
[44] ຜູ້ໃດລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກຫັກໄປ ແຕ່ຖ້າຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກໝຸ່ນໄປ.”]
[45] ເມື່ອພວກຫົວໜ້າປະໂຣຫິດແລະພວກຟາຣີຊາຍ ໄດ້ຍິນຄຳອຸປະມານີ້ ກໍຮູ້ໄດ້ວ່າພຣະອົງເວົ້າເຖິງພວກເຂົາ,
[46] ດັ່ງນັ້ນ ພວກເຂົາຈຶ່ງພະຍາຍາມຈັບພຣະອົງ ແຕ່ພວກເຂົາຢ້ານປະຊາຊົນ ເພາະປະຊາຊົນຖືວ່າພຣະເຢຊູເຈົ້າເປັນຜູ້ທຳນວາຍ.