[1] ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ຈົບແລ້ວ ພຣະອົງກໍບອກພວກສາວົກຂອງ^ພຣະອົງວ່າ,
[2] “ພວກເຈົ້າຮູ້ຢູ່ແລ້ວ ຍັງອີກສອງວັນຈະແມ່ນເທດສະການປັດສະຄາ ແລະບຸດມະນຸດຈະຖືກມອບໃຫ້ພວກເຂົາຄຶງໄວ້ທີ່ໄມ້ກາງແຂນ.”
[3] ໃນເວລານັ້ນພວກມະຫາປະໂຣຫິດແລະພວກເຖົ້າແກ່ ກໍໄດ້ປະຊຸມກັນໃນເຮືອນຂອງ^ມະຫາປະໂຣຫິດກາຢະຟາ
[4] ແລະວາງແຜນກົນອຸບາຍຈັບພຣະເຢຊູເຈົ້າ ເພື່ອເອົາພຣະອົງໄປຂ້າ.
[5] ພວກເຂົາເວົ້າວ່າ, “ພວກເຮົາບໍ່ຕ້ອງເຮັດໃນລະຫວ່າງເທດສະການ ຢ້ານວ່າປະຊາຊົນອາດຈະວຸ້ນວາຍຂຶ້ນກໍໄດ້.”
[6] ໃນເວລາດຽວກັນນັ້ນ ພຣະເຢຊູເຈົ້າໄດ້ໄປທີ່ເຮືອນຂອງ^ຊີໂມນ ຜູ້ທີ່ເຄີຍເປັນພະຍາດ^ຂີ້ທູດໃນບ້ານເບັດທານີ.
[7] ຂະນະທີ່ພຣະອົງນັ່ງຮັບປະທານອາຫານຢູ່ນັ້ນ ກໍມີຍິງຜູ້ໜຶ່ງມາຫາພຣະອົງໂດຍຖືເຕົ້າຫີນຂາວອັນໜຶ່ງ ຊຶ່ງເຕັມດ້ວຍນໍ້າມັນຫອມລາຄາແພງຫລາຍ ແລະນາງໄດ້ຖອກລິນນໍ້າມັນຫອມນີ້ຫົດສົງຫົວຂອງ^ພຣະອົງ.
[8] ເມື່ອພວກສາວົກເຫັນເຫດການນີ້ກໍເຄືອງໃຈ ຈຶ່ງເວົ້າຂຶ້ນວ່າ, “ເປັນຫຍັງຈຶ່ງເຮັດໃຫ້ເສຍຂອງ^ລ້າໆຢ່າງນີ້
[9] ເພາະຖ້າຂາຍນໍ້າມັນຫອມນີ້ກໍຄົງໄດ້ເງິນຫລວງຫລາຍ ແລະເອົາໄປແຈກທານໃຫ້ຄົນ^ຍາກຈົນກໍໄດ້”
[10] ພຣະເຢຊູເຈົ້າຮູ້ຄວາມ^ຄິດຂອງ^ພວກເຂົາທີ່ກຳລັງເວົ້າ ແລະພຣະອົງຈຶ່ງກ່າວວ່າ, “ພວກເຈົ້າກວນໃຈຍິງນີ້ເຮັດຫຍັງ? ນາງໄດ້ເຮັດສິ່ງທີ່ດີງາມໃຫ້ແກ່ເຮົາແລ້ວ.
[11] ດ້ວຍວ່າ, ຄົນ^ຍາກຈົນມີຢູ່ກັບພວກເຈົ້າສະເໝີ ແຕ່ຝ່າຍເຮົາບໍ່ຢູ່ກັບພວກເຈົ້າສະເໝີໄປ.
[12] ນາງໄດ້ຖອກນໍ້າຫອມນີ້ຫົດສົງຮ່າງກາຍຂອງເຮົາ ເພື່ອຕຽມການປົງສົບຂອງເຮົາ.
[13] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ທົ່ວທຸກບ່ອນໃນໂລກທີ່ມີການປະກາດຂ່າວປະເສີດ ສິ່ງທີ່ຍິງຜູ້ນີ້ໄດ້ເຮັດ ຈະເປັນທີ່ກ່າວກັນໄປເຖິງບ່ອນນັ້ນ ເພື່ອລະນຶກເຖິງນາງ.”
[14] ຕໍ່ມາ ຜູ້ໜຶ່ງໃນພວກສາວົກສິບສອງຄົນ ຄືຜູ້ທີ່ຊື່ວ່າ ຢູດາອິດສະກາຣີອົດກໍໄດ້ໄປຫາບັນດາຫົວໜ້າປະໂຣຫິດ
[15] ແລະຖາມວ່າ, “ຖ້າຂ້ານ້ອຍມອບພຣະເຢຊູເຈົ້າໃຫ້ພວກທ່ານ ພວກທ່ານຈະໃຫ້ຂ້ານ້ອຍຫລາຍເທົ່າໃດ?” ພວກເຂົາຈຶ່ງເອົາເງິນສາມສິບຫລຽນໃຫ້ລາວ.
[16] ຕັ້ງແຕ່ນັ້ນມາ ຢູດາກໍລໍຫາໂອກາດທີ່ຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ.
[17] ໃນວັນທີໜຶ່ງຂອງ^ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ພວກສາວົກໄດ້ມາຫາພຣະເຢຊູເຈົ້າ ແລະຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍຈັດແຈ່ງອາຫານປັດສະຄາສຳລັບທ່ານຢູ່ທີ່ໃດ?”
[18] ພຣະອົງຊົງຕອບວ່າ, “ຈົ່ງເຂົ້າໄປຫາຄົນໜຶ່ງຢູ່ໃນນະຄອນ ແລະບອກລາວວ່າ, ‘ອາຈານບອກວ່າ, ເວລາຂອງເຮົາໃກ້ເຂົ້າມາແລ້ວ ເຮົາຈະສະຫລອງປັດສະຄາທີ່ບ້ານຂອງ^ເຈົ້າ ພ້ອມກັບພວກສາວົກຂອງເຮົາ.’”
[19] ພວກສາວົກກໍປະຕິບັດຕາມທີ່ພຣະເຢຊູເຈົ້າໄດ້ບອກ ແລະໄດ້ຈັດແຈ່ງອາຫານປັດສະຄາໄວ້.
[20] ເມື່ອເຖິງຕອນຄໍ່າມາ ພຣະເຢຊູເຈົ້າ ແລະສາວົກສິບສອງຄົນກໍຮ່ວມໂຕະອາຫານນຳກັນ.
[21] ເມື່ອເວລາກຳລັງຮັບປະທານອາຫານຢູ່ນັ້ນ ພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ.”
[22] ຝ່າຍພວກສາວົກກໍເປັນທຸກໃຈຫລາຍ ແລະທຸກຄົນຕ່າງກໍເລີ່ມຖາມພຣະອົງເທື່ອລະຄົນວ່າ, “ພຣະອົງເຈົ້າ^ເອີຍ ຄົງຈະບໍ່ແມ່ນຂ້ານ້ອຍຕີ້?”
[23] ພຣະເຢຊູເຈົ້າຕອບວ່າ, “ຜູ້ທີ່ຈໍ້າໃນຖ້ວຍຮ່ວມກັບເຮົາ ຜູ້ນັ້ນແຫລະ ຈະທໍລະຍົດຕໍ່ເຮົາ.
[24] ບຸດມະນຸດຈະຕາຍໄປຕາມທີ່ມີຂຽນໄວ້ໃນພຣະຄຳພີເຖິງເລື່ອງເພິ່ນ, ແຕ່ໄພພິບັດຈະຕົກຖືກຜູ້ທີ່ທໍລະຍົດຕໍ່ບຸດມະນຸດ ຖ້າຄົນຜູ້ນີ້ບໍ່ເກີດມາກໍຈະເປັນການດີກວ່າ”
[25] ຝ່າຍຢູດາຜູ້ທີ່ທໍລະຍົດຕໍ່ພຣະອົງກໍເວົ້າຂຶ້ນວ່າ, “ອາຈານ^ເອີຍ ທ່ານຄົງບໍ່ໝາຍຄວາມວ່າແມ່ນຂ້ານ້ອຍຕີ້?” ພຣະເຢຊູເຈົ້າຕອບວ່າ, “ເຈົ້າໄດ້ເວົ້າເອງ.”
[26] ໃນລະຫວ່າງອາຫານວັນນັ້ນ ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ຂຶ້ນມາ ແລະໂມທະນາຂອບພຣະຄຸນ ພຣະອົງຫັກເຂົ້າຈີ່ນັ້ນ ແລະຍື່ນໃຫ້ພວກສາວົກ ໂດຍກ່າວແກ່ພວກເພິ່ນວ່າ, “ຈົ່ງຮັບກິນເຖີດ ນີ້ແຫລະ ແມ່ນກາຍຂອງເຮົາ.”
[27] ແລ້ວພຣະອົງກໍຈັບເອົາຈອກຂຶ້ນມາໂມທະນາຂອບພຣະຄຸນພຣະເຈົ້າ ແລະຍື່ນໃຫ້ພວກສາວົກ ໂດຍກ່າວແກ່ພວກເພິ່ນວ່າ, “ພວກເຈົ້າທຸກຄົນຈົ່ງດື່ມ,
[28] ນີ້ແຫລະ ແມ່ນເລືອດຂອງເຮົາ ຊຶ່ງເປັນເລືອດແຫ່ງພັນທະສັນຍາຂອງ^ພຣະເຈົ້າ ທີ່ຫລັ່ງໄຫລອອກສຳລັບຄົນຈຳນວນຫລາຍ ເພື່ອຄວາມ^ຜິດບາບຈະໄດ້ຮັບການອະໄພ.
[29] ເຮົາບອກພວກເຈົ້າວ່າ ເຮົາຈະບໍ່ດື່ມນໍ້າອະງຸ່ນນີ້ອີກຈັກເທື່ອ ຈົນກວ່າວັນນັ້ນມາເຖິງທີ່ເຮົາຈະດື່ມນໍ້າອະງຸ່ນໃໝ່ກັບພວກເຈົ້າ ໃນອານາຈັກແຫ່ງພຣະບິດາຂອງເຮົາ.”
[30] ເມື່ອພວກເພິ່ນຮ້ອງເພງສັນລະເສີນພຣະເຈົ້າບົດໜຶ່ງແລ້ວ ກໍພາກັນອອກໄປຍັງພູເຂົາ^ໝາກກອກເທດ.
[31] ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກວ່າ, “ໃນຄືນນີ້ແຫລະ ພວກເຈົ້າທຸກຄົນຈະແລ່ນໜີຈາກເຮົາ ແລະປະຖິ້ມເຮົາໄປ ເພາະມີຂຽນໄວ້ໃນພຣະຄຳພີວ່າ, ‘ເຮົາຈະຂ້າຜູ້ທີ່ລ້ຽງແກະ ແລະຝູງແກະຈະແຕກຊະກັນໄປ.’
[32] ແຕ່ຫລັງຈາກເຮົາເປັນຄືນມາຈາກຕາຍສູ່ຊີວິດແລ້ວ ເຮົາຈະໄປທີ່ແຂວງຄາລີເລກ່ອນໜ້າພວກເຈົ້າ.”
[33] ເປໂຕຈຶ່ງເວົ້າຕໍ່ພຣະເຢຊູເຈົ້າວ່າ, “ຂ້ານ້ອຍຈະບໍ່ໜີຈາກທ່ານໄປຈັກເທື່ອ ເຖິງແມ່ນວ່າທຸກຄົນໜີຈາກທ່ານໄປກໍຕາມ.”
[34] ພຣະເຢຊູເຈົ້າກ່າວຕໍ່ເປໂຕວ່າ, “ເຮົາບອກເຈົ້າຕາມ^ຄວາມຈິງວ່າ ກ່ອນໄກ່ຂັນໃນຄືນນີ້ ເຈົ້າຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ.”
[35] ເປໂຕກ່າວຕໍ່ພຣະອົງວ່າ, “ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບທ່ານ.” ຝ່າຍພວກສາວົກທຸກຄົນກໍເວົ້າເໝືອນກັນ.
[36] ແລ້ວພຣະເຢຊູເຈົ້າກັບພວກສາວົກຂອງ^ພຣະອົງ ກໍໄປຍັງບ່ອນໜຶ່ງທີ່ຊື່ວ່າເຄັດເຊມາເນ ແລະ ພຣະອົງໄດ້ກ່າວແກ່ພວກເພິ່ນວ່າ, “ຈົ່ງນັ່ງຢູ່ທີ່ນີ້ ຂະນະທີ່ເຮົາໄປພາວັນນາ^ອະທິຖານໃນທີ່ນັ້ນ.”
[37] ພຣະອົງໄດ້ເອົາເປໂຕກັບລູກຊາຍສອງຄົນຂອງ^ເຊເບດາຍໄປນຳ ພຣະອົງຮູ້ສຶກໂສກເສົ້າ ແລະ ໜັກໜ່ວງຫລາຍໃນຈິດໃຈ
[38] ຈຶ່ງກ່າວແກ່ພວກເພິ່ນວ່າ, “ຈິດໃຈຂອງເຮົາເປັນທຸກໜັກແທບຈະຕາຍຢູ່ແລ້ວ ຈົ່ງເຝົ້າຄອຍຢູ່ທີ່ນີ້ກັບເຮົາເທີ້ນ.”
[39] ພຣະອົງຍ່າງເລີຍໄປໄກໜ້ອຍໜຶ່ງໝູບໜ້າລົງກັບພື້ນ ແລະພາວັນນາ^ອະທິຖານວ່າ, “ພຣະບິດາຂອງ^ລູກ^ເອີຍ ຖ້າເປັນໄປໄດ້ ຂໍໃຫ້ຈອກແຫ່ງຄວາມ^ທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ ແຕ່ເຖິງຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາຖະໜາຂອງ^ລູກ ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງ^ພຣະອົງ.”
[40] ແລ້ວພຣະອົງກໍກັບຄືນມາຫາສາວົກ ແລະເຫັນພວກເພິ່ນນອນຫລັບຢູ່ ພຣະອົງຈຶ່ງກ່າວຕໍ່ເປໂຕວ່າ, “ເປັນຈັ່ງໃດ ພວກເຈົ້າຈຶ່ງບໍ່ສາມາດເຝົ້າຄອຍຢູ່ກັບເຮົາໄດ້ ແມ່ນແຕ່ຊົ່ວໂມງ^ດຽວ?
[41] ຈົ່ງເຝົ້າລະວັງ ແລະພາວັນນາ^ອະທິຖານຢູ່ ເພື່ອພວກເຈົ້າຈະບໍ່ຕົກໃນການທົດລອງ ຈິດໃຈພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍກໍອ່ອນແຮງ.”
[42] ພຣະອົງສະເດັດໄປອີກເທື່ອທີສອງ ກໍໄດ້ພາວັນນາ^ອະທິຖານວ່າ, “ພຣະບິດາຂອງ^ລູກ^ເອີຍ ຖ້າລູກຈຳເປັນຕ້ອງດື່ມຈອກແຫ່ງຄວາມ^ທົນທຸກທໍລະມານນີ້ ກໍໃຫ້ເປັນໄປຕາມຄວາມປະສົງຂອງ^ພຣະອົງເທີ້ນ”
[43] ພຣະອົງໄດ້ກັບມາເທື່ອໜຶ່ງອີກ ແລະເຫັນພວກສາວົກນອນຫລັບຢູ່ ພວກເພິ່ນບໍ່ສາມາດມືນຕາຂຶ້ນໄດ້.
[44] ພຣະອົງຈຶ່ງປະພວກເພິ່ນໄວ້ແລ້ວໄປອີກ ເພື່ອພາວັນນາ^ອະທິຖານເປັນເທື່ອທີສາມ ໂດຍກ່າວຖ້ອຍຄຳຢ່າງດຽວກັນ.
[45] ແລ້ວພຣະອົງກໍກັບມາຫາພວກສາວົກ ແລະກ່າວວ່າ, “ພວກເຈົ້າຍັງພັກຜ່ອນນອນຫລັບຢູ່ບໍ? ເບິ່ງດູເວລາມາເຖິງແລ້ວ ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງ^ຄົນບາບທັງຫລາຍ.
[46] ຈົ່ງລຸກຂຶ້ນ ພາກັນໄປເທາະ ເບິ່ງແມ! ຄົນທີ່ຈະມອບເຮົາໄວ້ກໍມາທີ່ນີ້ແລ້ວ.”
[47] ພຣະເຢຊູເຈົ້າກ່າວຍັງບໍ່ທັນຂາດຄຳ ຜູ້ໜຶ່ງໃນສາວົກສິບສອງຄົນນັ້ນ ຄືຢູດາກໍມາຮອດພ້ອມກັບຄົນຈຳນວນຫລວງຫລາຍທີ່ຖືດາບ ແລະໄມ້ຄ້ອນມາຈາກພວກຫົວໜ້າປະໂຣຫິດແລະພວກເຖົ້າແກ່.
[48] ຢູດາຜູ້ທີ່ຈະມອບພຣະອົງໄວ້ນັ້ນ ໄດ້ໃຊ້ສັນຍານບອກພວກເຂົາວ່າ, “ຜູ້ໃດທີ່ຂ້ອຍຄຳນັບແລະຈູບ ແມ່ນຜູ້ນັ້ນແຫລະ ໃຫ້ພວກເຈົ້າຈັບກຸມເອົາໄວ້”
[49] ຢູດາຍ່າງເຂົ້າໄປຫາພຣະເຢຊູເຈົ້າ ແລະເວົ້າວ່າ, “ສະບາຍດີ ທ່ານອາຈານ” ແລ້ວລາວກໍຈູບພຣະອົງຢ່າງຮັກແພງ.
[50] ພຣະເຢຊູເຈົ້າຕອບວ່າ, “ສະຫາຍ^ເອີຍ ຈົ່ງເຮັດຕາມສິ່ງທີ່ເຈົ້າຕັ້ງໃຈໄວ້ສາ” ແລ້ວພວກເຂົາກໍເຂົ້າໄປຈັບກຸມພຣະເຢຊູເຈົ້າໄວ້.
[51] ໃນຂະນະນັ້ນ ມີຄົນໜຶ່ງໃນພວກທີ່ໄປກັບພຣະເຢຊູເຈົ້າ ຊັກດາບຂອງຕົນອອກຟັນຫູຂອງ^ຄົນ^ຮັບໃຊ້ຂອງ^ມະຫາປະໂຣຫິດເບື້ອງໜຶ່ງຂາດ
[52] ພຣະເຢຊູເຈົ້າຈຶ່ງບອກຜູ້ນັ້ນວ່າ, “ຈົ່ງເອົາດາບຂອງ^ເຈົ້າມ້ຽນໃສ່ຝັກໄວ້ສາ ເພາະວ່າຜູ້ທີ່ໃຊ້ດາບກໍຈະຕາຍດ້ວຍດາບ.
[53] ເຈົ້າບໍ່ຮູ້ບໍວ່າ ເຮົາເອີ້ນຫາພຣະບິດາຂອງເຮົາໃຫ້ຊ່ວຍເຫລືອໄດ້ ແລະໃນທັນທີ ພຣະອົງຈະໃຊ້ຝູງເທວະດາຫລາຍກວ່າສິບສອງກອງທັບມາຊ່ວຍເຮົາ.
[54] ຖ້າຢ່າງນັ້ນ ພຣະຄຳພີທີ່ກ່າວວ່າ, ຈຳເປັນຕ້ອງເກີດຂຶ້ນຢ່າງນັ້ນ ຈະສຳເລັດໄດ້ຢ່າງໃດ?”
[55] ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ປະຊາຊົນວ່າ, “ພວກເຈົ້າຖືດາບ ຖືໄມ້ຄ້ອນມາຈັບເຮົາເໝືອນດັ່ງຈັບໂຈນຊັ້ນບໍ? ທຸກໆວັນເຮົາໄດ້ນັ່ງສັ່ງສອນຢູ່ໃນບໍລິເວນພຣະວິຫານ ແຕ່ພວກເຈົ້າບໍ່ໄດ້ຈັບເຮົາ.
[56] ແຕ່ເຫດການທັງໝົດນີ້ໄດ້ເກີດຂຶ້ນ ກໍເພື່ອໃຫ້ສຳເລັດ ຕາມທີ່ພວກຜູ້ທຳນວາຍໄດ້ຂຽນໄວ້ໃນພຣະຄຳພີ.” ເມື່ອນັ້ນ ພວກສາວົກທຸກຄົນໄດ້ປະຖິ້ມພຣະອົງ ແລະແລ່ນປົບໜີໄປ.
[57] ພວກທີ່ຈັບພຣະເຢຊູເຈົ້ານັ້ນ ໄດ້ພາພຣະອົງໄປຍັງເຮືອນຂອງ^ມະຫາປະໂຣຫິດກາຢະຟາ ບ່ອນທີ່ພວກທຳມະຈານກັບພວກເຖົ້າແກ່ໄດ້ມາປະຊຸມກັນຢູ່.
[58] ສ່ວນເປໂຕກໍຕິດຕາມພຣະອົງໄປໃນໄລຍະຫ່າງໆ ຈົນມາເຖິງເດີ່ນບ້ານຂອງ^ມະຫາປະໂຣຫິດ, ແລ້ວລາວກໍເຂົ້າໄປນັ່ງທີ່ເດີ່ນບ້ານຮ່ວມກັບພວກທະຫານຍາມ ເພື່ອຊອມເບິ່ງວ່າເລື່ອງນັ້ນຈະສິ້ນສຸດລົງຢ່າງໃດ.
[59] ບັນດາຫົວໜ້າປະໂຣຫິດ ແລະບັນດາສະມາຊິກສະພາ ຫາພະຍານຫລັກຖານບໍ່ຈິງຂຶ້ນມາຕໍ່ສູ້ພຣະອົງ ເພື່ອໃຫ້ພຣະອົງຖືກໂທດປະຫານ,
[60] ແຕ່ພວກເຂົາຫາຫລັກຖານບໍ່ໄດ້ ເຖິງແມ່ນວ່າ ມີຫລາຍຄົນອອກມາກ່າວຫາພຣະອົງ ໂດຍບໍ່ມີມູນຄວາມຈິງກໍຕາມ ໃນທີ່ສຸດ ກໍມີສອງຄົນອອກມາ
[61] ແລະກ່າວຫາວ່າ, “ຄົນນີ້ແຫລະ ໄດ້ເວົ້າວ່າ, ‘ເຮົາສາມາດມ້າງພຣະວິຫານຂອງ^ພຣະເຈົ້າລົງ ແລະສ້າງຂຶ້ນໃໝ່ໄດ້ພາຍໃນສາມວັນ.’”
[62] ມະຫາປະໂຣຫິດຢືນຂຶ້ນ ແລະເວົ້າຕໍ່ພຣະເຢຊູເຈົ້າວ່າ, “ເຈົ້າບໍ່ຕອບຫຍັງບໍ? ຂໍ້ກ່າວຫາຕໍ່ສູ້ເຈົ້າເຫລົ່ານີ້ເປັນແນວໃດ?”
[63] ແຕ່ພຣະເຢຊູເຈົ້າມິດງຽບຢູ່ ແລ້ວມະຫາປະໂຣຫິດໄດ້ເວົ້າຕໍ່ພຣະອົງອີກວ່າ, “ໃນນາມຂອງ^ພຣະເຈົ້າອົງຊົງຊີວິດຢູ່ ໃຫ້ເຈົ້າສາບານວ່າ, ‘ເຈົ້າເປັນພຣະຄຣິດພຣະບຸດຂອງ^ພຣະເຈົ້າ.’”
[64] ພຣະເຢຊູເຈົ້າຊົງຕອບວ່າ, “ດັ່ງທີ່ເຈົ້າເວົ້ານັ້ນແລ້ວ, ແຕ່ຫລາຍກວ່ານັ້ນອີກ ເຮົາບອກພວກເຈົ້າວ່າ ໃນເວລາຕໍ່ໄປ ພວກເຈົ້າຈະເຫັນບຸດມະນຸດນັ່ງຢູ່ເບື້ອງຂວາຂອງ^ຜູ້ຊົງຣິດອຳນາດຍິ່ງໃຫຍ່ ແລະກຳລັງສະເດັດມາເທິງເມກໃນສະຫວັນ”
[65] ເມື່ອໄດ້ຍິນດັ່ງນັ້ນ ມະຫາປະໂຣຫິດກໍຈີກເສື້ອຂອງຕົນ ແລ້ວເວົ້າຂຶ້ນວ່າ, “ມັນໄດ້ເວົ້າໝິ່ນປະໝາດພຣະເຈົ້າແລ້ວ ພວກເຮົາຍັງຈະຕ້ອງການພະຍານຫຍັງຕື່ມອີກ? ນີ້ແຫລະ ພວກເຈົ້າໄດ້ຍິນຄຳເວົ້າໝິ່ນປະໝາດພຣະເຈົ້າແລ້ວ
[66] ພວກເຈົ້າຄິດເຫັນຢ່າງໃດ?” ພວກເຂົາຕອບວ່າ, “ມັນຜິດແລະສົມຄວນຕາຍ.”
[67] ແລ້ວພວກເຂົາກໍຖົ່ມນໍ້າລາຍໃສ່ໜ້າພຣະເຢຊູເຈົ້າ ແລະຕົບຕີພຣະອົງ ສ່ວນພວກທີ່ຕົບໜ້າພຣະອົງ
[68] ກໍເວົ້າເຢາະເຢີ້ຍວ່າ, “ເຈົ້າພຣະຄຣິດ ທວາຍເບິ່ງດູວ່າ ແມ່ນຜູ້ໃດຕີມຶງ?”
[69] ຝ່າຍເປໂຕທີ່ນັ່ງຢູ່ຂ້າງນອກໃນເດີ່ນບ້ານ ເມື່ອສາວໃຊ້ຄົນໜຶ່ງໄດ້ຍ່າງມາຫາ ແລະເວົ້າວ່າ, “ເຈົ້າເຄີຍໄປມາກັບເຢຊູໄທຄາລີເລເໝືອນກັນ.”
[70] ແຕ່ເປໂຕໄດ້ຕອບປະຕິເສດຕໍ່ໜ້າທຸກຄົນວ່າ, “ຂ້ອຍບໍ່ຮູ້ເລື່ອງທີ່ເຈົ້າໄດ້ເວົ້າມານັ້ນ”
[71] ແລ້ວລາວກໍຍ່າງໄປທາງປະຕູເດີ່ນບ້ານ ສາວໃຊ້ຄົນອື່ນເຫັນລາວ ຈຶ່ງເວົ້າກັບຄົນທີ່ຢືນຢູ່ໃນບ່ອນນັ້ນວ່າ, “ຄົນນີ້ແຫລະ ເຄີຍໄປມາກັບເຢຊູໄທນາຊາເຣັດ.”
[72] ເປໂຕໄດ້ປະຕິເສດອີກໂດຍສາບານວ່າ, “ຂ້ອຍບໍ່ຮູ້ຈັກຄົນນັ້ນ”
[73] ຫລັງຈາກນັ້ນໜ້ອຍໜຶ່ງ ຄົນທີ່ຢືນຢູ່ບ່ອນນັ້ນກໍມາຫາເປໂຕ ແລະເວົ້າວ່າ, “ເຈົ້າເປັນພັກພວກຂອງ^ຄົນເຫລົ່ານັ້ນແທ້. ດ້ວຍວ່າ, ສຳນຽງຄຳເວົ້າຂອງ^ເຈົ້າກໍສໍ່ໃຫ້ຮູ້ແລ້ວ.”
[74] ແລ້ວເປໂຕໄດ້ຕັ້ງຕົ້ນສາບແຊ່ງຕົນເອງ ແລະສາບານຕໍ່ພວກເຂົາວ່າ, “ຂ້ອຍບໍ່ຮູ້ຈັກຊາຍຄົນນັ້ນ.” ໃນທັນໃດນັ້ນ ໄກ່ກໍຂັນ
[75] ແລະເປໂຕກໍສຳນຶກໄດ້ເຖິງຄຳເວົ້າທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ, “ກ່ອນໄກ່ຂັນເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.” ແລ້ວລາວກໍອອກໄປຂ້າງນອກ ແລະຮ້ອງໄຫ້ຢ່າງຂົມຂື່ນໃນຈິດໃຈ.