[1] ຕໍ່ໄປນີ້ ແມ່ນລາຍຊື່ບັນພະບູລຸດຂອງ^ພຣະເຢຊູ^ຄຣິດເຈົ້າ ເຊື້ອສາຍຄົນໜຶ່ງຂອງ^ດາວິດຜູ້ທີ່ສືບເຊື້ອສາຍມາຈາກອັບຣາຮາມ.
[2] {a} ແຕ່ອັບຣາຮາມເຖິງກະສັດດາວິດມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງຂອງ^ຕົນ, ຕໍ່ມາ ແມ່ນເປເຣັດ ແລະ ເຊຣາ (ແມ່ຂອງ^ພວກເຂົາຊື່ວ່າຕາມາ), ເຮຊະໂຣນ, ຣາມ, ອາມມີນາດາບ, ນາໂຊນ, ຊັນໂມນ, ໂບອາດ (ແມ່ຂອງ^ລາວຊື່ວ່າຣາຮາບ), ໂອເບັດ (ແມ່ຂອງ^ລາວຊື່ວ່າ ຣຸດ), ເຢຊີ ແລະ ກະສັດດາວິດ. {6b-11} ແຕ່ດາວິດເຖິງສະໄໝທີ່ປະຊາຊົນອິດສະຣາເອນຖືກຈັບໄປເປັນຊະເລີຍໃນນະຄອນບາບີໂລນ ມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ດາວິດ, ໂຊໂລໂມນ (ແມ່ຂອງ^ລາວເຄີຍເປັນເມຍຂອງ^ອູຣິຢາ), ເຣໂຫໂບອາມ, ອາບີຢາ, ອາຊາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເຊກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນກັບພວກອ້າຍນ້ອງຂອງ^ຕົນ.
[12] ແຕ່ສະໄໝຫລັງຈາກການຖືກຈັບໄປເປັນຊະເລີຍຢູ່ໃນນະຄອນບາບີໂລນ ຈົນເຖິງເວລາພຣະເຢຊູເຈົ້າເກີດ ມີບັນພະບູລຸດດັ່ງລາຍຊື່ຕໍ່ລົງ^ໄປນີ້: ເຢໂຮຍອາກິນ, ເຊອານຕີເອນ, ເຊຣຸບບາເບນ, ອາບີອຸດ, ເອລີອາກິມ, ອາເຊີ, ຊາດົກ, ອາກີມ, ເອລີອຸດ, ເອເລອາຊາ, ມັດທານ, ຢາໂຄບ ແລະ ໂຢເຊັບ ຜູ້ທີ່ແຕ່ງງານກັບມາຣີແມ່ຂອງ^ພຣະເຢຊູເຈົ້າຜູ້ທີ່ມີຊື່ວ່າ, “ພຣະຄຣິດ.”
[17] ດັ່ງນັ້ນ ແຕ່ອັບຣາຮາມລົງມາເຖິງດາວິດ ຈຶ່ງເປັນເວລາສິບສີ່ຊົ່ວຄົນ ແລະນັບແຕ່ດາວິດເຖິງຄາວຖືກຈັບໄປເປັນຊະເລີຍຢູ່ໃນນະຄອນບາບີໂລນເປັນເວລາສິບສີ່ຊົ່ວຄົນ ແລະແຕ່ຄາວຖືກຈັບໄປເປັນຊະເລີຍຢູ່ໃນນະຄອນບາບີໂລນ ເຖິງເວລາພຣະຄຣິດເກີດເປັນເວລາສິບສີ່ຊົ່ວຄົນ.
[18] ເລື່ອງລາວການເກີດຂອງ^ພຣະເຢຊູ^ຄຣິດເຈົ້າເປັນດັ່ງນີ້: ມາຣີແມ່ຂອງ^ພຣະອົງເປັນຄູ່ໝັ້ນຂອງ^ໂຢເຊັບ, ກ່ອນທີ່ທັງສອງໄດ້ຢູ່ກິນຮ່ວມກັນ ນາງໄດ້ຕັ້ງທ້ອງແລ້ວ ດ້ວຍຣິດເດດຂອງ^ພຣະວິນຍານ^ບໍຣິສຸດເຈົ້າ.
[19] ຝ່າຍໂຢເຊັບຄູ່ໝັ້ນຂອງ^ມາຣີເປັນຄົນດີມີສິນທຳ ລາວບໍ່ຢາກໃຫ້ນາງຕ້ອງອັບອາຍຂາຍໜ້າຕໍ່ໜ້າມະຫາຊົນໃນເລື່ອງນີ້. ດັ່ງນັ້ນ ລາວຈຶ່ງຕັດສິນໃຈວ່າຈະຖອນ^ໝັ້ນເສຍຢ່າງລັບໆ.
[20] ແຕ່ໃນຂະນະທີ່ໂຢເຊັບຄິດເຖິງເລື່ອງນີ້ຢູ່ ກໍມີເທວະດາຂອງ^ອົງພຣະ^ຜູ້^ເປັນເຈົ້າຕົນໜຶ່ງໄດ້ປາກົດຕໍ່ລາວໃນຄວາມ^ຝັນ ແລະກ່າວວ່າ, “ໂຢເຊັບ ລູກດາວິດ^ເອີຍ ຢ່າສູ່ຢ້ານທີ່ຈະຮັບເອົາມາຣີມາເປັນເມຍຂອງ^ເຈົ້າ ການທີ່ມາຣີຕັ້ງທ້ອງນັ້ນກໍມີໂດຍຣິດເດດຂອງ^ພຣະວິນຍານ^ບໍຣິສຸດເຈົ້າ.
[21] ນາງຈະເກີດລູກຊາຍຜູ້ໜຶ່ງ ແລະເຈົ້າຈົ່ງໃສ່ຊື່ໃຫ້ເດັກນີ້ວ່າ ເຢຊູ ເພາະເພິ່ນຈະໂຜດຊ່ວຍປະຊາຊົນຂອງ^ຕົນ ໃຫ້ລອດພົ້ນຈາກບາບກຳຂອງ^ພວກເຂົາ.”
[22] ເລື່ອງທັງໝົດທີ່ໄດ້ເກີດຂຶ້ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ອົງພຣະ^ຜູ້^ເປັນເຈົ້າໄດ້ຊົງກ່າວໄວ້ທາງຜູ້ທຳນວາຍວ່າ,
[23] “ຍິງພົມມະຈາຣີຜູ້ໜຶ່ງຈະຖືພາ ແລະຈະເກີດລູກຊາຍຄົນໜຶ່ງ ເຂົາຈະເອີ້ນຊື່ລູກນັ້ນວ່າ, ເອມານູເອນ.” (ໝາຍຄວາມ^ວ່າ, “ພຣະເຈົ້າສະຖິດຢູ່ກັບເຮົາທັງຫລາຍ.”)
[24] ສະນັ້ນ ເມື່ອໂຢເຊັບຕື່ນຂຶ້ນ ລາວຈຶ່ງປະຕິບັດຕາມທີ່ເທວະດາຂອງ^ອົງພຣະ^ຜູ້^ເປັນເຈົ້າໄດ້ສັ່ງ ຄືຮັບເອົາມາຣີເປັນເມຍຂອງ^ຕົນ.
[25] ແຕ່ໂຢເຊັບບໍ່ໄດ້ສົມສູ່ກັບນາງ ຈົນກວ່ານາງໄດ້ເກີດລູກຊາຍ ແລ້ວໂຢເຊັບຈຶ່ງໃສ່ຊື່ເດັກທີ່ເກີດມານັ້ນວ່າ, ເຢຊູ.