[1] “ຢ່າຕັດສິນຄົນອື່ນ ເພື່ອວ່າພຣະເຈົ້າຈະບໍ່ຕັດສິນເຈົ້າ.
[2] ດ້ວຍວ່າ, ເຈົ້າຈະຕັດສິນຄົນອື່ນຢ່າງໃດ ພຣະເຈົ້າກໍຈະຕັດສິນເຈົ້າຢ່າງນັ້ນ ແລະເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າກໍຈະຕວງໃຫ້ເຈົ້າດ້ວຍເຄື່ອງຜອງອັນນັ້ນ.
[3] ເປັນຫຍັງເຈົ້າຈຶ່ງຫລຽວເຫັນຂີ້ເຫຍື້ອຢູ່ໃນຕາຂອງ^ພີ່ນ້ອງຂອງ^ເຈົ້າ ແຕ່ໄມ້ທັງທ່ອນຢູ່ໃນຕາຂອງ^ເຈົ້າເອງແລ້ວເຈົ້າບໍ່ເຫັນ?
[4] ດ້ວຍເຫດໃດເຈົ້າຈຶ່ງເວົ້າຕໍ່ພີ່ນ້ອງຂອງ^ເຈົ້າວ່າ, ‘ຂໍອະນຸຍາດໃຫ້ຂ້ອຍເອົາຂີ້ເຫຍື້ອອອກຈາກຕາຂອງ^ເຈົ້າແດ່’ ໃນເມື່ອໄມ້ທັງທ່ອນຍັງຢູ່ໃນຕາຂອງ^ເຈົ້າ?
[5] ໂອຄົນ^ໜ້າຊື່^ໃຈຄົດ^ເອີຍ ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງ^ເຈົ້າເອງສາກ່ອນ ແລ້ວເຈົ້າກໍຈະສາມາດເຫັນໄດ້ແຈ້ງ ເພື່ອເອົາຂີ້ເຫຍື້ອອອກຈາກຕາພີ່ນ້ອງຂອງ^ເຈົ້າ.”
[6] “ຢ່າເອົາສິ່ງທີ່ບໍຣິສຸດໂຍນໃຫ້ໝາ ຢ້ານວ່າມັນຈະຫັນຄືນມາສວບກັດເຈົ້າ ຢ່າໂຍນໄຂ່ມຸກໃສ່ຕໍ່ໜ້າໝູ ຢ້ານວ່າມັນຈະຢຽບຢໍ່າຖິ້ມເທົ່ານັ້ນ.”
[7] “ຈົ່ງໝັ່ນຂໍແລ້ວເຈົ້າຈະໄດ້ຮັບ, ຈົ່ງໝັ່ນຊອກຫາແລ້ວເຈົ້າກໍຈະໄດ້ພົບ ຈົ່ງໝັ່ນເຄາະແລ້ວຈະມີຜູ້ໄຂໃຫ້ເຈົ້າ.
[8] ດ້ວຍວ່າ, ທຸກຄົນທີ່ຂໍກໍຈະໄດ້ຮັບ, ທຸກຄົນທີ່ຊອກຫາກໍຈະໄດ້ພົບ ແລະທຸກຄົນທີ່ເຄາະກໍຈະມີຜູ້ໄຂໃຫ້.
[9] ມີຜູ້ໃດແດ່ໃນພວກເຈົ້າເມື່ອລູກຂໍເຂົ້າປັ້ນໜຶ່ງ ຈະເອົາກ້ອນຫີນໃຫ້ແກ່ລູກຂອງຕົນ?
[10] ຫລືຖ້າລູກຂໍປາ ລາວກໍຈະບໍ່ເອົາງູໃຫ້ຕີ້?
[11] ດ້ວຍເຫດນັ້ນ ພວກເຈົ້າທີ່ເປັນຄົນຊົ່ວກໍຍັງຮູ້ຈັກເອົາຂອງ^ດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຂອງ^ພວກເຈົ້າຜູ້ຊົງສະຖິດຢູ່ໃນສະຫວັນ ກໍຈະເອົາຂອງ^ດີໃຫ້ແກ່ຜູ້ທີ່ຂໍຈາກພຣະອົງ”
[12] “ເຈົ້າຢາກໃຫ້ຄົນອື່ນເຮັດຕໍ່ເຈົ້າຢ່າງໃດ ກໍຈົ່ງເຮັດຕໍ່ເພິ່ນຢ່າງນັ້ນເໝືອນກັນ ອັນນີ້ແມ່ນກົດບັນຍັດ ແລະ ຄຳສັ່ງສອນຂອງ^ພວກຜູ້ທຳນວາຍ.”
[13] “ຈົ່ງເຂົ້າໄປທາງປະຕູຄັບແຄບ ເພາະປະຕູເຂົ້າໄປນະຣົກກໍກວ້າງ ແລະທາງທີ່ນຳໄປສູ່ທີ່ນັ້ນກໍງ່າຍ ແລະຄົນທີ່ເດີນໄປຕາມທາງນັ້ນກໍມີຫລວງຫລາຍ.
[14] ແຕ່ປະຕູທີ່ນຳໄປສູ່ຊີວິດກໍຄັບແຄບ ແລະທາງທີ່ນຳໄປສູ່ທີ່ນັ້ນກໍຍາກ ແລະຄົນທີ່ພົບທາງນັ້ນກໍມີໜ້ອຍ.”
[15] “ຈົ່ງລະວັງຜູ້ປະກາດພຣະຄຳປອມເຂົ້າມາຫາພວກເຈົ້າ ເບິ່ງພາຍນອກເຂົາອ່ອນໂຍນຄືໂຕແກະ, ແຕ່ພາຍໃນແລ້ວເຂົາໂຫດຮ້າຍຄືໝາໄນ.
[16] ພວກເຈົ້າຈະຮູ້ຈັກຄົນເຫລົ່ານີ້ດ້ວຍການກະທຳຂອງ^ເຂົາ ມີຜູ້ໃດເກັບໝາກອະງຸ່ນຈາກເຄືອມີໜາມ? ມີຜູ້ໃດເກັບໝາກ^ເດື່ອເທດຈາກຕົ້ນມີໜາມ?
[17] ດັ່ງນັ້ນ ຕົ້ນໄມ້ດີຍ່ອມເກີດໝາກດີ, ແຕ່ຕົ້ນໄມ້ບໍ່ດີຍ່ອມເກີດໝາກບໍ່ດີ.
[18] ຕົ້ນໄມ້ດີເກີດຜົນບໍ່ດີກໍບໍ່ຫ່ອນເປັນ ແລະຕົ້ນໄມ້ບໍ່ດີເກີດຜົນດີກໍບໍ່ຫ່ອນໄດ້.
[19] ຕົ້ນໄມ້ທຸກຕົ້ນທີ່ເກີດຜົນບໍ່ດີຍ່ອມຖືກຕັດລົງ ແລະຖືກໂຍນຖິ້ມໃສ່ໄຟເສຍ.
[20] ດ້ວຍເຫດນັ້ນ ພວກເຈົ້າຈະຮູ້ຈັກຜູ້ປະກາດພຣະຄຳປອມດ້ວຍການກະທຳຂອງ^ພວກເຂົາ.”
[21] “ບໍ່ແມ່ນວ່າທຸກຄົນທີ່ເອີ້ນເຮົາວ່າ, ‘ພຣະອົງເຈົ້າ ພຣະອົງເຈົ້າ’ ແລ້ວຈະເຂົ້າໄປໃນອານາຈັກຂອງ^ພຣະເຈົ້າໄດ້ ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມນໍ້າພຣະໄທຂອງ^ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ.
[22] ເມື່ອວັນພິພາກສາມາເຖິງ ຫລາຍຄົນຈະເວົ້າກັບເຮົາວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກຂ້ານ້ອຍໄດ້ປະກາດຖ້ອຍຄຳຂອງ^ພຣະເຈົ້າໃນນາມຂອງ^ພຣະອົງ ພວກຂ້ານ້ອຍໄດ້ຂັບໄລ່ຜີມານຮ້າຍອອກ ແລະໄດ້ເຮັດການອັດສະຈັນຫລາຍປະການໃນນາມຂອງ^ພຣະອົງບໍ່ແມ່ນບໍ’
[23] ເມື່ອນັ້ນ ເຮົາກໍຈະປະກາດຕໍ່ພວກເຂົາວ່າ, ‘ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ ຈົ່ງຖອຍໜີໄປຈາກເຮົາເສຍ ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍ^ເອີຍ’”
[24] “ດ້ວຍເຫດນັ້ນ ຜູ້ໃດທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາແລ້ວແລະປະຕິບັດຕາມ ຄົນເຫລົ່ານັ້ນກໍເປັນເໝືອນຄົນສະຫລາດທີ່ປຸກເຮືອນຂອງຕົນຢູ່ເທິງດານຫີນ.
[25] ຝົນທັ່ງເທລົງມາ ນໍ້າກໍນອງຖ້ວມລົ້ນຫ້ວຍຮ່ອງ ແລະລົມກໍພັດປະທະເຮືອນຢ່າງແຮງ, ແຕ່ເຮືອນນັ້ນກໍບໍ່ເຈື່ອນເພພັງລົງ ເພາະມັນຖືກສ້າງຂຶ້ນຢູ່ເທິງດານຫີນ.”
[26] “ແຕ່ຜູ້ໃດທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາແລ້ວ ແລະບໍ່ປະຕິບັດຕາມ ຄົນນັ້ນກໍເປັນດັ່ງຄົນໂງ່ທີ່ປຸກເຮືອນຂອງຕົນຢູ່ເທິງຫາດຊາຍ.
[27] ຝົນທັ່ງເທລົງມາ ນໍ້ານອງຖ້ວມລົ້ນຫ້ວຍຮ່ອງ ແລະລົມກໍພັດປະທະເຮືອນຢ່າງແຮງ ແລະເຮືອນນັ້ນກໍໄດ້ເຈື່ອນເພພັງລົງ ແລະການເພພັງຂອງ^ມັນກໍເປັນການໃຫຍ່ຫລວງ”
[28] ເມື່ອພຣະເຢຊູເຈົ້າໄດ້ຊົງກ່າວຄຳເຫລົ່ານີ້ຈົບແລ້ວ ປະຊາຊົນກໍປະຫລາດ^ໃຈຫລາຍໃນຄຳສັ່ງສອນຂອງ^ພຣະອົງ.
[29] ພຣະອົງບໍ່ໄດ້ເປັນເໝືອນດັ່ງພວກທຳມະຈານ, ແຕ່ພຣະອົງໄດ້ສັ່ງສອນດ້ວຍຣິດອຳນາດ.