[1] ອີກຄັ້ງໜຶ່ງ ພຣະເຢຊູເຈົ້າໄດ້ໃຊ້ຄຳອຸປະມາກ່າວກັບປະຊາຊົນວ່າ,
[2] “ຣາຊອານາຈັກສະຫວັນປຽບເໝືອນກະສັດຜູ້ໜຶ່ງ ຕຽມງານກິນລ້ຽງເນື່ອງໃນພິທີສົມຣົດລູກຊາຍຂອງຕົນ.
[3] ເພິ່ນໄດ້ໃຊ້ບັນດາຜູ້ຮັບໃຊ້ໄປເອີ້ນພວກທີ່ຖືກເຊີນໃຫ້ມາໃນງານ, ແຕ່ພວກທີ່ຖືກເຊີນນັ້ນບໍ່ຢາກມາ.
[4] ດັ່ງນັ້ນ ເພິ່ນຈຶ່ງສົ່ງຜູ້ຮັບໃຊ້ພວກອື່ນອີກອອກໄປໂດຍສັ່ງວ່າ, ‘ຈົ່ງບອກພວກທີ່ຖືກເຊີນວ່າ ບັດນີ້ ງານກິນລ້ຽງຂອງເຮົາກໍຈັດຕຽມໄວ້ພ້ອມແລ້ວ ງົວເຖິກແລະສັດທີ່ຕຸ້ຍພີດີງາມກໍມີຄົນຂ້າໄວ້ແລ້ວ ແລະທຸກສິ່ງກໍຕຽມໄວ້ພ້ອມແລ້ວ, ຈົ່ງມາຮ່ວມງານສົມຣົດນີ້ເຖີດ’,
[5] ແຕ່ພວກທີ່ຖືກເຊີນບໍ່ໄດ້ເອົາໃຈໃສ່ຕໍ່ຄຳເຊີນນັ້ນເລີຍ ແລະສົນໃຈນຳແຕ່ທຸລະກິດຂອງຕົນ ຄົນໜຶ່ງໄປໄຮ່ໄປນາຂອງຕົນ, ອີກຄົນໜຶ່ງໄປເຮັດຄ້າຂາຍຂອງຕົນ,
[6] ສ່ວນຄົນອື່ນໆອີກກໍຈັບພວກຮັບໃຊ້ມາຂ້ຽນຕີ ແລະຂ້າເຂົາເສຍ.
[7] ກະສັດໂກດຮ້າຍຫລາຍ, ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ກອງທະຫານຂອງຕົນອອກໄປຂ້າຄາດຕະກອນພວກນັ້ນ ແລະຈູດເມືອງຂອງ^ພວກເຂົາ.
[8] ແລ້ວເພິ່ນກໍເອີ້ນບັນດາຜູ້ຮັບໃຊ້ຂອງຕົນມາ ແລະກ່າວແກ່ພວກເຂົາວ່າ, ‘ງານກິນລ້ຽງສົມຣົດຂອງເຮົາກໍພ້ອມແລ້ວ, ແຕ່ຄົນທີ່ຖືກເຊີນນັ້ນບໍ່ສົມກັບງານນີ້.
[9] ບັດນີ້ ຈົ່ງອອກໄປຖະໜົນໃຫຍ່ບ່ອນທາງແຍກ ແລະເຊີນທຸກຄົນທີ່ພວກເຈົ້າພົບໃຫ້ມາຮ່ວມໃນງານນີ້.’
[10] ສະນັ້ນ ພວກຜູ້ຮັບໃຊ້ຈຶ່ງອອກໄປຕາມຖະໜົນຫົນທາງ ແລະຮວບຮວມເອົາຄົນທັງຫລາຍ ບໍ່ວ່າດີຫລືຊົ່ວທີ່ພວກເຂົາໄດ້ພົບ ແລະຫ້ອງທີ່ຈັດໄວ້ສຳລັບງານສົມຣົດນັ້ນກໍເຕັມໄປດ້ວຍແຂກຄົນ.
[11] ດັ່ງນັ້ນ ກະສັດຈຶ່ງເຂົ້າໄປເລາະລຽບເບິ່ງບັນດາແຂກຄົນທີ່ມາໃນງານ ແລະເຫັນຊາຍຜູ້ໜຶ່ງທີ່ບໍ່ໄດ້ນຸ່ງເຄື່ອງສຳລັບພິທີສົມຣົດ.
[12] ກະສັດຈຶ່ງຖາມລາວວ່າ, ‘ສະຫາຍ^ເອີຍ ເຫດໃດເຈົ້າຈຶ່ງເຂົ້າມາທີ່ນີ້ ໂດຍບໍ່ນຸ່ງເຄື່ອງສຳລັບພິທີງານສົມຣົດ?’ ແຕ່ຜູ້ນັ້ນບໍ່ຕອບປະການໃດເລີຍ.
[13] ແລ້ວກະສັດກໍບອກພວກຜູ້ຮັບໃຊ້ວ່າ, ‘ຈົ່ງມັດມືແລະຕີນຂອງ^ມັນໄວ້ ແລະໂຍນມັນຖິ້ມອອກໄປຂ້າງນອກທີ່ມືດໆ ໃນທີ່ນັ້ນຈະມີການຮ້ອງໄຫ້ ແລະຂົບແຂ້ວຄ້ຽວຟັນ.’”
[14] “ດ້ວຍວ່າມີຫລາຍຄົນຖືກເຊີນມາ ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້.”
[15] ເມື່ອນັ້ນ ພວກຟາຣີຊາຍໄດ້ໄປປະຊຸມປຶກສາກັນວາງແຜນ ເພື່ອຈັບຜິດພຣະເຢຊູເຈົ້າໃນເລື່ອງໃດ^ເລື່ອງໜຶ່ງ.
[16] ແລ້ວພວກເຂົາກໍໃຊ້ພວກສິດຂອງ^ພວກຕົນ ພ້ອມກັບພັກພວກຂອງ^ເຮໂຣດບາງຄົນ ໄປເວົ້າກັບພຣະອົງວ່າ, “ອາຈານ^ເອີຍ ພວກເຮົາຮູ້ວ່າທ່ານເປັນຜູ້ສັດຊື່ ແລະທ່ານສັ່ງສອນຄວາມຈິງໃນທາງຂອງ^ພຣະເຈົ້າ ໂດຍບໍ່ໄດ້ເອົາໃຈຜູ້ໃດ, ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ.
[17] ດັ່ງນັ້ນ ຈົ່ງບອກພວກເຮົາແດ່ວ່າ ທ່ານຄິດຢ່າງໃດກ່ຽວກັບເລື່ອງນີ້? ເປັນການສົມຄວນຫລືບໍ່ ທີ່ເສຍພາສີໃຫ້ກາຍຊາ?”
[18] ແຕ່ພຣະເຢຊູເຈົ້າຮູ້ເຈດຕະນາຊົ່ວຮ້າຍຂອງ^ພວກເຂົາຈຶ່ງກ່າວວ່າ, “ຄົນ^ໜ້າຊື່^ໃຈຄົດ^ເອີຍ ເປັນຫຍັງພວກເຈົ້າຈຶ່ງຢາກທົດລອງເຮົາ?
[19] ຈົ່ງເອົາເງິນຫລຽນທີ່ໃຊ້ເສຍພາສີນັ້ນ ມາໃຫ້ເຮົາເບິ່ງດູ.” ພວກເຂົາຈຶ່ງນຳເອົາເງິນຫລຽນໜຶ່ງມາໃຫ້ພຣະອົງ
[20] ແລ້ວພຣະອົງກໍຖາມພວກເຂົາວ່າ, “ຮູບແລະຄຳຈາລຶກນີ້ ເປັນຂອງ^ຜູ້ໃດ?”
[21] ພວກເຂົາຕອບວ່າ, “ເປັນຂອງ^ກາຍຊາ.” ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ເຫດສະນັ້ນ ສິ່ງທີ່ເປັນຂອງ^ກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ ສິ່ງທີ່ເປັນຂອງ^ພຣະເຈົ້າ ຈົ່ງຄືນຖວາຍໃຫ້ແກ່ພຣະເຈົ້າ.”
[22] ເມື່ອພວກເຂົາໄດ້ຍິນເຊັ່ນນີ້ແລ້ວ ກໍປະຫລາດ^ໃຈຫລາຍຈຶ່ງໜີໄປຈາກພຣະອົງ.
[23] ໃນວັນດຽວກັນນັ້ນ ພວກຊາດູກາຍບາງຄົນກໍມາຫາພຣະເຢຊູເຈົ້າ ພວກນີ້ຖືວ່າມະນຸດຈະບໍ່ເປັນຄືນມາຈາກຕາຍ, ພວກເຂົາຖາມພຣະອົງວ່າ,
[24] “ອາຈານ^ເອີຍ, ໂມເຊໄດ້ກ່າວວ່າ, ຖ້າຊາຍຄົນໜຶ່ງຕາຍໄປໂດຍຍັງບໍ່ມີລູກນຳເມຍຂອງຕົນ ຕ້ອງໃຫ້ນ້ອງຊາຍຂອງ^ຜູ້ຕາຍນັ້ນ ເອົາເອື້ອຍໃພ້ຂອງຕົນເປັນເມຍ ເພື່ອສືບເຊື້ອສາຍໃຫ້ອ້າຍຂອງຕົນທີ່ຕາຍໄປແລ້ວນັ້ນ.
[25] ບັດນີ້ ຍັງມີເຈັດອ້າຍນ້ອງທີ່ຢູ່ທ່າມກາງພວກເຮົາ, ອ້າຍກົກແຕ່ງງານແລ້ວ ແລະໄດ້ຕາຍໄປເມື່ອຍັງບໍ່ມີລູກ, ດັ່ງນັ້ນ ລາວກໍປະເມຍທີ່ເປັນໝ້າຍໄວ້ໃຫ້ນ້ອງຊາຍຂອງຕົນ.
[26] ເຫດການເຊັ່ນດຽວ^ກັນນີ້ ໄດ້ເກີດຂຶ້ນກັບນ້ອງຊາຍຜູ້ທີສອງ, ນ້ອງຊາຍຜູ້ທີສາມ ແລະຈົນເຖິງຜູ້ທີເຈັດ.
[27] ໃນທີ່ສຸດ ຍິງນັ້ນກໍໄດ້ຕາຍໄປເໝືອນກັນ.
[28] ດັ່ງນັ້ນ ໃນວັນທີ່ມະນຸດເປັນຄືນມາຈາກຕາຍນັ້ນ ຍິງນີ້ຈະເປັນເມຍຂອງ^ຜູ້ໃດໃນຊາຍເຈັດຄົນນີ້? ເພາະເຂົາທັງເຈັດໄດ້ເປັນຜົວຂອງ^ນາງ.”
[29] ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພວກເຈົ້າຫລົງຜິດແລ້ວ ເພາະພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລືຣິດເດດອຳນາດຂອງ^ພຣະເຈົ້າ.
[30] ເພາະເມື່ອມະນຸດເປັນຄືນມານັ້ນ ຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມຍກັນອີກ ແຕ່ພວກເຂົາຈະເປັນເໝືອນເທວະດາໃນສະຫວັນ.
[31] ສຳລັບເລື່ອງຄົນຕາຍເປັນຄືນມານັ້ນ ພວກເຈົ້າບໍ່ເຄີຍອ່ານຖ້ອຍຄຳທີ່ພຣະເຈົ້າບອກພວກເຈົ້າຈັກເທື່ອບໍ? ພຣະອົງຊົງກ່າວວ່າ,
[32] ‘ຝ່າຍເຮົາເປັນພຣະເຈົ້າຂອງ^ອັບຣາຮາມ ເປັນພຣະເຈົ້າຂອງ^ອີຊາກ ແລະເປັນພຣະເຈົ້າຂອງ^ຢາໂຄບ.’ ພຣະອົງແມ່ນພຣະເຈົ້າຂອງ^ຄົນເປັນ ບໍ່ແມ່ນພຣະເຈົ້າຂອງ^ຄົນຕາຍ.”
[33] ເມື່ອປະຊາຊົນໄດ້ຍິນເລື່ອງນີ້ແລ້ວ ກໍປະຫລາດ^ໃຈໃນຄຳສັ່ງສອນຂອງ^ພຣະອົງ.
[34] ເມື່ອພວກຟາຣີຊາຍໄດ້ຍິນຂ່າວວ່າ ພຣະເຢຊູເຈົ້າຕອບພວກຊາດູກາຍຈົນພວກເຂົາມິດຢູ່ ພວກເຂົາກໍພາກັນມາເປັນໝູ່
[35] ແລະຄົນໜຶ່ງໃນພວກເຂົາທີ່ເປັນທຳມະຈານກໍທົດລອງພຣະອົງ
[36] ໂດຍຖາມວ່າ, “ອາຈານ^ເອີຍ ໃນກົດບັນຍັດແມ່ນຂໍ້ໃດ ທີ່ເປັນຂໍ້ໃຫຍ່ສຳຄັນທີ່ສຸດ?”
[37] ພຣະເຢຊູເຈົ້າຊົງຕອບວ່າ, ‘ຈົ່ງຮັກອົງພຣະ^ຜູ້^ເປັນເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດຄວາມ^ຄິດຂອງ^ເຈົ້າ.’
[38] ນັ້ນແຫລະ ແມ່ນກົດບັນຍັດຂໍ້ໃຫຍ່ແລະຂໍ້ຕົ້ນ.
[39] ຂໍ້ທີສອງກໍເໝືອນກັນຄື: ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.’
[40] ກົດບັນຍັດທັງໝົດ ແລະບັນດາຖ້ອຍຄຳຂອງ^ພວກຜູ້ທຳນວາຍ ກໍຂຶ້ນກັບກົດບັນຍັດສອງຂໍ້ນີ້ແຫລະ.”
[41] ໃນຂະນະທີ່ພວກຟາຣີຊາຍຍັງເຕົ້າໂຮມກັນເປັນ^ໝູ່ນັ້ນ ພຣະເຢຊູເຈົ້າຖາມພວກເຂົາວ່າ,
[42] “ພວກເຈົ້າຄິດຢ່າງໃດກ່ຽວກັບພຣະຄຣິດ? ເພິ່ນເປັນເຊື້ອສາຍຂອງ^ຜູ້ໃດ?” ພວກເຂົາຕອບວ່າ, “ເປັນເຊື້ອສາຍຂອງ^ດາວິດ.”
[43] ພຣະອົງຈຶ່ງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ດ້ວຍເຫດໃດພຣະວິນຍານບໍຣິສຸດເຈົ້າ ຈຶ່ງດົນໃຈດາວິດໃຫ້ເອີ້ນພຣະຄຣິດວ່າ ‘ພຣະອົງເຈົ້າ?’ ດາວິດໄດ້ເວົ້າວ່າ,
[44] ‘ອົງພຣະ^ຜູ້^ເປັນເຈົ້າໄດ້ກ່າວແກ່ ພຣະອົງເຈົ້າຂອງ^ຂ້ານ້ອຍວ່າ, ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕູຂອງ^ເຈົ້າ ໃຫ້ຢູ່ໃຕ້ຕີນຂອງ^ເຈົ້າ.’
[45] ດັ່ງນັ້ນ ຖ້າດາວິດເອີ້ນພຣະຄຣິດວ່າ, ‘ພຣະອົງເຈົ້າ’ ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງ^ດາວິດໄດ້ຢ່າງໃດ?”
[46] ບໍ່ມີຜູ້ໃດໃນພວກເຂົາສາມາດຕອບພຣະອົງໄດ້ ແລະນັບແຕ່ວັນນັ້ນມາ ກໍບໍ່ມີຜູ້ໃດກ້າຖາມພຣະອົງອີກ.