Skip to content
Opens in a new window
Listen to this chapter • 5:08

[1] ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ^ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ.

[2] ແລະ​ຖາມ​ວ່າ, “ເດັກ​ທີ່​ຫາ​ກໍ​ເກີດ​ມາ​ເປັນ​ກະສັດ​ຂອງ^ຊາວ​ຢິວ​ນັ້ນ​ຢູ່​ໃສ? ພວກເຮົາ​ໄດ້​ເຫັນ​ດາວ​ຂອງ^ເພິ່ນ​ປາກົດ​ຂຶ້ນ​ທາງທິດ^ຕາເວັນອອກ ແລະ​ພວກເຮົາ​ໄດ້​ມາ​ເພື່ອ​ຂາບໄຫວ້​ນະມັດສະການ​ເພິ່ນ.”

[3] ເມື່ອ​ກະສັດ​ເຮໂຣດ​ໄດ້ຍິນ​ເຊັ່ນ​ນີ້​ແລ້ວ, ກໍ​ກັງວົນ^ໃຈ​ຫລາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ​ກໍ​ເໝືອນກັນ​ດ້ວຍ.

[4] ເພິ່ນ​ໄດ້​ເອີ້ນ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລ້ວ​ເພິ່ນ​ກໍ​ຖາມ​ພວກເຂົາ​ວ່າ, “ພຣະຄຣິດ​ນັ້ນ ຈະ​ບັງ​ເກີດ​ຢູ່​ທີ່​ໃດ?”

[5] ພວກເຂົາ​ຕອບ​ວ່າ, “ຢູ່​ໃນ​ເມືອງ^ເບັດເລເຮັມ​ແຂວງ​ຢູດາຍ ເພາະ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ດັ່ງນີ້​ວ່າ,

[6] ‘ເບັດເລເຮັມ​ໃນ​ດິນແດນ​ຢູດາຍ^ເອີຍ, ເຈົ້າ​ກໍ​ບໍ່ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ ໃນ​ບັນດາ​ເມືອງ​ໃຫຍ່ໆ​ຂອງ^ຢູດາຍ ເພາະ​ຜູ້ນຳ​ຄົນ​ໜຶ່ງ​ຈະ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ມາ​ປົກຄອງ​ປະຊາຊົນ​ຂອງເຮົາ ຄື ຊາວ​ອິດສະຣາເອນ.’”

[7] ດັ່ງນັ້ນ ເຮໂຣດ​ຈຶ່ງ​ເອີ້ນ​ພວກ​ໂຫຣາຈານ​ເຂົ້າ​ມາ​ທາງ​ລັບ ແລະ​ສືບຖາມ​ເອົາ​ຄວາມ^ນຳ​ພວກເຂົາ​ເຖິງ​ເວລາ​ອັນ​ແນ່ນອນ​ທີ່​ດາວ​ນັ້ນ​ໄດ້​ປາກົດ​ຂຶ້ນ.

[8] ແລ້ວ​ເພິ່ນ​ກໍ​ໃຊ້​ພວກ​ໂຫຣາຈານ​ໄປ​ທີ່​ເມືອງ^ເບັດເລເຮັມ ແລະ​ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ໄປ​ຊອກ​ຫາ​ກຸມມານ​ນັ້ນ​ຢ່າງ​ຄັກແນ່ ເມື່ອ​ພວກເຈົ້າ​ພົບ​ແລ້ວ​ຈົ່ງ​ບອກ​ໃຫ້​ເຮົາ​ຮູ້, ເພື່ອ​ເຮົາ​ຈະ​ໄປ​ຂາບໄຫວ້​ນະມັດສະການ​ເພິ່ນ​ເໝືອນກັນ.”

[9] ເມື່ອ​ພວກ​ໂຫຣາຈານ​ໄດ້ຍິນ​ຄຳສັ່ງ​ດັ່ງນີ້ ກໍ​ພາກັນ​ອອກ​ໄປ. ເບິ່ງແມ! ດາວ​ທີ່​ພວກເຂົາ​ໄດ້​ເຫັນ​ເມື່ອ​ປາກົດ​ຂຶ້ນ​ນັ້ນ ກໍໄດ້​ນຳ​ໜ້າ​ພວກເຂົາ​ໄປ ຈົນ​ມາ​ຢຸດ​ຢູ່​ຊື່​ສະຖານທີ່​ກຸມມານ​ຢູ່​ນັ້ນ.

[10] ເມື່ອ​ພວກ​ໂຫຣາຈານ​ໄດ້​ເຫັນ​ດາວ​ນັ້ນ​ແລ້ວ ກໍ​ມີ​ຄວາມ^ຊົມຊື່ນ^ຍິນດີ​ອັນ​ໃຫຍ່,

[11] ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ກໍໄດ້​ເຫັນ​ກຸມມານ ແລະ ມາຣີ​ແມ່​ຂອງ^ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບໄຫວ້​ນະມັດສະການ​ກຸມມານ​ນັ້ນ ແລ້ວ​ກໍ​ໄຂ​ຫີບ​ເອົາ​ຊັບ​ຂອງ^ພວກເຂົາ​ອອກ​ມາ​ຖວາຍ​ແກ່​ກຸມມານ​ມີ​ດັ່ງນີ້: ຄຳ, ກຳຍານ ແລະ ຢາງ​ໄມ້​ຫອມ.

[12] ຕໍ່ມາ ພຣະເຈົ້າ​ໄດ້​ເຕືອນ​ພວກເຂົາ​ທາງ​ຄວາມຝັນ ບໍ່​ໃຫ້​ກັບຄືນ​ໄປ​ຫາ​ເຮໂຣດ. ສະນັ້ນ ພວກເຂົາ​ຈຶ່ງ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງ^ຕົນເອງ​ຕາມ​ທາງ​ອື່ນ.

[13] ເມື່ອ​ໂຫຣາຈານ​ຈາກ​ໄປ​ແລ້ວ ມີ​ເທວະດາ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ປາກົດ​ໃຫ້​ໂຢເຊັບ​ເຫັນ​ທາງ​ຄວາມຝັນ ແລ້ວ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ໃຫ້​ພາ​ກຸມມານ​ກັບ​ແມ່​ຂອງ^ເດັກ​ໜີໄປ​ຍັງ​ປະເທດ​ເອຢິບ ຈົ່ງ​ຢູ່​ໃນທີ່ນັ້ນ ຈົນກວ່າ​ເຮົາ​ບອກ​ເຈົ້າ​ໃຫ້​ກັບຄືນ​ມາ ເພາະ​ເຮໂຣດ​ກຳລັງ​ຊອກ​ຫາ​ກຸມມານ​ເພື່ອ​ຈະ​ຂ້າ​ເພິ່ນ​ເສຍ.”

[14] ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ​ພາ​ກຸມມານ​ກັບ​ແມ່​ຂອງ^ເພິ່ນ​ໜີໄປ​ຍັງ​ປະເທດ​ເອຢິບ​ໃນ​ຕອນ​ກາງຄືນ

[15] ແລະ ໄດ້​ອາໄສ​ຢູ່​ໃນທີ່ນັ້ນ ຈົນ​ເຮໂຣດ​ຕາຍ ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະ^ຜູ້^ເປັນເຈົ້າ​ໄດ້​ກ່າວ​ໄວ້​ທາງ​ຜູ້ທຳນວາຍ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ລູກ​ຂອງເຮົາ​ໃຫ້​ອອກ​ມາ​ຈາກ​ປະເທດ​ເອຢິບ.”

[16] ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ ພວກ​ໂຫຣາຈານ​ຫລອກລວງ​ຕົນ ເພິ່ນ​ກໍ​ໃຈຮ້າຍ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ^ເບັດເລເຮັມ ແລະ​ໃນ​ເຂດ​ໃກ້ຄຽງ​ຕັ້ງແຕ່​ອາຍຸ​ສອງ​ປີ​ລົງ​ມາ ຕາມ​ເວລາ​ທີ່​ເພິ່ນ​ໄດ້​ພົບ​ກັບ​ພວກ​ໂຫຣາຈານ​ນັ້ນ.

[17] ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ກ່າວ​ໄວ້​ວ່າ,

[18] “ໄດ້ຍິນ​ສຽງດັງ​ຂຶ້ນ​ຢູ່​ໃນ​ບ້ານ​ຣາມາ ເປັນ​ສຽງ​ຮ້ອງ^ໄຫ້ ແລະ​ໂອ່ຍ​ຄວນຄາງ. ນາງ​ຣາເຊັນ​ກຳລັງ​ຮ້ອງ^ໄຫ້ ນຳ​ລູກໆ​ຂອງຕົນ ນາງ​ບໍ່​ຟັງ​ຄຳ​ປອບ​ໃຈ ເພາະ​ລູກ​ເຂົາ​ຕາຍ​ແລ້ວ.”

[19] ຫລັງຈາກ​ເຮໂຣດ​ໄດ້​ຕາຍໄປ​ແລ້ວ ເທວະດາ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ​ຕົນ​ໜຶ່ງ ກໍໄດ້​ປາກົດ​ແກ່​ໂຢເຊັບ​ທາງ​ຄວາມຝັນ​ໃນ​ປະເທດ​ເອຢິບ.

[20] ເທວະດາ​ຕົນ​ນີ້​ໄດ້​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ​ແລະ​ແມ່​ຂອງ^ເພິ່ນ​ກັບຄືນ​ໄປ​ດິນແດນ​ອິດສະຣາເອນ ເພາະ​ຜູ້​ທີ່​ຕ້ອງການ​ຂ້າ​ກຸມມານ​ນັ້ນ​ຕາຍ​ແລ້ວ.”

[21] ດັ່ງນັ້ນ ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ ແລ້ວ​ພາ​ກຸມມານ​ພ້ອມ​ແມ່​ຂອງ^ເພິ່ນ​ກັບຄືນ​ສູ່​ດິນແດນ​ອິດສະຣາເອນ.

[22] ແຕ່​ເມື່ອ​ໄດ້ຍິນ​ວ່າ ອາກເຄລາວ​ໄດ້​ຂຶ້ນ​ປົກຄອງ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ​ເຮໂຣດ​ຜູ້​ເປັນ​ບິດາ, ໂຢເຊັບ​ກໍ​ຢ້ານ​ບໍ່​ກ້າ​ໄປ​ຢູ່​ທີ່​ນັ້ນ. ຫລັງຈາກ​ໄດ້​ຮັບ​ຄຳ​ເຕືອນ​ທາງ​ຄວາມຝັນ ໂຢເຊັບ​ຈຶ່ງ​ໄປ​ຍັງ​ແຂວງ​ຄາລີເລ

[23] ແລະ​ໄປ​ອາໄສ​ຢູ່​ເມືອງ​ໜຶ່ງ​ຊື່​ວ່າ ນາຊາເຣັດ ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ ໄທ​ນາຊາເຣັດ.”

ມັດທາຍ — Chapters