[1] ໃນເວລານັ້ນ ພຣະເຢຊູເຈົ້າໄດ້ສະເດັດຜ່ານທົ່ງນາໄປໃນວັນ^ຊະບາໂຕ, ສ່ວນພວກສາວົກຂອງ^ພຣະອົງກໍຫິວເຂົ້າ ຈຶ່ງໄດ້ຕັ້ງຕົ້ນເດັດເອົາຮວງເຂົ້າມາເກັດກິນ.
[2] ເມື່ອພວກຟາຣີຊາຍເຫັນຢ່າງນັ້ນ ຈຶ່ງທູນຕໍ່ພຣະເຢຊູເຈົ້າວ່າ, “ເບິ່ງແມ! ພວກສາວົກຂອງທ່ານເຮັດຜິດຕໍ່ກົດຂອງ^ວັນ^ຊະບາໂຕ.”
[3] ພຣະເຢຊູເຈົ້າຊົງຕອບວ່າ, “ພວກເຈົ້າຍັງບໍ່ໄດ້ອ່ານຈັກເທື່ອບໍ ສິ່ງທີ່ດາວິດໄດ້ເຮັດເມື່ອເພິ່ນແລະຄົນຂອງ^ເພິ່ນອຶດຫິວນັ້ນ?
[4] ເພິ່ນໄດ້ເຂົ້າໄປໃນພຣະວິຫານຂອງ^ພຣະເຈົ້າ ແລະໄດ້ກິນເຂົ້າຈີ່ທີ່ໄດ້ຖວາຍແກ່ພຣະເຈົ້າ ຊຶ່ງເພິ່ນແລະຄົນຂອງ^ເພິ່ນບໍ່ມີສິດທີ່ຈະກິນເຂົ້າຈີ່ນັ້ນ ເພາະແມ່ນປະໂຣຫິດເທົ່ານັ້ນ ທີ່ມີສິດກິນເຂົ້າຈີ່ນັ້ນໄດ້.
[5] ພວກເຈົ້າບໍ່ໄດ້ອ່ານໃນກົດບັນຍັດບໍທີ່ວ່າ, ທຸກວັນ^ຊະບາໂຕພວກປະໂຣຫິດໃນພຣະວິຫານ ໄດ້ເຮັດຜິດຕໍ່ວັນ^ຊະບາໂຕ ແຕ່ບໍ່ມີຄວາມຜິດ?
[6] ເຮົາບອກພວກເຈົ້າວ່າ ຢູ່ທີ່ນີ້ມີສິ່ງໜຶ່ງຍິ່ງໃຫຍ່ກວ່າພຣະວິຫານອີກ.
[7] ຖ້າພວກເຈົ້າເຂົ້າໃຈຄວາມ^ໝາຍຖ້ອຍຄຳໃນພຣະຄຳພີທີ່ວ່າ, ‘ເຮົາປະສົງຄວາມ^ເມດຕາ ແຕ່ບໍ່ແມ່ນເຄື່ອງບູຊາ’ ພວກເຈົ້າກໍຄົງບໍ່ກ່າວໂທດໃສ່ຄົນທີ່ບໍ່ມີຄວາມຜິດ.
[8] ດ້ວຍວ່າ, ບຸດມະນຸດເປັນອົງພຣະ^ຜູ້^ເປັນເຈົ້າຂອງ^ວັນ^ຊະບາໂຕ.”
[9] ພຣະເຢຊູເຈົ້າໄດ້ໜີຈາກທີ່ນັ້ນ, ແລ້ວເຂົ້າໄປຍັງທຳມະສາລາແຫ່ງໜຶ່ງຂອງ^ພວກເຂົາ.
[10] ໃນທີ່ນັ້ນ ມີຄົນມືລີບເບື້ອງໜຶ່ງ ຄົນໃນທີ່ນັ້ນຢາກຫາຂໍ້ຟ້ອງພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາຈຶ່ງຖາມວ່າ, “ເປັນການຜິດຫລືຖືກ ທີ່ຈະຮັກສາຄົນໃນວັນ^ຊະບາໂຕ?”
[11] ພຣະເຢຊູເຈົ້າຊົງຕອບວ່າ, “ຖ້າຄົນໜຶ່ງໃນພວກເຈົ້າມີແກະໂຕດຽວ ແລະຕົກຂຸມໃນວັນ^ຊະບາໂຕ ເຂົາຈະບໍ່ດຶງເອົາແກະໂຕນັ້ນຂຶ້ນບໍ?
[12] ມະນຸດຜູ້ໜຶ່ງກໍມີຄ່າຫລາຍກວ່າແກະເທົ່າໃດໜໍ ສະນັ້ນ ຈຶ່ງອະນຸຍາດໃຫ້ເຮັດການດີໃນວັນ^ຊະບາໂຕ.”
[13] ແລ້ວພຣະອົງກໍເວົ້າກັບຊາຍມືລີບວ່າ, “ຈົ່ງຢຽດມືຂອງ^ເຈົ້າອອກ.” ລາວກໍຢຽດອອກ ແລ້ວມືນັ້ນກໍດີເປັນປົກກະຕິເໝືອນກັບມືອີກເບື້ອງໜຶ່ງ.
[14] ແລ້ວພວກຟາຣີຊາຍກໍພາກັນອອກໄປປຶກສາກັນ ແລະວາງແຜນເພື່ອຈະຂ້າພຣະເຢຊູເຈົ້າ.
[15] ເມື່ອພຣະເຢຊູເຈົ້າຮູ້ຈັກກົນອຸບາຍນີ້, ພຣະອົງກໍສະເດັດອອກຈາກທີ່ນັ້ນ ມີປະຊາຊົນຢ່າງຫລວງຫລາຍໄດ້ຕິດຕາມພຣະອົງໄປ ພຣະອົງໄດ້ຊົງໂຜດຮັກສາທຸກຄົນໃຫ້ດີພະຍາດ,
[16] ແຕ່ພຣະອົງໄດ້ສັ່ງຫ້າມພວກເຂົາຢ່າງເດັດຂາດ ບໍ່ໃຫ້ບອກເລື່ອງກ່ຽວກັບພຣະອົງສູ່ຜູ້ໃດຟັງ.
[17] ພຣະອົງເຮັດດັ່ງນີ້ ກໍເພື່ອຈະໃຫ້ສຳເລັດຕາມຖ້ອຍຄຳຂອງ^ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ,
[18] “ນີ້ແມ່ນຜູ້ຮັບໃຊ້ທີ່ເຮົາໄດ້ເລືອກໄວ້ ຜູ້ເປັນທີ່ຮັກ ແລະພໍໃຈຂອງເຮົາ. ເຮົາຈະເອົາພຣະວິນຍານຂອງເຮົາ ໃສ່ໄວ້ເທິງເພິ່ນ ເພື່ອຈະປະກາດຄວາມ^ຍຸດຕິທຳ ແກ່ບັນດາປະຊາຊາດ.
[19] ເພິ່ນຈະບໍ່ໂຕ້ຖຽງ ຫລືໃຊ້ສຽງດັງ ບໍ່ມີຜູ້ໃດຈະໄດ້ຍິນສຽງເພິ່ນ ຕາມຫົນທາງ.
[20] ໄມ້ອໍ້ທີ່ບວບແລ້ວເພິ່ນຈະບໍ່ຫັກ ໄສ້ຕະກຽງເປັນຄວັນກຳລັງຈະມອດ ເພິ່ນຈະບໍ່ມອດ. ຈົນກວ່າເພິ່ນນຳຄວາມ^ຍຸດຕິທຳ ໃຫ້ມີໄຊຊະນະ ແລະບັນດາປະຊາຊາດຈະມອບ ຄວາມຫວັງໄວ້ໃນນາມຂອງ^ເພິ່ນ.”
[22] ຕໍ່ມາ ໄດ້ມີບາງຄົນນຳຊາຍຜູ້ໜຶ່ງທີ່ຕາບອດແລະປາກກືກ ຍ້ອນຜີມານຮ້າຍເຂົ້າສິງຢູ່ມາຫາພຣະເຢຊູເຈົ້າ ແລະພຣະອົງໄດ້ຊົງໂຜດຮັກສາຊາຍຄົນນັ້ນໃຫ້ສາມາດເວົ້າແລະເຫັນຮຸ່ງໄດ້.
[23] ປະຊາຊົນທັງຫລາຍກໍງຶດປະຫລາດ^ໃຈ ຈຶ່ງຖາມກັນວ່າ, “ຄົນນີ້ອາດເປັນບຸດຂອງ^ດາວິດໄດ້ບໍ?”
[24] ພວກຟາຣີຊາຍໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາກໍເວົ້າວ່າ, “ຜູ້ນີ້ຂັບໄລ່ຜີມານຮ້າຍອອກໂດຍໃຊ້ອຳນາດຂອງ^ເບເອນເຊບູນ ຜູ້ເປັນນາຍຜີມານຮ້າຍທັງຫລາຍ.”
[25] ພຣະເຢຊູເຈົ້າຊົງຮູ້ຄວາມ^ຄິດຂອງ^ພວກເຂົາ ຈຶ່ງກ່າວແກ່ພວກເຂົາວ່າ, “ອານາຈັກໃດທີ່ແຕກແຍກຕໍ່ສູ້ ຊຶ່ງກັນແລະກັນ ກໍຈະພິນາດຈິບຫາຍ, ເມືອງໃດຫລືຄອບຄົວໃດທີ່ແຕກແຍກກັນ ຈະຕັ້ງໝັ້ນຄົງຢູ່ບໍ່ໄດ້.
[26] ຖ້າມານຊາຕານຂັບໄລ່ມານຊາຕານອອກເອງ ມັນກໍແຕກແຍກກັນຢູ່ໃນຕົວຂອງ^ມັນເອງ ແລ້ວອານາຈັກຂອງ^ມັນຈະຕັ້ງໝັ້ນໄດ້ຢ່າງໃດ?
[27] ແລະ ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງ^ເບເອນເຊບູນ ພວກລູກຫລານຂອງ^ເຈົ້າ^ທັງຫລາຍ ເຄີຍຂັບໄລ່ມັນອອກດ້ວຍອຳນາດຂອງ^ຜູ້ໃດ? ດ້ວຍເຫດນີ້ແຫລະ ເຂົາຈະເປັນຜູ້ຕັດສິນພວກເຈົ້າ,
[28] ແຕ່ເຮົາຂັບໄລ່ຜີມານຮ້າຍອອກດ້ວຍພຣະວິນຍານຂອງ^ພຣະເຈົ້າ. ດັ່ງນັ້ນ ຣາຊອານາຈັກຂອງ^ພຣະເຈົ້າກໍມາເຖິງພວກເຈົ້າແລ້ວ.”
[29] “ບໍ່ມີຜູ້ໃດຈະເຂົ້າໄປປຸ້ນເອົາຊັບຢູ່ໃນເຮືອນຂອງ^ຄົນແຂງແຮງໄດ້, ເວັ້ນແຕ່ໄດ້ມັດຄົນແຂງແຮງນັ້ນໄວ້ກ່ອນ, ແລ້ວຈຶ່ງປຸ້ນເອົາຊັບຢູ່ໃນເຮືອນຂອງ^ເພິ່ນໄດ້.
[30] ຜູ້ໃດບໍ່ຢູ່ຝ່າຍເຮົາ ກໍຕໍ່ສູ້ເຮົາ ແລະຜູ້ໃດບໍ່ຮ່ວມເຂົ້າກັນກັບເຮົາ ກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ.
[31] ເພາະເຫດນີ້ແຫລະ, ເຮົາຈຶ່ງບອກພວກເຈົ້າວ່າ ມະນຸດຈະໄດ້ຮັບການຍົກຜິດບາບທຸກປະການ ແລະຮັບການອະໄພໃນຄຳໝິ່ນປະໝາດທຸກຢ່າງ, ແຕ່ຄຳເວົ້າທີ່ໝິ່ນປະໝາດຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພ.
[32] ຜູ້ໃດທີ່ເວົ້າຕໍ່ສູ້ບຸດມະນຸດກໍຈະອະໄພໃຫ້ແກ່ຜູ້ນັ້ນໄດ້, ແຕ່ຜູ້ໃດທີ່ເວົ້າຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພເລີຍ ທັງໃນໂລກນີ້ແລະໃນໂລກໜ້າດ້ວຍ.”
[33] “ຕ້ອງມີຕົ້ນໄມ້ດີໝາກມັນຈຶ່ງຈະດີ ຖ້າຕົ້ນໄມ້ບໍ່ດີ ໝາກມັນກໍບໍ່ດີ ເພາະວ່າຈະໄດ້ຮູ້ຈັກຕົ້ນໄມ້ດ້ວຍໝາກຂອງ^ມັນ.
[34] ພວກຊາດງູຮ້າຍ^ເອີຍ, ພວກເຈົ້າຈະເວົ້າຄວາມດີໄດ້ແນວໃດ ເມື່ອພວກເຈົ້າເປັນຄົນຊົ່ວ? ດ້ວຍວ່າ, ໃຈເຕັມ^ລົ້ນດ້ວຍສິ່ງໃດ ປາກກໍເວົ້າສິ່ງນັ້ນອອກມາ.
[35] ຄົນດີກໍເອົາສິ່ງດີອອກມາຈາກຄັງແຫ່ງຄວາມດີຂອງຕົນ, ຄົນຊົ່ວກໍເອົາສິ່ງຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ.”
[36] “ເຮົາບອກພວກເຈົ້າວ່າ, ຖ້ອຍຄຳເປົ່າໆທຸກຄຳທີ່ມະນຸດເວົ້າ ຈະຕ້ອງໃຫ້ການເພາະຄຳນັ້ນໃນວັນພິພາກສາ.
[37] ດ້ວຍເຫດທີ່ເຈົ້າຈະພົ້ນໂທດໄດ້ ຫລືຈະຕ້ອງຖືກໂທດນັ້ນ ກໍເພາະດ້ວຍຖ້ອຍຄຳຂອງຕົນ.”
[38] ແລ້ວທຳມະຈານແລະພວກຟາຣີຊາຍບາງຄົນ ກໍເວົ້າວ່າ, “ອາຈານເຈົ້າ^ເອີຍ, ພວກເຮົາຢາກເຫັນທ່ານເຮັດການອັດສະຈັນ.”
[39] ພຣະອົງຕອບພວກເຂົາວ່າ, “ຄົນສະໄໝຊົ່ວ ແລະຄິດທໍລະຍົດຕໍ່ພຣະເຈົ້າສະແຫວງຫາໝາຍສຳຄັນ ແລະຈະບໍ່ຊົງໂຜດໝາຍສຳຄັນໃຫ້ແກ່ພວກເຂົາ ເວັ້ນໄວ້ແຕ່ໝາຍສຳຄັນເລື່ອງ ໂຢນາຜູ້ທຳນວາຍ.
[40] ໂຢນາຢູ່ໃນທ້ອງປາໃຫຍ່ສາມວັນສາມຄືນຢ່າງໃດ ບຸດມະນຸດກໍຈະຢູ່ໃນພື້ນຂອງ^ແຜ່ນດິນ^ໂລກສາມວັນສາມຄືນຢ່າງນັ້ນ.
[41] ໃນວັນແຫ່ງການ^ພິພາກສາຊາວເມືອງນີເນເວ ຈະຢືນຂຶ້ນກ່າວໂທດພວກເຈົ້າ ເພາະພວກເຂົາໄດ້ຖິ້ມໃຈເກົ່າ^ເອົາໃຈໃໝ່ ເມື່ອໄດ້ຍິນຄຳປະກາດຂອງ^ໂຢນາ ແລະ ທີ່ນີ້ຍັງມີຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າໂຢນາ
[42] ໃນວັນແຫ່ງການ^ພິພາກສາ ຣາຊີນີຝ່າຍທິດໃຕ້ຈະຢືນກ່າວໂທດພວກເຈົ້າ ເພາະນາງໄດ້ເດີນທາງມາແຕ່ທີ່ສຸດແຜ່ນດິນ^ໂລກເພື່ອຟັງຄຳສັ່ງສອນອັນເຕັມໄປດ້ວຍສະຕິປັນຍາຂອງ^ກະສັດໂຊໂລໂມນ ແລະທີ່ນີ້ມີຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າກະສັດໂຊໂລໂມນ.”
[43] “ເມື່ອຜີຊົ່ວຮ້າຍອອກຈາກຄົນໜຶ່ງແລ້ວ ມັນກໍທຽວໄປມາໃນຖິ່ນ^ແຫ້ງແລ້ງ^ກັນດານຊອກຫາບ່ອນພັກເຊົາ ແຕ່ມັນຫາບໍ່ໄດ້
[44] ມັນເວົ້າວ່າ, ‘ເຮົາຈະກັບຄືນເມືອເຮືອນບ່ອນທີ່ເຮົາໄດ້ໜີມາ.’ ດັ່ງນັ້ນ ມັນຈຶ່ງກັບຄືນໄປ ແລະພົບເຮືອນເປົ່າຫວ່າງຢູ່ທັງສະອາດແລະຕົບແຕ່ງໄວ້ຢ່າງດີ.
[45] ແລ້ວມັນກໍອອກໄປນຳເອົາຜີຊົ່ວຮ້າຍເຈັດໂຕ ທີ່ໂຫດຫ້ຽມຮ້າຍກາດຍິ່ງກວ່າມັນອີກມາອາໄສຢູ່ທີ່ເຮືອນນັ້ນ, ໃນທີ່ສຸດ ບັ້ນປາຍຂອງ^ຄົນນັ້ນ ກໍຈະຢູ່ໃນສະພາບທີ່ຊົ່ວລົງກວ່າຕອນຕົ້ນອີກ ນີ້ແຫລະ ຄືສິ່ງທີ່ຈະເກີດຂຶ້ນກັບຄົນຊົ່ວໃນຍຸກນີ້.”
[46] ຂະນະທີ່ພຣະເຢຊູເຈົ້າກຳລັງກ່າວກັບປະຊາຊົນຢູ່ນັ້ນ ມານດາແລະບັນດານ້ອງຊາຍຂອງ^ພຣະອົງໄດ້ມາຖ້າຢູ່ຂ້າງນອກ ເພື່ອຢາກເວົ້າກັບພຣະອົງ.
[47] ດັ່ງນັ້ນ ຈຶ່ງມີຄົນໜຶ່ງທູນພຣະອົງວ່າ, “ທ່ານເອີຍ ມານດາແລະບັນດານ້ອງຊາຍຂອງທ່ານ ຢືນຖ້າຢູ່ຂ້າງນອກຢາກເວົ້າກັບທ່ານ.”
[48] ພຣະເຢຊູເຈົ້າກ່າວແກ່ຄົນນັ້ນວ່າ, “ຜູ້ໃດເປັນມານດາ ແລະຜູ້ໃດເປັນນ້ອງຊາຍຂອງເຮົາ?”
[49] ແລ້ວພຣະອົງກໍຊີ້ໄປທີ່ພວກສາວົກຂອງ^ພຣະອົງແລ້ວກ່າວວ່າ, “ນີ້ແຫລະ ຄືມານດາແລະນ້ອງຊາຍຂອງເຮົາ
[50] ຜູ້ໃດທີ່ປະຕິບັດຕາມນໍ້າພຣະໄທພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ ຜູ້ນັ້ນແຫລະ ເປັນນ້ອງຊາຍ, ນ້ອງສາວ ແລະມານດາຂອງເຮົາ.”