[1] ໃນຂະນະນັ້ນ ພວກສາວົກມາຫາພຣະເຢຊູເຈົ້າ ແລະຖາມວ່າ, “ຜູ້ໃດເປັນໃຫຍ່ໃນຣາຊອານາຈັກສະຫວັນ?”
[2] ພຣະອົງເອີ້ນເອົາເດັກນ້ອຍຄົນໜຶ່ງມາຢືນຢູ່ທ່າມກາງພວກເພິ່ນ
[3] ແລະກ່າວວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ຖ້າພວກເຈົ້າບໍ່ກັບໃຈ ແລະກາຍເປັນເໝືອນເດັກນ້ອຍ ພວກເຈົ້າຈະເຂົ້າໄປໃນຣາຊອານາຈັກສະຫວັນບໍ່ໄດ້ຈັກເທື່ອ.
[4] ຜູ້ເປັນໃຫຍ່ທີ່ສຸດໃນຣາຊອານາຈັກສະຫວັນ ແມ່ນຜູ້ທີ່ຖ່ອມຕົວລົງເໝືອນດັ່ງເດັກນ້ອຍຜູ້ນີ້.
[5] ແລະ ຜູ້ໃດທີ່ຕ້ອນຮັບເດັກນ້ອຍຜູ້ໜຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ.”
[6] “ຖ້າຜູ້ໃດເປັນຕົ້ນເຫດ ພາໃຫ້ເດັກນ້ອຍຄົນໜຶ່ງໃນບັນດາເດັກນ້ອຍເຫລົ່ານີ້ ທີ່ເຊື່ອໃນເຮົາຕົກໃນບາບ ແມ່ນຈະເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ ແລະຖິ້ມລົງໃນທະເລເລິກເສຍກໍດີກວ່າ.
[7] ວິບັດແກ່ໂລກນີ້ ເພາະເຫດລໍ້ລວງມະນຸດໃຫ້ຕົກໃນບາບ ເຫດການນີ້ຈະເກີດຂຶ້ນສະເໝີ, ແຕ່ວິບັດແກ່ຄົນນັ້ນ ຜູ້ທີ່ເປັນຕົ້ນເຫດເຮັດໃຫ້ຕົກໃນບາບ.”
[8] “ຖ້າມືຫລືຕີນຂອງ^ເຈົ້າເປັນຕົ້ນເຫດເຮັດໃຫ້ຕົກໃນບາບ ຈົ່ງຕັດຖິ້ມເສຍ ມີມືຫລືຕີນເບື້ອງດຽວເຂົ້າສູ່ຊີວິດ ກໍດີກວ່າມີມືຫລືຕີນທັງສອງເບື້ອງ ແຕ່ຕ້ອງໂຍນຖິ້ມໃສ່ໃນບຶງໄຟທີ່ໄໝ້ຢູ່ເປັນນິດ.
[9] ແລະຖ້າຕາຂອງ^ເຈົ້າເປັນຕົ້ນເຫດພາໃຫ້ຕົກໃນບາບ ຈົ່ງຄວັດມັນອອກຖິ້ມເສຍ ມີຕາເບື້ອງດຽວເຂົ້າສູ່ຊີວິດ ກໍດີກວ່າມີຕາທັງສອງເບື້ອງ, ແຕ່ຕ້ອງໂຍນຖິ້ມໃສ່ບຶງໄຟນະຣົກ.”
[10] “ຈົ່ງລະວັງໃຫ້ດີ ຢ່າດູໝິ່ນເດັກນ້ອຍເຫລົ່ານີ້ແມ່ນແຕ່ຜູ້ໜຶ່ງ, ເຮົາບອກພວກເຈົ້າວ່າ ເທວະດາປະຈຳຂອງ^ເຂົາໃນສະຫວັນເຝົ້າຢູ່ສະເໝີ ຕໍ່ພຣະພັກພຣະບິດາເຈົ້າຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ. [
[11] ດ້ວຍວ່າ, ບຸດມະນຸດໄດ້ມາໂຜດເອົາຜູ້ທີ່ຫລົງເສຍໄປແລ້ວນັ້ນໃຫ້ພົ້ນ ]
[12] ພວກເຈົ້າຄິດຢ່າງໃດ? ຖ້າຄົນຜູ້ໜຶ່ງມີແກະຢູ່ຮ້ອຍໂຕ ແລະໂຕໜຶ່ງຫລົງເສຍໄປຈາກຝູງ? ລາວຈະບໍ່ປະແກະເກົ້າສິບ^ເກົ້າໂຕໄວ້ຢູ່ຫັ້ນ ແລ້ວໄປຊອກຫາໂຕທີ່ຫລົງເສຍໄປນັ້ນບໍ?
[13] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ຖ້າພົບແກະໂຕທີ່ເສຍແລ້ວ ຜູ້ນັ້ນຄົງມີຄວາມ^ຊົມຊື່ນ^ຍິນດີໃນແກະໂຕນັ້ນ ຫລາຍກວ່າແກະເກົ້າສິບ^ເກົ້າໂຕທີ່ບໍ່ຫລົງເສຍໄປ.
[14] ດັ່ງນັ້ນແຫລະ ພຣະບິດາຂອງ^ພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນ ກໍບໍ່ປາຖະໜາໃຫ້ເດັກນ້ອຍເຫລົ່ານີ້ຈິບຫາຍແມ່ນແຕ່ຄົນດຽວ.”
[15] “ຖ້າພີ່ນ້ອງຂອງ^ເຈົ້າເຮັດບາບຕໍ່ສູ້ເຈົ້າ ຈົ່ງໄປຕັກເຕືອນລາວໃຫ້ຮູ້ຄວາມຜິດດ້ວຍຕົນເອງກັບລາວເທົ່ານັ້ນ ຖ້າລາວຍອມຟັງເຈົ້າ ກໍໄດ້ພີ່ນ້ອງຄືນມາ.
[16] ແຕ່ຖ້າລາວບໍ່ຟັງເຈົ້າ ຈົ່ງນຳເອົາຄົນໜຶ່ງ ຫລືສອງຄົນໄປກັບເຈົ້າ ເພື່ອໃຫ້ເປັນພະຍານສອງຫລືສາມປາກ ເພື່ອວ່າທຸກໆຖ້ອຍຄຳນັ້ນຈະລວມເປັນຫລັກຖານ.
[17] ແຕ່ຖ້າລາວບໍ່ຟັງຄົນເຫລົ່ານີ້ ຈົ່ງໄປແຈ້ງເລື່ອງທັງໝົດຕໍ່ຄຣິສຕະຈັກ ແລະຖ້າລາວບໍ່ຟັງຄຣິສຕະຈັກ ກໍໃຫ້ຖືວ່າຄົນນີ້ເປັນເໝືອນຄົນບໍ່ເຊື່ອພຣະເຈົ້າ ແລະເປັນເໝືອນຄົນ^ເກັບພາສີ.”
[18] “ດັ່ງນັ້ນ ເຮົາຈຶ່ງບອກພວກເຈົ້າຕາມ^ຄວາມຈິງວ່າ, ສິ່ງໃດທີ່ພວກເຈົ້າຈະຜູກມັດໄວ້ເທິງແຜ່ນດິນ^ໂລກ^ນີ້ ສິ່ງນັ້ນກໍຈະຖືກຜູກມັດໄວ້ໃນສະຫວັນ ແລະສິ່ງໃດທີ່ພວກເຈົ້າແກ້ໃນແຜ່ນດິນ^ໂລກ^ນີ້ ສິ່ງນັ້ນກໍຈະຖືກແກ້ໃຫ້ຫລຸດເສຍແລ້ວໃນສະຫວັນເໝືອນກັນ.”
[19] “ເຮົາບອກພວກເຈົ້າອີກວ່າ, ເມື່ອໃດສອງຄົນໃນພວກເຈົ້າຮ່ວມໃຈກັນຂໍສິ່ງໃດ^ສິ່ງໜຶ່ງເທິງແຜ່ນດິນ^ໂລກ^ນີ້ ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນຈະເຮັດໃຫ້ເປັນໄປຕາມນັ້ນ.
[20] ດ້ວຍວ່າ, ມີສອງຫລືສາມຄົນມາຮ່ວມປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ທ່າມກາງພວກເຂົາໃນບ່ອນນັ້ນແຫລະ.”
[21] ແລ້ວເປໂຕກໍມາຫາພຣະເຢຊູເຈົ້າ ແລະຖາມວ່າ, “ພຣະອົງເຈົ້າ^ເອີຍ ຖ້າພີ່ນ້ອງຂອງ^ຂ້ານ້ອຍເຮັດຜິດຕໍ່ຂ້ານ້ອຍ, ຂ້ານ້ອຍຕ້ອງຍົກໂທດໃຫ້ລາວຈັກເທື່ອ? ເຖິງເຈັດເທື່ອບໍ?”
[22] ພຣະເຢຊູເຈົ້າຊົງຕອບວ່າ, “ບໍ່ແມ່ນເຈັດເທື່ອ ແຕ່ແມ່ນເຈັດສິບເທື່ອຄູນເຈັດ
[23] ດ້ວຍເຫດນັ້ນແຫລະ, ຣາຊອານາຈັກສະຫວັນກໍປຽບເໝືອນດັ່ງກະສັດອົງໜຶ່ງ ຢາກຄິດບັນຊີກັບຜູ້ຮັບໃຊ້ຂອງຕົນ.
[24] ເມື່ອເພິ່ນເລີ່ມຕົ້ນຄິດບັນຊີຢູ່ ກໍມີຜູ້ຮັບໃຊ້ຄົນໜຶ່ງຖືກນຳຕົວເຂົ້າມາ ເພາະລາວເປັນໜີ້ເພິ່ນໝື່ນຕະລັນຕົນ.
[25] ເມື່ອລາວບໍ່ມີສິ່ງໃດເພື່ອໃຊ້ໜີ້ຄືນ ສະນັ້ນ ກະສັດຈຶ່ງສັ່ງໃຫ້ຂາຍຕົວພ້ອມທັງເມຍແລະລູກ ຕະຫລອດທັງທຸກສິ່ງທີ່ລາວມີເພື່ອເອົາເງິນມາໃຊ້ໜີ້.
[26] ຄົນ^ຮັບໃຊ້ຜູ້ນັ້ນຈຶ່ງຂາບລົງຕໍ່ໜ້າກະສັດ ແລະວອນຂໍຕໍ່ເພິ່ນວ່າ, ‘ຂໍໂຜດຜ່ອນຜັນໃຫ້ຂ້ານ້ອຍກ່ອນ ແລ້ວຂ້ານ້ອຍຈະໃຊ້ແທນຄືນໃຫ້ຄົບໝົດ’
[27] ກະສັດຄິດເມດຕາສົງສານລາວ. ດັ່ງນັ້ນ ເພິ່ນຈຶ່ງຍົກໜີ້ໃຫ້ແລ້ວປ່ອຍໃຫ້ລາວໄປ.
[28] ຕໍ່ມາ ຊາຍຜູ້ນີ້ອອກໄປແລ້ວ ກໍພົບເພື່ອນຜູ້ຮັບໃຊ້ຄົນໜຶ່ງ ທີ່ເປັນໜີ້ຕົນບໍ່ເທົ່າໃດສິບຕະລັນຕົນ ລາວຈຶ່ງຄວ້າຈັບຄໍຄົນນັ້ນບີບເຂົ້າແໜ້ນໆ ແລະເວົ້າວ່າ ‘ໃຊ້ໜີ້ກູແມ’
[29] ເພື່ອນຜູ້ຮັບໃຊ້ຄົນນັ້ນຈຶ່ງຂາບລົງວອນຂໍວ່າ, ‘ຂໍຜ່ອນຜັນໃຫ້ເຮົາກ່ອນທ້ອນ ແລ້ວເຮົາຈະໃຊ້ເຈົ້າຄືນ’
[30] ແຕ່ລາວບໍ່ຍອມໃຫ້ ແລະສັ່ງຈັບລູກໜີ້ຂັງຄຸກໄວ້ ຈົນກວ່າຈະໃຊ້ໜີ້ນັ້ນ.
[31] ເມື່ອພວກຜູ້ຮັບໃຊ້ດ້ວຍກັນເຫັນເຫດການທີ່ເກີດຂຶ້ນແລ້ວ ກໍເປັນທຸກໃຈຫລາຍ ຈຶ່ງໄປແຈ້ງເລື່ອງລາວທັງໝົດໃຫ້ກະສັດຮັບຮູ້.
[32] ດັ່ງນັ້ນ ກະສັດຈຶ່ງເອີ້ນຜູ້ຮັບໃຊ້ຄົນນັ້ນມາພົບ ແລະກ່າວຕໍ່ລາວວ່າ, ‘ອ້າຍຂີ້ຂ້າຊາດຊົ່ວ ເຮົາໄດ້ຍົກໜີ້ທັງໝົດໃຫ້ເຈົ້າ ເພາະເຈົ້າໄດ້ວອນຂໍນຳເຮົາ.
[33] ເຈົ້າຄວນຈະສົງສານເພື່ອນຜູ້ຮັບໃຊ້ດ້ວຍກັນ ເໝືອນດັ່ງທີ່ເຮົາໄດ້ສົງສານເຈົ້າບໍ່ແມ່ນບໍ?’
[34] ກະສັດໂກດຮ້າຍຫລາຍ ແລະເພິ່ນກໍສັ່ງໃຫ້ເອົາຜູ້ຮັບໃຊ້ຄົນນັ້ນໄປຂັງໄວ້ຄຸກທໍລະມານ ຈົນກວ່າລາວໃຊ້ໜີ້ຄືນໝົດ.
[35] ສະນັ້ນ ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ ກໍຈະເຮັດຢ່າງນັ້ນແກ່ພວກເຈົ້າທຸກຄົນ ຖ້າແຕ່ລະຄົນໃນພວກເຈົ້າບໍ່ຍົກໂທດໃຫ້ພີ່ນ້ອງຂອງຕົນດ້ວຍໃຈ^ຈິງ.”