[1] ວັນຕໍ່ມາແຕ່ເຊົ້າໆ ພວກຫົວໜ້າປະໂຣຫິດກັບພວກເຖົ້າແກ່ທຸກຄົນໄດ້ວາງແຜນຕໍ່ສູ້ພຣະເຢຊູເຈົ້າ ເພື່ອປະຫານຊີວິດພຣະອົງ.
[2] ພວກເຂົາລ່າມໂສ້ພຣະອົງ ແລະນຳພຣະອົງໄປມອບໃຫ້ປີລາດຜູ້ປົກຄອງຊາວໂຣມ.
[3] ເມື່ອຢູດາຄົນທໍລະຍົດ ໄດ້ຮູ້ວ່າພຣະເຢຊູເຈົ້າຕ້ອງຖືກໂທດເຖິງຕາຍ ລາວກໍສຳນຶກຜິດກິນແໜງ^ໃຈ. ດັ່ງນັ້ນ ລາວຈຶ່ງນຳເງິນສາມສິບຫລຽນ ໄປຄືນໃຫ້ພວກຫົວໜ້າປະໂຣຫິດແລະພວກເຖົ້າແກ່.
[4] ແລະກ່າວວ່າ, “ຂ້ານ້ອຍຜິດໄປແລ້ວ ໂດຍມອບຄົນທີ່ບໍ່ມີຄວາມຜິດໃຫ້ເຖິງແກ່ຄວາມ^ຕາຍ.” ພວກເຂົາຕອບວ່າ, “ເລື່ອງນັ້ນເປັນທຸລະອັນໃດກັບເຮົາ ແມ່ນທຸລະຂອງ^ເຈົ້າເອງ.”
[5] ຢູດາໄດ້ຖິ້ມເງິນໄວ້ໃນພຣະວິຫານ ແລະອອກໜີໄປ ແລ້ວລາວກໍໄປຜູກຄໍຕາຍ.
[6] ພວກຫົວໜ້າປະໂຣຫິດຈັບເອົາເງິນຫລຽນຂຶ້ນມາ ແລະເວົ້າວ່າ, “ນີ້ແມ່ນເງິນເລືອດ ແລະ ເປັນການຜິດກົດບັນຍັດ ທີ່ພວກເຮົາຈະເອົາໄປໄວ້ໃນຄັງຂອງ^ວິຫານ”
[7] ຫລັງຈາກພວກເຂົາໄດ້ປຶກສາກັນເປັນທີ່ຕົກລົງແລ້ວ ກໍເອົາເງິນນີ້ໄປຊື້ນາຂອງ^ຊ່າງ^ປັ້ນໝໍ້ ເພື່ອໃຫ້ເປັນບ່ອນຝັງສົບສຳລັບຄົນຕ່າງດ້າວ.
[8] ດັ່ງນັ້ນແຫລະ ນາທົ່ງນີ້ຈຶ່ງມີຊື່ວ່າ, “ນາເລືອດ” ຈົນເຖິງທຸກ^ວັນນີ້.
[9] ເຫດການນີ້ ກໍສຳເລັດຕາມທີ່ຜູ້ທຳນວາຍເຢເຣມີຢາໄດ້ກ່າວໄວ້ວ່າ, “ພວກເຂົາໄດ້ເອົາເງິນສາມສິບຫລຽນ ຊຶ່ງເປັນລາຄາຜູ້ທີ່ພວກເຂົາຄາດລາຄາໄວ້ ຄືປະຊາຊົນອິດສະຣາເອນໄດ້ຕີລາຄານັ້ນ
[10] ແລະ ພວກເຂົາໃຊ້ເງິນນັ້ນເພື່ອຊື້ນາຂອງ^ຊ່າງ^ປັ້ນໝໍ້ ຕາມທີ່ອົງພຣະ^ຜູ້^ເປັນເຈົ້າໄດ້ສັ່ງຂ້າພະເຈົ້າໄວ້.”
[11] ເມື່ອພຣະເຢຊູເຈົ້າໄດ້ມາຢືນຢູ່ຕໍ່ໜ້າຜູ້ປົກຄອງຊາວໂຣມແລ້ວ ເພິ່ນຈຶ່ງຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງ^ຊາວຢິວບໍ?” ພຣະເຢຊູເຈົ້າຕອບວ່າ, “ທ່ານເວົ້າດັ່ງນັ້ນແລ້ວ”
[12] ແຕ່ຂໍ້ກ່າວໂທດຂອງ^ພວກຫົວໜ້າປະໂຣຫິດແລະພວກເຖົ້າແກ່ນັ້ນ ພຣະອົງບໍ່ຕອບຫຍັງເລີຍ.
[13] ດັ່ງນັ້ນ ປີລາດຈຶ່ງເວົ້າຕໍ່ພຣະອົງວ່າ, “ເຈົ້າບໍ່ໄດ້ຍິນເລື່ອງທັງຫລາຍທີ່ພວກເຂົາກ່າວຫາບໍ?”
[14] ແຕ່ພຣະເຢຊູເຈົ້າບໍ່ຕອບຈັກຄຳຈົນຜູ້ປົກຄອງປະຫລາດ^ໃຈຫລາຍ.
[15] ໃນເທດສະການປັດສະຄາທຸກໆປີ ຜູ້ປົກຄອງຊາວໂຣມເຄີຍປ່ອຍນັກໂທດຄົນໜຶ່ງໃຫ້ເປັນອິດສະຫລະ ຕາມທີ່ປະຊາຊົນຂໍຮ້ອງ.
[16] ໃນສະໄໝນັ້ນ ມີນັກໂທດຜູ້ໜຶ່ງທີ່ຄົນຮູ້ຈັກທົ່ວໄປຊື່ວ່າເຢຊູບາຣາບາ.
[17] ເມື່ອປະຊາຊົນມາຮ່ວມຊຸມນຸມກັນ ແລ້ວປີລາດຈຶ່ງຖາມວ່າ, “ພວກທ່ານຢາກໃຫ້ຂ້າພະເຈົ້າປ່ອຍຜູ້ໃດ? ເຢຊູບາຣາບາ ຫລືເຢຊູຜູ້ທີ່ເອີ້ນວ່າພຣະຄຣິດ?”
[18] ເພາະປີລາດຮູ້ດີວ່າ ພວກຜູ້ນຳສາສະໜາຢິວໄດ້ມອບພຣະເຢຊູເຈົ້າໄວ້ດ້ວຍໃຈອິດສາ.
[19] ຂະນະທີ່ປີລາດນັ່ງຢູ່ບ່ອນຕັດສິນ^ຄວາມ^ນັ້ນ ເມຍຂອງ^ເພິ່ນກໍໃຊ້ຄົນມາບອກເພິ່ນວ່າ, “ຢ່າໄດ້ພົວພັນກັບເລື່ອງຂອງ^ຄົນບໍ່ມີຄວາມຜິດນັ້ນ ເພາະວັນນີ້ນ້ອງເປັນທຸກໜັກໃຈ ຍ້ອນຄວາມຝັນກ່ຽວກັບຜູ້ນັ້ນ.”
[20] ພວກຫົວໜ້າປະໂຣຫິດກັບພວກເຖົ້າແກ່ໄດ້ຍຸຍົງປະຊາຊົນ ຂໍໃຫ້ປ່ອຍບາຣາບາ ແລະໃຫ້ປະຫານພຣະເຢຊູເຈົ້າ.
[21] ແຕ່ປີລາດຖາມປະຊາຊົນວ່າ, “ໃນສອງຄົນນີ້ ພວກທ່ານຢາກໃຫ້ຂ້າພະເຈົ້າປ່ອຍຜູ້ໃດໃຫ້ພວກທ່ານ?” ພວກເຂົາຕອບວ່າ, “ບາຣາບາ”
[22] ແລ້ວປີລາດຈຶ່ງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ພວກທ່ານຈະໃຫ້ຂ້າພະເຈົ້າເຮັດຢ່າງໃດ ແກ່ເຢຊູຜູ້ທີ່ເອີ້ນວ່າ ພຣະຄຣິດ?” ພວກເຂົາພາກັນຕອບວ່າ, “ໃຫ້ຄຶງໄວ້ທີ່ໄມ້ກາງແຂນ.”
[23] ແຕ່ປີລາດຖາມວ່າ, “ຄົນຜູ້ນີ້ໄດ້ເຮັດຜິດຫຍັງ?” ແລ້ວພວກເຂົາກໍຮ້ອງດັງແຮງຂຶ້ນຈົນສຸດສຽງວ່າ, “ຄຶງໄວ້ທີ່ໄມ້ກາງແຂນ.”
[24] ເມື່ອປີລາດເຫັນວ່າບໍ່ມີຜົນຫຍັງ ມີແຕ່ການວຸ້ນວາຍກຳລັງເກີດຂຶ້ນ. ສະນັ້ນ ເພິ່ນຈຶ່ງເອົານໍ້າມາລ້າງມືຕໍ່ໜ້າປະຊາຊົນ ແລະເວົ້າວ່າ, “ຂ້າພະເຈົ້າບໍ່ຂໍຮັບຜິດຊອບໃດໆ ສຳລັບຄວາມ^ຕາຍຂອງ^ຊາຍຄົນນີ້ ແຕ່ແມ່ນພວກທ່ານເອງທີ່ຕ້ອງຮັບຜິດຊອບ.”
[25] ປະຊາຊົນທັງໝົດຕອບວ່າ, “ໃຫ້ໂທດເລື່ອງຄວາມ^ຕາຍຂອງ^ລາວ ຕົກຖືກພວກເຮົາ ແລະລູກຫລານຂອງ^ພວກເຮົາ”
[26] ແລ້ວປີລາດກໍປ່ອຍບາຣາບາໃຫ້ພວກເຂົາ ແລະເມື່ອໃຫ້ພວກເຂົາຂ້ຽນພຣະເຢຊູເຈົ້າແລ້ວ ເພິ່ນໄດ້ມອບພຣະອົງໃຫ້ຄຶງໄວ້ທີ່ໄມ້ກາງແຂນ.
[27] ແລ້ວພວກທະຫານຂອງ^ປີລາດກໍນຳພຣະເຢຊູເຈົ້າເຂົ້າໄປໃນເດີ່ນບ້ານຂອງ^ຜູ້ປົກຄອງ ແລະໃຫ້ທະຫານທັງກອງຮ້ອຍມາເຕົ້າໂຮມກັນອ້ອມພຣະອົງ.
[28] ພວກເຂົາດຶງເຄື່ອງນຸ່ງຂອງ^ພຣະອົງອອກ ແລະເອົາເສື້ອຄຸມສີແດງສົດມານຸ່ງໃຫ້ພຣະອົງ.
[29] ພວກເຂົາໄດ້ເອົາເຄືອໜາມຖັກເປັນໂຄ້ງແທນມົງກຸດ ສຸບໃສ່ຫົວຂອງ^ພຣະອົງ ແລະເອົາໄມ້ອໍ້ໃສ່ມືເບື້ອງຂວາໃຫ້ພຣະອົງຖື ແລ້ວພວກເຂົາກໍຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ເວົ້າເຢາະເຢີ້ຍວ່າ, “ຂໍໃຫ້ກະສັດຂອງ^ຊາດຢິວ ຈົ່ງຊົງພຣະຈະເລີນເທີ້ນ”
[30] ພວກເຂົາໄດ້ຖົ່ມນໍ້າລາຍໃສ່ພຣະອົງ ແລະດຶງເອົາໄມ້ອໍ້ທີ່ພຣະອົງຖືນັ້ນ ມາຕີຫົວຂອງ^ພຣະອົງ.
[31] ເມື່ອເຢາະເຢີ້ຍພຣະອົງແລ້ວ ພວກເຂົາຈຶ່ງໄດ້ຖອດເສື້ອຄຸມອອກ ແລະໄດ້ເອົາເຄື່ອງນຸ່ງຂອງ^ພຣະອົງມານຸ່ງໃຫ້ພຣະອົງຄືນ ແລ້ວພວກເຂົາກໍພາພຣະອົງອອກໄປ ເພື່ອຄຶງໄວ້ທີ່ໄມ້ກາງແຂນ.
[32] ຂະນະທີ່ກຳລັງອອກໄປນັ້ນ ພວກເຂົາໄດ້ພົບຊາຍຊາວກີເຣເນຄົນໜຶ່ງຊື່ວ່າ ຊີໂມນ, ຈຶ່ງເກນລາວໃຫ້ແບກໄມ້ກາງແຂນຂອງ^ພຣະເຢຊູເຈົ້າ.
[33] ເມື່ອມາເຖິງບ່ອນໜຶ່ງທີ່ເອີ້ນວ່າ ໂຄລະໂຄທາ ຊຶ່ງໝາຍຄວາມວ່າ, “ບ່ອນທີ່ມີກະໂຫລກຫົວ”
[34] ພວກເຂົາໄດ້ເອົາເຫລົ້າ^ອະງຸ່ນສົ້ມ ປະສົມກັບນໍ້າບີໃຫ້ພຣະອົງດື່ມ, ແຕ່ເມື່ອຊີມເບິ່ງແລ້ວພຣະອົງບໍ່ຍອມດື່ມ.
[35] ເມື່ອໄດ້ຄຶງພຣະອົງທີ່ໄມ້ກາງແຂນແລ້ວ ພວກເຂົາກໍໄດ້ແບ່ງປັນເຄື່ອງນຸ່ງຂອງ^ພຣະອົງໂດຍໃຊ້ສະຫລາກ.
[36] ຫລັງຈາກນັ້ນ ກໍພາກັນນັ່ງຢູ່ທີ່ນັ້ນ ເພື່ອເຝົ້າເບິ່ງພຣະອົງ.
[37] ຢູ່ເທິງຫົວຂອງ^ພຣະອົງ ພວກເຂົາໄດ້ເອົາປ້າຍຄຳກ່າວໂທດຕອກຕິດໃສ່ໄວ້ໂດຍມີຂໍ້ຂຽນວ່າ, “ຜູ້ນີ້ແມ່ນເຢຊູ ກະສັດຂອງ^ຊາດຢິວ.”
[38] ໃນຂະນະ^ດຽວກັນ^ນັ້ນ ກໍໄດ້ຄຶງໂຈນສອງຄົນໃສ່ໄມ້ກາງແຂນໄວ້ກັບພຣະອົງ ເບື້ອງຂວາຄົນໜຶ່ງ ແລະເບື້ອງຊ້າຍຄົນໜຶ່ງ.
[39] ຝ່າຍປະຊາຊົນທີ່ຜ່ານໄປມານັ້ນສັ່ນຫົວ ແລະກ່າວໝິ່ນປະໝາດໃສ່ພຣະອົງວ່າ,
[40] “ເຮີຍ ເຈົ້າຜູ້ທີ່ມ້າງພຣະວິຫານ ແລະສ້າງໃໝ່ໃນສາມວັນ ຖ້າເຈົ້າເປັນລູກຂອງ^ພຣະເຈົ້າແທ້ ຊ່ວຍຕົນເອງແມ ຈົ່ງລົງມາຈາກໄມ້ກາງແຂນເບິ່ງດູ.”
[41] ໃນທຳນອງ^ດຽວກັນ ພວກຫົວໜ້າປະໂຣຫິດແລະພວກທຳມະຈານກັບພວກເຖົ້າແກ່ ກໍໄດ້ເວົ້າໝິ່ນປະໝາດພຣະອົງວ່າ,
[42] “ລາວຊ່ວຍຄົນອື່ນໄດ້ ແຕ່ລາວຊ່ວຍຕົນເອງບໍ່ໄດ້ ຖ້າລາວເປັນກະສັດຂອງ^ຊາດອິດສະຣາເອນ, ໃຫ້ລາວລົງຈາກໄມ້ກາງແຂນດຽວນີ້ ແລ້ວພວກເຮົາຈະເຊື່ອໃນລາວ
[43] ລາວໄດ້ໄວ້ວາງໃຈໃນພຣະເຈົ້າ ແລະໄດ້ອ້າງຕົນວ່າເປັນພຣະບຸດຂອງ^ພຣະເຈົ້າ ເບິ່ງດູວ່າ ພຣະເຈົ້າຈະພໍພຣະໄທຊ່ວຍລາວໃຫ້ພົ້ນດຽວນີ້ຫລືບໍ່.”
[44] ແມ່ນແຕ່ໂຈນທີ່ຖືກຄຶງໄວ້ທີ່ໄມ້ກາງແຂນກັບພຣະອົງ ກໍເວົ້າໝິ່ນປະໝາດພຣະອົງເໝືອນກັນ.
[45] ຕັ້ງແຕ່ເວລາທ່ຽງວັນ ທົ່ວແຜ່ນດິນກໍເກີດມືດມົວເປັນເວລາສາມຊົ່ວໂມງ.
[46] ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າໄດ້ຮ້ອງຂຶ້ນດ້ວຍສຽງດັງວ່າ, “ເອລີ ເອລີ ແລມາ ຊາບັກທານີ?” ຊຶ່ງແປວ່າ, “ພຣະເຈົ້າຂອງ^ຂ້ານ້ອຍ, ພຣະເຈົ້າຂອງ^ຂ້ານ້ອຍ^ເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສຍ?”
[47] ມີບາງຄົນທີ່ຢືນຢູ່ໃນທີ່ນັ້ນ ເມື່ອໄດ້ຍິນພຣະອົງຈຶ່ງເວົ້າວ່າ, “ລາວຮ້ອງຫາເອລີຢາ”
[48] ໃນທັນໃດນັ້ນ ມີຄົນໜຶ່ງໃນພວກເຂົາ ໄດ້ແລ່ນໄປເອົາຟອງນໍ້າຈຸ່ມໃສ່ເຫລົ້າ^ອະງຸ່ນສົ້ມ, ສຽບໃສ່ປາຍໄມ້ອໍ້ ແລະຍື່ນໃຫ້ພຣະອົງດື່ມ.
[49] ແຕ່ຄົນອື່ນເວົ້າວ່າ, “ຄອຍຖ້າກ່ອນ ຖ້າເບິ່ງວ່າເອລີຢາຈະມາຊ່ວຍລາວໃຫ້ພົ້ນຫລືບໍ່.”
[50] ພຣະເຢຊູເຈົ້າໄດ້ຮ້ອງສຽງດັງອີກເທື່ອໜຶ່ງ ແລ້ວກໍສິ້ນລົມຫາຍໃຈ.
[51] ແລ້ວຜ້າກັ້ງໃນພຣະວິຫານ ກໍໄດ້ຈີກອອກເປັນສອງຕ່ອນແຕ່ເທິງຮອດລຸ່ມ ແຜ່ນດິນກໍສະທ້ານຫວັ່ນໄຫວ ແລະໂງ່ນຫີນກໍແຕກອອກເປັນປ່ຽງໆ
[52] ອຸບມຸງຝັງສົບທັງຫລາຍໄດ້ໄຂອອກ ແລ້ວສົບໄພ່ພົນຂອງ^ພຣະເຈົ້າຫລາຍຄົນທີ່ຕາຍໄປແລ້ວ ກໍຄືນສູ່ຊີວິດ
[53] ຫລັງຈາກພຣະເຢຊູເຈົ້າເປັນຄືນມາຈາກຕາຍແລ້ວ ເຂົາທັງຫລາຍຈຶ່ງໄດ້ອອກຈາກອຸບມຸງ ແລະໄດ້ເຂົ້າໄປໃນນະຄອນສັກສິດ ແລະປາກົດໃຫ້ຫລາຍຄົນໄດ້ເຫັນ.
[54] ເມື່ອນາຍທະຫານກັບພວກທະຫານທີ່ເຝົ້າພຣະເຢຊູເຈົ້າ ໄດ້ເຫັນແຜ່ນດິນຫວັ່ນໄຫວ ແລະເຫດການທັງໝົດທີ່ເກີດຂຶ້ນນັ້ນ ພວກເຂົາກໍສະທ້ານຢ້ານກົວຫລາຍ ຈຶ່ງເວົ້າວ່າ, “ເພິ່ນແມ່ນພຣະບຸດຂອງ^ພຣະເຈົ້າແທ້ຈິງ.”
[55] ໃນທີ່ນັ້ນ ມີແມ່ຍິງຫລາຍຄົນເບິ່ງຢູ່ຫ່າງໆ ແມ່ຍິງເຫລົ່ານີ້ໄດ້ຕິດຕາມພຣະເຢຊູເຈົ້າ ແລະບົວລະບັດພຣະອົງ ມາແຕ່ແຂວງຄາລີເລ.
[56] ໃນພວກແມ່ຍິງເຫລົ່ານີ້ມີ: ມາຣີໄທມັກດາລາ, ມາຣີຜູ້ເປັນແມ່ຂອງ^ຢາໂກໂບ ແລະ ໂຢເຊັບ ແລະເມຍຂອງ^ເຊເບດາຍ.
[57] ເມື່ອເຖິງຕອນຄໍ່າ ຊາຍຮັ່ງມີຄົນໜຶ່ງຈາກບ້ານອາຣີມາທາຍກໍມາເຖິງ ລາວຊື່ວ່າໂຢເຊັບ ແລະເປັນສາວົກຄົນໜຶ່ງຂອງ^ພຣະເຢຊູເຈົ້າເໝືອນກັນ.
[58] ທ່ານຜູ້ນີ້ໄດ້ໄປຫາປີລາດ ເພື່ອຂໍເອົາພຣະສົບຂອງ^ພຣະເຢຊູເຈົ້າ, ປີລາດຈຶ່ງໄດ້ສັ່ງໃຫ້ເຂົາ ມອບພຣະສົບຂອງ^ພຣະອົງນັ້ນໃຫ້ແກ່ລາວ.
[59] ເມື່ອໂຢເຊັບໄດ້ຮັບເອົາພຣະສົບລົງແລ້ວ ກໍໃຊ້ຜ້າປ່ານໃໝ່ອ່ຽມຫໍ່ພຣະສົບໄວ້,
[60] ແລະ ນຳໄປວາງໄວ້ໃນອຸບມຸງຂອງຕົນ ຊຶ່ງຫາກໍເຈາະໄວ້ໃນໂງ່ນຫີນ ແລະເມື່ອກື່ງກ້ອນຫີນຂະໜາດໃຫຍ່ ອັດປາກອຸບມຸງໄວ້ແລ້ວ ລາວກໍໜີໄປ.
[61] ມາຣີໄທມັກດາລາ ກັບມາຣີຄົນໜຶ່ງອີກ ກໍນັ່ງຢູ່ທີ່ນັ້ນຕໍ່ໜ້າອຸບມຸງ.
[62] ວັນຕໍ່ມາເປັນວັນ^ຊະບາໂຕ ພວກຫົວໜ້າປະໂຣຫິດກັບພວກຟາຣີຊາຍໄດ້ໄປພົບປີລາດ
[63] ແລະເວົ້າວ່າ, “ທ່ານເອີຍ ພວກ^ຂ້າພະເຈົ້າຈື່ໄດ້ວ່າ ເມື່ອຄົນຫລອກລວງຜູ້ນັ້ນຍັງມີຊີວິດຢູ່ ໄດ້ເວົ້າວ່າ, ‘ຫລັງຈາກສາມວັນແລ້ວ ເຮົາຈະເປັນຄືນມາສູ່ຊີວິດ.’
[64] ດ້ວຍເຫດນັ້ນ ຂໍທ່ານຈົ່ງອອກຄຳສັ່ງໃຫ້ວາງມາດຕະການ ເຝົ້າຍາມອຸບມຸງຢ່າງເຂັ້ມງວດ ຈົນເຖິງວັນທີສາມ ຢ້ານວ່າພວກສາວົກຂອງ^ລາວຈະມາລັກເອົາສົບນັ້ນໄປ ແລະມາບອກປະຊາຊົນວ່າ ລາວເປັນຄືນມາຈາກຕາຍ ການຫລອກລວງຄັ້ງສຸດທ້າຍນີ້ ຈະຮ້າຍແຮງຍິ່ງກວ່າຄັ້ງທຳອິດ.”
[65] ປີລາດຈຶ່ງຕອບພວກເຂົາວ່າ, “ພວກທ່ານມີທະຫານຍາມ ຈົ່ງເອົາໄປຍາມອຸບມຸງໃຫ້ດີ ຕາມຄວາມ^ເຫັນຂອງ^ພວກທ່ານ.”
[66] ດັ່ງນັ້ນ ຄົນເຫລົ່ານີ້ຈຶ່ງຈາກໄປ ແລະໄດ້ຈັດວາງຄົນເຝົ້າຍາມອຸບມຸງໄວ້ຢ່າງເຂັ້ມແຂງ ພ້ອມທັງຕີຕາປະທັບໃສ່ກ້ອນຫີນໄວ້ດ້ວຍ.