[1] ເມື່ອພົ້ນໄພແລ້ວ ພວກເຮົາຈຶ່ງຮູ້ວ່າເກາະນີ້ຊື່ວ່າ ມັນຕາ.
[2] ຄົນພື້ນເມືອງໃນທີ່ນີ້ ໄດ້ສະແດງຄວາມ^ເປັນມິດແກ່ພວກເຮົາຢ່າງດີ^ທີ່ສຸດ ຝົນກໍໄດ້ຕົກ ແລະອາກາດກໍໜາວ. ດັ່ງນັ້ນ ພວກເຂົາຈຶ່ງດັງໄຟຕ້ອນຮັບພວກເຮົາທັງໝົດ.
[3] ໂປໂລເກັບເອົາຫລົວມັດໜຶ່ງມາສຸມໃສ່ໄຟ ແຕ່ເພາະຄວາມ^ຮ້ອນຈຶ່ງມີງູພິດໂຕໜຶ່ງ ອອກມາຈາກຫລົວນັ້ນຂົບມືໂປໂລຫ້ອຍຢູ່.
[4] ເມື່ອຊາວພື້ນເມືອງຂອງ^ເກາະນີ້ ເຫັນງູຫ້ອຍຢູ່ທີ່ມືຂອງ^ໂປໂລ ພວກເຂົາຈຶ່ງເວົ້າກັນວ່າ, “ຄົນນີ້ຄົງເປັນຜູ້ຂ້າຄົນ ເພາະເວນກຳຍັງນຳມາສະໜອງເອົາຊີວິດລາວຢູ່ ເຖິງແມ່ນວ່າລາວພົ້ນຈາກທະເລແລ້ວກໍຕາມ.”
[5] ແຕ່ໂປໂລສັ່ນງູໂຕນັ້ນໃຫ້ຕົກໃສ່ໄຟ ແລະຕົນເອງກໍບໍ່ເປັນອັນຕະລາຍແຕ່ປະການໃດ.
[6] ພວກເຂົາຕ່າງກໍຄອຍເບິ່ງວ່າ ໂປໂລຈະໂຕໃຄ່^ບວມຂຶ້ນ ຫລືລົ້ມລົງຕາຍໃນທັນທີຫລືບໍ່, ແຕ່ຫລັງຈາກທີ່ຄອຍເບິ່ງດົນນານ ແລະບໍ່ເຫັນສິ່ງໃດຜິດປົກກະຕິເກີດຂຶ້ນກັບໂປໂລ ແລ້ວພວກເຂົາກໍປ່ຽນໃຈ ແລະເວົ້າວ່າ, “ຄົນນີ້ເປັນພຣະເຈົ້າ.”
[7] ຢູ່ໃກ້ບ່ອນນັ້ນມີທີ່ດິນ ຊຶ່ງເປັນຂອງ^ປົບລີໂອຫົວໜ້າຊາວພື້ນເມືອງໃນເກາະນີ້, ທ່ານຜູ້ນີ້ໄດ້ຕ້ອນຮັບພວກເຮົາເປັນຢ່າງດີ ແລະໄດ້ຮັບພວກເຮົາໄວ້ເປັນແຂກຂອງ^ເພິ່ນເປັນເວລາສາມວັນ.
[8] ສ່ວນພໍ່ຂອງ^ປົບລີໂອນັ້ນນອນຢູ່ ເພາະເປັນໄຂ້ ແລະເປັນທ້ອງ^ບິດ, ໂປໂລຈຶ່ງເຂົ້າໄປເບິ່ງທີ່ຫ້ອງນອນຂອງ^ເພິ່ນ ແລະໄດ້ພາວັນນາ^ອະທິຖານ ແລະວາງມືໃສ່ເພິ່ນແລ້ວເພິ່ນກໍຫາຍດີ.
[9] ເມື່ອເຫດການເປັນໄປຢ່າງນີ້ ຊາວພື້ນເມືອງທຸກຄົນໃນເກາະນັ້ນ ທີ່ເຈັບໄຂ້^ໄດ້ປ່ວຍ ຕ່າງກໍມາຫາໂປໂລ ແລະພວກເຂົາກໍໄດ້ຫາຍດີທຸກຄົນ.
[10] ພວກເຂົາໄດ້ໃຫ້ກຽດແກ່ພວກເຮົາຫລາຍຢ່າງ, ເມື່ອພວກເຮົາກຳລັງຈະລົງເຮືອຈາກໄປ ພວກເຂົາກໍຈັດເອົາສິ່ງຂອງທີ່ຈຳເປັນສຳລັບການເດີນທາງໃຫ້ພວກເຮົາ.
[11] ຫລັງຈາກຢູ່ໃນທີ່ນັ້ນສາມເດືອນແລ້ວ ພວກເຮົາກໍລົງເຮືອລຳໜຶ່ງ ຊຶ່ງມາຈາກເມືອງອາເລັກຊັນເດຍທີ່ມີຊື່ວ່າ, “ເທບ^ພຣະເຈົ້າຝາແຝດ” ຊຶ່ງໄດ້ມາຄ້າງຢູ່ໃນເກາະນັ້ນຕະຫລອດລະດູໜາວ.
[12] ພວກເຮົາໄດ້ມາເຖິງເມືອງຊີຣະກູ ແລະແວ່ພັກຢູ່ໃນທີ່ນັ້ນເປັນເວລາສາມວັນ.
[13] ຈາກເມືອງນີ້ ພວກເຮົາໄດ້ຂີ່ເຮືອຕໍ່ໄປ ແລະມາເຖິງເມືອງເຣຄີໂອມ, ວັນຕໍ່ມາ ລົມກໍເລີ່ມພັດມາແຕ່ທິດໃຕ້ ແລະໃນວັນທີສອງພວກເຮົາກໍມາເຖິງເມືອງໂປຕີໂອລີ.
[14] ໃນເມືອງນີ້ພວກເຮົາໄດ້ຮັບເຊີນຈາກພວກຄົນທີ່ເຊື່ອ ທີ່ຂໍຮ້ອງພວກເຮົາໃຫ້ພັກຢູ່ນຳພວກເຂົາເປັນເວລາເຈັດວັນ ແລ້ວພວກເຮົາກໍເດີນທາງໄປເຖິງນະຄອນໂຣມ.
[15] ພວກຄົນທີ່ເຊື່ອໃນນະຄອນໂຣມ ໄດ້ຍິນຂ່າວກ່ຽວກັບພວກເຮົາ ພວກເຂົາຈຶ່ງອອກມາຫາພວກເຮົາທີ່ຕະຫລາດອາປີໂອ ແລະທີ່ສາລາສາມຫລັງເພື່ອພົບພໍ້ກັບພວກເຮົາ, ພໍໂປໂລເຫັນພວກເຂົາ ເພິ່ນກໍໂມທະນາຂອບພຣະຄຸນພຣະເຈົ້າ ແລະໄດ້ຮັບຄວາມ^ໜູນໃຈຂຶ້ນຢ່າງຫລວງຫລາຍ.
[16] ເມື່ອພວກເຮົາມາເຖິງນະຄອນໂຣມແລ້ວ ທາງການໂຣມກໍອະນຸຍາດໃຫ້ໂປໂລຢູ່ຕ່າງຫາກ, ໂດຍມີທະຫານຄົນໜຶ່ງເປັນຜູ້ຍາມຮັກສາເພິ່ນ.
[17] ສາມວັນຕໍ່ມາ ໂປໂລໄດ້ເຊື້ອເຊີນບັນດາຫົວໜ້າຂອງ^ພວກຢິວໃນນະຄອນໂຣມມາປະຊຸມ ແລະເພິ່ນກ່າວແກ່ພວກເຂົາວ່າ, “ຊາວອິດສະຣາເອນເພື່ອນຮ່ວມຊາດ^ເອີຍ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດສິ່ງໃດຜິດຕໍ່ປະຊາຊົນຂອງ^ພວກເຮົາ, ຫລືຝ່າຝືນທຳນຽມທີ່ພວກເຮົາໄດ້ສືບທອດມາຈາກບັນພະບຸລຸດຂອງ^ພວກເຮົາກໍຕາມ, ແຕ່ຂ້າພະເຈົ້າກໍຍັງຕົກເປັນນັກໂທດໃນນະຄອນເຢຣູຊາເລັມ ແລະຖືກມອບໃຫ້ພວກໂຣມ.
[18] ຫລັງຈາກທີ່ສອບຖາມຂ້າພະເຈົ້າແລ້ວ ພວກໂຣມຢາກປ່ອຍຂ້າພະເຈົ້າ, ເພາະພວກເຂົາບໍ່ພົບຄວາມຜິດ ທີ່ຂ້າພະເຈົ້າສົມຄວນຈະຕ້ອງຕາຍ.
[19] ແຕ່ເມື່ອພວກຢິວກ່າວຄັດຄ້ານ ເຮົາຈຳເປັນຕ້ອງຂໍອຸທອນເຖິງຈັກກະພັດ ແຕ່ບໍ່ແມ່ນວ່າເຮົາມີອັນໃດຈະຟ້ອງຊົນຮ່ວມຊາດຂອງເຮົາ.
[20] ດ້ວຍເຫດນີ້ແຫລະ, ເຮົາຈຶ່ງເຊີນທ່ານທັງຫລາຍມາ ເພື່ອຈະໄດ້ເຫັນໜ້າ ແລະເວົ້າກັບພວກທ່ານ ເພາະທີ່ເຮົາຖືກລ່າມໂສ້ນີ້ ກໍເນື່ອງດ້ວຍຄວາມຫວັງຂອງ^ຊົນຊາດອິດສະຣາເອນ.”
[21] ພວກເຂົາຕອບໂປໂລວ່າ, “ພວກເຮົາບໍ່ໄດ້ຮັບຈົດໝາຍໃດໆ ຈາກແຂວງຢູດາຍກ່ຽວກັບທ່ານ ແລະທັງບໍ່ມີພີ່ນ້ອງຂອງ^ພວກເຮົາຜູ້ໃດ^ຜູ້ໜຶ່ງມາລາຍງານ ຫລືກ່າວສິ່ງບໍ່ດີກ່ຽວກັບທ່ານ.
[22] ແຕ່ພວກເຮົາຕ້ອງການຢາກໄດ້ຍິນຄວາມ^ຄິດເຫັນຂອງທ່ານ ເພາະພວກເຮົາຮູ້ວ່າ ຝ່າຍນິກາຍນີ້ຖືກຂັດຂວາງຢູ່ທຸກທີ່^ທຸກບ່ອນ.”
[23] ເມື່ອພວກເຂົານັດວັນພົບກັບໂປໂລ, ຄົນຈຳນວນຫລາຍກວ່າເກົ່າໄດ້ມາຫາທີ່ບ່ອນພັກຂອງ^ເພິ່ນ, ເພິ່ນຈຶ່ງກ່າວອະທິບາຍແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄໍ່າ ເປັນພະຍານເຖິງຣາຊອານາຈັກຂອງ^ພຣະເຈົ້າຢ່າງຄົບຖ້ວນ ແລະຊັກຊວນໃຫ້ພວກເຂົາຮັບເຊື່ອໃນພຣະເຢຊູເຈົ້າ ໂດຍໃຊ້ຂໍ້ຄວາມ^ຈາກກົດບັນຍັດຂອງ^ໂມເຊ ແລະຈາກຜູ້ທຳນວາຍເປັນຫລັກ.
[24] ບາງຄົນກໍເຊື່ອຕາມຄຳທີ່ໂປໂລກ່າວນັ້ນ ແຕ່ຄົນອື່ນນັ້ນບໍ່ເຊື່ອ.
[25] ເມື່ອຄວາມເຫັນບໍ່ລົງລອຍກັນພວກເຂົາຈຶ່ງລາຈາກກັນໄປ ຫລັງຈາກໂປໂລໄດ້ກ່າວຄຳໜຶ່ງຕື່ມອີກວ່າ, “ພຣະວິນຍານບໍຣິສຸດເຈົ້າ ໄດ້ຊົງກ່າວກັບບັນພະບຸລຸດຂອງ^ເຈົ້າ^ທັງຫລາຍ ດ້ວຍເອຊາຢາຜູ້ທຳນວາຍຢ່າງຖືກຕ້ອງດີແລ້ວ,
[26] ເພາະພຣະອົງໄດ້ກ່າວວ່າ ‘ຈົ່ງໄປຫາພົນລະເມືອງນີ້ ແລະກ່າວວ່າ, ເຈົ້າ^ທັງຫລາຍຈະໄດ້ຍິນແທ້ ແຕ່ຈະບໍ່ເຂົ້າໃຈຈັກເທື່ອ, ຈະໄດ້ເຫັນແທ້ ແຕ່ຈະບໍ່ສັງເກດຈັກເທື່ອ.
[27] ດ້ວຍວ່າ, ໃຈຂອງ^ພົນລະເມືອງນີ້ກໍປຶກໜາ ຫູກໍໜັກ, ຕາຂອງ^ພວກເຂົາກໍຫລັບເສຍ. ຢ້ານວ່າພວກເຂົາຈະສັງເກດດ້ວຍຕາ ແລະຈະໄດ້ຍິນດ້ວຍຫູ ແລະຈະຮູ້ດ້ວຍໃຈ ແລ້ວຈະຕ່າວກັບມາ ແລະເຮົາຈະເຮັດໃຫ້ພວກເຂົາດີ.’
[28] ດັ່ງນັ້ນ ທ່ານທັງຫລາຍຈົ່ງຮູ້ວ່າ ການທີ່ພຣະເຈົ້າຊົງໂຜດໃຫ້ພົ້ນນັ້ນ ກໍຖືກນຳໄປເຖິງຄົນຕ່າງຊາດແລ້ວ ພວກເຂົານັ້ນແຫລະ ຈະຮັບຟັງ.” [
[29] ເມື່ອໂປໂລກ່າວຄຳເຫລົ່ານີ້ແລ້ວ ພວກຢິວກໍຈາກໄປ ແລະກໍເກີດມີການຖຽງກັນເອງຢູ່ໃນພວກເຂົາ.]
[30] ເປັນເວລາສອງປີ ທີ່ໂປໂລໄດ້ອາໄສຢູ່ໃນເຮືອນທີ່ຕົນເຊົ່າເອງ ແລະໃນທີ່ນັ້ນ ເພິ່ນໄດ້ຕ້ອນຮັບທຸກຄົນທີ່ມາຫາເພິ່ນ.
[31] ເພິ່ນໄດ້ປະກາດເລື່ອງອານາຈັກຂອງ^ພຣະເຈົ້າ ແລະໄດ້ສັ່ງສອນເລື່ອງກ່ຽວກັບອົງ^ພຣະເຢຊູ^ຄຣິດເຈົ້າ ແກ່ທຸກຄົນດ້ວຍຄວາມ^ກ້າຫານ ແລະຢ່າງເປີດເຜີຍໂດຍບໍ່ມີຜູ້ໃດຂັດຂວາງ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -