[1] ພວກຟາຣີຊາຍແລະພວກຊາດູກາຍ ໄດ້ມາທົດລອງພຣະເຢຊູເຈົ້າ, ພວກເຂົາຂໍໃຫ້ພຣະອົງເຮັດການອັດສະຈັນຢ່າງໜຶ່ງ ຈາກສະຫວັນໃຫ້ພວກເຂົາເຫັນ.
[2] ພຣະອົງຊົງຕອບພວກເຂົາວ່າ, “ເມື່ອຄໍ່າມາ ພວກເຈົ້າເຄີຍເວົ້າວ່າ, ‘ອາກາດຈະດີເພາະທ້ອງຟ້າມີສີແດງ.’
[3] ແລະຕອນເຊົ້າພວກເຈົ້າກໍເຄີຍເວົ້າວ່າ, ‘ວັນນີ້ຝົນຈະຕົກເພາະທ້ອງຟ້າມີສີແດງ^ເຂັ້ມແລະມືດຄື້ມ.’ ພວກເຈົ້າສັງເກດອາກາດລ່ວງໜ້າໄດ້ໂດຍເບິ່ງທ້ອງຟ້າ, ແຕ່ພວກເຈົ້າສັງເກດໝາຍສຳຄັນເຖິງຍຸກສະໄໝນີ້ບໍ່ໄດ້
[4] ຄົນໃນຍຸກນີ້ຊົ່ວຊ້າ ແລະກະບົດຕໍ່ພຣະເຈົ້າ ຈະບໍ່ຊົງໂຜດເຮັດການອັດສະຈັນໃຫ້ພວກເຂົາ ນອກຈາກການອັດສະຈັນຢ່າງດຽວຄືເລື່ອງໂຢນາ.” ແລ້ວພຣະອົງຈຶ່ງສະເດັດໜີຈາກພວກເຂົາໄປ.
[5] ເມື່ອພວກສາວົກຂ້າມມາຮອດຝັ່ງອີກດ້ານໜຶ່ງ ແລ້ວພວກເຂົາກໍລືມເອົາເຂົ້າຈີ່ມານຳ.
[6] ພຣະເຢຊູເຈົ້າໄດ້ບອກເຕືອນພວກເພິ່ນວ່າ, “ຈົ່ງລະວັງ ສັງເກດໃຫ້ດີຕໍ່ເຊື້ອແປ້ງຂອງ^ພວກຟາຣີຊາຍແລະພວກຊາດູກາຍ.”
[7] ແລ້ວພວກສາວົກກໍເວົ້າກັນໃນພວກເພິ່ນວ່າ, “ຄົງຈະແມ່ນຍ້ອນພວກເຮົາບໍ່ໄດ້ເອົາເຂົ້າຈີ່ມານຳ.”
[8] ແຕ່ພຣະເຢຊູເຈົ້າຮູ້ເລື່ອງທີ່ພວກເພິ່ນເວົ້າກັນຢູ່, ຈຶ່ງກ່າວຕໍ່ພວກເພິ່ນວ່າ, “ໂອ ຜູ້ມີຄວາມເຊື່ອໜ້ອຍ^ເອີຍ, ເປັນຫຍັງພວກເຈົ້າຈຶ່ງເວົ້າກັນເຖິງເລື່ອງບໍ່ມີເຂົ້າຈີ່?
[9] ພວກເຈົ້າຍັງບໍ່ເຂົ້າໃຈແລະຈື່ບໍ່ໄດ້ບໍ? ເລື່ອງເຂົ້າຈີ່ຫ້າກ້ອນສຳລັບຫ້າພັນຄົນນັ້ນ ພວກເຈົ້າເກັບໄດ້ຈັກກະບຸງ?
[10] ກັບເລື່ອງເຂົ້າຈີ່ເຈັດກ້ອນສຳລັບສີ່ພັນຄົນ ພວກເຈົ້າເກັບໄດ້ຈັກກະບຸງ?
[11] ເປັນຫຍັງພວກເຈົ້າຈຶ່ງບໍ່ເຂົ້າໃຈວ່າ ເຮົາບໍ່ໄດ້ເວົ້າເຖິງເລື່ອງເຂົ້າຈີ່? ແຕ່ໃຫ້ພວກເຈົ້າຈົ່ງລະວັງເຊື້ອແປ້ງຂອງ^ພວກຟາຣີຊາຍແລະພວກຊາດູກາຍ.”
[12] ແລ້ວພວກສາວົກກໍເຂົ້າໃຈວ່າ ພຣະອົງບໍ່ໄດ້ເຕືອນພວກເພິ່ນໃຫ້ລະວັງເລື່ອງເຊື້ອແປ້ງ, ແຕ່ໃຫ້ລະວັງຄຳສັ່ງສອນຂອງ^ພວກຟາຣີຊາຍແລະພວກຊາດູກາຍ.
[13] ເມື່ອພຣະເຢຊູເຈົ້າສະເດັດເຂົ້າໄປໃນຂົງເຂດກາຍຊາເຣຍແຫ່ງຟີລິບປອຍ ພຣະອົງຖາມພວກສາວົກຂອງ^ພຣະອົງວ່າ, “ຄົນທັງຫລາຍເວົ້າກັນວ່າບຸດມະນຸດເປັນຜູ້ໃດ?”
[14] ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າທ່ານເປັນໂຢຮັນບັບຕິສະໂຕ ຄົນອື່ນເວົ້າວ່າທ່ານເປັນເອລີຢາ ສ່ວນຄົນອື່ນອີກເວົ້າວ່າທ່ານເປັນເຢເຣມີຢາ ຫລືເປັນຜູ້ທຳນວາຍຄົນໜຶ່ງໃນບັນດາຜູ້ທຳນວາຍ.”
[15] ພຣະອົງຖາມພວກເພິ່ນວ່າ, “ແລ້ວພວກເຈົ້າເດ ວ່າເຮົາເປັນຜູ້ໃດ?”
[16] ຊີໂມນເປໂຕຕອບວ່າ, “ພຣະອົງເປັນພຣະຄຣິດ ພຣະບຸດຂອງ^ພຣະເຈົ້າອົງຊົງຊີວິດຢູ່.”
[17] ພຣະເຢຊູເຈົ້າກ່າວກັບເປໂຕວ່າ, “ຊີໂມນບາຣະໂຢນາ^ເອີຍ ເຈົ້າກໍເປັນສຸກ ເພາະວ່າບໍ່ແມ່ນມະນຸດທີ່ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້ ແຕ່ແມ່ນພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ.
[18] ຝ່າຍເຮົາຈຶ່ງບອກວ່າ ເຈົ້າຄືເປໂຕ ເທິງຫີນກ້ອນນີ້ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະປະຕູແຫ່ງແດນ^ມໍຣະນາຈະເອົາຊະນະຄຣິສຕະຈັກນີ້ບໍ່ໄດ້.
[19] ເຮົາຈະມອບຂໍກະແຈແຫ່ງຣາຊອານາຈັກສະຫວັນໃຫ້ເຈົ້າ ສິ່ງໃດທີ່ພວກເຈົ້າຜູກມັດໄວ້ເທິງແຜ່ນດິນ^ໂລກ^ນີ້ ສິ່ງນັ້ນຈະຖືກຜູກມັດໄວ້ໃນສະຫວັນ ແລະສິ່ງໃດທີ່ພວກເຈົ້າຈະແກ້ເທິງແຜ່ນດິນ^ໂລກ^ນີ້ ສິ່ງນັ້ນຈະຖືກແກ້ໃຫ້ຫລຸດເສຍແລ້ວໃນສະຫວັນ.”
[20] ແລ້ວພຣະເຢຊູເຈົ້າກໍສັ່ງຫ້າມພວກສາວົກຂອງ^ພຣະອົງ ບໍ່ໃຫ້ບອກຜູ້ໃດວ່າພຣະອົງເປັນພຣະຄຣິດ.
[21] ຕັ້ງແຕ່ນັ້ນມາ ພຣະເຢຊູເຈົ້າກໍເລີ່ມອະທິບາຍໃຫ້ພວກສາວົກຟັງ ໂດຍກ່າວວ່າ, “ເຮົາຈຳເປັນຕ້ອງໄປນະຄອນເຢຣູຊາເລັມ ແລະຕ້ອງຮັບຄວາມ^ທົນທຸກທໍລະມານຢ່າງໜັກຈາກພວກເຖົ້າແກ່ ພວກຫົວໜ້າປະໂຣຫິດແລະພວກທຳມະຈານ, ເຮົາຈະຖືກຂ້າ ແຕ່ໃນວັນຖ້ວນສາມເຮົາຈະເປັນຄືນມາຈາກຕາຍສູ່ຊີວິດ.”
[22] ດັ່ງນັ້ນ ເປໂຕຈຶ່ງພາພຣະອົງຫລີກໄປຕ່າງຫາກ ແລະເລີ່ມຕຳໜິຫ້າມພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ຂໍພຣະເຈົ້າຢ່າໃຫ້ເປັນດັ່ງນັ້ນເລີຍ ເຫດການຢ່າງນີ້ຈະບໍ່ເກີດຂຶ້ນກັບພຣະອົງຈັກເທື່ອ.”
[23] ພຣະອົງຈຶ່ງຫັນກັບມາຫາເປໂຕ ແລະເວົ້າວ່າ, “ອ້າຍມານຊາຕານ ຈົ່ງຖອຍໜີໄປໃຫ້ໄກຈາກເຮົາ ເຈົ້າເປັນສິ່ງກີດຂວາງທາງເດີນຂອງເຮົາ ເພາະເຈົ້າບໍ່ໄດ້ຄິດຢ່າງພຣະເຈົ້າ ແຕ່ຄິດຢ່າງມະນຸດ.”
[24] ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກວ່າ, “ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນ, ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ.
[25] ເພາະຜູ້ໃດຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດທີ່ຈະເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະໄດ້ພົບຊີວິດນັ້ນ.
[26] ຖ້າຄົນໃດຄົນໜຶ່ງຈະໄດ້ຊັບສົມບັດໝົດທັງໂລກ ແຕ່ຕ້ອງເສຍຊີວິດອັນແທ້ຂອງຕົນ ຄົນນັ້ນຈະໄດ້ປະໂຫຍດອັນໃດ? ຫລືຄົນນັ້ນຈະເອົາສິ່ງໃດມາແລກເອົາຊີວິດອັນແທ້ຈິງຂອງຕົນຄືນໄດ້?
[27] ເພາະບຸດມະນຸດຈະມາປາກົດດ້ວຍສະຫງ່າຣາສີແຫ່ງພຣະບິດາເຈົ້າຂອງ^ພຣະອົງ ພ້ອມດ້ວຍຝູງເທວະດາຂອງ^ພຣະອົງ, ເມື່ອນັ້ນທ່ານຈະໃຫ້ບຳເໜັດແກ່ທຸກຄົນ ຕາມການກະທຳຂອງຕົນ.
[28] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ໃນພວກເຈົ້າທີ່ຢືນຢູ່ໃນທີ່ນີ້ ບາງຄົນຈະບໍ່ຮູ້ຣົດຄວາມຕາຍ ຈົນກວ່າຈະໄດ້ເຫັນບຸດມະນຸດມາດ້ວຍຣາຊອຳນາດຂອງ^ພຣະອົງ.”