Skip to content
Opens in a new window
Listen to this chapter • 7:53

[1] ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ປະຊາຊົນ ແລະ​ພວກ​ສາວົກ​ຂອງ^ພຣະອົງ​ວ່າ,

[2] “ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ ມີ​ຄວາມ^ຊຳນິ^ຊຳນານ​ທາງ​ດ້ານ​ກົດບັນຍັດ​ຂອງ^ໂມເຊ.

[3] ສະນັ້ນ ພວກເຈົ້າ​ຈົ່ງ​ເຊື່ອຟັງ ແລະ​ເຮັດ​ຕາມ​ທຸກສິ່ງ​ທີ່​ພວກເຂົາ​ບອກ, ແຕ່​ຢ່າ​ຮຽນ​ແບບ​ການ​ກະທຳ​ຂອງ^ພວກເຂົາ ເພາະ​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ທີ່​ພວກເຂົາ​ໄດ້​ສອນ​ໄວ້.

[4] ພວກເຂົາ​ມັດ​ຂອງ^ໜັກ​ມາ​ວາງ​ເທິງ​ບ່າ​ຂອງ^ປະຊາຊົນ, ສ່ວນ​ພວກເຂົາ​ແລ້ວ ແມ່ນແຕ່​ນິ້ວກ້ອຍ​ກໍ​ບໍ່​ຍອມ​ຈັບ​ຍົກ​ໄປ.

[5] ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ^ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ

[6] ພວກເຂົາ​ມັກ​ນັ່ງ​ບ່ອນ​ອັນ​ມີ​ກຽດ​ໃນ​ງານ^ກິນລ້ຽງ​ຕ່າງໆ ແລະ​ນັ່ງ​ໃນ​ທຳມະສາລາ,

[7] ພວກເຂົາ​ມັກ​ໃຫ້​ຄົນ​ຄຳນັບ​ໃນ​ກາງ​ຕະຫລາດ ແລະ​ໃຫ້​ຄົນ​ເອີ້ນ​ຕົນ​ວ່າ, ‘ທ່ານ​ອາຈານ.’

[8] ແຕ່​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ທ່ານ​ອາຈານ’ ເພາະ​ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ ແລະ ມີ​ອາຈານ​ແຕ່​ຜູ້​ດຽວ.

[9] ຢ່າ​ເອີ້ນ​ຜູ້ໃດ​ເທິງ​ແຜ່ນດິນ^ໂລກ^ນີ້​ວ່າ, ‘ບິດາ’ ເພາະ​ພວກເຈົ້າ​ມີ​ພຣະບິດາເຈົ້າ​ອົງ​ດຽວ​ໃນ​ສະຫວັນ.

[10] ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ພວກເຈົ້າ​ວ່າ, ‘ນາຍ’ ເພາະ​ນາຍ​ຜູ້​ດຽວ​ຂອງ^ພວກເຈົ້າ​ຄື​ພຣະຄຣິດ.

[11] ຜູ້​ເປັນ​ໃຫຍ່​ທີ່ສຸດ​ໃນ​ພວກເຈົ້າ​ນັ້ນ ຕ້ອງ​ເປັນ​ຜູ້ຮັບໃຊ້​ພວກເຈົ້າ.

[12] ຜູ້ໃດ​ທີ່​ຍົກ​ຕົວ​ຂຶ້ນ​ຜູ້​ນັ້ນ​ຈະ​ຖືກ​ລົດ​ໃຫ້​ນ້ອຍ​ລົງ ແລະ​ຜູ້ໃດ​ທີ່​ຖ່ອມຕົວ​ລົງ​ຜູ້​ນັ້ນ​ຈະ​ຖືກ​ຍົກ​ຂຶ້ນ.”

[13] “ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ^ເອີຍ ຄົນ^ໜ້າຊື່^ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [

[14] ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ ແລະ ພວກ​ຟາຣີຊາຍ^ເອີຍ ຄົນ^ໜ້າຊື່^ໃຈຄົດ ພວກເຈົ້າ​ສໍ້ໂກງ​ເອົາ​ສິ່ງຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ​ແກ້ງ​ອະທິຖານ​ຢ່າງ​ຍືດຍາວ ໂທດ​ຂອງ^ຄົນ​ເຫລົ່ານີ້​ແມ່ນ​ໜັກ​ທີ່ສຸດ”]

[15] “ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ^ເອີຍ ຄົນ^ໜ້າຊື່^ໃຈຄົດ ພວກເຈົ້າ​ເດີນທາງ​ບົກ​ແລະ​ທາງ​ນໍ້າ, ເພື່ອ​ຈະ​ໄດ້​ຄົນ​ຜູ້ໜຶ່ງ​ມາ​ເຂົ້າ​ສາສະໜາ ແລະ​ເມື່ອ​ໄດ້​ເຂົ້າ​ແລ້ວ ເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ ສົມ​ກັບ​ຕົກ​ນະຣົກ​ຫລາຍກວ່າ​ເຈົ້າ​ເອງ​ເຖິງ​ສອງ​ເທົ່າ”

[16] “ວິບັດ​ແກ່​ເຈົ້າ ພວກ​ຜູ້ນຳ​ທາງ​ຕາບອດ​ທີ່​ສອນ​ວ່າ, ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ພຣະວິຫານ ຄຳ​ສາບານ​ຂອງ^ລາວ​ກໍ​ບໍ່ມີ​ຂໍ້​ຜູກ​ມັດ, ແຕ່​ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ຄຳ​ໃນ​ພຣະວິຫານ ຜູ້ນັ້ນ​ຕ້ອງ​ເຮັດ​ຕາມ​ຄຳ​ທີ່​ຕົນ​ໄດ້​ສາບານ​ໄວ້.’

[17] ພວກ​ຕາບອດ​ທີ່​ໂງ່ຈ້າ^ເອີຍ ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ຄຳ​ຫລື​ພຣະວິຫານ ທີ່​ເຮັດ​ໃຫ້​ຄຳ​ນັ້ນ​ສັກສິດ?

[18] ພວກເຈົ້າ​ຍັງ​ສອນ​ວ່າ ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ ຄຳ​ສາບານ​ຂອງ^ລາວ​ກໍ​ບໍ່ມີ​ຂໍ້​ຜູກ​ມັດ, ແຕ່​ຖ້າ​ຜູ້ໃດ^ຜູ້ໜຶ່ງ​ສາບານ​ໂດຍ​ອ້າງ​ໃສ່​ເຄື່ອງ^ຖວາຍ​ເທິງ​ແທ່ນບູຊາ ລາວ​ຈະ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້’

[19] ພວກ​ຄົນ​ຕາບອດ^ເອີຍ ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ເຄື່ອງ^ຖະຫວາຍ​ຫລື​ວ່າ​ແທ່ນບູຊາ​ທີ່​ເຮັດ​ໃຫ້​ເຄື່ອງ^ຖວາຍ​ນັ້ນ​ສັກສິດ?

[20] ເຫດສະນັ້ນ ເມື່ອ​ຄົນ​ໜຶ່ງ​ສາບານ​ໃສ່​ແທ່ນບູຊາ ລາວ​ກໍ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ​ກັບ​ເຄື່ອງ^ຖວາຍ​ທັງໝົດ ທີ່​ຢູ່​ເທິງ​ແທ່ນບູຊາ​ນັ້ນ​ເໝືອນກັນ

[21] ແລະ ເມື່ອ​ຄົນ​ໜຶ່ງ​ສາບານ​ໂດຍ​ອ້າງ​ໃສ່​ພຣະວິຫານ ລາວ​ກໍ​ສາບານ​ໂດຍ​ອ້າງ​ໃສ່​ພຣະວິຫານ ແລະ​ໃສ່​ພຣະເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ເໝືອນກັນ,

[22] ແລະ​ເມື່ອ​ຄົນ​ໜຶ່ງ​ສາບານ​ໂດຍ​ອ້າງ​ໃສ່​ສະຫວັນ ລາວ​ກໍ​ສາບານ​ໂດຍ​ອ້າງ​ໃສ່​ບັນລັງ​ຂອງ^ພຣະເຈົ້າ ແລະ​ໃສ່​ພຣະອົງ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ​ເໝືອນກັນ.”

[23] “ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ^ເອີຍ ຄົນ^ໜ້າຊື່^ໃຈຄົດ. ດ້ວຍວ່າ, ພວກເຈົ້າ​ແບ່ງ​ຜັກ^ຫອມ^ລາບ, ຜັກຊີ ແລະ​ຂີ້ໝິ້ນ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ເປັນ​ຂອງ^ຖວາຍ ແຕ່​ສ່ວນ​ຂໍ້​ສຳຄັນ​ຂອງ^ກົດບັນຍັດ ຄື​ຄວາມ^ຍຸດຕິທຳ, ຄວາມ^ເມດຕາ, ຄວາມ^ສັດຊື່​ນັ້ນ​ໄດ້​ປະ​ເສຍ ແມ່ນ​ສິ່ງ​ເຫລົ່ານີ້​ແຫລະ ທີ່​ພວກເຈົ້າ​ຄວນ​ປະຕິບັດ​ຢູ່​ໂດຍ​ບໍ່​ຕ້ອງ​ປະຖິ້ມ​ສິ່ງ​ອື່ນ​ນັ້ນ.

[24] ພວກ​ຜູ້ນຳ​ຕາບອດ^ເອີຍ ພວກເຈົ້າ​ນັ້ນ​ເອົາ​ແມງມີ່​ອອກ ແຕ່​ກືນ​ກິນ​ອູດ​ທັງ​ໂຕ.”

[25] “ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ^ເອີຍ ຄົນ^ໜ້າຊື່^ໃຈຄົດ ພວກເຈົ້າ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະອາດ​ແຕ່​ຂ້າງ​ນອກ ສ່ວນ​ຂ້າງ​ໃນ​ແລ້ວ​ເຕັມ​ໄປ​ແຕ່​ການ​ຂູ່ເຂັນ​ເອົາ ແລະ​ການ​ເຫັນແກ່ຕົວ.

[26] ຄົນ​ຟາຣີຊາຍ​ຕາບອດ^ເອີຍ ຈົ່ງ​ລ້າງ​ຖ້ວຍ​ຊາມ​ຂ້າງ​ໃນ​ກ່ອນ ເພື່ອ​ຂ້າງ​ນອກ​ຈະ​ສະອາດ​ເໝືອນກັນ.”

[27] “ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ^ເອີຍ ຄົນ^ໜ້າຊື່^ໃຈຄົດ ພວກເຈົ້າ​ເປັນ​ເໝືອນ​ອຸບມຸງ​ຝັງສົບ​ທີ່​ທາ​ດ້ວຍ​ປູນຂາວ ຊຶ່ງ​ເບິ່ງ​ຂ້າງ​ນອກ​ງົດງາມ, ແຕ່​ຂ້າງ​ໃນ​ແລ້ວ​ພັດ​ເຕັມ​ໄປ​ດ້ວຍ​ກະດູກ​ຄົນ​ຕາຍ ແລະ​ສິ່ງ^ສາລະພັດ​ຂີ້ດຽດ​ສົກກະປົກ.

[28] ພວກເຈົ້າ​ກໍ​ເປັນ​ຢ່າງ​ດຽວກັນ​ນັ້ນ​ແຫລະ ຄົນ​ເບິ່ງ​ພວກເຈົ້າ​ພາຍນອກ​ຄື​ເປັນ​ຄົນ​ຊອບທຳ ແຕ່​ພາຍໃນ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ^ໜ້າຊື່^ໃຈຄົດ ແລະ​ການບາບ.”

[29] “ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ^ເອີຍ ຄົນ^ໜ້າຊື່^ໃຈຄົດ ພວກເຈົ້າ​ສ້າງ​ອຸບມຸງ​ຝັງສົບ​ໃຫ້​ພວກ​ຜູ້ທຳນວາຍ ແລະ​ຕົບແຕ່ງ​ທາດ​ຂອງ^ຄົນ​ສິນທຳ​ໃຫ້​ງົດງາມ.

[30] ແລະ​ກ່າວ​ອ້າງ​ໃສ່​ວ່າ ‘ຖ້າ​ພວກເຮົາ​ໄດ້​ຢູ່​ໃນ​ສະໄໝ​ບັນພະບຸລຸດ​ຂອງເຮົາ​ນັ້ນ ກໍ​ຄົງ​ຈະ​ບໍ່ມີ​ສ່ວນ​ກັບ​ພວກເຂົາ​ໃນ​ການ​ຂ້າ​ພວກ​ຜູ້ທຳນວາຍ.’

[31] ດັ່ງນັ້ນແຫລະ, ພວກເຈົ້າ​ຈຶ່ງ​ເປັນ​ພະຍານ​ວ່າ ພວກເຈົ້າ​ເປັນ​ເຊື້ອສາຍ​ຂອງ^ຄາດຕະກອນ ທີ່​ຂ້າ​ພວກ​ຜູ້ທຳນວາຍ​ເຫລົ່ານັ້ນ.

[32] ເຫດສະນັ້ນ ຈົ່ງ​ເຮັດ​ສິ່ງ​ທີ່​ບັນພະບຸລຸດ​ຂອງ^ພວກເຈົ້າ​ໄດ້​ເຮັດ​ນັ້ນ ໃຫ້​ສຳເລັດ​ຄົບຖ້ວນ​ສາ

[33] ພວກ​ຊາດ​ງູ ແນວ​ງູ​ຮ້າຍ^ເອີຍ ພວກເຈົ້າ​ຈະ​ໜີ​ພົ້ນ​ຈາກ​ໂທດ​ແຫ່ງ​ໄຟ​ນະຣົກ​ໄດ້​ຢ່າງ​ໃດ?

[34] ເພາະ​ເຫດນີ້​ແຫລະ, ເຮົາ​ຈຶ່ງ​ໃຊ້​ພວກ​ຜູ້ທຳນວາຍ, ພວກ​ຜູ້​ມີ​ປັນຍາ ແລະ​ທຳມະຈານ​ທັງຫລາຍ​ມາ​ຫາ​ພວກເຈົ້າ, ເພື່ອ​ພວກເຈົ້າ​ຈະ​ຂ້າ​ບາງຄົນ​ແດ່, ຄຶງ​ບາງຄົນ​ທີ່​ໄມ້ກາງແຂນ​ແດ່, ຂ້ຽນຕີ​ບາງຄົນ​ໃນ​ທຳມະສາລາ​ຂອງ^ພວກເຈົ້າ​ແດ່ ແລະ​ຂົ່ມເຫັງ​ພວກເຂົາ​ໄລ່​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ​ແດ່.

[35] ດັ່ງນັ້ນ ໂທດກຳ​ສຳລັບ​ການ​ຂ້າ​ທຸກຄົນ​ທີ່​ບໍ່ມີ​ຄວາມຜິດ​ນັ້ນ ຈະ​ຕົກ​ຖືກ​ພວກເຈົ້າ ນັບ​ແຕ່​ການ​ຂ້າ​ອາເບັນ​ຜູ້​ບໍ່ມີ​ຄວາມຜິດ ຈົນເຖິງ​ການ​ຂ້າ​ຊາຂາຣີຢາ ລູກຊາຍ​ຂອງ^ບາຣາຂີຢາ ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ພຣະວິຫານ​ແລະ​ແທ່ນບູຊາ.

[36] ເຮົາ​ບອກ​ພວກເຈົ້າ​ຕາມ^ຄວາມຈິງ​ວ່າ, ເຫດການ​ເຫລົ່ານີ້​ຈະ​ຕົກ​ຖືກ​ຄົນ​ໃນ​ສະໄໝ​ນີ້.”

[37] “ໂອ ເຢຣູຊາເລັມ ເຢຣູຊາເລັມ^ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ^ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ

[38] ສະນັ້ນແຫລະ, ພຣະວິຫານ​ຂອງ^ພຣະເຈົ້າ​ຈຶ່ງ​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງເປົ່າ​ຢ່າງ​ໝົດສິ້ນ.

[39] ຕັ້ງແຕ່​ນີ້​ຕໍ່ໄປ ເຮົາ​ບອກ​ພວກເຈົ້າ​ວ່າ, ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ​ຈົນກວ່າ​ພວກເຈົ້າ​ອອກ​ປາກ​ເວົ້າ​ວ່າ, ‘ຂໍ​ພຣະເຈົ້າ​ອວຍພອນ​ທ່ານ ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ^ອົງພຣະ​ຜູ້ເປັນເຈົ້າ.’”

ມັດທາຍ — Chapters