[1] ໃນເວລານັ້ນ ໂຢຮັນບັບຕິສະໂຕໄດ້ຕັ້ງຕົ້ນເທດສະໜາປ່າວປະກາດໃນຖິ່ນ^ແຫ້ງແລ້ງ^ກັນດານແຂວງຢູດາຍວ່າ,
[2] “ຈົ່ງຖິ້ມໃຈເກົ່າ^ເອົາໃຈໃໝ່ ເຊົາເຮັດບາບສາ ເພາະວ່າອານາຈັກສະຫວັນມາໃກ້ແລ້ວ”
[3] ແມ່ນໂຢຮັນຄົນນີ້ແຫລະ ທີ່ຜູ້ທຳນວາຍເອຊາຢາໄດ້ກ່າວເຖິງວ່າ, “ແມ່ນສຽງຂອງ^ຄົນໜຶ່ງທີ່ຮ້ອງ ໃນຖິ່ນ^ແຫ້ງແລ້ງ^ກັນດານວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບ ອົງພຣະ^ຜູ້^ເປັນເຈົ້າ ຈົ່ງເຮັດຫົນທາງຂອງ^ພຣະອົງໃຫ້ຊື່ໄປ.’”
[4] ເຄື່ອງນຸ່ງຂອງ^ໂຢຮັນແມ່ນເຮັດດ້ວຍຂົນອູດ ແລະ ເພິ່ນໃຊ້ສາຍໜັງຮັດແອວ ສ່ວນອາຫານຂອງ^ເພິ່ນແມ່ນຕັກແຕນແລະນໍ້າເຜິ້ງປ່າ
[5] ປະຊາຊົນຈາກນະຄອນເຢຣູຊາເລັມ ຈາກທົ່ວທັງແຂວງຢູດາຍ ແລະ ຄົນທັງປວງທີ່ຢູ່ແຄມແມ່ນໍ້າ^ຈໍແດນກໍອອກມາຫາໂຢຮັນ.
[6] ພວກເຂົາໄດ້ສາລະພາບບາບກຳຂອງຕົນ ແລະ ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນໍ້າ^ຈໍແດນ.
[7] ພໍໂຢຮັນເຫັນພວກຟາຣີຊາຍແລະພວກຊາດູກາຍຢ່າງຫລວງຫລາຍມາຫາຕົນ ເພື່ອຮັບບັບຕິສະມາ ເພິ່ນຈຶ່ງເວົ້າຕໍ່ພວກເຂົາວ່າ, “ພວກຊາດງູຮ້າຍ^ເອີຍ ຜູ້ໃດໄດ້ບອກພວກເຈົ້າໃຫ້ປົບໜີຈາກການຕັດສິນຂອງ^ພຣະເຈົ້າ ທີ່ໃກ້ຈະມາເຖິງນັ້ນ?
[8] ເຫດສະນັ້ນ ຈົ່ງປະຕິບັດໃຫ້ໄດ້ຜົນສົມກັບວ່າ ພວກເຈົ້າໄດ້ຖິ້ມໃຈເກົ່າ^ເອົາໃຈໃໝ່
[9] ແລະ ຢ່າຄິດໃນໃຈວ່າ ພວກເຮົາມີອັບຣາຮາມເປັນພໍ່ເຄົ້າຂອງ^ພວກເຮົາ. ຂ້າພະເຈົ້າບອກພວກເຈົ້າວ່າ, ພຣະເຈົ້າຊົງຣິດສາມາດບັນດານໃຫ້ກ້ອນຫີນເຫລົ່ານີ້ເປັນລູກຫລານຂອງ^ອັບຣາຮາມກໍໄດ້
[10] ບັດນີ້ ຂວານກໍມີຢູ່ແລ້ວ ທີ່ວາງໄວ້ພ້ອມຈະຕັດຕົ້ນໄມ້ໃຫ້ຄຸງເຫງົ້າ. ສະນັ້ນ ໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຈະຖືກຕັດ ແລະຖືກໂຍນຖິ້ມໃສ່ໄຟເສຍ.
[11] ຂ້າພະເຈົ້າໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ ໝາຍເຖິງການຖິ້ມໃຈເກົ່າ^ເອົາໃຈໃໝ່ກໍແມ່ນ, ແຕ່ຜູ້ທີ່ຈະມາພາຍຫລັງຂ້າພະເຈົ້າກໍມີຣິດກວ່າຂ້າພະເຈົ້າອີກ ຊຶ່ງຂ້າພະເຈົ້າບໍ່ສົມຄວນຈະຈັບແມ່ນແຕ່ເກີບເພິ່ນ, ເພິ່ນຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າແລະດ້ວຍໄຟ
[12] ມືຂອງ^ເພິ່ນຖືກະດົ້ງຝັດເຂົ້າ ເພິ່ນຈະເຮັດລານເຂົ້າໃຫ້ກ້ຽງດີ ແລະຮວບຮວມເອົາເຂົ້າເມັດດີຂອງ^ເພິ່ນໄວ້ໃນເລົ້າຂອງຕົນ ສ່ວນເມັດລີບນັ້ນ ເພິ່ນຈະເອົາໄຟເຜົາໃຫ້ໄໝ້ຢູ່ຕະຫລອດໄປ.”
[13] ໃນເວລານັ້ນ ພຣະເຢຊູເຈົ້າໄດ້ຈາກແຂວງຄາລີເລ ມາຫາໂຢຮັນທີ່ແມ່ນໍ້າ^ຈໍແດນ ເພື່ອຮັບບັບຕິສະມາຈາກເພິ່ນ.
[14] ແຕ່ໂຢຮັນໄດ້ຄັດຄ້ານພຣະເຢຊູເຈົ້າ ແລະເວົ້າກັບພຣະອົງວ່າ, “ຂ້ານ້ອຍຄວນຈະຮັບບັບຕິສະມາຈາກທ່ານ ແລ້ວທ່ານຊໍ້າພັດມາຫາຂ້ານ້ອຍບໍ?”
[15] ແຕ່ພຣະເຢຊູເຈົ້າຊົງຕອບລາວວ່າ, “ບັດນີ້ ຈົ່ງຍອມໃຫ້ເປັນໄປຢ່າງນີ້ສາ ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ສຳເລັດຕາມຄວາມ^ຊອບທຳທຸກຢ່າງທີ່ພຣະເຈົ້າປະສົງ.” ດັ່ງນັ້ນ ໂຢຮັນຈຶ່ງຍອມ.
[16] ເມື່ອພຣະເຢຊູເຈົ້າຮັບບັບຕິສະມາແລ້ວ ພຣະອົງກໍຂຶ້ນຈາກນໍ້າ ໃນທັນໃດນັ້ນ ທ້ອງຟ້າກໍໄຂອອກ ແລະ ພຣະອົງໄດ້ເຫັນພຣະວິນຍານຂອງ^ພຣະເຈົ້າເໝືອນດັ່ງນົກເຂົາລົງມາຢູ່ເທິງພຣະອົງ.
[17] ແລ້ວກໍມີສຽງໜຶ່ງດັງມາຈາກທ້ອງຟ້າວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາເອງ ເຮົາພໍໃຈນຳເພິ່ນຫລາຍ.”