[1] “ເມື່ອນັ້ນ ອານາຈັກສະຫວັນປຽບເໝືອນຍິງສາວ^ປອດບໍຣິສຸດສິບຄົນ ທີ່ຖືໂຄມໄຟຂອງຕົນອອກໄປຮັບເຈົ້າບ່າວ.
[2] ຫ້າຄົນໃນພວກເຂົາເປັນຄົນໂງ່ ແລະອີກຫ້າຄົນເປັນຄົນສະຫລາດ.
[3] ຝ່າຍພວກຄົນໂງ່ນັ້ນຖືໂຄມໄຟໄປນຳ ແຕ່ບໍ່ເອົານໍ້າມັນໄປເພື່ອ,
[4] ສ່ວນພວກຄົນສະຫລາດນັ້ນຖືໂຄມໄຟໄປນຳ ແລະເອົານໍ້າມັນໃສ່ແກ້ວໄປເພື່ອ.
[5] ຂະນະທີ່ເຈົ້າບ່າວຍັງບໍ່ມາ ພວກຍິງສາວທັງໝົດຕ່າງກໍເຫງົານອນ ແລະຫລັບໄປ.
[6] ພໍເຖິງທ່ຽງຄືນກໍມີສຽງຮ້ອງດັງຂຶ້ນວ່າ, ‘ເຈົ້າບ່າວມາແລ້ວ ຈົ່ງອອກໄປຮັບເພິ່ນເຖີດ’
[7] ຍິງສາວທຸກຄົນຈຶ່ງລຸກຂຶ້ນ ແລະຈັດຕຽມໂຄມໄຟຂອງຕົນ.
[8] ແລ້ວພວກຄົນໂງ່ກໍເວົ້າກັບພວກຄົນສະຫລາດວ່າ, ‘ຂໍປັນນໍ້າມັນຂອງ^ພວກເຈົ້າໃຫ້ພວກຂ້ອຍແດ່ ເພາະໂຄມໄຟຂອງ^ພວກຂ້ອຍໃກ້ຈະມອດແລ້ວ.’
[9] ແຕ່ພວກຄົນສະຫລາດຕອບວ່າ, ‘ບໍ່ໄດ້ດອກ ນໍ້າມັນມີບໍ່ພຽງພໍສຳລັບພວກຂ້ອຍ ແລະພວກເຈົ້າ, ຈົ່ງໄປຫາຄົນຂາຍນໍ້າມັນ ແລະຊື້ເອົາສຳລັບພວກເຈົ້າສາ.’
[10] ແລະໃນຂະນະທີ່ພວກເຂົາອອກໄປຊື້ນໍ້າມັນນັ້ນ ເຈົ້າບ່າວກໍມາຮອດ ແລະຜູ້ທີ່ຕຽມພ້ອມຢູ່ແລ້ວກໍເຂົ້າໄປກັບເຈົ້າບ່າວໃນງານກິນລ້ຽງສົມຣົດ ແລະປະຕູກໍອັດ.
[11] ຫລັງຈາກນັ້ນ ພວກຍິງສາວຄົນອື່ນໆກໍມາຮອດ ແລະຮ້ອງວ່າ, ‘ພຣະອົງເຈົ້າ^ເອີຍ ພຣະອົງເຈົ້າ^ເອີຍ ໂຜດໄຂປະຕູໃຫ້ພວກຂ້ານ້ອຍເຂົ້າໄປແດ່ທ້ອນ’
[12] ແຕ່ເພິ່ນໄດ້ຕອບວ່າ, ‘ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ, ເຮົາບໍ່ຮູ້ຈັກພວກເຈົ້າ’
[13] ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ ເພາະພວກເຈົ້າບໍ່ຮູ້ຈັກວັນຫລືໂມງນັ້ນ.”
[14] “ແລະ ອານາຈັກສະຫວັນຍັງປຽບເໝືອນມີຊາຍຜູ້ໜຶ່ງ ທີ່ກຳລັງຈະອອກເດີນທາງໄປ ເພິ່ນຈຶ່ງເອີ້ນພວກຄົນ^ຮັບໃຊ້ມາ ແລະໃຫ້ພວກເຂົາຮັບຜິດຊອບຊັບສິນຂອງຕົນ.
[15] ເພິ່ນໄດ້ມອບໝາຍໃຫ້ແຕ່ລະຄົນຕາມຄວາມ^ສາມາດຂອງ^ໃຜລາວ ຄືຜູ້ໜຶ່ງໄດ້ຮັບເງິນຫ້າຕະລັນຕົນ ຜູ້ໜຶ່ງໄດ້ຮັບສອງຕະລັນຕົນ ແລະຜູ້ໜຶ່ງອີກໄດ້ຮັບເງິນໜຶ່ງຕະລັນຕົນ ແລ້ວເພິ່ນກໍອອກເດີນທາງໄປ.
[16] ຄົນ^ຮັບໃຊ້ຜູ້ທີ່ໄດ້ຮັບເງິນຫ້າຕະລັນຕົນ ກໍໄປລົງທຶນທັນທີ ແລະໄດ້ກຳໄລເທົ່າຕົວ.
[17] ຄົນ^ຮັບໃຊ້ຜູ້ທີ່ໄດ້ຮັບເງິນສອງຕະລັນຕົນ ກໍໄດ້ກຳໄລເທົ່າຕົວເໝືອນກັນ.
[18] ສ່ວນຄົນໃຊ້ຜູ້ທີ່ໄດ້ຮັບເງິນໜຶ່ງຕະລັນຕົນໄດ້ໄປຂຸດຂຸມ ແລະເຊື່ອງເງິນຂອງ^ນາຍໄວ້.
[19] ຢູ່ດົນນານຕໍ່ມາ ນາຍຂອງ^ຄົນ^ຮັບໃຊ້ເຫລົ່ານີ້ກໍກັບມາຄິດບັນຊີກັບພວກເຂົາ.
[20] ຄົນ^ຮັບໃຊ້ຜູ້ທີ່ໄດ້ຮັບເງິນຫ້າຕະລັນຕົນ ໄດ້ເຂົ້າມາພ້ອມເງິນກຳໄລຫ້າຕະລັນຕົນຕື່ມອີກ ລາວກ່າວວ່າ, ‘ນາຍເອີຍ ທ່ານໄດ້ມອບເງິນຫ້າຕະລັນຕົນໃຫ້ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍໄດ້ກຳໄລຫ້າຕະລັນຕົນຕື່ມອີກ.’
[21] ນາຍຂອງ^ລາວກ່າວວ່າ, ‘ດີແລ້ວຄົນ^ຮັບໃຊ້ທີ່ດີແລະສັດຊື່^ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງ^ເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງ^ຫລາຍຢ່າງ, ຈົ່ງມາຮ່ວມຊົມຊື່ນ^ຍິນດີກັບເຮົາເຖີດ.’
[22] ແລ້ວຄົນ^ຮັບໃຊ້ຜູ້ທີ່ໄດ້ຮັບເງິນສອງຕະລັນຕົນ ກໍເຂົ້າມາເໝືອນກັນ ແລະເວົ້າວ່າ, ‘ນາຍເອີຍ ທ່ານໄດ້ມອບເງິນສອງຕະລັນຕົນໃຫ້ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍໄດ້ສອງຕະລັນຕົນມາຕື່ມ.’
[23] ນາຍຂອງ^ລາວຈຶ່ງກ່າວວ່າ, ‘ດີແລ້ວຄົນ^ຮັບໃຊ້ທີ່ສັດຊື່^ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງ^ອັນເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງ^ຫລາຍຢ່າງ ຈົ່ງມາຮ່ວມຊົມຊື່ນ^ຍິນດີກັບເຮົາເຖີດ.’
[24] ຕໍ່ມາ ຄົນ^ຮັບໃຊ້ຜູ້ທີ່ໄດ້ຮັບເງິນໜຶ່ງຕະລັນຕົນກໍເຂົ້າມາ ແລະເວົ້າວ່າ, ‘ນາຍເອີຍ ຂ້ານ້ອຍຮູ້ວ່າທ່ານເປັນຄົນໃຈແຂງ ທ່ານເກັບກ່ຽວຜົນໃນບ່ອນທີ່ທ່ານບໍ່ໄດ້ຫວ່ານ ທ່ານຮວບຮວມເອົາຜົນລະປູກໃນບ່ອນທີ່ທ່ານບໍ່ໄດ້ຝັດ.
[25] ຂ້ານ້ອຍຢ້ານຈຶ່ງໄດ້ເອົາເງິນທີ່ທ່ານມອບໃຫ້ໄປຝັງດິນໄວ້. ເບິ່ງແມ! ນີ້ເດ ສິ່ງທີ່ເປັນຂອງທ່ານກໍໄດ້ແລ້ວ.’
[26] ນາຍຂອງ^ລາວຕອບວ່າ, ‘ອ້າຍຄົນໃຊ້ຜູ້ຊົ່ວຊ້າແລະກຽດຄ້ານ^ເອີຍ ເຈົ້າຮູ້ວ່າ ເຮົາເກັບກ່ຽວເອົາຜົນໃນບ່ອນທີ່ເຮົາບໍ່ໄດ້ຫວ່ານ ແລະຮວບຮວມເອົາຜົນລະປູກໃນບ່ອນທີ່ເຮົາບໍ່ໄດ້ຝັດ?’
[27] ດັ່ງນັ້ນ ເຈົ້າຄວນເອົາເງິນຂອງເຮົາໄປຝາກໄວ້ກັບທະນາຄານ ແລ້ວເມື່ອເຮົາກັບມາກໍຈະໄດ້ເງິນນັ້ນຄືນພ້ອມກັບດອກເບ້ຍ.
[28] ບັດນີ້ ຈົ່ງເອົາເງິນໜຶ່ງຕະລັນຕົນນຳມັນມາຄືນ ແລະມອບໃຫ້ຜູ້ທີ່ມີສິບຕະລັນຕົນ.
[29] ເພາະທຸກຄົນທີ່ມີຢູ່ແລ້ວ ກໍຈະໄດ້ຮັບເພີ່ມເຕີມຂຶ້ນອີກ ເພື່ອວ່າລາວຈະໄດ້ມີຢ່າງເຕັມບໍລິບູນ, ແຕ່ຜູ້ທີ່ບໍ່ມີນັ້ນ ແມ່ນແຕ່ສິ່ງທີ່ຕົນມີຢູ່ແລ້ວເລັກນ້ອຍ ກໍຈະຖືກເອົາໄປເສຍຈາກລາວ.
[30] ເອົາອ້າຍຄົນ^ຮັບໃຊ້ຜູ້ບໍ່ມີປະໂຫຍດຜູ້ນີ້ ໂຍນຖິ້ມອອກໄປຂ້າງນອກໃນຄວາມມືດ ໃນທີ່ນັ້ນຈະມີການຮ້ອງໄຫ້ ແລະຂົບແຂ້ວຢູ່.”
[31] “ເມື່ອບຸດມະນຸດສະເດັດມາໃນສະຫງ່າຣາສີ ພ້ອມດ້ວຍຝູງເທວະດາຂອງ^ພຣະອົງນັ້ນ ເພິ່ນຈະນັ່ງເທິງບັນລັງອັນຮຸ່ງເຮືອງຂອງ^ພຣະອົງ
[32] ບັນດາປະຊາຊົນທຸກຊົນຊາດ ຈະຖືກນຳມາໂຮມກັນຢູ່ຕໍ່ໜ້າພຣະອົງ, ແລ້ວພຣະອົງຈະແຍກພວກເຂົາອອກຈາກກັນ ເໝືອນກັບຄົນລ້ຽງສັດແຍກຝູງແກະອອກຈາກຝູງແບ້.
[33] ພຣະອົງຈະຈັດໃຫ້ຝູງແກະຢູ່ເບື້ອງຂວາຂອງ^ພຣະອົງ, ແຕ່ຝູງແບ້ນັ້ນຈະຈັດໃຫ້ຢູ່ເບື້ອງຊ້າຍ.
[34] ແລ້ວຈອມກະສັດກໍຈະກ່າວແກ່ບັນດາຜູ້ທີ່ຢູ່ເບື້ອງຂວາຂອງ^ພຣະອົງວ່າ, ‘ມາເຖີດ ພວກເຈົ້າຜູ້ທີ່ໄດ້ຮັບພຣະພອນຈາກພຣະບິດາຂອງເຮົາ ຈົ່ງມາຮັບເອົາຣາຊອານາຈັກ ຊຶ່ງໄດ້ຖືກຈັດຕຽມໄວ້ສຳລັບພວກເຈົ້າ ຕັ້ງແຕ່ຕົ້ນເດີມສ້າງໂລກ.
[35] ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍເອົາໃຫ້ເຮົາກິນ ເມື່ອເຮົາຫິວນໍ້າພວກເຈົ້າກໍເອົາໃຫ້ເຮົາດື່ມ, ເຮົາເປັນແຂກບ້ານ ພວກເຈົ້າໄດ້ຕ້ອນຮັບເຮົາໄວ້.
[36] ເຮົາເປືອຍກາຍ ພວກເຈົ້າກໍເອົາເຄື່ອງໃຫ້ເຮົານຸ່ງຫົ່ມ ເຮົາເຈັບປ່ວຍ ພວກເຈົ້າກໍໄດ້ມາເບິ່ງແຍງເຮົາ, ເຮົາຢູ່ໃນຄຸກ ພວກເຈົ້າກໍໄດ້ມາຢ້ຽມຢາມເຮົາ.’
[37] ແລ້ວຝ່າຍພວກຜູ້ຊອບທຳ ກໍຈະຕອບພຣະອົງວ່າ, ‘ພຣະອົງເຈົ້າ^ເອີຍ ເມື່ອໃດພວກຂ້ານ້ອຍເຫັນພຣະອົງຫິວເຂົ້າ ແລະເອົາເຂົ້າໃຫ້ພຣະອົງກິນ ແລະເຫັນພຣະອົງຫິວນໍ້າ ແລະເອົານໍ້າໃຫ້ພຣະອົງດື່ມ?
[38] ເມື່ອໃດພວກຂ້ານ້ອຍເຫັນພຣະອົງເປັນແຂກບ້ານ ແລະຮັບຕ້ອນພຣະອົງໄວ້ ຫລືເຫັນພຣະອົງເປືອຍກາຍ ແລະເອົາເຄື່ອງໃຫ້ພຣະອົງນຸ່ງຫົ່ມ?
[39] ເມື່ອໃດພວກຂ້ານ້ອຍເຫັນພຣະອົງເຈັບປ່ວຍ ຫລືຢູ່ໃນຄຸກ ແລະໄປຢ້ຽມຢາມພຣະອົງ?’
[40] ຈອມກະສັດຈະຕອບວ່າ, ‘ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕໍ່າຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.’
[41] ເມື່ອນັ້ນ ພຣະອົງກໍຈະກ່າວຕໍ່ບັນດາຜູ້ທີ່ຢູ່ເບື້ອງຊ້າຍວ່າ, ‘ຫຍັບອອກໄປໃຫ້ຫ່າງຈາກເຮົາ ພວກສູຜູ້ທີ່ຖືກສາບແຊ່ງ^ເອີຍ ລົງໄປໃນບຶງໄຟທີ່ໄໝ້ຢູ່ຕະຫລອດໄປ^ເປັນນິດ ຊຶ່ງໄດ້ຖືກຈັດຕຽມໄວ້ສຳລັບມານຮ້າຍ ແລະບໍລິວານຂອງ^ມັນ
[42] ເມື່ອເຮົາຫິວເຂົ້າ ພວກສູບໍ່ໄດ້ເອົາໃຫ້ເຮົາກິນ ເມື່ອເຮົາຫິວນໍ້າ ພວກສູບໍ່ໄດ້ເອົາໃຫ້ເຮົາດື່ມ,
[43] ເມື່ອເຮົາເປັນແຂກບ້ານ ພວກສູບໍ່ໄດ້ຮັບຕ້ອນເຮົາໄວ້ ເມື່ອເຮົາເປືອຍກາຍ ພວກສູບໍ່ໄດ້ເອົາເຄື່ອງໃຫ້ເຮົານຸ່ງຫົ່ມ ເມື່ອເຮົາເຈັບປ່ວຍແລະຢູ່ໃນຄຸກ ພວກສູບໍ່ໄດ້ມາຢ້ຽມຢາມເຮົາ.’
[44] ແລ້ວພວກເຂົາກໍຈະຕອບພຣະອົງວ່າ, ‘ພຣະອົງເຈົ້າ^ເອີຍ, ເມື່ອໃດພວກຂ້ານ້ອຍເຫັນພຣະອົງຫິວເຂົ້າ ຫລືຫິວນໍ້າ ຫລືເປັນແຂກບ້ານ ຫລືເປືອຍກາຍ ຫລືເຈັບປ່ວຍ ຫລືຢູ່ໃນຄຸກ ແລະພວກຂ້ານ້ອຍບໍ່ໄດ້ບົວລະບັດພຣະອົງ?’
[45] ຈອມກະສັດຈະຕອບພວກເຂົາວ່າ, ‘ເຮົາບອກພວກສູຕາມ^ຄວາມຈິງວ່າ ເມື່ອພວກສູບໍ່ໄດ້ເຮັດສິ່ງເຫລົ່ານັ້ນ ແກ່ຜູ້ໜຶ່ງໃນບັນດາຜູ້ທີ່ຕໍ່າຕ້ອຍທີ່ສຸດພວກນີ້ ພວກສູກໍບໍ່ໄດ້ເຮັດແກ່ເຮົາເໝືອນກັນ’
[46] ແລ້ວພວກເຫລົ່ານີ້ຈະຖືກສົ່ງໄປສູ່ການລົງໂທດອັນຕະຫລອດໄປ^ເປັນນິດ, ແຕ່ພວກຊອບທຳຈະເຂົ້າສູ່ຊີວິດນິຣັນດອນ.”