[1] ເມື່ອພຣະເຢຊູເຈົ້າສັ່ງສອນພວກສາວົກສິບສອງຄົນຂອງ^ພຣະອົງແລ້ວ, ພຣະອົງກໍໄດ້ສະເດັດຈາກທີ່ນັ້ນໄປສັ່ງສອນ ແລະເທດສະໜາປ່າວປະກາດຕາມເມືອງຕ່າງໆຂອງ^ພວກເຂົາ.
[2] ໂຢຮັນບັບຕິສະໂຕຜູ້ທີ່ຖືກຄຸກຢູ່ ໄດ້ຍິນຄົນເວົ້າເຖິງກິດຈະການທີ່ພຣະຄຣິດໄດ້ເຮັດ ເພິ່ນຈຶ່ງໃຊ້ລູກສິດບາງຄົນຂອງຕົນໄປ.
[3] ຖາມພຣະເຢຊູເຈົ້າວ່າ, “ຈົ່ງບອກພວກຂ້ານ້ອຍແດ່ວ່າ, ທ່ານແມ່ນຜູ້ທີ່ຈະມານັ້ນບໍ? ຫລືພວກຂ້ານ້ອຍຈະຕ້ອງລໍຄອຍຖ້າຜູ້ອື່ນອີກບໍ?”
[4] ພຣະເຢຊູເຈົ້າຊົງຕອບວ່າ, “ຈົ່ງກັບໄປບອກໂຢຮັນຕາມທີ່ພວກເຈົ້າໄດ້ຍິນແລະໄດ້ເຫັນ
[5] ຄື: ຄົນຕາບອດເຫັນຮຸ່ງໄດ້, ຄົນຂາຫ້ານຍ່າງໄດ້, ຜູ້ທີ່ເປັນພະຍາດ^ຂີ້ທູດກໍດີສະອາດ, ຄົນຫູໜວກກໍໄດ້^ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍມີການປະກາດແກ່ຄົນ^ຍາກຈົນ.
[6] ຜູ້ໃດທີ່ບໍ່ສົງໄສເຮົາກໍເປັນສຸກ.”
[7] ເມື່ອລູກສິດຂອງ^ໂຢຮັນພວກນັ້ນກຳລັງຈາກໄປ ພຣະເຢຊູເຈົ້າກໍເລີ່ມກ່າວເຖິງເລື່ອງໂຢຮັນແກ່ປະຊາຊົນວ່າ, “ເຈົ້າ^ທັງຫລາຍໄດ້ອອກໄປຖິ່ນ^ແຫ້ງແລ້ງ^ກັນດານນັ້ນເພື່ອເບິ່ງຫຍັງ? ເພື່ອເບິ່ງຕົ້ນອໍ້ໄຫວໄປມາຕາມກະແສລົມພັດບໍ?
[8] ພວກເຈົ້າໄດ້ອອກໄປເບິ່ງຫຍັງ? ເບິ່ງຄົນທີ່ນຸ່ງເຄື່ອງຢ່າງລະອຽດອ່ອນຈົບງາມບໍ? ຜູ້ທີ່ນຸ່ງເຄື່ອງຢ່າງລະອຽດອ່ອນຈົບງາມເຊັ່ນນັ້ນ ກໍຢູ່ໃນວັງຂອງ^ກະສັດ
[9] ແຕ່ພວກເຈົ້າອອກໄປເບິ່ງຫຍັງ? ເບິ່ງຜູ້ທຳນວາຍບໍ? ແມ່ນແລ້ວເຮົາບອກພວກເຈົ້າວ່າ ທ່ານຜູ້ນັ້ນກໍຍິ່ງໃຫຍ່ກວ່າຜູ້ທຳນວາຍອີກ.
[10] ດ້ວຍວ່າ, ໂຢຮັນຜູ້ນີ້ແຫລະ ທີ່ພຣະຄຳພີກ່າວເຖິງວ່າ, ‘ເບິ່ງແມ! ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນໜ້າເຈົ້າ ເພື່ອຈັດແຈງທາງໄວ້ສຳລັບເຈົ້າ.’
[11] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ໃນບັນດາຜູ້ທີ່ເກີດຈາກແມ່ຍິງ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນບັບຕິສະໂຕ, ແຕ່ຜູ້ນ້ອຍທີ່ສຸດໃນຣາຊອານາຈັກສະຫວັນກໍໃຫຍ່ກວ່າໂຢຮັນ.
[12] ຕັ້ງແຕ່ຄາວໂຢຮັນບັບຕິສະໂຕຈົນເຖິງປະຈຸບັນນີ້ ອານາຈັກສະຫວັນກໍຖືກຍາດຊິງເອົາຢ່າງຮຸນແຮງ ແລະພວກທີ່ມີໃຈຮຸນແຮງກໍເປັນຜູ້ຍາດຊິງເອົາໄດ້.
[13] ພວກຜູ້ທຳນວາຍທຸກຄົນ ແລະກົດບັນຍັດໄດ້ທຳນວາຍມາຈົນເຖິງຄາວຂອງ^ໂຢຮັນນີ້,
[14] ແລະ ຖ້າພວກເຈົ້າຍອມຮັບເອົາຖ້ອຍຄຳນີ້ ກໍແມ່ນໂຢຮັນຜູ້ນີ້ແຫລະ ທີ່ເປັນເອລີຢາຜູ້ທີ່ທຳນວາຍໄວ້ລ່ວງໜ້າວ່າຈະມາ.
[15] ຜູ້ໃດມີຫູຟັງ ຈົ່ງຟັງເອົາ”
[16] “ເຮົາຈະປຽບຄົນສະໄໝນີ້ໃສ່ກັບຜູ້ໃດ? ກໍຄ້າຍຄືກັບເດັກນ້ອຍທີ່ກຳລັງນັ່ງຢູ່ໃນຕະຫລາດຮ້ອງໃສ່ກັນແລະກັນວ່າ,
[17] ‘ພວກຂ້ອຍເປົ່າປີ່ໃຫ້ຟ້ອນ ພວກເຈົ້າພັດບໍ່ຟ້ອນລຳ ພວກຂ້ອຍຮ້ອງ^ໄຫ້ໄວ້^ອາ^ໄລ ແຕ່ພວກເຈົ້າບໍ່ຮ້ອງໄຫ້’
[18] ເມື່ອເວລາໂຢຮັນໄດ້ມາ ເພິ່ນບໍ່ກິນແລະບໍ່ດື່ມ ເຂົາເວົ້າວ່າ, ‘ຜີມານຮ້າຍສິງລາວຢູ່’
[19] ຝ່າຍບຸດມະນຸດໄດ້ມາ ທັງກິນແລະດື່ມ ແລະເຂົາກໍເວົ້າວ່າ, ‘ເບິ່ງຄົນນີ້ແມ ລາວເປັນຄົນກິນເກີນສ່ວນ ແລະມັກເມົາ ທັງເປັນເພື່ອນກັບຄົນເກັບພາສີແລະຄົນບາບທັງຫລາຍ’ ແຕ່ສະຕິປັນຍາຂອງ^ພຣະເຈົ້າກໍຖືກເປີດເຜີຍເປັນຈິງໂດຍຜົນຂອງ^ພຣະປັນຍານັ້ນ.”
[20] ດັ່ງນັ້ນ ພຣະອົງຈຶ່ງເລີ່ມປະນາມເມືອງຕ່າງໆ ທີ່ພຣະອົງເຮັດການອັດສະຈັນເປັນສ່ວນຫລາຍນັ້ນ ເພາະເຂົາບໍ່ໄດ້ຖິ້ມໃຈເກົ່າ^ເອົາໃຈໃໝ່.
[21] ວ່າ, “ວິບັດແກ່ເຈົ້າ ເມືອງໂຂຣາຊິນ^ເອີຍ ວິບັດແກ່ເຈົ້າ ເມືອງເບັດຊາອີດາກໍເໝືອນກັນ ການອັດສະຈັນທີ່ໄດ້ຖືກກະທຳໃນທ່າມກາງພວກເຈົ້າ ຖ້າໄດ້ຖືກກະທຳທີ່ເມືອງຕີເຣແລະເມືອງຊີໂດນແລ້ວ ປະຊາຊົນໃນເມືອງທັງສອງນີ້ກໍຄົງຈະຖິ້ມໃຈເກົ່າ^ເອົາໃຈໃໝ່ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າ^ກະສອບເຂົ້າ ແລະເອົາຂີ້ເຖົ່າໂຮຍໃສ່ຫົວແຕ່ດົນນານແລ້ວ
[22] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ໃນວັນພິພາກສາຂອງ^ພຣະເຈົ້າ ໂທດຂອງ^ຊາວເມືອງຕີເຣແລະຊີໂດນ ຈະໄດ້ຮັບກໍເບົາກວ່າໂທດທີ່ພວກເຈົ້າຈະໄດ້ຮັບ.
[23] ສ່ວນເຈົ້າ ເມືອງກາເປນາອູມ^ເອີຍ ເຈົ້າຈະຖືກຍົກຂຶ້ນໃຫ້ພຽງຟ້າສະຫວັນພຸ້ນບໍ? ເຈົ້າຈະຖືກຖິ້ມລົງສູ່ບຶງໄຟນະຣົກ ຖ້າການອັດສະຈັນທີ່ໄດ້ຖືກກະທຳໃນທ່າມກາງພວກເຈົ້າ ໄດ້ຖືກກະທຳໃນເມືອງ^ໂຊໂດມແລ້ວ ເມືອງນັ້ນກໍຄົງຍັງຕັ້ງຢູ່ຈົນເຖິງ^ທຸກ^ວັນນີ້
[24] ສະນັ້ນ ເຮົາຈຶ່ງບອກພວກເຈົ້າວ່າ ໃນວັນພິພາກສາຂອງ^ພຣະເຈົ້າ ໂທດຂອງ^ເມືອງ^ໂຊໂດມກໍຈະເບົາກວ່າໂທດຂອງ^ເຈົ້າ.”
[25] ໃນເວລານັ້ນ ພຣະເຢຊູເຈົ້າໄດ້ກາບທູນວ່າ, “ຂ້າແດ່ພຣະບິດາເຈົ້າ ຜູ້ເປັນເຈົ້າຂອງ^ສະຫວັນແລະແຜ່ນດິນ^ໂລກ ຂ້ານ້ອຍຂໍສັນລະເສີນພຣະອົງ ທີ່ພຣະອົງໄດ້ປິດບັງສິ່ງເຫລົ່ານີ້ໄວ້ຈາກຜູ້ສະຫລາດ ແລະຜູ້ມີສະຕິປັນຍາ, ແຕ່ຊົງເປີດເຜີຍແກ່ຜູ້ທີ່ບໍ່ໄດ້ຮຽນຮູ້.
[26] ແມ່ນແລ້ວພຣະບິດາເຈົ້າ^ເອີຍ ພຣະອົງໄດ້ກະຣຸນາຕາມຄວາມ^ພໍໃຈຢ່າງນັ້ນຕໍ່ໜ້າພຣະອົງ”.
[27] “ພຣະບິດາຂອງເຮົາໄດ້ມອບສິ່ງສາລະພັດໃຫ້ແກ່ເຮົາ ແລະບໍ່ມີຜູ້ໃດຮູ້ພຣະບິດາເຈົ້ານອກຈາກພຣະບຸດ ແລະຜູ້ທີ່ພຣະບຸດຢາກຈະເປີດເຜີຍໃຫ້ຮູ້.”
[28] “ບັນດາຜູ້ທີ່ເຮັດການໜັກໜ່ວງແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມ^ເຊົາເມື່ອຍ.
[29] ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບແລະຖ່ອມລົງ ແລ້ວຈິດໃຈຂອງ^ພວກເຈົ້າຈະໄດ້ພົບຄວາມ^ເຊົາເມື່ອຍ.
[30] ດ້ວຍວ່າ ແອກຂອງເຮົາກໍພໍເໝາະ ແລະພາລະຂອງເຮົາກໍເບົາ.”