[1] ໃນວັນນັ້ນ ພຣະເຢຊູເຈົ້າໄດ້ສະເດັດອອກຈາກເຮືອນ ໄປປະທັບຢູ່ແຄມຝັ່ງທະເລສາບ.
[2] ປະຊາຊົນຢ່າງຫລວງຫລາຍໄດ້ມາເຕົ້າໂຮມກັນອ້ອມພຣະອົງ ຈົນພຣະອົງຕ້ອງຂຶ້ນຂີ່ເຮືອ ແລະປ່ອຍໃຫ້ປະຊາຊົນຢືນຢູ່ທີ່ແຄມຝັ່ງ.
[3] ພຣະອົງກ່າວຫລາຍເລື່ອງເປັນຄຳອຸປະມາເພື່ອສອນປະຊາຊົນ ໂດຍກ່າວວ່າ, “ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ.
[4] ຂະນະທີ່ເຂົາກຳລັງຫວ່ານເມັດພືດຢູ່ນັ້ນ ບາງເມັດກໍຕົກຕາມທາງ ແລ້ວຝູງນົກກໍມາສັບກິນເມັດນັ້ນເສຍ.
[5] ບາງເມັດກໍຕົກໃສ່ບ່ອນມີຫີນຫລາຍດິນໜ້ອຍ, ເມັດເຫລົ່ານີ້ຈຶ່ງງອກຂຶ້ນໄດ້ໄວເພາະພື້ນດິນບໍ່ເລິກ.
[6] ແຕ່ເມື່ອຕາເວັນຂຶ້ນມາ ພືດນັ້ນກໍແຫ້ມຈຶ່ງຫ່ຽວແຫ້ງໄປເພາະຮາກບໍ່ເລິກ.
[7] ບາງເມັດກໍຕົກໃສ່ກາງຟຸ່ມໜາມ, ໜາມເຫລົ່ານີ້ກໍໃຫຍ່ຂຶ້ນຫຸ້ມຮັດພືດນັ້ນໃຫ້ເສຍໄປ.
[8] ແຕ່ບາງເມັດຕົກໃສ່ດິນດີພືດຈຶ່ງເກີດຜົນ: ເມັດໜຶ່ງໄດ້ຮ້ອຍຕໍ່, ເມັດໜຶ່ງໄດ້ຫົກສິບຕໍ່ ແລະເມັດໜຶ່ງໄດ້ສາມສິບຕໍ່.
[9] ຜູ້ໃດມີຫູຟັງ ຈົ່ງຟັງເອົາ”
[10] ພວກສາວົກຈຶ່ງມາຫາພຣະເຢຊູເຈົ້າ ແລະຖາມວ່າ, “ເປັນຫຍັງທ່ານຈຶ່ງໃຊ້ຄຳອຸປະມາ ເມື່ອທ່ານກ່າວກັບປະຊາຊົນ?”
[11] ພຣະເຢຊູເຈົ້າຕອບວ່າ, “ສຳລັບພວກເຈົ້ານັ້ນ ພຣະເຈົ້າຊົງໂຜດໃຫ້ພວກເຈົ້າຮູ້ໄດ້ຄວາມ^ລັບເລິກແຫ່ງຣາຊອານາຈັກສະຫວັນ, ແຕ່ຄົນເຫລົ່ານັ້ນບໍ່ໄດ້ຊົງໂຜດໃຫ້ຮູ້.
[12] ດ້ວຍວ່າ, ຜູ້ທີ່ມີຢູ່ແລ້ວກໍຈະໄດ້ເພີ່ມຕື່ມອີກ ເພື່ອວ່າເຂົາຈະມີຢ່າງເຕັມ^ບໍລິບູນ, ແຕ່ຜູ້ທີ່ບໍ່ມີນັ້ນ ເຖິງແມ່ນສິ່ງທີ່ຕົນມີຢູ່ພຽງເລັກນ້ອຍ ກໍຈະຖືກເອົາໄປເສຍຈາກຜູ້ນັ້ນ.
[13] ດ້ວຍເຫດນີ້ແຫລະ, ທີ່ເຮົາໃຊ້ຄຳອຸປະມາກ່າວກັບພວກເຂົາ ເພື່ອວ່າພວກເຂົາເບິ່ງ ແຕ່ກໍບໍ່ໄດ້ເຫັນ ແລະພວກເຂົາຟັງ ແຕ່ກໍບໍ່ໄດ້ຍິນຫລືເຂົ້າໃຈ.
[14] ດັ່ງນັ້ນ ຈຶ່ງເປັນຈິງຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ, ‘ປະຊາຊົນນີ້ຈະຟັງ ເມື່ອຟັງແລ້ວ ແຕ່ກໍບໍ່ເຂົ້າໃຈຈັກເທື່ອ, ພວກເຂົາຈະເບິ່ງ ເມື່ອເບິ່ງແລ້ວ ແຕ່ກໍບໍ່ເຫັນຈັກເທື່ອ
[15] ດ້ວຍວ່າ, ໃຈຂອງ^ພວກເຂົາປຶກຕັນ ຫູກໍໜັກ ຕາກໍຫລັບເສຍ. ບໍ່ດັ່ງນັ້ນ ພວກເຂົາຈະສັງເກດ ເຫັນດ້ວຍຕາ ຈະໄດ້ຍິນດ້ວຍຫູ ແລະຈະຮູ້ດ້ວຍໃຈ ແລະຈະຄືນມາຫາເຮົາ ແລ້ວເຮົາຈະຊົງໂຜດພວກເຂົາໃຫ້ຫາຍດີ.’
[16] ແຕ່ຕາຂອງ^ພວກເຈົ້າກໍເປັນສຸກ ເພາະພວກເຈົ້າໄດ້ເຫັນ ແລະຫູຂອງ^ພວກເຈົ້າກໍເປັນສຸກເພາະໄດ້ຍິນ.
[17] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ຜູ້ທຳນວາຍແລະຜູ້ມີສິນທຳຫລາຍຄົນ ປາຖະໜາຢາກເຫັນສິ່ງທີ່ພວກເຈົ້າເຫັນຢູ່ນີ້ ແຕ່ບໍ່ໄດ້ເຫັນ ແລະເຂົາປາຖະໜາຢາກໄດ້ຍິນຖ້ອຍຄຳທີ່ພວກເຈົ້າໄດ້ຍິນ ແຕ່ບໍ່ໄດ້ຍິນ.”
[18] “ເຫດສະນັ້ນ ພວກເຈົ້າຈົ່ງຟັງຄຳອຸປະມາເລື່ອງຜູ້ຫວ່ານພືດນັ້ນ.
[19] ຜູ້ໃດທີ່ໄດ້ຍິນພຣະທຳເລື່ອງຣາຊອານາຈັກສະຫວັນ ແຕ່ບໍ່ເຂົ້າໃຈກໍຄ້າຍຄືກັບເມັດພືດທີ່ຕົກຕາມທາງ, ມານຊົ່ວຮ້າຍມາຍາດເອົາພຣະທຳທີ່ຖືກຫວ່ານເຂົ້າໃນຈິດໃຈຂອງ^ຄົນນັ້ນໄປເສຍ.
[20] ບາງເມັດທີ່ຕົກໃສ່ບ່ອນມີຫີນຫລາຍດິນໜ້ອຍ ຄືຄົນທີ່ໄດ້ຍິນພຣະທຳ ແລະຮັບເອົາໄວ້ທັນທີດ້ວຍຄວາມ^ຊົມຊື່ນ^ຍິນດີ.
[21] ແຕ່ບໍ່ໃຫ້ພຣະທຳນັ້ນໄດ້ຝັງຮາກເລິກລົງໃນຈິດໃຈຂອງ^ພວກຕົນ ກໍທົນຢູ່ບໍ່ໄດ້ດົນ, ເມື່ອເກີດຄວາມ^ຍາກລຳບາກ ຫລືຖືກການຂົ່ມເຫັງເພາະພຣະທຳນັ້ນ ຕົນຈຶ່ງເຊົາເຊື່ອພຣະທຳນັ້ນທັນທີ.
[22] ບາງເມັດທີ່ຕົກໃສ່ກາງຟຸ່ມໜາມ ຄືຄົນທີ່ໄດ້ຍິນພຣະທຳ ແຕ່ຍັງກັງວົນເຖິງຊີວິດຢູ່ໃນໂລກນີ້ ແລະຄວາມ^ຢາກຮັ່ງຢາກມີຫຸ້ມຮັດພຣະທຳນັ້ນເສຍຈຶ່ງບໍ່ເກີດຜົນ.
[23] ສ່ວນເມັດທີ່ຕົກໃສ່ດິນດີ ຄືຄົນທີ່ໄດ້ຍິນພຣະທຳ ແລະເຂົ້າໃຈພຣະທຳນັ້ນ, ຜູ້ນັ້ນຈຶ່ງເກີດຜົນໄດ້ຮ້ອຍຕໍ່, ຫົກສິບຕໍ່ ແລະສາມສິບຕໍ່.”
[24] ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາເລື່ອງໜຶ່ງສູ່ພວກເຂົາຟັງວ່າ, “ຣາຊອານາຈັກສະຫວັນກໍປຽບເໝືອນຄົນຜູ້ໜຶ່ງ ທີ່ຫວ່ານພືດໃນນາຂອງຕົນ.
[25] ໃນຂະນະທີ່ທຸກຄົນນອນຫລັບຢູ່ນັ້ນ ສັດຕູຂອງ^ຜູ້ນັ້ນກໍມາຫວ່ານເຂົ້ານົກໃສ່ທ່າມກາງເຂົ້າດີແລ້ວກໍໜີໄປ.
[26] ເມື່ອເຂົ້າດີງອກໃຫຍ່ຂຶ້ນເປັນຮວງເຂົ້າແລ້ວ ເຂົ້ານົກກໍໃຫຍ່ຂຶ້ນດ້ວຍກັນ.
[27] ພວກຜູ້ຮັບໃຊ້ຂອງ^ຊາຍຄົນນັ້ນຈຶ່ງມາຫາ ແລະເວົ້າວ່າ, ‘ນາຍ^ເອີຍ ທ່ານໄດ້ຫວ່ານເຂົ້າດີໃນນາຂອງທ່ານບໍ່ແມ່ນບໍ? ແລ້ວເຂົ້ານົກນັ້ນມາແຕ່ໃສ?’
[28] ຝ່າຍນາຍໄດ້ຕອບວ່າ ‘ນີ້ແມ່ນສັດຕູເປັນຜູ້ເຮັດ’ ພວກຜູ້ຮັບໃຊ້ຈຶ່ງຖາມນາຍວ່າ, ‘ທ່ານຕ້ອງການໃຫ້ພວກຂ້ານ້ອຍຫລົກເຂົ້ານົກຖິ້ມບໍ?’
[29] ນາຍຕອບວ່າ, ‘ບໍ່ ເພາະຂະນະທີ່ຫລົກເຂົ້ານົກຖິ້ມນັ້ນ ພວກເຈົ້າອາດຫລົກເຂົ້າດີກໍເປັນໄດ້.
[30] ປະໃຫ້ມັນໃຫຍ່ຂຶ້ນນຳກັນ ຈົນກວ່າເຖິງລະດູເກັບກ່ຽວແລ້ວ ເຮົາກໍຈະສັ່ງໃຫ້ພວກຄົນງານເກັບກ່ຽວເຂົ້ານົກກ່ອນ ໂຮມເປັນມັດແລະເຜົາໄຟຖິ້ມເສຍ, ສ່ວນເຂົ້າດີນັ້ນໃຫ້ໂຮມໄວ້ໃສ່ເລົ້າຂອງເຮົາ.’”
[31] ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາເລື່ອງໜຶ່ງແກ່ພວກເຂົາຟັງອີກວ່າ, “ຣາຊອານາຈັກສະຫວັນກໍປຽບເໝືອນແກ່ນຜັກກາດເມັດໜຶ່ງ ຊຶ່ງຊາຍຄົນໜຶ່ງນຳເອົາໄປຫວ່ານໃນສວນຂອງຕົນ.
[32] ເມັດນັ້ນນ້ອຍກວ່າເມັດທັງຫລາຍ ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກຊະນິດອື່ນໆ, ມັນໃຫຍ່ຂຶ້ນກາຍເປັນກົກ ຈົນວ່າຝູງນົກມາຈັບ ແລະເຮັດຮັງໃສ່ງ່າຂອງ^ມັນໄດ້.”
[33] ພຣະເຢຊູເຈົ້າຍັງໄດ້ກ່າວຄຳອຸປະມາເລື່ອງໜຶ່ງແກ່ພວກເຂົາວ່າ, “ຣາຊອານາຈັກສະຫວັນກໍປຽບເໝືອນເຊື້ອແປ້ງ ທີ່ຍິງຜູ້ໜຶ່ງໄດ້ນຳເອົາໄປປົນໃສ່ແປ້ງສາມຜອງໃຫຍ່ ຈົນແປ້ງນັ້ນຟູຂຶ້ນທັງໝົດ.”
[34] ພຣະເຢຊູເຈົ້າກ່າວທຸກສິ່ງເຫລົ່ານີ້ ແກ່ປະຊາຊົນໂດຍໄດ້ໃຊ້ຄຳອຸປະມາທັງໝົດ, ນອກຈາກຄຳອຸປະມາພຣະອົງບໍ່ໄດ້ກ່າວສິ່ງໃດເລີຍແກ່ພວກເຂົາ.
[35] ພຣະອົງກະທຳເຊັ່ນນີ້ເພື່ອໃຫ້ສຳເລັດ ຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ, “ເຮົາຈະໃຊ້ຄຳອຸປະມາ ເພື່ອກ່າວກັບພວກເຂົາ ທັງບອກຂໍ້ຄວາມທີ່ປົກບັງໄວ້ ຕັ້ງແຕ່ຕົ້ນເດີມສ້າງໂລກ.”
[36] ເມື່ອພຣະເຢຊູເຈົ້າໃຫ້ປະຊາຊົນເລີກກັບໄປແລ້ວ, ພຣະອົງກໍເຂົ້າໄປໃນເຮືອນ ແລ້ວພວກສາວົກຂອງ^ພຣະອົງກໍເຂົ້າມາ ແລະກ່າວວ່າ, “ຂໍທ່ານຊ່ວຍອະທິບາຍຄຳອຸປະມາເລື່ອງເຂົ້ານົກແກ່ພວກຂ້ານ້ອຍແດ່.”
[37] ພຣະເຢຊູເຈົ້າຈຶ່ງອະທິບາຍວ່າ, “ຜູ້ທີ່ຫວ່ານເຂົ້າດີນັ້ນແມ່ນບຸດມະນຸດ,
[38] ສ່ວນນານັ້ນແມ່ນໂລກນີ້, ເຂົ້າດີແມ່ນປະຊາຊົນແຫ່ງຣາຊອານາຈັກຂອງ^ພຣະເຈົ້າ, ສ່ວນເຂົ້ານົກແມ່ນປະຊາຊົນຂອງ^ມານຊົ່ວຮ້າຍ,
[39] ແລະ ສັດຕູຜູ້ທີ່ຫວ່ານເຂົ້ານົກແມ່ນມານຮ້າຍ ລະດູເກັບກ່ຽວແມ່ນຄາວສຸດໂລກ ແລະຜູ້ເກັບກ່ຽວແມ່ນຝູງເທວະດາ.
[40] ເຂົ້ານົກຖືກກວາດເອົາໄປເຜົາໃສ່ໄຟຢ່າງໃດ ຄາວສຸດໂລກກໍຈະເປັນຢ່າງນັ້ນ.
[41] ບຸດມະນຸດຈະໃຊ້ຝູງເທວະດາຂອງຕົນອອກໄປ ຮວບຮວມເອົາອອກມາຈາກອານາຈັກຂອງ^ພຣະອົງ ຄືພວກທີ່ກໍ່ເຫດທັງໝົດໃຫ້ມະນຸດເຮັດບາບ ແລະບັນດາຜູ້ທີ່ເຮັດຊົ່ວທັງໝົດ
[42] ແລ້ວຈະໂຍນພວກເຂົາຖິ້ມໃສ່ໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ມີການຮ້ອງໄຫ້ຄວນຄາງ ແລະຂົບແຂ້ວຄ້ຽວຟັນ.
[43] ແລ້ວພວກທີ່ຊອບທຳ ກໍຈະຮຸ່ງເຮືອງດັ່ງດວງຕາເວັນ ໃນຣາຊອານາຈັກແຫ່ງພຣະບິດາຂອງ^ພວກເຂົາ, ຜູ້ໃດມີຫູຟັງ ຈົ່ງຟັງເອົາ”
[44] “ຣາຊອານາຈັກສະຫວັນປຽບເໝືອນຊັບທີ່ເຊື່ອງໄວ້ໃນທົ່ງນາ, ຊາຍຄົນໜຶ່ງພົບແລ້ວຈຶ່ງເຊື່ອງໄວ້ອີກ, ລາວດີໃຈທີ່ສຸດຈຶ່ງໄປຂາຍທຸກສິ່ງທີ່ຕົນມີຢູ່ ແລ້ວໄປຊື້ເອົານາທົ່ງນັ້ນ.”
[45] “ເຊັ່ນດຽວ^ກັນ ຣາຊອານາຈັກສະຫວັນ ປຽບເໝືອນພໍ່ຄ້າຜູ້ໜຶ່ງທີ່ຊອກຫາໄຂ່ມຸກຢ່າງງາມ.
[46] ເມື່ອລາວພົບໄຂ່ມຸກເມັດໜຶ່ງທີ່ມີຄ່າແພງຫລາຍທີ່ສຸດ ກໍໄປຂາຍທຸກສິ່ງທີ່ຕົນມີຢູ່ ແລ້ວໄປຊື້ໄຂ່ມຸກນັ້ນ.”
[47] “ເຊັ່ນດຽວ^ກັນ ຣາຊອານາຈັກສະຫວັນປຽບເໝືອນກັບມອງ ທີ່ຖິ້ມລົງໃນທະເລຈັບປາທຸກຊະນິດ.
[48] ເມື່ອເຕັມມອງແລ້ວ ກໍດຶງມອງນັ້ນຂຶ້ນເທິງຝັ່ງ ແລະນັ່ງລົງເລືອກເອົາໂຕດີໃສ່ຄຸໄວ້ ສ່ວນໂຕບໍ່ດີນັ້ນໂຍນຖິ້ມໄປ.
[49] ໃນຄາວສຸດທ້າຍ ໂລກກໍຈະເປັນຢ່າງນັ້ນແຫລະ ຝູງເທວະດາກໍຈະອອກໄປແຍກເອົາຄົນຊົ່ວອອກຈາກຄົນຊອບທຳ,
[50] ແລະຈະໂຍນພວກເຂົາຖິ້ມໃສ່ໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ມີການຮ້ອງໄຫ້ຄວນຄາງ ແລະຂົບແຂ້ວຄ້ຽວຟັນ.”
[51] ພຣະເຢຊູເຈົ້າຖາມພວກເຂົາວ່າ, “ພວກເຈົ້າເຂົ້າໃຈເລື່ອງທັງໝົດນີ້ແລ້ວບໍ?” ພວກເຂົາຕອບພຣະອົງວ່າ, “ເຂົ້າໃຈແລ້ວ.”
[52] ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກເຂົາວ່າ, “ດ້ວຍເຫດນັ້ນທຳມະຈານທຸກຄົນ ທີ່ໄດ້ຮຽນຮູ້ເຖິງຣາຊອານາຈັກສະຫວັນ ກໍເໝືອນເຈົ້າຂອງ^ເຮືອນຜູ້ໜຶ່ງທີ່ເອົາຂອງ^ໃໝ່ ແລະຂອງ^ເກົ່າອອກມາຈາກສາງຂອງຕົນ.”
[53] ເມື່ອພຣະເຢຊູເຈົ້າກ່າວຄຳອຸປະມາເຫລົ່ານີ້ຈົບແລ້ວ ກໍສະເດັດຈາກບ່ອນນັ້ນໄປ
[54] ເມື່ອກັບໄປເຖິງເມືອງຂອງຕົນແລ້ວ ພຣະອົງໄດ້ສັ່ງສອນຄົນທັງຫລາຍໃນທຳມະສາລາຂອງ^ພວກເຂົາ ຈົນພວກເຂົາງຶດປະຫລາດ^ໃຈ ແລະຖາມກັນວ່າ, “ຄົນນີ້ໄດ້ສະຕິປັນຍາ ແລະເຮັດການອັດສະຈັນນີ້ມາຈາກໃສ?
[55] ລາວບໍ່ແມ່ນລູກຊາຍຂອງ^ຊ່າງ^ໄມ້ນັ້ນບໍ? ມາຣີເປັນແມ່ຂອງ^ລາວບໍ່ແມ່ນບໍ? ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາເປັນນ້ອງຊາຍຂອງ^ລາວບໍ່ແມ່ນບໍ?
[56] ແລະນ້ອງສາວທຸກຄົນຂອງ^ລາວກໍຢູ່ໃນເມືອງນີ້ບໍ່ແມ່ນບໍ? ລາວໄດ້ສິ່ງທັງໝົດນີ້ມາແຕ່ໃສ?”
[57] ດັ່ງນັ້ນແຫລະ ພວກເຂົາຈຶ່ງບໍ່ຍອມຮັບພຣະອົງ. ພຣະເຢຊູເຈົ້າຊົງກ່າວແກ່ພວກເຂົາວ່າ, “ຜູ້^ປະກາດ^ພຣະທຳຈະບໍ່ຂາດຄວາມນັບຖືໃນທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງຂອງຕົນ ແລະຈາກຄອບຄົວຂອງຕົນ.”
[58] ຍ້ອນພວກເຂົາບໍ່ມີຄວາມເຊື່ອ, ພຣະອົງຈຶ່ງບໍ່ໄດ້ເຮັດການອັດສະຈັນຫລາຍຢູ່ໃນເມືອງນີ້.