[1] “ຈົ່ງລະວັງໃຫ້ດີ ຢ່າຖືສິນກິນທານຕໍ່ໜ້າປະຊາຊົນເພື່ອເປັນການອວດ^ຄົນ ເພາະຖ້າເຮັດຢ່າງນັ້ນ ພວກເຈົ້າຈະບໍ່ໄດ້ບຳເໜັດຫຍັງຈາກພຣະບິດາຂອງ^ພວກເຈົ້າຜູ້ສະຖິດຢູ່ໃນສະຫວັນ.
[2] “ດັ່ງນັ້ນ ເມື່ອເຈົ້າໃຫ້ທານຢ່າສູ່ເປົ່າແກໄປກ່ອນໜ້າເຈົ້າ ເໝືອນດັ່ງຄົນ^ໜ້າຊື່^ໃຈຄົດມັກເຮັດກັນໃນທຳມະສາລາແລະຕາມຖະໜົນຫົນທາງ ເພື່ອໃຫ້ຄົນຊົມເຊີຍ ເຮົາບອກເຈົ້າຕາມ^ຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ.
[3] ຝ່າຍພວກເຈົ້າ, ເມື່ອໃຫ້ທານ ຢ່າໃຫ້ມື^ຊ້າຍຮູ້ການທີ່ມື^ຂວາກຳລັງເຮັດນັ້ນ.
[4] ເພື່ອການໃຫ້ທານຂອງ^ພວກເຈົ້າຈະເປັນທາງລັບ ຝ່າຍພຣະບິດາຂອງ^ເຈົ້າຜູ້ທີ່ຮູ້ເຫັນສິ່ງທີ່ເຈົ້າເຮັດໃນທີ່ລັບລີ້ ກໍຈະໃຫ້ບຳເໜັດແກ່ເຈົ້າ.
[5] “ເມື່ອເຈົ້າ^ທັງຫລາຍພາວັນນາ^ອະທິຖານ ຢ່າເຮັດເໝືອນຄົນ^ໜ້າຊື່^ໃຈຄົດ ພວກເຂົາມັກຢືນພາວັນນາ^ອະທິຖານໃນທຳມະສາລາ ແລະຕາມແຈຖະໜົນຫົນທາງ ເພື່ອໃຫ້ຄົນເຫັນພວກເຂົາ, ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ.
[6] ແຕ່ສຳລັບເຈົ້າ ເມື່ອພາວັນນາ^ອະທິຖານ ຈົ່ງເຂົ້າໄປໃນຫ້ອງຂອງ^ເຈົ້າ ອັດປະຕູໄວ້ ແລ້ວຈຶ່ງພາວັນນາ^ອະທິຖານຫາພຣະບິດາຂອງ^ເຈົ້າຜູ້ຢູ່ໃນທີ່ລັບລີ້ ແລະພຣະບິດາຂອງ^ເຈົ້າຜູ້ເຫັນໃນທີ່ລັບລີ້ຈະໃຫ້ບຳເໜັດແກ່ເຈົ້າ.”
[7] “ແຕ່ເມື່ອເຈົ້າພາວັນນາ^ອະທິຖານ ຢ່າເວົ້າຊໍ້າຄຳເກົ່າເໝືອນຄົນບໍ່ນັບຖືພຣະເຈົ້າ ເພາະພວກເຂົາຄິດວ່າພຣະເຈົ້າຈະໄດ້ຍິນຖ້າເວົ້າຊໍ້າຫລາຍເທື່ອ.
[8] ດັ່ງນັ້ນ ຢ່າເຮັດເໝືອນພວກເຂົາ ເພາະພຣະບິດາຂອງ^ພວກເຈົ້າຮູ້ສິ່ງທີ່ເຈົ້າຕ້ອງການ ກ່ອນພວກເຈົ້າພາວັນນາ^ອະທິຖານຂໍ.
[9] ດ້ວຍເຫດນັ້ນ ພວກເຈົ້າຄວນພາວັນນາ^ອະທິຖານດັ່ງນີ້: ‘ຂ້າແດ່ພຣະບິດາເຈົ້າ ຂອງພວກຂ້ານ້ອຍທັງຫລາຍ ຜູ້ຊົງສະຖິດຢູ່ໃນສະຫວັນ ຂໍໃຫ້ພຣະນາມຂອງ^ພຣະອົງ ເປັນທີ່ເຄົາຣົບບູຊາ
[10] ຂໍໃຫ້ພຣະ^ຣາຊອານາຈັກ ຂອງ^ພຣະອົງມາຕັ້ງຢູ່ ຂໍໃຫ້ເປັນໄປຕາມນໍ້າພຣະໄທ ຂອງ^ພຣະອົງ ໃນສະຫວັນເປັນຢ່າງໃດ ກໍໃຫ້ເປັນໄປຢ່າງນັ້ນທີ່ແຜ່ນດິນ^ໂລກ.
[11] ຂໍຊົງໂຜດປະທານອາຫານປະຈຳວັນ ໃຫ້ແກ່ຂ້ານ້ອຍທັງຫລາຍ ໃນກາລະວັນນີ້
[12] ຂໍຊົງໂຜດຍົກໂທດໃຫ້ຂ້ານ້ອຍ ເໝືອນຂ້ານ້ອຍຍົກໂທດ ໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້ານ້ອຍນັ້ນ
[13] ແລະຂໍຢ່າພາຂ້ານ້ອຍເຂົ້າໄປ ໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກມານຊົ່ວຮ້າຍ [ເຫດວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີກໍເປັນຂອງ^ພຣະອົງສືບໆໄປເປັນນິດ ອາແມນ’]
[14] “ຖ້າເຈົ້າຍົກໂທດຄວາມຜິດຂອງ^ຄົນອື່ນທີ່ໄດ້ເຮັດຕໍ່ເຈົ້າ ພຣະບິດາຂອງ^ເຈົ້າຜູ້ສະຖິດໃນສະຫວັນ ກໍຈະຍົກຄວາມຜິດຂອງ^ເຈົ້າເໝືອນກັນ.
[15] ແຕ່ຖ້າເຈົ້າບໍ່ຍົກໂທດໃຫ້ຄົນອື່ນ, ພຣະບິດາຂອງ^ເຈົ້າ^ທັງຫລາຍກໍຈະບໍ່ຍົກຄວາມຜິດຂອງ^ເຈົ້າເໝືອນກັນ.”
[16] “ເມື່ອເຈົ້າ^ທັງຫລາຍຖືສິນອົດອາຫານ ຢ່າເຮັດສີໜ້າເສົ້າໝອງເໝືອນດັ່ງຄົນ^ໜ້າຊື່^ໃຈຄົດ. ດ້ວຍວ່າ, ເຂົາເຮັດສີໜ້າເສົ້າໝອງ ເພື່ອໃຫ້ຄົນທັງຫລາຍເຫັນວ່າພວກຕົນຖືສິນອົດອາຫານ. ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ.
[17] ເມື່ອເຈົ້າຖືສິນອົດອາຫານນັ້ນ ຈົ່ງລ້າງ^ໜ້າແລະຫວີຜົມ,
[18] ເພື່ອບໍ່ໃຫ້ຄົນອື່ນຮູ້ໄດ້ວ່າ ເຈົ້າກຳລັງຖືສິນອົດອາຫານ ມີແຕ່ພຣະບິດາຂອງ^ເຈົ້າຜູ້ທີ່ຢູ່ໃນທີ່ລັບລີ້ຮູ້ຈັກ ຝ່າຍພຣະບິດາຂອງ^ເຈົ້າຜູ້ທີ່ເຫັນໃນທີ່ລັບລີ້ ກໍຈະໃຫ້ບຳເໜັດແກ່ເຈົ້າ.”
[19] “ຢ່າທ້ອນໂຮມຊັບສົມບັດໄວ້ສຳລັບຕົນເອງໃນແຜ່ນດິນ^ໂລກ^ນີ້ ຊຶ່ງເປັນບ່ອນມອດແລະຂີ້ໝ້ຽງກັດກິນໄດ້ ແລະ ໂຈນເຈາະລັກເອົາໄດ້.
[20] ແຕ່ຈົ່ງທ້ອນໂຮມຊັບສົມບັດສຳລັບຕົນໄວ້ໃນສະຫວັນ ບ່ອນທີ່ມອດແລະຂີ້ໝ້ຽງກັດກິນບໍ່ໄດ້ ແລະ ໂຈນເຈາະລັກເອົາບໍ່ໄດ້.
[21] ເພາະຊັບສົມບັດຂອງ^ເຈົ້າຢູ່ທີ່ໃດ ໃຈຂອງ^ເຈົ້າກໍຢູ່ທີ່ນັ້ນ.”
[22] “ຕາເປັນໂຄມໄຟຂອງ^ຮ່າງກາຍ ຖ້າຕາຂອງ^ເຈົ້າແຈ້ງເປັນປົກກະຕິ ຮ່າງກາຍທຸກສ່ວນກໍແຈ້ງດີ,
[23] ແຕ່ຖ້າຕາຂອງ^ເຈົ້າບໍ່ດີ ຮ່າງກາຍທຸກສ່ວນກໍຈະຢູ່ໃນຄວາມມືດ. ດັ່ງນັ້ນ ຖ້າຄວາມ^ສະຫວ່າງໃນຕົວຂອງ^ເຈົ້າມືດໄປ ຄວາມມືດນັ້ນກໍຈະໜາເທົ່າໃດໜໍ.”
[24] “ບໍ່ຫ່ອນມີຜູ້ໃດເປັນຂ້າສອງເຈົ້າ ບ່າວສອງນາຍໄດ້ຄື: ເຂົາຈະຊັງນາຍຜູ້ນີ້ ແລະໄປຮັກນາຍຜູ້ນັ້ນ ເຂົາຈະສັດຊື່ຕໍ່ນາຍຜູ້ນີ້ ແລະໝິ່ນປະໝາດນາຍຜູ້ນັ້ນ ພວກເຈົ້າຮັບໃຊ້ພຣະເຈົ້າ ແລະເງິນຄຳພ້ອມກັນກໍບໍ່ໄດ້.”
[25] “ດັ່ງນັ້ນ ເຮົາຈຶ່ງບອກພວກເຈົ້າ ບໍ່ໃຫ້ກະວົນ^ກະວາຍເຖິງເລື່ອງອາຫານສຳລັບຊີວິດຕົນວ່າ, ຈະກິນຫຍັງ ຈະດື່ມຫຍັງ ຫລືເຖິງເລື່ອງເຄື່ອງນຸ່ງຫົ່ມສຳລັບຮ່າງກາຍ ຊີວິດສຳຄັນກວ່າອາຫານ ແລະຮ່າງກາຍກໍສຳຄັນກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນບໍ?
[26] ຈົ່ງເບິ່ງຝູງນົກໃນທ້ອງຟ້າ ມັນບໍ່ໄດ້ຫວ່ານ ບໍ່ໄດ້ເກັບກ່ຽວ ແລະບໍ່ໄດ້ທ້ອນໂຮມໄວ້ໃນເລົ້າ ແຕ່ພຣະບິດາຂອງ^ພວກເຈົ້າຜູ້ສະຖິດຢູ່ໃນສະຫວັນກໍຍັງລ້ຽງນົກນັ້ນ ພວກເຈົ້າມີຄ່າຫລາຍກວ່າຝູງນົກນັ້ນບໍ່ແມ່ນບໍ?
[27] ມີຜູ້ໃດແດ່ໃນພວກເຈົ້າທີ່ກະວົນ^ກະວາຍ ແລ້ວຕໍ່ອາຍຸໃຫ້ມີຊີວິດຍືນຍາວໄດ້ອີກຈັກໜ້ອຍໜຶ່ງ?”
[28] “ເປັນດ້ວຍເຫດໃດ ຈຶ່ງກະວົນ^ກະວາຍເຖິງເລື່ອງເຄື່ອງນຸ່ງຫົ່ມ? ຈົ່ງເບິ່ງດອກໄມ້ປ່ານັ້ນແມ ມັນໃຫຍ່ຂຶ້ນມາໄດ້ຢ່າງໃດ ມັນບໍ່ໄດ້ເຮັດວຽກ ບໍ່ໄດ້ຕໍ່າຜ້າເຮັດເຄື່ອງນຸ່ງສຳລັບມັນເອງ.
[29] ແຕ່ເຮົາບອກພວກເຈົ້າວ່າ ແມ່ນແຕ່ກະສັດໂຊໂລໂມນ ຜູ້ທີ່ຮັ່ງມີດ້ວຍຊັບສົມບັດທີ່ຕົນມີຢູ່ທັງໝົດ ກໍຍັງບໍ່ມີເຄື່ອງນຸ່ງງາມເທົ່າກັບດອກໄມ້ເຫລົ່ານີ້ດອກໜຶ່ງ.
[30] ແມ່ນພຣະເຈົ້າທີ່ເປັນຜູ້ຕົບແຕ່ງດອກໄມ້ປ່າຢູ່ຕາມທົ່ງຫຍ້າ ຊຶ່ງເປັນຢູ່ໃນມື້ນີ້ ແລະມື້ອື່ນກໍຈະຖືກຕັດຖິ້ມເຜົາໄຟເສຍ ພຣະເຈົ້າຈະບໍ່ຕົບແຕ່ງພວກເຈົ້າຫລາຍກວ່າດອກໄມ້ນັ້ນບໍ? ໂອ ຜູ້ມີຄວາມເຊື່ອນ້ອຍ^ເອີຍ”
[31] “ດັ່ງນັ້ນ ຢ່າກະວົນ^ກະວາຍເລີຍວ່າ, ‘ຈະກິນຫຍັງ? ຈະດື່ມຫຍັງ? ແລະຈະນຸ່ງຫົ່ມຫຍັງ?’
[32] ສິ່ງທັງໝົດເຫລົ່ານີ້ແຫລະ ທີ່ຄົນບໍ່ນັບຖືພຣະເຈົ້າຊອກຫາ ພຣະບິດາຂອງ^ພວກເຈົ້າຜູ້ສະຖິດຢູ່ໃນສະຫວັນຮູ້ວ່າ ພວກເຈົ້າຕ້ອງການສິ່ງເຫລົ່ານີ້ແລ້ວ.
[33] ແຕ່ກ່ອນອື່ນໝົດ ເຈົ້າ^ທັງຫລາຍຈົ່ງສະແຫວງຫາຣາຊອານາຈັກຂອງ^ພຣະເຈົ້າ ແລະຄວາມ^ຊອບທຳຂອງ^ພຣະອົງ ແລ້ວພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫລົ່ານີ້ໃຫ້ແກ່ພວກເຈົ້າ.
[34] ເຫດສະນັ້ນ ຢ່າກະວົນ^ກະວາຍເຖິງມື້ອື່ນ ເພາະມື້ອື່ນຈະມີເລື່ອງກະວົນ^ກະວາຍໃນໂຕມັນເອງ ຄວາມທຸກໃນວັນໃດກໍພໍແລ້ວສຳລັບວັນນັ້ນ.”