[1] ເມື່ອພຣະເຢຊູເຈົ້າກ່າວຄຳເຫລົ່ານີ້ຈົບແລ້ວ, ພຣະອົງກໍຈາກແຂວງຄາລີເລໄປຍັງຂົງເຂດແຂວງຢູດາຍ ຊຶ່ງຢູ່ທາງຟາກໜຶ່ງອີກຂອງ^ແມ່ນໍ້າ^ຈໍແດນ.
[2] ມີປະຊາຊົນຢ່າງຫລວງຫລາຍໄດ້ຕິດຕາມພຣະອົງໄປ ແລະໃນທີ່ນັ້ນພຣະອົງໄດ້ຊົງໂຜດຮັກສາພວກເຂົາໃຫ້ດີພະຍາດ.
[3] ພວກຟາຣີຊາຍມາຫາພຣະອົງ ເພື່ອທົດລອງພຣະອົງໂດຍຖາມວ່າ, “ກົດບັນຍັດຂອງ^ພວກເຮົາອະນຸຍາດໃຫ້ຜູ້ຊາຍຢ່າຮ້າງເມຍຂອງຕົນ ດ້ວຍສາເຫດໃດໜຶ່ງກໍໄດ້ບໍ?”
[4] ພຣະອົງຕອບວ່າ, “ພວກເຈົ້າບໍ່ໄດ້ອ່ານພຣະຄຳພີບໍ ທີ່ວ່າຕັ້ງແຕ່ຕົ້ນເດີມພຣະຜູ້ສ້າງມະນຸດ ໄດ້ສ້າງໃຫ້ເປັນຊາຍແລະຍິງ?
[5] ແລະ ພຣະເຈົ້າຊົງກ່າວວ່າ, ‘ດ້ວຍເຫດນີ້ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນ ແລ້ວໄປຜູກພັນຢູ່ກັບເມຍຂອງຕົນ ແລະເຂົາທັງສອງກໍເປັນກາຍອັນດຽວກັນ.’
[6] ດັ່ງນັ້ນ ພວກເຂົາຈຶ່ງບໍ່ເປັນສອງອີກຕໍ່ໄປ ແຕ່ເປັນກາຍອັນດຽວກັນ ສະນັ້ນ ສິ່ງທີ່ພຣະເຈົ້າໃຫ້ເຂົ້າຮ່ວມກັນແລ້ວນັ້ນ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ.”
[7] ພວກຟາຣີຊາຍຖາມພຣະອົງວ່າ, “ຖ້າຢ່າງນັ້ນເປັນຫຍັງໂມເຊຈຶ່ງມີກົດໃຫ້ຜູ້ຊາຍເຮັດໜັງສືຢ່າຮ້າງເມຍຂອງຕົນ ແລະໃຫ້ໄລ່ນາງໜີໄດ້?”
[8] ພຣະເຢຊູເຈົ້າຕອບພວກເຂົາວ່າ, “ໂມເຊອະນຸຍາດໃຫ້ພວກເຈົ້າຢ່າຮ້າງເມຍຂອງຕົນໄດ້ ເພາະພວກເຈົ້າມີໃຈດື້ດ້ານຫລາຍ, ແຕ່ໃນເວລາເນຣະມິດສ້າງນັ້ນບໍ່ເປັນຢ່າງນີ້.
[9] ເຮົາຂໍບອກພວກເຈົ້າວ່າ, ຊາຍໃດທີ່ປະຮ້າງເມຍຂອງຕົນ ໂດຍນາງບໍ່ໄດ້ຫລີ້ນຊູ້ກັບຊາຍອື່ນ ແລ້ວໄປແຕ່ງງານກັບຍິງອື່ນ ຜູ້ນັ້ນກໍຜິດໃນຖານຫລິ້ນຊູ້ ແລະຜູ້ໃດເອົາແມ່ຮ້າງນັ້ນມາເປັນເມຍ ກໍຜິດໃນຖານຫລີ້ນຊູ້ເໝືອນກັນ.”
[10] ພວກສາວົກຈຶ່ງເວົ້າກັບພຣະອົງວ່າ, “ຖ້າການເປັນຜົວເມຍກັນເປັນເຊັ່ນນີ້ ບໍ່ແຕ່ງງານກໍຄົງຈະເປັນການດີກວ່າ.”
[11] ພຣະເຢຊູເຈົ້າຊົງຕອບວ່າ, “ບໍ່ແມ່ນທຸກຄົນທີ່ຮັບຄຳສັ່ງສອນນີ້ໄດ້ ຮັບໄດ້ແຕ່ຜູ້ທີ່ພຣະເຈົ້າໄດ້ໂຜດໃຫ້ເທົ່ານັ້ນ.
[12] ດ້ວຍວ່າ, ຜູ້ທີ່ເປັນກະເທີຍແຕ່ກຳເນີດກໍມີ ຜູ້ທີ່ມະນຸດເຮັດໃຫ້ເປັນກະເທີຍກໍມີ ຜູ້ທີ່ປະຕິເສດການແຕ່ງງານເພາະເຫັນແກ່ຣາຊອານາຈັກກໍມີ ຜູ້ໃດຮັບປະຕິບັດໄດ້ ກໍໃຫ້ຮັບເອົາ.”
[13] ເມື່ອນັ້ນ ບາງຄົນໄດ້ນຳເດັກນ້ອຍມາຫາພຣະເຢຊູເຈົ້າ ເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ ແລະພາວັນນາ^ອະທິຖານເພື່ອພວກເຂົາ ແຕ່ພວກສາວົກໄດ້ຫ້າມປາມພວກເຂົາໄວ້.
[14] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ແລະຢ່າຫ້າມພວກເຂົາເພາະອານາຈັກສະຫວັນເປັນເໝືອນເດັກນ້ອຍເຫລົ່ານີ້ແຫລະ.”
[15] ພຣະອົງໄດ້ວາງມືໃສ່ພວກເຂົາແລ້ວ ກໍສະເດັດອອກໄປຈາກບ່ອນນັ້ນ.
[16] ຄັ້ງໜຶ່ງ ມີຊາຍຄົນໜຶ່ງມາຫາພຣະເຢຊູເຈົ້າ ເຂົາຖາມພຣະອົງວ່າ, “ອາຈານ^ເອີຍ, ຂ້ານ້ອຍຕ້ອງເຮັດຄວາມດີຢ່າງໃດແດ່ ຈຶ່ງຈະໄດ້ຮັບຊີວິດນິຣັນດອນ?”
[17] ພຣະເຢຊູເຈົ້າຕອບວ່າ, “ເປັນຫຍັງເຈົ້າຈຶ່ງຖາມເຮົາເຖິງສິ່ງທີ່ດີ? ຜູ້ທີ່ດີນັ້ນມີແຕ່ຜູ້ດຽວ ຖ້າເຈົ້າຕ້ອງການເຂົ້າສູ່ຊີວິດ ຈົ່ງຖືຮັກສາຂໍ້ຄຳສັ່ງທັງຫລາຍໄວ້.”
[18] ລາວຖາມຄືນວ່າ, “ຂໍ້ຄຳສັ່ງຂໍ້ໃດ?” ພຣະເຢຊູເຈົ້າຕອບວ່າ, “ຢ່າຂ້າຄົນ, ຢ່າຫລິ້ນຊູ້ສູ່ຜົວເມຍ, ຢ່າລັກ, ຢ່າເປັນພະຍານບໍ່ຈິງ
[19] ຈົ່ງນັບຖືພໍ່ແມ່ຂອງຕົນ ແລະຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
[20] ຊາຍໜຸ່ມຕອບວ່າ, “ຂ້ານ້ອຍໄດ້ຖືຮັກສາຂໍ້ຄຳສັ່ງທັງໝົດເຫລົ່ານີ້ຢູ່ແລ້ວ ມີສິ່ງໃດອີກແດ່ທີ່ຂ້ານ້ອຍຍັງຂາດຢູ່?”
[21] ພຣະເຢຊູເຈົ້າຕອບລາວວ່າ, “ຖ້າເຈົ້າຢາກເປັນຜູ້ດີຄົບຖ້ວນ ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະແຈກທານໃຫ້ແກ່ຄົນ^ຍາກຈົນ ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ, ແລ້ວຈົ່ງຕາມເຮົາມາ.”
[22] ເມື່ອຊາຍໜຸ່ມໄດ້ຍິນເຊັ່ນນີ້ ລາວກໍໜີໄປດ້ວຍຄວາມ^ທຸກໃຈຢ່າງໜັກ ເພາະລາວເປັນຄົນຮັ່ງມີຫລາຍ.
[23] ແລ້ວພຣະເຢຊູເຈົ້າຊົງກ່າວແກ່ພວກສາວົກຂອງ^ພຣະອົງວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ທີ່ຄົນຮັ່ງມີຈະເຂົ້າໃນອານາຈັກສະຫວັນກໍຍາກແທ້.
[24] ເຮົາຂໍບອກພວກເຈົ້າອີກວ່າ, ອູດໂຕໜຶ່ງຈະລອດຮູ^ເຂັມ ກໍງ່າຍກວ່າຄົນຮັ່ງມີຜູ້ໜຶ່ງຈະເຂົ້າໃນອານາຈັກສະຫວັນ.”
[25] ເມື່ອພວກສາວົກໄດ້ຍິນດັ່ງນີ້ແລ້ວ ກໍປະຫລາດ^ໃຈຫລາຍຈຶ່ງຖາມວ່າ, “ຖ້າຢ່າງນັ້ນ ຜູ້ໃດຈະພົ້ນໄດ້?”
[26] ພຣະເຢຊູເຈົ້າຫລຽວເບິ່ງພວກສາວົກ ແລ້ວຕອບວ່າ, “ສຳລັບມະນຸດແລ້ວເປັນໄປບໍ່ໄດ້ ແຕ່ສຳລັບພຣະເຈົ້າແລ້ວທຸກສິ່ງເປັນໄປໄດ້.”
[27] ແລ້ວເປໂຕເວົ້າຂຶ້ນວ່າ, “ເບິ່ງແມ! ພວກຂ້ານ້ອຍໄດ້ສະຫລະທຸກໆສິ່ງແລ້ວ ແລະຕິດຕາມທ່ານມາ ພວກຂ້ານ້ອຍຈະໄດ້ຫຍັງແດ່?”
[28] ພຣະເຢຊູເຈົ້າຊົງຕອບພວກສາວົກວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ເມື່ອບຸດມະນຸດນັ່ງເທິງບັນລັງອັນຮຸ່ງເຮືອງຂອງຕົນໃນໂລກໃໝ່ແລ້ວ ພວກເຈົ້າຜູ້ຕາມເຮົາມາກໍຈະໄດ້ນັ່ງເທິງບັນລັງສິບສອງບ່ອນ ເພື່ອພິພາກສາພວກອິດສະຣາເອນສິບສອງຕະກຸນເໝືອນກັນ.
[29] ແລະ ຜູ້ໃດທີ່ໄດ້ປະບ້ານເຮືອນ ຫລືອ້າຍເອື້ອຍນ້ອງ ຫລືພໍ່ແມ່ ຫລືລູກ ຫລືໄຮ່ນາເພື່ອເຫັນແກ່ນາມຊື່ຂອງເຮົາ ຜູ້ນັ້ນກໍຈະໄດ້ຮັບຜົນຕອບແທນຮ້ອຍເທົ່າ ແລະຈະໄດ້ຮັບມໍຣະດົກ ຄືຊີວິດນິຣັນດອນ.
[30] ແຕ່ມີຫລາຍຄົນທີ່ເປັນຜູ້ຕົ້ນ ຈະກັບເປັນຜູ້ປາຍ ແລະມີຫລາຍຄົນທີ່ເປັນຜູ້ປາຍ ຈະກັບເປັນຜູ້ຕົ້ນ.”