[1] ຕໍ່ມາ ພວກຟາຣີຊາຍແລະພວກທຳມະຈານບາງຄົນ ໄດ້ອອກມາຈາກນະຄອນເຢຣູຊາເລັມ, ເພື່ອພົບພຣະເຢຊູເຈົ້າ ແລະຖາມພຣະອົງວ່າ,
[2] “ເປັນຫຍັງພວກສາວົກຂອງທ່ານ ຈຶ່ງບໍ່ປະຕິບັດຕາມຄຳສັ່ງສອນ ທີ່ສືບທອດມາຈາກບັນພະບຸລຸດບູຮານ? ດ້ວຍວ່າ, ພວກເຂົາບໍ່ໄດ້ລ້າງມືຕາມທຳນຽມກ່ອນຮັບປະທານອາຫານ.”
[3] ພຣະເຢຊູເຈົ້າຈຶ່ງຕອບພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ປະຕິບັດຕາມຂໍ້ຄຳສັ່ງຂອງ^ພຣະເຈົ້າ ດ້ວຍເຫັນແກ່ທຳນຽມທີ່ສືບທອດຕໍ່ກັນມາ?
[4] ເພາະພຣະເຈົ້າກ່າວວ່າ, ‘ຈົ່ງນັບຖືພໍ່ແມ່ຂອງຕົນ’ ແລະ ‘ຜູ້ໃດທີ່ໝິ່ນປະໝາດພໍ່ແມ່ຂອງຕົນ, ຜູ້ນັ້ນຕ້ອງຖືກໂທດເຖິງຕາຍ.’
[5] ແຕ່ພວກເຈົ້າກັບສັ່ງສອນວ່າ, ຖ້າຄົນໜຶ່ງມີສິ່ງຂອງ^ທີ່ຕົນອາດຊ່ວຍເຫລືອພໍ່ແມ່ຂອງຕົນໄດ້ ແລ້ວອ້າງສິ່ງນັ້ນວ່າ, ‘ເປັນຂອງ^ຖວາຍແກ່ພຣະເຈົ້າ’
[6] ຜູ້ນັ້ນຈຶ່ງບໍ່ຕ້ອງນັບຖືພໍ່ຂອງຕົນ. ການທີ່ພວກເຈົ້າເຮັດເຊັ່ນນັ້ນ ກໍເປັນການທຳລາຍຄຸນຄ່າແຫ່ງພຣະທຳຂອງ^ພຣະເຈົ້າ, ເພື່ອເຫັນແກ່ທຳນຽມທີ່ພວກເຈົ້າສັ່ງສອນຖ່າຍທອດສືບຕໍ່ກັນມາ.
[7] ພວກຄົນ^ໜ້າຊື່^ໃຈຄົດ^ເອີຍ ເອຊາຢາໄດ້ທຳນວາຍໄວ້ເຖິງພວກເຈົ້າກໍຖືກຕ້ອງຄັກແນ່ແລ້ວທີ່ວ່າ,
[8] ‘ຄົນເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ ສ່ວນຈິດໃຈຫ່າງ^ໄກຈາກເຮົາ.
[9] ການທີ່ພວກເຂົານະມັດສະການເຮົານັ້ນ ເປັນການໄຮ້ປະໂຫຍດ ເພາະພວກເຂົາເອົາຄຳສັ່ງສອນ ຕາມທຳນຽມຂອງ^ມະນຸດ ມາຕູ່ຫາວ່າເປັນຄຳສັ່ງສອນຂອງເຮົາ.’”
[10] ຕໍ່ມາ ພຣະເຢຊູເຈົ້າໄດ້ເອີ້ນປະຊາຊົນໃຫ້ມາຫາພຣະອົງ ແລະກ່າວແກ່ພວກເຂົາວ່າ, “ຈົ່ງຟັງແລະເຂົ້າໃຈເອົາສາ
[11] ບໍ່ແມ່ນສິ່ງທີ່ມະນຸດກິນເຂົ້າໄປໃນປາກເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ແມ່ນສິ່ງທີ່ອອກມາຈາກປາກນັ້ນແຫລະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ.”
[12] ແລ້ວພວກສາວົກກໍມາຫາພຣະອົງ ແລະເວົ້າວ່າ, “ທ່ານຮູ້ບໍ່ວ່າຄຳທີ່ທ່ານກ່າວນັ້ນ ຕຳໃຈພວກຟາຣີຊາຍ?”
[13] ພຣະເຢຊູເຈົ້າຕອບວ່າ, “ຕົ້ນໄມ້ທຸກຕົ້ນທີ່ພຣະບິດາຂອງເຮົາ ຜູ້ສະຖິດຢູ່ໃນສະຫວັນບໍ່ໄດ້ປູກໄວ້ກໍຈະຖືກຫລົກຖິ້ມ.
[14] ຢ່າສົນນຳພວກເຂົາເທາະ! ພວກເຂົາເປັນຄົນຕາບອດນຳຄົນຕາບອດ ແລະເມື່ອຄົນຕາບອດຈູງຄົນຕາບອດໄປ ເຂົາທັງສອງກໍຕົກລົງໃນຂຸມ.”
[15] ເປໂຕເວົ້າຂຶ້ນວ່າ, “ໂຜດອະທິບາຍຄຳອຸປະມານີ້ ສູ່ພວກຂ້ານ້ອຍຟັງແດ່.”
[16] ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າກໍຍັງບໍ່ເຂົ້າໃຈເໝືອນກັນກັບພວກເຂົາບໍ?
[17] ພວກເຈົ້າບໍ່ເຂົ້າໃຈບໍວ່າ ທຸກສິ່ງທີ່ມະນຸດກິນເຂົ້າໄປ ກໍລົງໃນທ້ອງແລ້ວກໍຖ່າຍອອກມາ.
[18] ແຕ່ສິ່ງທີ່ອອກມາຈາກປາກກໍອອກມາຈາກໃຈ ສິ່ງນີ້ແຫລະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ.
[19] ເພາະຄວາມ^ຄິດຊົ່ວ ຊຶ່ງນຳໄປສູ່ການຂ້າຄົນ, ການຫລິ້ນຊູ້ສູ່ຜົວເມຍ ແລະການຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານບໍ່ຈິງ ແລະການກ່າວຮ້າຍປ້າຍສີຜູ້ອື່ນ ແມ່ນສິ່ງທີ່ອອກມາຈາກໃຈມະນຸດ.
[20] ສິ່ງເຫລົ່ານີ້ແຫລະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ການຮັບປະທານອາຫານໂດຍບໍ່ໄດ້ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະນຸດຊົ່ວມົວໝອງ.”
[21] ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນໄປຍັງເຂດແດນເມືອງຕີເຣແລະຊີໂດນ.
[22] ມີຍິງຊາວການາອານຜູ້ໜຶ່ງ ຢູ່ໃນຂົງເຂດນີ້ໄດ້ມາຫາພຣະອົງ ຮ້ອງຂຶ້ນວ່າ, “ພຣະອົງເຈົ້າຜູ້ເປັນບຸດດາວິດ^ເອີຍ ຂໍໂຜດເມດຕາຂ້ານ້ອຍແດ່ທ້ອນ ຜີມານຮ້າຍສິງລູກສາວຂອງ^ຂ້ານ້ອຍ ແລະມີຄວາມ^ທຸກທໍລະມານຫລາຍຍ້ອນມັນບັງຄັບ.”
[23] ແຕ່ພຣະອົງບໍ່ໄດ້ກ່າວຈັກຄຳແກ່ນາງ, ພວກສາວົກມາຫາພຣະອົງ ແລະຂໍຮ້ອງວ່າ, “ບອກນາງໜີສາ ເພາະນາງຮ້ອງຕາມພວກເຮົາມາ”
[24] ແລ້ວພຣະອົງກໍຕອບວ່າ, “ເຮົາຖືກໃຊ້ມາຫາຝູງແກະທີ່ເສຍໄປ ໃນຊາດອິດສະຣາເອນເທົ່ານັ້ນ.”
[25] ຝ່າຍຍິງຜູ້ນີ້ກໍມາຂາບລົງທີ່ຕີນຂອງ^ພຣະອົງ ແລ້ວເວົ້າວ່າ, “ພຣະອົງເຈົ້າ^ເອີຍ ໂຜດຊ່ວຍຂ້ານ້ອຍແດ່ທ້ອນ”
[26] ພຣະອົງຕອບວ່າ, “ບໍ່ເປັນການສົມຄວນທີ່ຈະເອົາອາຫານຂອງ^ລູກໂຍນໃຫ້ໝາ.”
[27] ຍິງຜູ້ນັ້ນຕອບວ່າ, “ຈິງຢູ່ພຣະອົງເຈົ້າ^ເອີຍ ແມ່ນແຕ່ໝາກໍຍັງໄດ້ກິນເສດອາຫານ ທີ່ຕົກຈາກໂຕະນາຍຂອງ^ມັນ”.
[28] ແລ້ວພຣະເຢຊູເຈົ້າກໍຕອບນາງວ່າ, “ເຈົ້າເປັນຍິງທີ່ມີຄວາມເຊື່ອຍິ່ງໃຫຍ່ຫລາຍ ຈົ່ງໃຫ້ເປັນໄປຕາມທີ່ເຈົ້າຕ້ອງການເທີ້ນ.” ໃນເວລາດຽວກັນນັ້ນ ລູກສາວຂອງ^ນາງກໍຫາຍດີແລ້ວ.
[29] ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ລຽບໄປຕາມແຄມທະເລສາບຄາລີເລ, ພຣະອົງໄດ້ຂຶ້ນໄປໂນນພູ ແລະນັ່ງລົງທີ່ນັ້ນ.
[30] ປະຊາຊົນຢ່າງຫລວງຫລາຍໄດ້ມາຫາພຣະອົງ ພວກເຂົາພາຄົນຂາຫ້ານ, ຄົນຕາບອດ, ຄົນແຂນຂາພິການ, ຄົນປາກກືກ ແລະຄົນເຈັບປ່ວຍຊະນິດຕ່າງໆຢ່າງຫລວງຫລາຍ ມາວາງໄວ້ທີ່ຕີນຂອງ^ພຣະອົງ ແລະພຣະອົງກໍຊົງໂຜດຮັກສາທຸກຄົນໃຫ້ຫາຍດີ.
[31] ຝ່າຍປະຊາຊົນຕ່າງກໍງຶດປະຫລາດ^ໃຈ ເມື່ອພວກເຂົາເຫັນຄົນປາກກືກເວົ້າໄດ້, ຄົນແຂນຂາພິການດີເປັນປົກກະຕິ, ຄົນຂາຫ້ານຍ່າງໄດ້ ແລະຄົນຕາບອດເຫັນຮຸ່ງໄດ້, ແລ້ວພວກເຂົາຕ່າງກໍສັນລະເສີນພຣະເຈົ້າແຫ່ງຊາດອິດສະຣາເອນ.
[32] ພຣະເຢຊູເຈົ້າໄດ້ເອີ້ນເອົາພວກສາວົກຂອງ^ພຣະອົງມາ ແລະກ່າວວ່າ, “ເຮົາສົງສານຄົນເຫລົ່ານີ້ ເພາະພວກເຂົາຢູ່ກັບເຮົາໄດ້ສາມວັນແລ້ວ ແລະບັດນີ້ບໍ່ມີຫຍັງກິນ, ເຮົາບໍ່ຢາກບອກພວກເຂົາໃຫ້ເລີກເມືອໂດຍທີ່ຍັງຫິວຢູ່ ເພາະພວກເຂົາອາດອິດອ່ອນເມື່ອຍແຮງຕາມທາງກັບເມືອກໍໄດ້.”
[33] ພວກສາວົກຈຶ່ງຖາມພຣະອົງວ່າ, “ໃນຖິ່ນ^ແຫ້ງແລ້ງ^ກັນດານເຊັ່ນນີ້ ພວກຂ້ານ້ອຍຈະຫາອາຫານມາແຕ່ໃສ ພໍໃຫ້ປະຊາຊົນເຫລົ່ານີ້ກິນອີ່ມ?”
[34] ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?” ພວກເພິ່ນຕອບວ່າ, “ມີເຈັດກ້ອນແລະປານ້ອຍສອງສາມໂຕ.”
[35] ດັ່ງນັ້ນ ພຣະອົງຈຶ່ງສັ່ງປະຊາຊົນໃຫ້ນັ່ງລົງກັບພື້ນດິນ.
[36] ແລ້ວພຣະອົງກໍຮັບເອົາເຂົ້າຈີ່ເຈັດກ້ອນກັບປາ, ເມື່ອໂມທະນາຂອບພຣະຄຸນພຣະເຈົ້າແລ້ວກໍຫັກຍື່ນໃຫ້ພວກສາວົກ ແລະພວກສາວົກກໍຢາຍໃຫ້ແກ່ປະຊາຊົນ.
[37] ທຸກຄົນຕ່າງກໍກິນອີ່ມ ສ່ວນອາຫານທີ່ເຫລືອ ພວກເພິ່ນເກັບໄດ້ເຈັດກະບຸງເຕັມ.
[38] ຈຳນວນປະຊາຊົນທີ່ໄດ້ຮັບກິນນັ້ນ ມີຜູ້ຊາຍສີ່ພັນຄົນໂດຍບໍ່ໄດ້ນັບແມ່ຍິງແລະເດັກນ້ອຍ.
[39] ແລ້ວພຣະເຢຊູເຈົ້າກໍບອກປະຊາຊົນໃຫ້ເລີກເມືອ, ສ່ວນພຣະອົງນັ້ນສະເດັດຂຶ້ນເຮືອ ແລະຂີ່ໄປຍັງຂົງເຂດມາຄາດານ.