[1] ເມື່ອພຣະເຢຊູເຈົ້າເອີ້ນສາວົກສິບສອງຄົນຂອງ^ພຣະອົງມາພ້ອມກັນແລ້ວ, ພຣະອົງໃຫ້ສິດອຳນາດແກ່ພວກເພິ່ນ ເພື່ອຂັບໄລ່ຜີຊົ່ວຮ້າຍອອກ ແລະເພື່ອໃຫ້ພະຍາດໂຣຄາທັງການ^ເຈັບໄຂ້^ໄດ້ປ່ວຍທຸກຢ່າງ^ດີໄດ້.
[2] ພວກອັກຄະສາວົກສິບສອງຄົນນັ້ນ ຜູ້ທຳອິດຊື່ ຊີໂມນ (ຜູ້ທີ່ເອີ້ນວ່າເປໂຕ) ແລະ ອັນເດອານ້ອງຊາຍຂອງຕົນ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນເປັນລູກຊາຍຂອງ^ເຊເບດາຍ;
[3] ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍຄົນ^ເກັບພາສີ, ຢາໂກໂບລູກຊາຍຂອງ^ອາລະຟາຍ ແລະ ທາດາຍ,
[4] ຊີໂມນຜູ້ຮັກຊາດ ແລະ ຢູດາອິດສະກາຣີອົດ ຜູ້ທີ່ທໍລະຍົດຕໍ່ພຣະເຢຊູເຈົ້ານັ້ນ.
[5] ພຣະເຢຊູເຈົ້າໄດ້ໃຊ້ສິບສອງຄົນນີ້ອອກໄປ ໂດຍໃຫ້ຄຳສັ່ງດັ່ງນີ້: “ຢ່າໄປໃນທາງຂອງ^ພວກຕ່າງຊາດ ຫລືຢ່າເຂົ້າໄປໃນເມືອງຂອງ^ຊາວຊາມາເຣຍ.
[6] ແຕ່ຈົ່ງໄປຫາຝູງແກະທີ່ເສຍແຫ່ງປະຊາຊົນຂອງ^ຊາດອິດສະຣາເອນ.
[7] ເວລາເດີນທາງໄປນັ້ນ ຈົ່ງປະກາດວ່າ, ‘ອານາຈັກສະຫວັນມາໃກ້ແລ້ວ’
[8] ຈົ່ງເຮັດໃຫ້ຄົນເຈັບໄຂ້^ໄດ້ປ່ວຍຫາຍດີ ຈົ່ງເຮັດໃຫ້ຄົນຕາຍຄືນມີຊີວິດ, ຈົ່ງເຮັດໃຫ້ຜູ້ທີ່ເປັນພະຍາດ^ຂີ້ທູດຫາຍດີ ແລະຂັບໄລ່ຜີມານຮ້າຍອອກ, ພວກເຈົ້າໄດ້ຮັບລ້າໆໂດຍບໍ່ຄິດຄ່າຢ່າງໃດ ຈົ່ງໃຫ້ລ້າໆໂດຍບໍ່ຄິດຄ່າຢ່າງນັ້ນ.
[9] ຢ່າຖືຄຳ ຫລືເງິນ ຫລືທອງແດງໃສ່ຖົງໄປນຳ;
[10] ຢ່າເອົາຖົງໄປໃສ່ເຄື່ອງຂອງ^ຕາມທາງ ຫລືເຄື່ອງນຸ່ງຫົ່ມໄປ ຫລືເກີບ ຫລືໄມ້ເທົ້າໄປນຳ, ເພາະຄົນງານກໍສົມຄວນໄດ້ຮັບອາຫານກິນ.”
[11] “ເມື່ອພວກເຈົ້າໄປໃນເມືອງໃດຫລືບ້ານໃດ ຈົ່ງເຂົ້າໄປຫາຜູ້ທີ່ສົມຄວນຈະຕ້ອນຮັບພວກເຈົ້າ ແລະໃຫ້ອາໄສຢູ່ກັບເຂົາຈົນກວ່າຈາກໄປ.
[12] ເມື່ອພວກເຈົ້າເຂົ້າໄປໃນເຮືອນຫລັງໃດ ຈົ່ງຄຳນັບໄທເຮືອນນັ້ນ.
[13] ຖ້າໄທເຮືອນນັ້ນສົມຄວນຮັບພຣະພອນ ກໍຂໍໃຫ້ສັນຕິສຸກຂອງ^ເຈົ້າຢູ່ນຳເຮືອນນັ້ນ, ແຕ່ຖ້າໄທເຮືອນນັ້ນບໍ່ສົມຄວນຮັບພຣະພອນ ກໍໃຫ້ສັນຕິສຸກນັ້ນກັບຄືນມາສູ່ພວກເຈົ້າ.
[14] ຖ້າບ້ານໃດຫລືເມືອງໃດບໍ່ຕ້ອນຮັບພວກເຈົ້າ ຫລືບໍ່ຟັງພວກເຈົ້າ ຈົ່ງອອກໄປຈາກບ່ອນນັ້ນ ແລະສັ່ນຂີ້ຝຸ່ນທີ່ຕິດຕີນຂອງ^ພວກເຈົ້າອອກດ້ວຍ.
[15] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ໃນວັນພິພາກສາໂທດຊາວເມືອງ^ໂຊໂດມແລະໂກໂມຣາ ຈະທົນງ່າຍກວ່າໂທດຂອງ^ປະຊາຊົນໃນເມືອງນັ້ນ.”
[16] “ເບິ່ງແມ! ເຮົາໃຊ້ພວກເຈົ້າອອກໄປເໝືອນແກະຢູ່ໃນທ່າມກາງຝູງໝາໄນ. ສະນັ້ນ ຈົ່ງສະຫລາດເໝືອນງູ ແລະອ່ອນສຸພາບເໝືອນນົກເຂົາ.
[17] ຈົ່ງລະວັງໃຫ້ດີ. ດ້ວຍວ່າ, ຈະມີຄົນຈັບພວກເຈົ້າຂຶ້ນສານ ແລະເຂົາຈະຂ້ຽນຕີພວກເຈົ້າໃນທຳມະສາລາຂອງ^ພວກເຂົາ.
[18] ພວກເຈົ້າຈະຖືກລາກດຶງນຳຕົວຂຶ້ນໄປຢູ່ຕໍ່ໜ້າບັນດາຜູ້ມີອຳນາດ ແລະບັນດາກະສັດ ເພາະເຫັນແກ່ເຮົາ ເພື່ອຈະບອກຂ່າວປະເສີດແກ່ພວກເຂົາ ແລະແກ່ຄົນທີ່ບໍ່ເຊື່ອເໝືອນກັນ.
[19] ເມື່ອພວກເຂົາຈັບກຸມພວກເຈົ້າຂຶ້ນໄປນັ້ນ ຢ່າຄິດກະວົນ^ກະວາຍເລີຍວ່າ ພວກເຈົ້າຈະເວົ້າຫຍັງແດ່ ຫລືຈະເວົ້າແນວໃດ, ເມື່ອເຖິງເວລານັ້ນ ພວກເຈົ້າຈະໄດ້ຮັບຖ້ອຍຄຳທີ່ພວກເຈົ້າຈະເວົ້າ.
[20] ເພາະຖ້ອຍຄຳທີ່ພວກເຈົ້າຈະເວົ້ານັ້ນ ຈະບໍ່ມາຈາກພວກເຈົ້າເອງ, ແຕ່ແມ່ນພຣະວິນຍານຈາກພຣະບິດາຂອງ^ພວກເຈົ້າ ທີ່ຈະເປັນຜູ້ກ່າວໃນພວກເຈົ້າ.”
[21] “ອ້າຍເອື້ອຍນ້ອງຈະມອບກັນແລະກັນໃຫ້ເຖິງແກ່ຄວາມຕາຍ ແລະພໍ່ກໍຈະເຮັດຢ່າງດຽວກັນຕໍ່ລູກ, ລູກຈະຫັນມາຕໍ່ສູ້ພໍ່ແມ່ຂອງຕົນໃຫ້ເຖິງແກ່ຄວາມ^ຕາຍ.
[22] ຄົນທັງປວງຈະກຽດຊັງພວກເຈົ້າເພາະເຫັນແກ່ນາມຊື່ຂອງເຮົາ, ແຕ່ຜູ້ໃດທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ລອດພົ້ນ.
[23] ເມື່ອພວກເຂົາຂົ່ມເຫັງພວກເຈົ້າໃນເມືອງໜຶ່ງ ຈົ່ງໜີໄປຍັງເມືອງອື່ນ, ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ພວກເຈົ້າຈະບໍ່ທັນໄປໃນທົ່ວທຸກເມືອງຂອງ^ຊາດອິດສະຣາເອນ ກ່ອນທີ່ບຸດມະນຸດມາ.”
[24] “ສິດບໍ່ຫ່ອນໃຫຍ່ກວ່າຄູຂອງຕົນ ແລະຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ.
[25] ໃຫ້ສິດສະເໝີກັບຄູ ແລະຂ້ອຍໃຊ້ສະເໝີກັບນາຍຂອງຕົນກໍພໍແລ້ວ ຖ້າຄົນເອີ້ນຫົວໜ້າຄອບຄົວວ່າ, ເບເອນເຊບູນ ສະມາຊິກໃນຄອບຄົວກໍຈະຖືກປະນາມຍິ່ງກວ່ານັ້ນຫລາຍເທົ່າໃດໜໍ.”
[26] “ດັ່ງນັ້ນ ຢ່າສູ່ຢ້ານມະນຸດ ສິ່ງໃດທີ່ຖືກປິດບັງໄວ້ຈະຖືກເປີດເຜີຍ ສິ່ງໃດທີ່ເປັນຄວາມລັບຈະຖືກໄຂອອກໃຫ້ຮູ້.
[27] ສິ່ງທີ່ເຮົາກ່າວແກ່ພວກເຈົ້າໃນທີ່ມືດພວກເຈົ້າຈົ່ງກ່າວໃນທີ່ແຈ້ງ ແລະສິ່ງໃດທີ່ພວກເຈົ້າໄດ້ຍິນສຽງຊິ່ມເປັນທາງສ່ວນຕົວ ພວກເຈົ້າຈົ່ງປະກາດເທິງຫລັງຄາເຮືອນ.
[28] ຢ່າສູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ, ແຕ່ຂ້າຈິດວິນຍານບໍ່ໄດ້, ແຕ່ຈົ່ງຢ້ານພຣະເຈົ້າຜູ້ທີ່ທຳລາຍໄດ້ ທັງຮ່າງກາຍ ແລະຈິດວິນຍານໃນໄຟນະຣົກ.
[29] ນົກຈອກສອງໂຕເຂົາຂາຍລາຄາອັດໜຶ່ງບໍ່ແມ່ນບໍ? ແມ່ນແຕ່ນົກຈອກໂຕດຽວຈະຕົກລົງດິນກໍບໍ່ໄດ້ ຖ້າພຣະບິດາເຈົ້າຂອງ^ພວກເຈົ້າບໍ່ເຫັນພ້ອມ.
[30] ສຳລັບພວກເຈົ້າແມ່ນແຕ່ຜົມເທິງຫົວຂອງ^ເຈົ້າ ກໍຖືກນັບໄວ້ໝົດທຸກເສັ້ນແລ້ວ.
[31] ດັ່ງນັ້ນ ຢ່າສູ່ຢ້ານ ພວກເຈົ້າກໍປະເສີດຫລາຍກວ່ານົກຈອກຫລາຍໂຕ.”
[32] “ທຸກຄົນທີ່ຮັບເຮົາຕໍ່ໜ້າມະນຸດ ເຮົາກໍຈະຮັບຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ.
[33] ແຕ່ຖ້າຜູ້ໃດປະຕິເສດເຮົາຕໍ່ໜ້າມະນຸດ ເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ.”
[34] “ຢ່າຄິດວ່າເຮົານຳຄວາມ^ສະຫງົບສຸກມາສູ່ໂລກ, ເຮົາບໍ່ໄດ້ມາເພື່ອນຳຄວາມ^ສະຫງົບສຸກມາໃຫ້ ແຕ່ໃຫ້ມີດາບ.
[35] ເຮົາໄດ້ມາເພື່ອເຮັດໃຫ້ລູກຊາຍບໍ່ຖືກກັນກັບພໍ່, ລູກສາວບໍ່ຖືກກັນກັບແມ່, ລູກໃພ້ບໍ່ຖືກກັບແມ່ຍ່າ,
[36] ແລະສະມາຊິກໃນຄອບຄົວຂອງຕົນກໍຈະເປັນສັດຕູຜູ້ຮ້າຍຕໍ່ກັນ.”
[37] “ຜູ້ທີ່ຮັກພໍ່ແມ່ຂອງຕົນຫລາຍກວ່າເຮົາ ກໍບໍ່ສົມຄວນເປັນສາວົກຂອງເຮົາ, ຜູ້ທີ່ຮັກລູກຊາຍຫລືລູກສາວຂອງຕົນຫລາຍກວ່າເຮົາ ກໍບໍ່ສົມຄວນເປັນສາວົກຂອງເຮົາ.
[38] ຜູ້ທີ່ບໍ່ຮັບເອົາໄມ້ກາງແຂນຂອງຕົນ ແລະຕິດຕາມເຮົາໄປ ກໍບໍ່ສົມຄວນເປັນສາວົກຂອງເຮົາ.
[39] ຜູ້ທີ່ຮັກສາຊີວິດຂອງຕົນໄວ້ ກໍຈະເສຍຊີວິດ, ແຕ່ຜູ້ທີ່ເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ກໍຈະໄດ້ຊີວິດ.”
[40] “ຜູ້ທີ່ຕ້ອນຮັບພວກເຈົ້າກໍຕ້ອນຮັບເຮົາ ແລະຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ.
[41] ຜູ້ທີ່ຕ້ອນຮັບຜູ້^ປະກາດ^ພຣະທຳ ເພາະເປັນຜູ້^ປະກາດ^ພຣະທຳ ກໍຈະໄດ້ບຳເໜັດເໝືອນຜູ້^ປະກາດ^ພຣະທຳ ແລະຜູ້ທີ່ຕ້ອນຮັບຄົນຊອບທຳ ເພາະເປັນຄົນຊອບທຳ ກໍຈະໄດ້ຮັບບຳເໜັດເໝືອນຄົນຊອບທຳ.
[42] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ຖ້າຜູ້ໃດຈະເອົານໍ້າເຢັນພຽງຈອກດຽວ ໃຫ້ຜູ້ຕໍ່າຕ້ອຍທີ່ສຸດໃນຈຳພວກນີ້ດື່ມ ເພາະເປັນສິດຂອງເຮົາ ຜູ້ນັ້ນກໍຈະໄດ້ຮັບບຳເໜັດຢ່າງແນ່ນອນ.”