[1] ນີ້ແມ່ນຂ່າວປະເສີດເລື່ອງພຣະເຢຊູ^ຄຣິດເຈົ້າ ພຣະບຸດຂອງ^ພຣະເຈົ້າ
[2] ເລີ່ມຕົ້ນຕາມທີ່ພຣະເຈົ້າໄດ້ກ່າວໃຫ້ຜູ້ທຳນວາຍເອຊາຢາໄດ້ຂຽນໄວ້ດັ່ງນີ້: “ເຮົາຈະໃຊ້ຜູ້ນຳຂ່າວຂອງເຮົາ ໄປກ່ອນໜ້າທ່ານ. ເພື່ອໄຂຫົນທາງໄວ້ສຳລັບທ່ານ.”
[3] “ແມ່ນສຽງຂອງ^ຄົນໜຶ່ງທີ່ຮ້ອງປະກາດ ໃນຖິ່ນ^ແຫ້ງແລ້ງ^ກັນດານ ວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບ ອົງພຣະ^ຜູ້^ເປັນເຈົ້າ, ຄືເຮັດທາງໃຫ້ຊື່ສຳລັບພຣະອົງ ຈະເດີນໄປ’”
[4] ສະນັ້ນ ໂຢຮັນບັບຕິສະໂຕຈຶ່ງໄດ້ປາກົດຕົວໃນຖິ່ນ^ແຫ້ງແລ້ງ^ກັນດານ ໂດຍໃຫ້ຮັບບັບຕິສະມາ ແລະປະກາດ. “ຈົ່ງຖິ້ມໃຈເກົ່າ^ເອົາໃຈໃໝ່ ແລະຮັບບັບຕິສະມາ ແລ້ວພຣະເຈົ້າກໍຈະອະໄພການບາບໃຫ້ທ່ານ.”
[5] ປະຊາຊົນຢ່າງຫລວງຫລາຍຈາກແຂວງຢູດາຍ ແລະຈາກນະຄອນເຢຣູຊາເລັມໄດ້ອອກໄປຫາໂຢຮັນ, ພວກເຂົາໄດ້ສາລະພາບການບາບຂອງ^ພວກຕົນ ແລະໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນໍ້າ^ຈໍແດນ.
[6] ໂຢຮັນນຸ່ງເຄື່ອງທີ່ເຮັດດ້ວຍຂົນອູດ ໃສ່ສາຍໜັງຮັດແອວ ແລະກິນຕັກແຕນກັບນໍ້າເຜິ້ງປ່າເປັນອາຫານ.
[7] ເພິ່ນໄດ້ປະກາດແກ່ປະຊາຊົນວ່າ, “ຜູ້ທີ່ຈະມາພາຍຫລັງເຮົາ ກໍຍິ່ງໃຫຍ່ກວ່າເຮົາ ຊຶ່ງເຮົາບໍ່ສົມຄວນທີ່ຈະກົ້ມລົງແກ້ ແມ່ນແຕ່ສາຍຮັດເກີບຂອງ^ເພິ່ນ.
[8] ຝ່າຍເຮົາໃຫ້ເຈົ້າ^ທັງຫລາຍຮັບບັບຕິສະມາໃນນໍ້າ ແຕ່ເພິ່ນຜູ້ນັ້ນຈະໃຫ້ເຈົ້າ^ທັງຫລາຍຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດເຈົ້າ.”
[9] ຕໍ່ຈາກນັ້ນມາບໍ່ດົນ ພຣະເຢຊູເຈົ້າໄດ້ຈາກໝູ່ບ້ານນາຊາເຣັດໃນແຂວງຄາລີເລ ແລະຮັບບັບຕິສະມາຈາກໂຢຮັນໃນແມ່ນໍ້າ^ຈໍແດນ.
[10] ໃນເວລາທີ່ພຣະເຢຊູເຈົ້າຂຶ້ນຈາກນໍ້ານັ້ນ ພຣະອົງເງີຍໜ້າສູ່ທ້ອງຟ້າຈຶ່ງເຫັນຟ້າເປີດອອກ ແລະມີພຣະວິນຍານເໝືອນນົກເຂົາລົງມາຢູ່ເທິງພຣະອົງ.
[11] ແລະ ໄດ້ມີສຽງໜຶ່ງດັງອອກມາຈາກທ້ອງຟ້າວ່າ, “ທ່ານເປັນບຸດທີ່ຮັກຂອງເຮົາ, ເຮົາພໍໃຈໃນທ່ານຫລາຍ.”
[12] ໃນທັນໃດນັ້ນ ພຣະວິນຍານໄດ້ພາພຣະອົງເຂົ້າໄປໃນຖິ່ນ^ແຫ້ງແລ້ງ^ກັນດານ,
[13] ບ່ອນທີ່ພຣະອົງຖືກມານຊາຕານທົດລອງເປັນເວລາສີ່ສິບວັນ ພຣະອົງຢູ່ທ່າມກາງເຫລົ່າສັດຮ້າຍ, ແຕ່ມີພວກເທວະດາໄດ້ມາບົວລະບັດພຣະອົງ.
[14] ຫລັງຈາກໂຢຮັນຖືກຈັບໃສ່ຄຸກແລ້ວ ພຣະເຢຊູເຈົ້າໄດ້ໄປປະກາດຂ່າວປະເສີດຂອງ^ພຣະເຈົ້າທີ່ແຂວງຄາລີເລ.
[15] ພຣະອົງກ່າວວ່າ, “ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ ແລະຣາຊອານາຈັກຂອງ^ພຣະເຈົ້າກໍມາໃກ້ແລ້ວ ຈົ່ງຖິ້ມໃຈເກົ່າ^ເອົາໃຈໃໝ່ ແລະເຊື່ອໃນຂ່າວປະເສີດ.”
[16] ໃນຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລນັ້ນ ພຣະອົງໄດ້ເຫັນຊີໂມນ ແລະ ອັນເດອານ້ອງຊາຍຂອງ^ຊີໂມນກຳລັງໃຊ້ມອງຫາປາຢູ່.
[17] ພຣະເຢຊູເຈົ້າຊົງກ່າວແກ່ພວກເພິ່ນວ່າ, “ຈົ່ງຕາມເຮົາມາ ແລະເຮົາຈະບັນດານພວກເຈົ້າໃຫ້ເປັນຜູ້ຫາຄົນແທນຫາປາ.”
[18] ໃນທັນໃດນັ້ນ ຊາຍທັງສອງກໍປະມອງຂອງຕົນ ແລະຕິດຕາມພຣະອົງໄປ.
[19] ເມື່ອພຣະອົງເດີນທາງໄປອີກໜ້ອຍໜຶ່ງ ພຣະອົງກໍເຫັນຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນ ພວກເພິ່ນເປັນລູກຊາຍຂອງ^ເຊເບດາຍ ສອງຄົນນີ້ກຳລັງແປງມອງຂອງຕົນຢູ່ໃນເຮືອ.
[20] ພໍພຣະເຢຊູເຈົ້າເຫັນຈຶ່ງເອີ້ນເອົາພວກເພິ່ນ ຊາຍທັງສອງຈຶ່ງປະພໍ່ຂອງຕົນ ຄືເຊເບດາຍກັບລູກຈ້າງໄວ້ໃນເຮືອ ແລະໄປກັບພຣະອົງ.
[21] ພຣະເຢຊູເຈົ້າກັບບັນດາສາວົກຂອງ^ພຣະອົງ ໄດ້ມາຍັງເມືອງກາເປນາອູມ ແລະເຖິງວັນ^ຊະບາໂຕ ພຣະອົງໄດ້ເຂົ້າໄປໃນທຳມະສາລາ ແລະໄດ້ຕັ້ງຕົ້ນສັ່ງສອນ.
[22] ປະຊາຊົນທີ່ໄດ້ຍິນຕ່າງກໍປະຫລາດ^ໃຈໃນຄຳສອນຂອງ^ພຣະອົງ ພຣະອົງໄດ້ສັ່ງສອນດ້ວຍສິດອຳນາດບໍ່ເໝືອນພວກທຳມະຈານ.
[23] ໃນຂະນະນັ້ນ ມີຊາຍຄົນໜຶ່ງທີ່ມີຜີຊົ່ວຮ້າຍສິງຢູ່ ໄດ້ມາຍັງທຳມະສາລາ ແລະຮ້ອງຂຶ້ນວ່າ,
[24] “ເຢຊູໄທນາຊາເຣັດ^ເອີຍ ທ່ານມາຫຍຸ້ງກ່ຽວນຳພວກເຮົາເຮັດຫຍັງ? ທ່ານມາທີ່ນີ້ເພື່ອທຳລາຍພວກເຮົາບໍ? ພວກເຮົາຮູ້ແລ້ວວ່າທ່ານເປັນຜູ້ໃດ ກໍເປັນຜູ້ບໍຣິສຸດຂອງ^ພຣະເຈົ້າ.”
[25] ພຣະເຢຊູເຈົ້າສັ່ງຜີຊົ່ວຮ້າຍນັ້ນວ່າ, “ມິດແມ ແລະອອກຈາກຊາຍຄົນນີ້ສາ.”
[26] ຜີຊົ່ວຮ້າຍໄດ້ເຮັດໃຫ້ລາວຊັກດິ້ນຢ່າງແຮງ ຮ້ອງສຽງດັງ ແລະມັນກໍອອກໄປຈາກລາວ.
[27] ປະຊາຊົນທຸກຄົນຕ່າງກໍງຶດປະຫລາດ^ໃຈ ແລະເວົ້າກັນວ່າ, “ນີ້ແມ່ນຫຍັງກັນ? ຄຳສັ່ງສອນໃໝ່ມີສິດອຳນາດແທ້ ເພາະທ່ານຜູ້ນີ້ສັ່ງຜີຊົ່ວຮ້າຍ ແລະມັນກໍຍອມຟັງຄວາມ^ເພິ່ນ.”
[28] ດັ່ງນັ້ນ ຊື່ສຽງຂອງ^ພຣະເຢຊູເຈົ້າຈຶ່ງຊ່າລືໄປທົ່ວທຸກທີ່ທຸກບ່ອນໃນແຂວງຄາລີເລ.
[29] ໃນຂະນະນັ້ນ ພຣະເຢຊູເຈົ້າກໍອອກຈາກທຳມະສາລາພ້ອມກັບຢາໂກໂບ ແລະ ໂຢຮັນໄປຍັງເຮືອນຂອງ^ຊີໂມນ ແລະ ອັນເດອາ.
[30] ແມ່ເມຍຂອງ^ຊີໂມນນອນຢູ່ ເພາະວ່ານາງເປັນໄຂ້ ພໍພຣະເຢຊູເຈົ້າມາຮອດ ເຂົາຈຶ່ງບອກເລື່ອງຂອງ^ນາງໃຫ້ພຣະອົງຮູ້.
[31] ພຣະອົງຈຶ່ງໄປຫາ ແລະຈັບມືນາງໃຫ້ລຸກຂຶ້ນ ໃນທັນໃດນັ້ນ ໄຂ້ກໍຫາຍ ແລະນາງກໍຄອຍບົວລະບັດຮັບໃຊ້ພຣະອົງແລະພວກສາວົກ.
[32] ເມື່ອຍາມແລງພໍຕາເວັນຕົກດິນ ປະຊາຊົນກໍພາທຸກຄົນທີ່ເຈັບປ່ວຍ ແລະມີຜີມານຮ້າຍສິງມາຫາພຣະເຢຊູເຈົ້າ.
[33] ປະຊາຊົນໃນເມືອງທັງໝົດໄດ້ມາອັ່ງອໍກັນຢູ່ປະຕູເຮືອນ.
[34] ພຣະເຢຊູເຈົ້າໄດ້ຊົງໂຜດຫລາຍຄົນ ທີ່ເຈັບໄຂ້^ໄດ້ປ່ວຍດ້ວຍພະຍາດທຸກຊະນິດໃຫ້ຫາຍດີ ແລະຂັບໄລ່ຜີມານຮ້າຍຫລາຍໂຕອອກໄປ ພຣະອົງບໍ່ອະນຸຍາດໃຫ້ຜີມານຮ້າຍທັງຫລາຍເວົ້າຫຍັງຈັກຄຳ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ.
[35] ເຊົ້າວັນໃໝ່ເວລາຍັງມືດຢູ່ ພຣະເຢຊູເຈົ້າໄດ້ລຸກຂຶ້ນ ແລະໄປຍັງທີ່ສະຫງັດ ແລ້ວພາວັນນາ^ອະທິຖານຢູ່ທີ່ນັ້ນ.
[36] ແຕ່ຊີໂມນກັບເພື່ອນທີ່ຢູ່ນຳກັນ ໄດ້ອອກໄປຊອກຫາພຣະອົງ,
[37] ເມື່ອພົບແລ້ວພວກເພິ່ນກໍເວົ້າວ່າ, “ທຸກຄົນກຳລັງຊອກຫາທ່ານຢູ່.”
[38] ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ໃຫ້ພວກເຮົາໄປຍັງບ່ອນອື່ນທີ່ເມືອງໃກ້ຄຽງ, ເພື່ອເຮົາຈະປະກາດຂ່າວປະເສີດໃຫ້ປະຊາຊົນໃນທີ່ເຫລົ່ານັ້ນດ້ວຍ, ເຮົາໄດ້ມາກໍເພື່ອຈະກະທຳການນີ້ແຫລະ.”
[39] ດັ່ງນັ້ນ ພຣະອົງຈຶ່ງໄດ້ໄປທົ່ວແຂວງຄາລີເລໄດ້ສັ່ງສອນໃນທຳມະສາລາ ແລະຂັບໄລ່ພວກຜີມານຮ້າຍທັງຫລາຍໃຫ້ອອກໄປ.
[40] ມີຊາຍຄົນໜຶ່ງທີ່ເປັນພະຍາດ^ຂີ້ທູດ ມາຫາພຣະເຢຊູເຈົ້າເພື່ອຂໍໃຫ້ພຣະອົງຊ່ວຍ, ລາວຄຸເຂົ່າລົງຕໍ່ໜ້າພຣະອົງແລ້ວເວົ້າວ່າ, “ຖ້າທ່ານພໍໃຈ ກໍຈະເຮັດໃຫ້ຂ້ານ້ອຍສະອາດດີໄດ້.”
[41] ພຣະເຢຊູເຈົ້າມີໃຈສົງສານຄົນນັ້ນ ຈຶ່ງເດ່ມືອອກໄປແຕະຕ້ອງລາວໂດຍກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດສາ”
[42] ໃນທັນໃດນັ້ນ ພະຍາດ^ຂີ້ທູດກໍຫາຍໄປຈາກຊາຍຄົນນີ້ ແລະລາວຈຶ່ງດີສະອາດ.
[43] ແລ້ວພຣະເຢຊູເຈົ້າກໍເຕືອນລາວຢ່າງເຂັ້ມງວດ ແລະບອກລາວໃຫ້ໜີໄປໃນທັນທີທັນໃດ
[44] ໂດຍສັ່ງໃຫ້ລາວວ່າ, “ຢ່າບອກເລື່ອງນີ້ສູ່ຜູ້ໃດຟັງເປັນອັນຂາດ ແຕ່ຈົ່ງໄປຫາປະໂຣຫິດເພື່ອໃຫ້ເພິ່ນກວດເບິ່ງເຈົ້າວ່າດີສະອາດແລ້ວ ຕໍ່ຈາກນັ້ນໃຫ້ເຈົ້າຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ ເພື່ອເປັນຫລັກຖານຢັ້ງຢືນວ່າ ເຈົ້າດີສະອາດແລ້ວ.”
[45] ແຕ່ຊາຍຄົນນີ້ພໍຈາກໄປແລ້ວ ລາວກໍປະກາດຂ່າວນີ້ໃຫ້ຊ່າລືໄປທົ່ວທຸກບ່ອນ. ຍ້ອນຂ່າວນີ້ ພຣະເຢຊູເຈົ້າຈຶ່ງບໍ່ອາດເຂົ້າໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ, ແຕ່ພຣະອົງໄດ້ໄປອາໄສຢູ່ນອກເມືອງ ໃນບ່ອນປ່ຽວ ເຖິງປານນັ້ນ ກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ.