[1] ຫົກວັນຕໍ່ມາ ພຣະເຢຊູເຈົ້າໄດ້ພາເປໂຕ, ຢາໂກໂບ ແລະ ໂຢຮັນ ຜູ້ທີ່ເປັນນ້ອງຊາຍຂອງ^ຢາໂກໂບຂຶ້ນໄປເທິງພູເຂົາຢູ່ທີ່ນັ້ນຕ່າງຫາກ.
[2] ພວກສາວົກເຫັນພຣະກາຍຂອງ^ພຣະອົງປ່ຽນແປງໄປຕໍ່ໜ້າພວກເພິ່ນຄື ໜ້າຂອງ^ພຣະອົງສ່ອງແສງດັ່ງຕາເວັນ ແລະເຄື່ອງນຸ່ງຂອງ^ພຣະອົງກໍຂາວຜ່ອງເຫຼື້ອມເໝືອນແສງ^ສະຫວ່າງກ້າ.
[3] ແລ້ວສາວົກທັງສາມກໍເຫັນໂມເຊ ແລະ ເອລີຢາກຳລັງສົນທະນາຢູ່ກັບພຣະອົງ.
[4] ດັ່ງນັ້ນ ເປໂຕຈຶ່ງເວົ້າກັບພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າ^ເອີຍ ຊ່າງເປັນການດີແທ້ໆ ທີ່ພວກຂ້ານ້ອຍຢູ່ບ່ອນນີ້ ຖ້າພຣະອົງຕ້ອງການໂຜດໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນຄື ຫລັງໜຶ່ງສຳລັບທ່ານ ຫລັງໜຶ່ງສຳລັບໂມເຊ ແລະຫລັງໜຶ່ງສຳລັບເອລີຢາ.”
[5] ຂະນະທີ່ເປໂຕເວົ້າຍັງບໍ່ສຸດຄຳກໍມີກ້ອນເມກອັນແຈ່ມໃສລອຍມາປົກຄຸມພວກເພິ່ນໄວ້ ແລະມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ ເປັນບຸດທີ່ຮັກຂອງເຮົາ ຊຶ່ງເຮົາພໍໃຈຫລາຍ ຈົ່ງຟັງເພິ່ນ.”
[6] ເມື່ອພວກສາວົກໄດ້ຍິນສຽງນັ້ນ ກໍສະທ້ານຢ້ານກົວຫລາຍ ຈຶ່ງໝູບໜ້າຢູ່ກັບພື້ນດິນ.
[7] ພຣະເຢຊູເຈົ້າມາຫາແລະຈັບບາຍພວກເພິ່ນ ພຣະອົງກ່າວວ່າ, “ຈົ່ງລຸກຂຶ້ນ ຢ່າສູ່ຢ້ານ”
[8] ເມື່ອພວກເພິ່ນມືນຕາຂຶ້ນ ແລະບໍ່ເຫັນມີຜູ້ໃດໃນທີ່ນັ້ນ ນອກຈາກພຣະເຢຊູເຈົ້າ.
[9] ໃນເວລາທີ່ກຳລັງລົງມາແຕ່ພູເຂົາ ພຣະເຢຊູເຈົ້າໄດ້ສັ່ງຫ້າມພວກເພິ່ນວ່າ, “ຢ່າສູ່ບອກນິມິດທີ່ພວກເຈົ້າເຫັນນີ້ໃຫ້ຜູ້ໃດຮູ້ ຈົນກວ່າບຸດມະນຸດຈະເປັນຄືນມາຈາກຕາຍ.”
[10] ພວກສາວົກຖາມພຣະອົງວ່າ, “ເຫດໃດພວກທຳມະຈານຈຶ່ງເວົ້າວ່າ ເອລີຢາຈະຕ້ອງມາກ່ອນ?”
[11] ພຣະອົງຕອບວ່າ, “ຈິງແທ້ ເອລີຢາຕ້ອງມາກ່ອນ ເພື່ອຈັດແຈງທຸກສິ່ງໃຫ້ພ້ອມ.
[12] ແຕ່ຝ່າຍເຮົາບອກພວກເຈົ້າວ່າ ເອລີຢາໄດ້ມາແລ້ວ ແລະປະຊາຊົນບໍ່ຮູ້ຈັກເພິ່ນ, ແຕ່ພວກເຂົາໄດ້ເຮັດກັບເພິ່ນຕາມໃຈ^ມັກ, ສ່ວນບຸດມະນຸດກໍຈະຕ້ອງທົນທຸກທໍລະມານດ້ວຍມືຂອງ^ພວກເຂົາເໝືອນກັນ.”
[13] ແລ້ວພວກສາວົກກໍເຂົ້າໃຈວ່າ ພຣະອົງກຳລັງກ່າວແກ່ພວກເພິ່ນເຖິງໂຢຮັນບັບຕິສະໂຕ.
[14] ເມື່ອພວກເພິ່ນກັບຄືນມາບ່ອນທີ່ມີປະຊາຊົນແລ້ວ, ຊາຍຄົນໜຶ່ງກໍມາຫາພຣະເຢຊູເຈົ້າ ຄຸເຂົ່າລົງຕໍ່ໜ້າພຣະອົງ,
[15] ແລະເວົ້າວ່າ, “ພຣະອົງເຈົ້າ^ເອີຍ ຂໍໂຜດເມດຕາລູກຊາຍຂອງ^ຂ້ານ້ອຍແດ່ທ້ອນ, ລາວເປັນບ້າໝູ ແລະອາການປ່ວງບ້າເຊັ່ນນີ້ ເຮັດໃຫ້ລາວມີຄວາມ^ທຸກລຳບາກຫລາຍ ຈົນໂດດໃສ່ໄຟ ແລະໂຕນລົງນໍ້າເລື້ອຍໆ,
[16] ຂ້ານ້ອຍໄດ້ນຳລູກມາຫາພວກສາວົກຂອງທ່ານແລ້ວ, ແຕ່ພວກເພິ່ນບໍ່ສາມາດເຮັດໃຫ້ຫາຍດີໄດ້.”
[17] ພຣະເຢຊູເຈົ້າຕອບວ່າ, “ໂອ ຄົນສະໄໝທີ່ຂາດຄວາມເຊື່ອ ແລະຊົ່ວຊ້າ^ເອີຍ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກດົນນານປານໃດ? ເຮົາຈະຕ້ອງອົດທົນກັບພວກເຈົ້າອີກດົນປານໃດ? ຈົ່ງພາເດັກມາຫາເຮົາເບິ່ງດູ”
[18] ພຣະເຢຊູເຈົ້າສັ່ງຜີມານຮ້າຍໃຫ້ອອກ ແລະມັນກໍອອກໄປຈາກເດັກຊາຍ, ໃນທັນໃດນັ້ນ ເດັກຊາຍກໍດີເປັນປົກກະຕິ.
[19] ແລ້ວພວກສາວົກກໍມາຫາພຣະເຢຊູເຈົ້າເປັນການສ່ວນຕົວ ແລະຖາມພຣະອົງວ່າ, “ດ້ວຍເຫດໃດ ພວກຂ້ານ້ອຍຈຶ່ງຂັບໄລ່ຜີມານຮ້າຍອອກບໍ່ໄດ້?”
[20] ພຣະອົງຕອບວ່າ, “ເພາະພວກເຈົ້າມີຄວາມເຊື່ອໜ້ອຍ, ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ຖ້າພວກເຈົ້າມີຄວາມເຊື່ອທໍ່ເມັດຜັກກາດ ພວກເຈົ້າກໍຈະສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ’ ແລະມັນກໍຈະເຄື່ອນໄປ. ບໍ່ມີສິ່ງໃດທີ່ພວກເຈົ້າເຮັດບໍ່ໄດ້” [
[21] “ແຕ່ຜີແນວນີ້ບໍ່ເຄີຍຖືກຂັບອອກ ເວັ້ນແຕ່ດ້ວຍການພາວັນນາ^ອະທິຖານ ແລະການຖືສິນອົດອາຫານ.”]
[22] ເມື່ອພວກສາວົກຂອງ^ພຣະອົງມາໂຮມກັນຢູ່ແຂວງຄາລີເລ, ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເພິ່ນວ່າ,
[23] “ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງ^ຄົນທັງຫລາຍ ພວກເຂົາຈະຂ້າເພິ່ນ, ແຕ່ໃນວັນຖ້ວນສາມ ເພິ່ນຈະເປັນຄືນມາຈາກຄວາມ^ຕາຍສູ່ຊີວິດ.” ພວກສາວົກກໍມີຄວາມ^ໂສກເສົ້າຢ່າງໜັກ.
[24] ເມື່ອພຣະເຢຊູເຈົ້າກັບພວກສາວົກມາຮອດເມືອງກາເປນາອູມແລ້ວ ກໍມີຄົນເກັບຄ່າບຳລຸງພຣະວິຫານມາຫາເປໂຕ ແລ້ວຖາມວ່າ, “ອາຈານຂອງ^ພວກເຈົ້າບໍ່ເສຍຄ່າບຳລຸງພຣະວິຫານບໍ?”
[25] ເປໂຕຕອບວ່າ, “ເສຍ” ເມື່ອເປໂຕເຂົ້າມາໃນເຮືອນ ແລ້ວພຣະເຢຊູເຈົ້າຊົງກ່າວຂຶ້ນກ່ອນໂດຍຖາມລາວວ່າ, “ຊີໂມນ^ເອີຍ ເຈົ້າຄິດຢ່າງໃດໃນການເສຍສ່ວຍ ຫລືເສຍພາສີໃຫ້ກະສັດໃນໂລກນີ້? ເພິ່ນເກັບຈາກລູກຂອງຕົນ ຫລືເກັບຈາກຄົນອື່ນ.”
[26] ເປໂຕຕອບວ່າ, “ເກັບຈາກຄົນອື່ນ.” ພຣະເຢຊູເຈົ້າຕອບຄືນວ່າ, “ຖ້າເປັນຢ່າງນັ້ນ ຝ່າຍລູກກໍບໍ່ຕ້ອງເສຍ.
[27] ແຕ່ເພື່ອບໍ່ຢາກເຮັດໃຫ້ຄົນເຫລົ່ານີ້ເສຍໃຈ, ເຈົ້າຈົ່ງໄປຕຶກເບັດທີ່ທະເລສາບເມື່ອໄດ້ປາໂຕທຳອິດແລ້ວ ໃຫ້ເຈົ້າງະປາກມັນອອກ ແລະເຈົ້າຈະພົບເງິນຫລຽນໜຶ່ງຢູ່ໃນປາກຂອງ^ມັນ ຈົ່ງເອົາເງິນນັ້ນໄປຈ່າຍເປັນຄ່າບຳລຸງພຣະວິຫານສຳລັບເຮົາແລະເຈົ້າ.”