[1] “ຣາຊອານາຈັກສະຫວັນປຽບເໝືອນພໍ່ເຮືອນຜູ້ໜຶ່ງອອກໄປແຕ່ເຊົ້າໆ ເພື່ອຈ້າງຄົນມາເຮັດວຽກໃນສວນອະງຸ່ນຂອງຕົນ.
[2] ເພິ່ນຕົກລົງຈ່າຍຄ່າແຮງງານໃຫ້ພວກເຂົາຕາມອັດຕາປົກກະຕິ ຄືວັນລະໜຶ່ງຫລຽນເງິນ ແລະໃຊ້ພວກເຂົາໄປເຮັດວຽກໃນສວນ^ອະງຸ່ນຂອງຕົນ.
[3] ໃນເວລາເກົ້າໂມງເຊົ້າ ເພິ່ນກໍອອກໄປອີກ ແລະເຫັນຄົນອື່ນຢູ່ລ້າໆໃນກາງຕະຫລາດ
[4] ເພິ່ນຈຶ່ງບອກກັບຄົນເຫລົ່ານີ້ວ່າ, ‘ໃຫ້ພວກເຈົ້າໄປເຮັດວຽກໃນສວນອະງຸ່ນຂອງຂ້ອຍເໝືອນກັນ ແລະຂ້ອຍຈະຈ່າຍຄ່າແຮງງານໃຫ້ພວກເຈົ້າຢ່າງຍຸດຕິທຳ.’
[5] ດັ່ງນັ້ນ ພວກເຂົາຈຶ່ງໄປເຮັດວຽກ, ແລ້ວໃນເວລາທ່ຽງ ແລະໃນເວລາບ່າຍສາມໂມງ ເຈົ້າຂອງ^ສວນ^ອະງຸ່ນກໍອອກໄປອີກ ເຮັດເໝືອນເທື່ອກ່ອນ.
[6] ພໍເພິ່ນອອກໄປອີກເມື່ອເວລາປະມານຫ້າໂມງແລງ ແລະເຫັນຄົນອື່ນຢືນຢູ່ທີ່ນັ້ນ ເພິ່ນຈຶ່ງຖາມພວກເຂົາວ່າ ‘ດ້ວຍເຫດໃດພວກເຈົ້າຈຶ່ງຢູ່ທີ່ນີ້ໝົດມື້ ໂດຍບໍ່ເຮັດຫຍັງ?’
[7] ພວກເຂົາຕອບວ່າ ‘ເພາະບໍ່ມີຜູ້ໃດຈ້າງພວກເຮົາ’ ເພິ່ນຈຶ່ງບອກພວກເຂົາວ່າ ‘ໃຫ້ພວກເຈົ້າໄປເຮັດວຽກຢູ່ສວນ^ອະງຸ່ນຂອງຂ້ອຍເໝືອນກັນ.’
[8] ເມື່ອຮອດຕອນແລງມາ ເຈົ້າຂອງ^ສວນ^ອະງຸ່ນກໍບອກຜູ້^ຈັດການຂອງຕົນວ່າ, ‘ຈົ່ງເອີ້ນຄົນງານມາ ແລະຈ່າຍຄ່າແຮງງານໃຫ້ພວກເຂົາ ໂດຍເລີ່ມຕັ້ງແຕ່ຜູ້^ຮັບຈ້າງຜູ້ທີ່ມາຫລ້າສຸດ ຈົນເຖິງຄົນ^ຮັບຈ້າງຜູ້ມາທຳອິດ.’
[9] ເມື່ອພວກຮັບຈ້າງຜູ້ທີ່ມາເຮັດວຽກໃນເວລາຫ້າໂມງແລງ ໄດ້ຮັບຄົນລະໜຶ່ງຫລຽນເງິນ.
[10] ສະນັ້ນ ຄົນ^ຮັບຈ້າງພວກທຳອິດ ທີ່ມາຮັບຄ່າຈ້າງ ຈຶ່ງຄິດວ່າພວກຕົນຈະໄດ້ຮັບຫລາຍກວ່ານັ້ນ, ແຕ່ພວກເຂົາໄດ້ຮັບໜຶ່ງຫລຽນເງິນເໝືອນກັນ.
[11] ເມື່ອຮັບເງິນແລ້ວ ພວກເຂົາກໍຈົ່ມຕໍ່ນາຍຈ້າງວ່າ,
[12] ‘ຄົນຮັບຈ້າງຜູ້ທີ່ມາສຸດທ້າຍເຮັດວຽກພຽງແຕ່ຊົ່ວໂມງ^ດຽວເທົ່ານັ້ນ, ສ່ວນພວກເຮົາເຮັດວຽກໜັກຕາກ^ແດດຮ້ອນຕະຫລອດໝົດມື້, ແຕ່ທ່ານໄດ້ຈ່າຍໃຫ້ພວກເຮົາເທົ່າກັບພວກເຂົາ’
[13] ເຈົ້າຂອງ^ສວນ^ອະງຸ່ນຕອບຄົນໜຶ່ງໃນພວກເຂົາວ່າ, ‘ສະຫາຍ^ເອີຍ ຂ້ອຍບໍ່ໄດ້ສໍ້ໂກງເຈົ້າ, ເຈົ້າຕົກລົງເຮັດວຽກໃຫ້ຂ້ອຍວັນລະໜຶ່ງຫລຽນເງິນບໍ່ແມ່ນບໍ?
[14] ສະນັ້ນ ສິ່ງທີ່ເປັນຂອງ^ເຈົ້າ ຈົ່ງຮັບເອົາແລະເມືອສາ ຂ້ອຍພໍໃຈຢາກໃຫ້ຄົນ^ຮັບຈ້າງ ຜູ້ທີ່ມາສຸດທ້າຍນີ້ເທົ່າກັບເຈົ້າ.
[15] ຂ້ອຍມີສິດເຮັດໃນສິ່ງທີ່ຂ້ອຍຢາກເຮັດກັບເງິນຂອງຂ້ອຍບໍ່ແມ່ນບໍ? ເປັນຫຍັງຈຶ່ງອິດສາເມື່ອເຫັນຂ້ອຍໃຈດີ?’”
[16] “ດັ່ງນັ້ນແຫລະ ຄົນທີ່ເປັນຜູ້ປາຍ ຈະກັບເປັນຜູ້ຕົ້ນ ແລະຜູ້ທີ່ເປັນຜູ້ຕົ້ນ ກໍຈະກັບເປັນຜູ້ປາຍ.”
[17] ຂະນະທີ່ພຣະເຢຊູເຈົ້າກຳລັງຂຶ້ນໄປຍັງນະຄອນເຢຣູຊາເລັມນັ້ນ ພຣະອົງພາພວກສາວົກສິບສອງຄົນອອກໄປຕ່າງຫາກ ແລະກ່າວແກ່ພວກເພິ່ນເປັນການສ່ວນຕົວ.
[18] ຕາມທາງນັ້ນ ພຣະອົງບອກພວກເພິ່ນວ່າ, “ຈົ່ງຟັງເທີ້ນ ພວກເຮົາກຳລັງຂຶ້ນໄປຍັງນະຄອນເຢຣູຊາເລັມ ບ່ອນທີ່ບຸດມະນຸດຈະຖືກມອບໄວ້ໃນກຳມືຂອງ^ພວກຫົວໜ້າປະໂຣຫິດແລະພວກທຳມະຈານ ພວກເຂົາຈະລົງໂທດເພິ່ນໃຫ້ເຖິງຕາຍ
[19] ແລະຈະມອບເພິ່ນໃຫ້ຄົນຕ່າງຊາດ, ຄົນເຫລົ່ານີ້ຈະເຢາະເຢີ້ຍເພິ່ນ ຈະຂ້ຽນຕີເພິ່ນ ແລະຈະຄຶງເພິ່ນໄວ້ທີ່ໄມ້ກາງແຂນ ແຕ່ໃນວັນຖ້ວນສາມເພິ່ນຈະເປັນຄືນມາຈາກຕາຍສູ່ຊີວິດ.”
[20] ຕໍ່ມາ ເມຍຂອງ^ເຊເບດາຍກໍມາຫາພຣະເຢຊູເຈົ້າພ້ອມກັບລູກທັງສອງຂອງຕົນ, ພວກເພິ່ນຂາບລົງຕໍ່ໜ້າພຣະອົງ ແລະຂໍຮ້ອງສິ່ງໜຶ່ງຈາກພຣະອົງ.
[21] ພຣະອົງຖາມນາງວ່າ, “ເຈົ້າຕ້ອງການຫຍັງ?” ນາງຕອບວ່າ, “ຂໍທ່ານຮັບສັ່ງໃຫ້ລູກຊາຍຂອງ^ຂ້ານ້ອຍສອງຄົນນີ້ ນັ່ງໃນອານາຈັກຂອງທ່ານ ຄືເບື້ອງຂວາຜູ້ໜຶ່ງ ແລະເບື້ອງຊ້າຍອີກຜູ້ໜຶ່ງ.”
[22] ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າບໍ່ຮູ້ຈັກໃນສິ່ງທີ່ພວກເຈົ້າກຳລັງຂໍນັ້ນ ພວກເຈົ້າຈະດື່ມຈາກຈອກແຫ່ງຄວາມ^ທົນທຸກ ທີ່ເຮົາກຳລັງຈະຕ້ອງດື່ມນັ້ນໄດ້ບໍ?” ທ່ານທັງສອງຕອບວ່າ, “ດື່ມໄດ້”
[23] ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຈະດື່ມຈາກຈອກທີ່ເຮົາຕ້ອງດື່ມແທ້ຈິງ, ແຕ່ຜູ້ໃດຈະນັ່ງທີ່ເບື້ອງຂວາ ຫລືເບື້ອງຊ້າຍຂອງເຮົານັ້ນບໍ່ແມ່ນໜ້າທີ່ຂອງເຮົາຈະຈັດໃຫ້ ແຕ່ແມ່ນພຣະບິດາຂອງເຮົາຈັດຕຽມໄວ້ແລ້ວສຳລັບຜູ້ໃດ ກໍເປັນຂອງ^ຜູ້ນັ້ນ.”
[24] ເມື່ອສາວົກອີກສິບຄົນໄດ້ຍິນເຖິງເລື່ອງນັ້ນແລ້ວ ພວກເພິ່ນກໍໂກດຮ້າຍສອງອ້າຍນ້ອງນີ້.
[25] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງເອີ້ນພວກເພິ່ນທັງໝົດມາ ແລະກ່າວວ່າ, “ພວກເຈົ້າຕ່າງກໍຮູ້ດີວ່າ ຜູ້ປົກຄອງມີອຳນາດເໜືອປະຊາຊົນທີ່ເຂົາປົກຄອງຢູ່ ແລະຜູ້ໃຫຍ່ກໍໃຊ້ສິດເດັດຂາດເໜືອພວກເຂົາ.
[26] ແຕ່ໃນທ່າມກາງພວກເຈົ້າບໍ່ເປັນດັ່ງນັ້ນ, ຖ້າຜູ້ໃດໃນພວກເຈົ້າຢາກເປັນໃຫຍ່ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງ^ພວກເຈົ້າ
[27] ແລະຖ້າຜູ້ໃດໃນພວກເຈົ້າຢາກເປັນເອກ ລາວຕ້ອງເປັນຜູ້ຮັບໃຊ້ຂອງ^ພວກເຈົ້າ
[28] ເໝືອນຢ່າງບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້ ແລະຍອມສະຫລະຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”
[29] ເມື່ອພຣະເຢຊູເຈົ້າກັບພວກສາວົກຂອງ^ພຣະອົງ ຈາກເມືອງເຢຣີໂກໄປນັ້ນ ປະຊາຊົນຢ່າງຫລວງຫລາຍໄດ້ຕິດຕາມພຣະອົງໄປ.
[30] ມີຊາຍຕາບອດສອງຄົນທີ່ນັ່ງຢູ່ແຄມທາງ, ເມື່ອໄດ້ຍິນວ່າພຣະເຢຊູເຈົ້າກຳລັງຜ່ານມາທາງນັ້ນ ພວກເຂົາຈຶ່ງຮ້ອງຂຶ້ນວ່າ, “ພຣະອົງເຈົ້າ ຜູ້ເປັນບຸດດາວິດ^ເອີຍ ໂຜດເມດຕາສົງສານພວກຂ້ານ້ອຍແດ່ທ້ອນ.”
[31] ປະຊາຊົນໄດ້ຫ້າມປາມໄວ້ ແລະບອກພວກເຂົາໃຫ້ມິດຢູ່ ແຕ່ພວກເຂົາແຮ່ງຮ້ອງໃຫ້ດັງຂຶ້ນວ່າ, “ພຣະອົງເຈົ້າ ຜູ້ເປັນບຸດດາວິດ^ເອີຍ ໂຜດເມດຕາສົງສານຂ້ານ້ອຍແດ່ທ້ອນ.”
[32] ພຣະເຢຊູເຈົ້າຈຶ່ງຢຸດ ແລ້ວເອີ້ນຊາຍຕາບອດສອງຄົນນັ້ນມາ ພຣະອົງຖາມພວກເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ພວກເຈົ້າ?”
[33] ພວກເຂົາຈຶ່ງຕອບວ່າ, “ພຣະອົງເຈົ້າ^ເອີຍ ຂໍໂຜດໃຫ້ຕາຂອງ^ພວກຂ້ານ້ອຍໄດ້ເຫັນຮຸ່ງແດ່ທ້ອນ.”
[34] ພຣະເຢຊູເຈົ້າສົງສານພວກເຂົາ ຈຶ່ງບາຍຕາຂອງ^ພວກເຂົາ ໃນທັນໃດນັ້ນ ພວກເຂົາກໍເຫັນຮຸ່ງ ແລະຕິດຕາມພຣະອົງໄປ.