[1] ຂະນະທີ່ພຣະເຢຊູເຈົ້າກຳລັງສະເດັດອອກໄປຈາກພຣະວິຫານນັ້ນ ພວກສາວົກໄດ້ມາຫາພຣະອົງ ເພື່ອຊີ້ຕຶກຕ່າງໆໃນພຣະວິຫານໃຫ້ພຣະອົງເບິ່ງ.
[2] ພຣະອົງກ່າວແກ່ພວກເພິ່ນວ່າ, “ພວກເຈົ້າເຫັນສິ່ງທັງໝົດເຫລົ່ານີ້ແລ້ວບໍ່ແມ່ນບໍ? ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ຫີນທຸກໆກ້ອນທີ່ຢອງທັບກັນຢູ່ນີ້ ຈະຖືກທຳລາຍລົງຈົນບໍ່ເຫລືອຈັກກ້ອນ.”
[3] ຂະນະທີ່ພຣະເຢຊູເຈົ້ານັ່ງຢູ່ເທິງພູເຂົາ^ໝາກກອກເທດນັ້ນ ພວກສາວົກກໍມາຫາພຣະອົງຕ່າງຫາກ ພວກເພິ່ນຖາມວ່າ, “ຈົ່ງບອກພວກຂ້ານ້ອຍແດ່ວ່າ ເຫດການທັງໝົດນັ້ນຈະເກີດຂຶ້ນເມື່ອໃດ? ແລະມີສິ່ງໃດເປັນໝາຍສຳຄັນເພື່ອຊີ້ໃຫ້ເຫັນວ່າ ແມ່ນເວລາມາປາກົດຂອງທ່ານ ແລະເວລາສິ້ນສຸດຂອງ^ໂລກ?”
[4] ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດ^ຜູ້ໜຶ່ງຫລອກລວງພວກເຈົ້າໃຫ້ຫລົງ.
[5] ເພາະຈະມີຫລາຍຄົນມາອ້າງນາມຊື່ຂອງເຮົາໂດຍເວົ້າວ່າ ‘ຂ້ອຍນີ້ແຫລະ ເປັນພຣະຄຣິດ’ ແລະ ພວກເຂົາຈະຫລອກລວງຫລາຍຄົນໃຫ້ເສຍໄປ.
[6] ພວກເຈົ້າຈະໄດ້ຍິນເຖິງເລື່ອງການສູ້ຮົບທາງໃກ້ ແລະຂ່າວການເຮັດເສິກ^ສົງຄາມທາງໄກ, ແຕ່ຢ່າຕົກໃຈຢ້ານກົວເລີຍ ເຫດການເຊັ່ນນີ້ຈຳເປັນຕ້ອງເກີດຂຶ້ນ ແຕ່ບໍ່ໄດ້ໝາຍຄວາມວ່າ ເວລາສິ້ນສຸດໄດ້ມາເຖິງແລ້ວ.
[7] ປະເທດທັງຫລາຍຈະລົບລາ^ຂ້າຟັນກັນ, ອານາຈັກຕ່າງໆຈະໂຈມຕີກັນ, ການອຶດຢາກ ແລະແຜ່ນດິນໄຫວຈະເກີດຂຶ້ນໃນທຸກແຫ່ງຫົນ.
[8] ເຫດການທັງປວງເຫລົ່ານີ້ ຈະເປັນເໝືອນເບື້ອງຕົ້ນຂອງ^ການເຈັບທ້ອງເກີດລູກ.
[9] ເມື່ອນັ້ນ ພວກເຈົ້າຈະຖືກຈັບໄປທໍລະມານ ແລະຖືກນຳໄປປະຫານຊີວິດ ຄົນທຸກຊາດຈະກຽດຊັງພວກເຈົ້າ ເພາະເຫັນແກ່ນາມຊື່ຂອງເຮົາ.
[10] ໃນເວລານັ້ນ ຫລາຍຄົນຈະປະຖິ້ມຄວາມເຊື່ອຂອງຕົນ, ຈະຫັກຫລັງກັນແລະກັນ ຈະກຽດຊັງຊຶ່ງກັນແລະກັນ.
[11] ແລ້ວຜູ້ທຳນວາຍປອມຫລາຍຄົນກໍຈະເກີດຂຶ້ນ ເພື່ອຫລອກລວງຫລາຍຄົນໃຫ້ຫລົງເສຍໄປ.
[12] ຄວາມ^ຊົ່ວຮ້າຍຈະແຜ່ກວ້າງຢູ່ທຸກແຫ່ງຫົນ ຄວາມຮັກຂອງ^ຄົນສ່ວນຫລາຍເຢັນລົງ.
[13] ແຕ່ຜູ້ໃດທີ່ອົດທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ລອດພົ້ນ.
[14] ຂ່າວປະເສີດເລື່ອງຣາຊອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກ ເພື່ອເປັນຄຳພະຍານແກ່ຄົນທຸກຊາດ ແລ້ວທີ່ສຸດປາຍຈະມາເຖິງ.”
[15] “ພວກເຈົ້າຈະເຫັນ ‘ສິ່ງປະຫລາດອັນໜ້າຢ້ານ’ ທີ່ເຮັດໃຫ້ເກີດວິບັດຕັ້ງຢູ່ໃນພຣະວິຫານອັນສັກສິດຂອງ^ພຣະເຈົ້າ ຕາມທີ່ຜູ້ທຳນວາຍດານີເອນໄດ້ກ່າວໄວ້. (ໃຫ້ຜູ້ອ່ານເຂົ້າໃຈເອງ)
[16] ເມື່ອນັ້ນ ຜູ້ທີ່ຢູ່ໃນແຂວງຢູດາຍໃຫ້ປົບໜີໄປຍັງພູເຂົາທັງຫລາຍ.
[17] ຜູ້ທີ່ຢູ່ເທິງຫລັງຄາເຮືອນຂອງຕົນ ບໍ່ຕ້ອງລົງມາເກັບເອົາສິ່ງຂອງ^ອອກໄປ.
[18] ສ່ວນຜູ້ທີ່ຢູ່ຕາມທົ່ງນານັ້ນ ບໍ່ຕ້ອງກັບຄືນເມືອເອົາເສື້ອຜ້າຂອງຕົນ.
[19] ໃນວັນເຫລົ່ານັ້ນ ເປັນໜ້າເວດທະນາສົງສານຜູ້ຍິງຖືພາ ແລະ ແມ່ກັບລູກອ່ອນທີ່ຍັງກິນນົມຢູ່
[20] ຈົ່ງພາວັນນາ^ອະທິຖານຂໍຕໍ່ພຣະເຈົ້າ ເພື່ອການທີ່ພວກເຈົ້າຈະປົບໜີໄປນັ້ນ ຈະບໍ່ຖືກໃນລະດູໜາວຫລືໃນວັນ^ຊະບາໂຕ
[21] ເພາະຄວາມ^ທຸກລຳບາກໃນວັນເຫລົ່ານັ້ນ ຈະໜັກໜ່ວງຫລາຍທີ່ສຸດຢ່າງບໍ່ເຄີຍມີມາ ຕັ້ງແຕ່ຕົ້ນເດີມໂລກຈົນເຖິງ^ທຸກ^ວັນນີ້ ຄວາມ^ທຸກອັນຮ້າຍແຮງຢ່າງນີ້ຈະບໍ່ເກີດຂຶ້ນອີກຈັກເທື່ອ.
[22] ແຕ່ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າແລ້ວ ກໍຈະບໍ່ມີມະນຸດຄົນໃດພົ້ນໄດ້, ແຕ່ເພື່ອເຫັນແກ່ປະຊາຊົນທີ່ພຣະອົງໄດ້ເລືອກໄວ້ນັ້ນ ພຣະເຈົ້າຈະເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ.
[23] ເວລານັ້ນ ຖ້າຜູ້ໃດ^ຜູ້ໜຶ່ງເວົ້າກັບພວກເຈົ້າວ່າ, ‘ເບິ່ງແມ! ພຣະຄຣິດຢູ່ທີ່ນີ້’ ຫລືວ່າ ‘ຢູ່ທີ່ນັ້ນ’ ຢ່າສູ່ເຊື່ອ.
[24] ດ້ວຍວ່າ, ຈະມີພຣະຄຣິດປອມແລະຜູ້ທຳນວາຍປອມຫລາຍຄົນຈະເກີດຂຶ້ນ ພວກເຂົາຈະເຮັດການອັດສະຈັນອັນຍິ່ງໃຫຍ່ ແລະໝາຍສຳຄັນຫລາຍປະການ ເພື່ອຖ້າເປັນໄປໄດ້ຈະຫລອກລວງແມ່ນແຕ່ປະຊາຊົນທີ່ພຣະເຈົ້າໄດ້ເລືອກໄວ້ໃຫ້ຫລົງເສຍໄປ.
[25] ຈົ່ງຟັງເອົາ ນີ້ແຫລະ ເຮົາໄດ້ບອກພວກເຈົ້າໃຫ້ຮູ້ໄວ້ກ່ອນ.”
[26] “ສະນັ້ນ ຖ້າມີຄົນບອກພວກເຈົ້າວ່າ, ‘ເພິ່ນອອກໄປທີ່ຖິ່ນ^ແຫ້ງແລ້ງ^ກັນດານພຸ້ນ’ ພວກເຈົ້າຢ່າໄປທີ່ນັ້ນ ຫລືຖ້າມີຄົນບອກພວກເຈົ້າວ່າ, ‘ເບິ່ງແມ! ເພິ່ນລີ້ຢູ່ໃນຫ້ອງ’ ກໍຢ່າໄດ້ເຊື່ອ.
[27] ດ້ວຍວ່າ, ບຸດມະນຸດຈະມາ ເໝືອນດັ່ງຟ້າ^ແມບເຫຼື້ອມສົ່ງຂ້າມທົ່ວທ້ອງຟ້າ ແຕ່ທິດຕາເວັນອອກຫາທິດ^ຕາເວັນຕົກ.
[28] ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍໂຮມກັນຢູ່ບ່ອນນັ້ນ.”
[29] “ພໍໝົດຄວາມ^ທຸກ^ລຳບາກຂອງ^ວັນເຫລົ່ານັ້ນແລ້ວ ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງຕໍ່ໄປ, ດວງດາວທັງຫລາຍຈະຕົກລົງຈາກທ້ອງຟ້າ ແລະສິ່ງທີ່ມີອຳນາດໃນທ້ອງຟ້າກໍຈະສັ່ນສະທ້ານຫວັ່ນໄຫວ.
[30] ເມື່ອນັ້ນ ໝາຍສຳຄັນແຫ່ງບຸດມະນຸດກໍຈະປາກົດຂຶ້ນໃນທ້ອງຟ້າ ແລະມະນຸດທຸກຊາດເທິງແຜ່ນດິນ^ໂລກກໍຈະຕີເອິກຮ້ອງໄຫ້ຄໍ່າຄວນ ແລະເຫັນບຸດມະນຸດກຳລັງມາເທິງເມກໃນທ້ອງຟ້າດ້ວຍຣິດທານຸພາບ ແລະສະຫງ່າຣາສີອັນຍິ່ງໃຫຍ່.
[31] ພຣະອົງຈະໃຊ້ບັນດາເທວະດາຂອງ^ພຣະອົງອອກໄປ ດ້ວຍສຽງແກດັງກ້ອງສະໜັ່ນຍັງທິດທັງສີ່ ເພື່ອຮວບຮວມເອົາປະຊາຊົນຂອງ^ພຣະເຈົ້າທີ່ພຣະອົງໄດ້ເລືອກໄວ້ ຕັ້ງແຕ່ສຸດຂອບຟ້າເບື້ອງນີ້ຈົນເຖິງສຸດຂອບຟ້າເບື້ອງນັ້ນ.”
[32] “ພວກເຈົ້າຈົ່ງຮຽນຮູ້ຈາກຕົ້ນ^ເດື່ອເທດ ເມື່ອກິ່ງແຕກໃບອ່ອນອອກພວກເຈົ້າກໍຮູ້ວ່າລະດູຮ້ອນໃກ້ຈະມາເຖິງ.
[33] ຢ່າງດຽວກັນ ເມື່ອພວກເຈົ້າເຫັນເຫດການນັ້ນເກີດຂຶ້ນ ພວກເຈົ້າກໍຈະຮູ້ໄດ້ວ່າເວລາມາໃກ້ແລ້ວພ້ອມທີ່ຈະເກີດຂຶ້ນ.
[34] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ເຫດການທັງໝົດເຫລົ່ານີ້ຈະເກີດຂຶ້ນ ກ່ອນຄົນສະໄໝນີ້ຕາຍໄປໝົດ.
[35] ຟ້າແລະດິນກໍຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”
[36] “ບໍ່ມີຜູ້ໃດຮູ້ວ່າວັນ ຫລືໂມງນັ້ນຈະມາເຖິງເມື່ອໃດ ແມ່ນແຕ່ບັນດາເທວະດາ ແລະພຣະບຸດ ກໍບໍ່ຮູ້ ມີແຕ່ພຣະບິດາອົງດຽວເທົ່ານັ້ນຮູ້.
[37] ເມື່ອບຸດມະນຸດມານັ້ນ ເຫດການຈະເປັນດັ່ງທີ່ໄດ້ເກີດຂຶ້ນໃນສະໄໝຂອງ^ໂນອາ.
[38] ກ່ອນວັນນໍ້າໄດ້ຖ້ວມໂລກນັ້ນ ປະຊາຊົນໄດ້ກິນແລະໄດ້ດື່ມ ແລະໄດ້ເອົາກັນເປັນຜົວເປັນເມຍ ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອ,
[39] ແຕ່ພວກເຂົາບໍ່ໄດ້ສຳນຶກຫຍັງເລີຍ ຈົນກວ່ານໍ້າໄຫລມາຖ້ວມກວາດເອົາພວກເຂົາໃຫ້ດັບສູນໄປ ເມື່ອບຸດມະນຸດມາ ກໍຈະເປັນດັ່ງນັ້ນແຫລະ.
[40] ໃນເວລານັ້ນ ຊາຍສອງຄົນຈະເຮັດວຽກຢູ່ໃນທົ່ງນາ, ຄົນໜຶ່ງຈະຖືກຮັບເອົາໄປ ແລະຄົນໜຶ່ງຈະຖືກປະໄວ້.
[41] ຈະມີຍິງສອງຄົນກຳລັງໂມ້ແປ້ງຢູ່ ຄົນໜຶ່ງຈະຖືກຮັບເອົາໄປ ແລະຄົນໜຶ່ງຈະຖືກປະໄວ້.
[42] ດັ່ງນັ້ນ ຈົ່ງໃຫ້ເຝົ້າລະວັງຢູ່ ເພາະພວກເຈົ້າບໍ່ຮູ້ວ່າ ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຈົ້າຈະມາເວລາໃດ.
[43] ແຕ່ຈົ່ງເຂົ້າໃຈຢ່າງນີ້ວ່າ ຖ້າເຈົ້າຂອງ^ເຮືອນໄດ້ຮູ້ກ່ອນວ່າ ໂຈນຈະມາຍາມໃດ ເພິ່ນຈະເຝົ້າລະວັງໄວ້ບໍ່ໃຫ້ໂຈນເຈາະເຂົ້າເຮືອນຂອງຕົນໄດ້.
[44] ເຫດສະນັ້ນ ພວກເຈົ້າກໍເໝືອນກັນຈົ່ງຕຽມພ້ອມຢູ່ສະເໝີ ເພາະວ່າບຸດມະນຸດຈະມາໃນໂມງທີ່ພວກເຈົ້າບໍ່ຄາດຄິດ.”
[45] “ເຫດສະນັ້ນ ແມ່ນຜູ້ໃດທີ່ເປັນຄົນ^ຮັບໃຊ້ສັດຊື່ແລະສະຫລາດ? ກໍແມ່ນຜູ້ທີ່ນາຍຂອງຕົນມອບໃຫ້ຮັບຜິດຊອບຄົນ^ຮັບໃຊ້ຜູ້ອື່ນໆ ເພື່ອແຈກອາຫານໃຫ້ພວກເຂົາຕາມເວລາ.
[46] ຄົນ^ຮັບໃຊ້ຜູ້ນີ້ຈະເປັນສຸກໃຈ ເມື່ອຜູ້ເປັນນາຍກັບມາຍັງເຮືອນຂອງຕົນ ພົບລາວກຳລັງເຮັດໜ້າທີ່ຂອງຕົນຢູ່.
[47] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ຜູ້ເປັນນາຍຈະມອບໃຫ້ຄົນ^ຮັບໃຊ້ຜູ້ນີ້ ຮັບຜິດຊອບຊັບສິນທັງໝົດຂອງຕົນ.
[48] ແຕ່ຖ້າລາວເປັນຄົນ^ຮັບໃຊ້ບໍ່ດີ ລາວຈະຄິດວ່າ ຍັງອີກດົນກວ່ານາຍຂອງຕົນຈະກັບມາ
[49] ແລະລາວກໍຈະເລີ່ມຂ້ຽນຕີຄົນ^ຮັບໃຊ້ດ້ວຍກັນ ທັງກິນແລະດື່ມກັບຄົນຂີ້ເມົາດ້ວຍ.
[50] ແລ້ວວັນໜຶ່ງ ນາຍຂອງ^ຄົນ^ຮັບໃຊ້ຜູ້ນັ້ນກໍຈະກັບມາ ໂດຍທີ່ລາວບໍ່ຄາດຄິດ ແລະໃນເວລາທີ່ລາວບໍ່ຮູ້
[51] ແລະຈະຜ່າລາວໃຫ້ເປັນສອງຕ່ອນ ທັງຈະໃຫ້ເຂົ້າສ່ວນກັບຄົນ^ໜ້າຊື່^ໃຈຄົດ ບ່ອນນັ້ນຈະມີການຮ້ອງໄຫ້ ແລະຂົບແຂ້ວຢູ່.”