[1] ແລ້ວພຣະເຢຊູເຈົ້າກໍໄດ້ລົງເຮືອຂ້າມທະເລສາບກັບຄືນໄປຍັງເມືອງຂອງ^ພຣະອົງ
[2] ບ່ອນນັ້ນ ພວກເຂົາໄດ້ຫາມຄົນເປ້ຍຜູ້ໜຶ່ງ ນອນຢູ່ເທິງບ່ອນນອນມາຫາພຣະອົງ, ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງ^ຄົນເຫລົ່ານັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍນັ້ນວ່າ, “ລູກເອີຍ, ຈົ່ງຊື່ນໃຈເຖີດ ບາບກຳຂອງ^ເຈົ້າໄດ້ຮັບການອະໄພແລ້ວ.”
[3] ແລ້ວທຳມະຈານບາງຄົນກໍຄິດໃນໃຈ ແລ້ວເວົ້າກັນວ່າ, “ຄົນນີ້ເວົ້າໝິ່ນປະໝາດພຣະເຈົ້າ”
[4] ພຣະເຢຊູເຈົ້າໄດ້ຮູ້ຄວາມ^ຄິດຂອງ^ພວກເຂົາ ພຣະອົງຈຶ່ງໄດ້ກ່າວວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດບໍ່ດີເຊັ່ນນີ້?
[5] ອັນໃດງ່າຍກວ່າກັນ ທີ່ຈະເວົ້າວ່າ, ‘ບາບກຳຂອງ^ເຈົ້າໄດ້ຮັບການອະໄພແລ້ວ’ ຫລືຈະເວົ້າວ່າ ‘ຈົ່ງລຸກຂຶ້ນແລະຍ່າງໄປ?’
[6] ແຕ່ເຮົາຢາກຈະໃຫ້ພວກເຈົ້າຮູ້ວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນ^ໂລກ^ນີ້ ທີ່ຈະອະໄພບາບກຳໃຫ້ມະນຸດໄດ້.” ດັ່ງນັ້ນ ພຣະອົງຈຶ່ງເວົ້າກັບຄົນເປ້ຍນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງ^ເຈົ້າ ແລະເມືອເຮືອນສາ”
[7] ຄົນເປ້ຍໄດ້ລຸກຂຶ້ນ ແລະເມືອເຮືອນຂອງຕົນ.
[8] ເມື່ອປະຊາຊົນໄດ້ເຫັນເຫດການນີ້ພວກເຂົາຈຶ່ງຢ້ານ ແລະພາກັນສັນລະເສີນພຣະເຈົ້າທີ່ໃຫ້ສິດອຳນາດຢ່າງນີ້ແກ່ມະນຸດ.
[9] ເມື່ອພຣະເຢຊູເຈົ້າຈາກທີ່ນັ້ນ ແລະຍ່າງຜ່ານໄປເຫັນຊາຍຄົນໜຶ່ງຊື່ວ່າ ມັດທາຍ ກຳລັງນັ່ງຢູ່ທີ່ດ່ານພາສີ ພຣະອົງກ່າວແກ່ລາວວ່າ, “ຈົ່ງຕາມເຮົາມາ.” ຝ່າຍມັດທາຍກໍລຸກຂຶ້ນ ແລະຕິດຕາມພຣະອົງໄປ.
[10] ຂະນະທີ່ພຣະເຢຊູເຈົ້າຮ່ວມຮັບປະທານອາຫານຄໍ່າ ທີ່ເຮືອນຂອງ^ມັດທາຍ ມີຄົນເກັບພາສີກັບຄົນນອກສິນທຳຫລາຍຄົນໄດ້ມາຮ່ວມຮັບປະທານນຳພຣະເຢຊູເຈົ້າ ແລະພວກສາວົກຂອງ^ພຣະອົງ.
[11] ເມື່ອພວກຟາຣີຊາຍໄດ້ເຫັນເຊັ່ນນີ້ ຈຶ່ງຖາມພວກສາວົກຂອງ^ພຣະເຢຊູເຈົ້າວ່າ, “ເປັນຫຍັງອາຈານຂອງ^ພວກເຈົ້າຈຶ່ງຮ່ວມພາເຂົ້າກັບຄົນເກັບພາສີ ແລະຄົນບາບທັງຫລາຍ?”
[12] ພຣະເຢຊູເຈົ້າໄດ້ຍິນຄຳຖາມຂອງ^ພວກເຂົາ ຈຶ່ງຕອບວ່າ, “ຄົນທີ່ມີສຸຂະພາບ^ດີບໍ່ຕ້ອງການໝໍ ມີແຕ່ຄົນເຈັບປ່ວຍເທົ່ານັ້ນທີ່ຕ້ອງການໝໍ.
[13] ຈົ່ງໄປຄົ້ນເບິ່ງເລື່ອງນີ້ໝາຍເຖິງຫຍັງ ຕາມທີ່ພຣະຄຳພີມີກ່າວວ່າ, ‘ເຮົາປະສົງຄວາມ^ເມດຕາ ແຕ່ບໍ່ແມ່ນເຄື່ອງບູຊາ.’ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນສິນທຳ, ແຕ່ມາເອີ້ນເອົາຄົນບາບທັງຫລາຍ.”
[14] ຕໍ່ມາ ມີພວກສິດຂອງ^ໂຢຮັນບັບຕິສະໂຕໄດ້ມາຫາພຣະເຢຊູເຈົ້າ ແລະຖາມວ່າ, “ດ້ວຍເຫດໃດ ພວກຂ້ານ້ອຍກັບພວກຟາຣີຊາຍຈຶ່ງຖືສິນອົດອາຫານຢູ່ເລື້ອຍ ສ່ວນພວກສາວົກຂອງທ່ານພັດບໍ່ຖື?”
[15] ພຣະເຢຊູເຈົ້າໄດ້ຕອບວ່າ, “ເພື່ອນຂອງ^ເຈົ້າບ່າວຕ້ອງໂສກເສົ້າ ໃນເມື່ອເຈົ້າບ່າວຍັງຢູ່ກັບພວກເຂົາຊັ້ນບໍ? ຄົງເປັນໄປບໍ່ໄດ້ ແຕ່ວັນນັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນແຫລະ ພວກເຂົາຈຶ່ງຈະຖືສິນອົດອາຫານ.”
[16] “ບໍ່ມີຜູ້ໃດດອກທີ່ຫຍິບຕາບເສື້ອຄຸມເກົ່າດ້ວຍຜ້າໃໝ່, ດ້ວຍວ່າຜ້າໃໝ່ຈະຫົດ ແລະເຮັດໃຫ້ເສື້ອຄຸມເກົ່າຂາດເປັນຮູໃຫຍ່ຕື່ມອີກ.
[17] ບໍ່ມີຜູ້ໃດດອກທີ່ຖອກເຫລົ້າ^ອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ. ດ້ວຍວ່າ, ຖົງໜັງນັ້ນຈະແຕກ ເຫລົ້າ^ອະງຸ່ນຈະໄຫລອອກ ແລະທັງຖົງໜັງກໍຈະເສຍໄປ, ແຕ່ຕ້ອງໃຊ້ຖົງໜັງໃໝ່ໃສ່ເຫລົ້າ^ອະງຸ່ນໃໝ່ ແລະທັງສອງຢ່າງກໍຈະຢູ່ໃນສະພາບດີ.”
[18] ໃນຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຖ້ອຍຄຳເຫລົ່ານີ້ຢູ່ນັ້ນ, ກໍມີເຈົ້ານາຍຢິວຄົນໜຶ່ງມາຂາບລົງຕໍ່ໜ້າພຣະອົງ ແລະເວົ້າວ່າ, “ລູກສາວຂອງ^ຂ້ານ້ອຍຫາກໍສິ້ນໃຈຕາຍ, ແຕ່ຂໍໂຜດໄປວາງມືໃສ່ນາງດ້ວຍເຖີດ ແລ້ວນາງກໍຈະຄືນມີຊີວິດອີກ.”
[19] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງລຸກຂຶ້ນໄປກັບເຈົ້ານາຍຄົນນັ້ນ ແລະພວກສາວົກກໍຕິດຕາມພຣະອົງໄປດ້ວຍ.
[20] ພໍດີໃນ^ຂະນະນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ ນາງຫຍັບເຂົ້າມາເບື້ອງຫລັງພຣະເຢຊູເຈົ້າ ແລະບາຍເສື້ອຄຸມຂອງ^ພຣະອົງ.
[21] ນາງຄິດໃນໃຈວ່າ, “ຖ້າເຮົາພຽງແຕ່ບາຍເສື້ອຄຸມຂອງ^ເພິ່ນເທົ່ານັ້ນ ເຮົາກໍຈະດີພະຍາດໄດ້.”
[22] ພຣະເຢຊູເຈົ້າຫັນຫລັງກັບມາ ແລະເຫັນນາງຈຶ່ງກ່າວວ່າ, “ລູກຍິງ^ເອີຍ ຈົ່ງຊື່ນໃຈເທີ້ນ ຄວາມເຊື່ອຂອງ^ເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ” ໃນເວລາດຽວກັນນັ້ນເອງນາງກໍດີພະຍາດ.
[23] ແລ້ວພຣະເຢຊູເຈົ້າກໍເຂົ້າໄປທີ່ເຮືອນຂອງ^ເຈົ້ານາຍຄົນນັ້ນ ແລະໄດ້ເຫັນຄົນເປົ່າຂຸ່ຍ ກັບຄົນທີ່ມາງັນເຮືອນດີວຸ້ນວາຍອຶກກະທຶກຢູ່
[24] ພຣະອົງຊົງກ່າວວ່າ, “ໃຫ້ທຸກຄົນອອກໄປ ເດັກຍິງຜູ້ນີ້ບໍ່ໄດ້ຕາຍດອກ ນາງພຽງແຕ່ນອນຫລັບຢູ່ເທົ່ານັ້ນ” ແລ້ວທຸກຄົນກໍພາກັນຫົວຂວັນພຣະອົງ.
[25] ເມື່ອປະຊາຊົນເຫຼົ່ານັ້ນອອກໄປໝົດແລ້ວ ພຣະອົງໄດ້ເຂົ້າໄປຈັບມືຂອງ^ນາງ ແລະນາງກໍລຸກຂຶ້ນ.
[26] ແລ້ວເລື່ອງກ່ຽວກັບເຫດການທີ່ໄດ້ເກີດຂຶ້ນນີ້ ກໍຊ່າລືໄປທົ່ວທັງຂົງເຂດນັ້ນ.
[27] ເມື່ອພຣະເຢຊູເຈົ້າຈາກບ່ອນນັ້ນແລະຜ່ານໄປ ກໍມີຊາຍຕາບອດສອງຄົນຕິດຕາມພຣະອົງໄປ ແລະຮ້ອງຂຶ້ນວ່າ, “ບຸດດາວິດ^ເອີຍ ໂຜດເມດຕາພວກຂ້ານ້ອຍແດ່ທ້ອນ”
[28] ເມື່ອພຣະອົງໄດ້ເຂົ້າໄປໃນເຮືອນແລ້ວ, ຊາຍຕາບອດສອງຄົນນັ້ນ ກໍເຂົ້າມາຫາພຣະອົງ ພຣະອົງຖາມພວກເຂົາວ່າ, “ພວກເຈົ້າເຊື່ອວ່າເຮົາຊົງໂຜດຮັກສາພວກເຈົ້າໃຫ້ຫາຍດີໄດ້ບໍ?” ພວກເຂົາຕອບວ່າ, “ເຊື່ອ ທ່ານເອີຍ”
[29] ແລ້ວພຣະອົງກໍໄດ້ບາຍຕາຂອງ^ພວກເຂົາ ແລະກ່າວວ່າ, “ໃຫ້ເປັນໄປຕາມຄວາມເຊື່ອຂອງ^ພວກເຈົ້າເຖີດ”
[30] ແລ້ວຕາຂອງ^ພວກເຂົາກໍກັບເຫັນຮຸ່ງ ພຣະເຢຊູເຈົ້າສັ່ງຫ້າມພວກເຂົາຢ່າງເຂັ້ມງວດໜັກແໜ້ນວ່າ, “ຢ່າບອກເລື່ອງນີ້ໃຫ້ຜູ້ໃດຮູ້ເປັນເດັດຂາດ.”
[31] ແຕ່ເມື່ອພວກເຂົາຈາກໄປແລ້ວ ພວກເຂົາກໍປະກາດຂ່າວກ່ຽວກັບພຣະອົງ ໃຫ້ຊ່າລືໄປທົ່ວທັງຂົງເຂດນັ້ນ.
[32] ເມື່ອພວກເຂົາກຳລັງອອກໄປນັ້ນ ກໍມີບາງຄົນນຳຊາຍປາກກືກຜູ້ໜຶ່ງທີ່ມີຜີມານຮ້າຍສິງຢູ່ ມາຫາພຣະເຢຊູເຈົ້າ.
[33] ແຕ່ພໍພຣະອົງຂັບໄລ່ຜີມານຮ້າຍນັ້ນອອກໄປແລ້ວ ຄົນ^ປາກກືກຜູ້ນັ້ນກໍເວົ້າໄດ້ ຄົນທັງຫລາຍງຶດປະຫລາດ^ໃຈ ແລະພາກັນເວົ້າວ່າ, “ບໍ່ເຄີຍເຫັນເຫດການຢ່າງນີ້ຈັກເທື່ອໃນຊາດອິດສະຣາເອນ”
[34] ແຕ່ພວກຟາຣີຊາຍເວົ້າວ່າ, “ແມ່ນນາຍຜີມານຮ້າຍ ທີ່ໃຫ້ຣິດອຳນາດແກ່ລາວຂັບໄລ່ຜີມານຮ້າຍອອກ.”
[35] ພຣະເຢຊູເຈົ້າໄດ້ໄປທຸກ^ເມືອງທຸກ^ບ້ານ ແລະພຣະອົງໄດ້ສັ່ງສອນຢູ່ໃນທຳມະສາລາຂອງ^ພວກເຂົາ ແລະປະກາດຂ່າວປະເສີດເລື່ອງອານາຈັກສະຫວັນ ຕະຫລອດທັງຊົງໂຜດຮັກສາຄົນໃຫ້ຫາຍດີຈາກການ^ເຈັບໄຂ້^ໄດ້ປ່ວຍ ແລະພະຍາດໂຣຄານາໆຊະນິດ.
[36] ເມື່ອພຣະອົງເຫັນປະຊາຊົນຢ່າງຫລວງຫລາຍ ພຣະອົງກໍມີໃຈສົງສານຄົນເຫລົ່ານັ້ນ ເພາະພວກເຂົາກັງວົນເປັນທຸກໃຈແລະຂາດທີ່ເພິ່ງ ເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ.
[37] ສະນັ້ນ ພຣະອົງຈຶ່ງກ່າວແກ່ພວກສາວົກຂອງ^ພຣະອົງວ່າ, “ເຂົ້າທີ່ພໍເກັບກ່ຽວກໍຫລາຍແທ້ ແຕ່ຄົນງານຍັງມີໜ້ອຍຢູ່.
[38] ເຫດສະນັ້ນ ພວກເຈົ້າຈົ່ງພາວັນນາ^ອະທິຖານຂໍນຳເຈົ້າຂອງ^ການເກັບກ່ຽວໃຫ້ສົ່ງຄົນງານມາຫລາຍຂຶ້ນ ເພື່ອການເກັບກ່ຽວຂອງຕົນສາ.”