[1] ຝ່າຍໂຊໂລສືບຕໍ່ຂູ່ເຂັນວ່າຈະຂ້າພວກສິດຂອງ^ອົງພຣະ^ຜູ້^ເປັນເຈົ້າເສຍ ຈຶ່ງໄປຫາມະຫາປະໂຣຫິດ,
[2] ແລະຂໍໜັງສືແນະນຳຕົວໄປຍັງທຳມະສາລາໃນເມືອງດາມັສກັດ ເພື່ອວ່າຖ້າພົບຜູ້ໃດບໍ່ວ່າຍິງ ຫລືຊາຍກໍຕາມທີ່ເຊື່ອໃນອົງພຣະ^ຜູ້^ເປັນເຈົ້າ ລາວກໍຈະຈັບພວກເຂົາມັດໄວ້ ແລ້ວນຳມາຍັງນະຄອນເຢຣູຊາເລັມ.
[3] ພໍເມື່ອໂຊໂລເດີນທາງໃກ້ຈະຮອດເມືອງດາມັສກັດ ໃນທັນໃດນັ້ນ ກໍມີແສງ^ສະຫວ່າງຈາກທ້ອງຟ້າແມບມາບລົງມາອ້ອມລາວ.
[4] ລາວລົ້ມລົງພື້ນດິນ ແລະໄດ້ຍິນສຽງໜຶ່ງກ່າວແກ່ຕົນວ່າ, “ໂຊໂລ ໂຊໂລ^ເອີຍ ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?”
[5] ໂຊໂລໄດ້ທູນຖາມວ່າ, “ພຣະອົງເຈົ້າ^ເອີຍ ພຣະອົງແມ່ນຜູ້ໃດ?” ພຣະອົງຕອບວ່າ, “ເຮົານີ້ແມ່ນເຢຊູຜູ້ເຈົ້າຂົ່ມເຫັງນັ້ນແຫລະ
[6] ເຈົ້າຈົ່ງລຸກຂຶ້ນ ເຂົ້າໄປໃນເມືອງ ແລ້ວຈະມີຜູ້ບອກເຈົ້າວ່າຕ້ອງເຮັດຢ່າງໃດ.”
[7] ສ່ວນຄົນທີ່ເດີນທາງໄປກັບໂຊໂລນັ້ນ ຕ່າງກໍຢືນນິ້ງຢູ່ ແລະປາກບໍ່ອອກ ພວກເຂົາໄດ້ຍິນສຽງ ແຕ່ບໍ່ເຫັນຜູ້ໃດ.
[8] ໂຊໂລຈຶ່ງລຸກຂຶ້ນຈາກພື້ນດິນ ແລະມືນຕາແລ້ວ ແຕ່ເບິ່ງບໍ່ເຫັນສິ່ງໃດ. ດັ່ງນັ້ນ ພວກເຂົາຈຶ່ງຈູງລາວເຂົ້າໄປໃນເມືອງດາມັສກັດ.
[9] ເປັນເວລາສາມວັນ ທີ່ໂຊໂລບໍ່ສາມາດເຫັນຮຸ່ງໄດ້ ແລະທັງບໍ່ໄດ້ກິນແລະບໍ່ໄດ້ດື່ມຫຍັງ.
[10] ຢູ່ໃນເມືອງດາມັສກັດນີ້ ຍັງມີຜູ້ທີ່ເຊື່ອຄົນໜຶ່ງຊື່ວ່າ ອານາເນຍ ອົງພຣະ^ຜູ້^ເປັນເຈົ້າກ່າວແກ່ລາວທາງນິມິດວ່າ, “ອານາເນຍ^ເອີຍ.” ລາວຕອບວ່າ, “ຂ້າແດ່ພຣະອົງເຈົ້າ ຂ້ານ້ອຍຢູ່ທີ່ນີ້.”
[11] ອົງພຣະ^ຜູ້^ເປັນເຈົ້າກ່າວແກ່ລາວວ່າ, “ຈົ່ງລຸກຂຶ້ນ ແລະໄປຍັງຖະໜົນທີ່ເອີ້ນວ່າ ສາຍຊື່ ແລ້ວຈົ່ງຖາມຫາຊາຍຄົນໜຶ່ງທີ່ເຮືອນຂອງ^ຢູດາຊື່ວ່າ ໂຊໂລ, ຊາວເມືອງຕາໂຊ ລາວກຳລັງພາວັນນາ^ອະທິຖານຢູ່
[12] ແລະລາວໄດ້ເຫັນໃນນິມິດນັ້ນວ່າ ມີຊາຍຄົນໜຶ່ງຊື່ວ່າ ອານາເນຍ ໄດ້ເຂົ້າມາວາງມືໃສ່ ເພື່ອໃຫ້ລາວຈະໄດ້ເຫັນຮຸ່ງອີກ.”
[13] ເມື່ອອານາເນຍໄດ້ຍິນເຊັ່ນນັ້ນ ກໍຕອບວ່າ, “ຂ້າແດ່ພຣະອົງເຈົ້າ ຫລາຍຄົນໄດ້ບອກຂ້ານ້ອຍເຖິງເລື່ອງຊາຍຄົນນີ້ ຕະຫລອດທັງຄວາມ^ຮ້າຍກາດ ທີ່ລາວໄດ້ເຮັດຕໍ່ໄພ່ພົນບໍຣິສຸດຂອງ^ພຣະອົງໃນນະຄອນເຢຣູຊາເລັມ.
[14] ລາວມາທີ່ນີ້ ກໍເພາະຖືອຳນາດຈາກຫົວໜ້າປະໂຣຫິດ ເພື່ອຈັບກຸມທຸກຄົນທີ່ນະມັດສະການພຣະອົງ.”
[15] ແຕ່ອົງພຣະ^ຜູ້^ເປັນເຈົ້າໄດ້ກ່າວແກ່ອານາເນຍວ່າ, “ເຈົ້າຈົ່ງໄປເທາະ ເພາະເຮົາໄດ້ເລືອກເອົາຊາຍຄົນນີ້ ໃຫ້ຮັບໃຊ້ເຮົາ ເພື່ອລາວຈະນຳເອົານາມຊື່ຂອງເຮົາໄປຍັງຄົນຕ່າງຊາດ, ບັນດາກະສັດ ແລະປະຊາຊົນອິດສະຣາເອນ.
[16] ເພາະວ່າ ຝ່າຍເຮົາຈະສຳແດງໃຫ້ລາວເຫັນວ່າ ລາວຕ້ອງທົນທຸກລຳບາກຫລາຍເທົ່າໃດ ເພາະນາມຊື່ຂອງເຮົາ.”
[17] ແລ້ວອານາເນຍກໍໄປ ແລະເຂົ້າໃນເຮືອນນັ້ນວາງມືໃສ່ໂຊໂລ ແລ້ວກ່າວວ່າ, “ອ້າຍໂຊໂລ^ເອີຍ, ອົງພຣະ^ຜູ້^ເປັນເຈົ້າ ຄືພຣະເຢຊູເຈົ້າ ຜູ້ໄດ້ຊົງປາກົດແກ່ເຈົ້າຕາມທາງທີ່ເຈົ້າກຳລັງມານັ້ນ ໄດ້ຊົງໃຊ້ເຮົາມາເພື່ອເຈົ້າຈະໄດ້ເຫັນຮຸ່ງອີກ ແລະເພື່ອເຈົ້າຈະໄດ້ເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ.”
[18] ໃນທັນໃດນັ້ນ ກໍມີສິ່ງໜຶ່ງຄືເກັດປາຕົກຈາກຕາຂອງ^ໂຊໂລ ແລະເພິ່ນກໍເຫັນຮຸ່ງອີກ ໂຊໂລຈຶ່ງລຸກຂຶ້ນຮັບບັບຕິສະມາ,
[19] ເມື່ອກິນເຂົ້າແລ້ວ ເພິ່ນກໍມີແຮງຂຶ້ນ. ໂຊໂລໄດ້ພັກຢູ່ນຳພວກຄົນທີ່ເຊື່ອໃນເມືອງດາມັສກັດ ເປັນເວລາຫລາຍວັນ.
[20] ແລ້ວເພິ່ນກໍໄດ້ໄປທີ່ທຳມະສາລາ ແລະເລີ່ມຕົ້ນເທດສະໜາປະກາດວ່າ ພຣະເຢຊູເຈົ້າເປັນພຣະບຸດຂອງ^ພຣະເຈົ້າ.
[21] ເມື່ອຄົນທັງຫລາຍໄດ້ຍິນໂຊໂລກ່າວ ທຸກຄົນຕ່າງກໍງຶດປະຫລາດ^ໃຈ ແລະຖາມວ່າ, “ບໍ່ແມ່ນຄົນນີ້ບໍ ທີ່ຂ້າຄົນຜູ້ທີ່ຮ້ອງອອກນາມຊື່ພຣະເຢຊູເຈົ້າ ທີ່ນະຄອນເຢຣູຊາເລັມ? ລາວມາທີ່ນີ້ ມີເປົ້າໝາຍເພື່ອຈັບກຸມຄົນເຫລົ່ານັ້ນ ແລະນຳກັບຄືນໄປຫາບັນດາຫົວໜ້າປະໂຣຫິດ ບໍ່ແມ່ນບໍ?”
[22] ແຕ່ການເທດສະໜາປະກາດຂອງ^ໂຊໂລມີຣິດອຳນາດຫລາຍຂຶ້ນ ແລະການທີ່ເພິ່ນພິສູດໃຫ້ເຫັນຢ່າງໜັກແໜ້ນວ່າ ພຣະເຢຊູເຈົ້າເປັນພຣະຄຣິດນັ້ນ ໄດ້ສ້າງຄວາມ^ອັດອັ້ນຕັນໃຈໃຫ້ແກ່ຊາວຢິວໃນເມືອງດາມັສກັດ.
[23] ແລ້ວຕໍ່ມາອີກຫລາຍວັນ ພວກຢິວກໍມາປຶກສາກັນເພື່ອວາງແຜນຂ້າໂຊໂລ
[24] ແຕ່ມີຄົນມາບອກເພິ່ນ ເຖິງແຜນການປອງຮ້າຍຂອງ^ພວກເຂົາ ຄົນເຫລົ່ານີ້ເຝົ້າຍາມປະຕູເມືອງທັງເວັນທັງຄືນ ເພື່ອໝາຍຈະຂ້າໂຊໂລ.
[25] ໃນເວລາກາງຄືນ ລູກສິດຂອງ^ໂຊໂລໄດ້ຢ່ອນເພິ່ນລົງໃນກວຍໃຫຍ່ ຕາມປ່ອງຂອງ^ກຳແພງເມືອງ.
[26] ເມື່ອໂຊໂລມາຮອດນະຄອນເຢຣູຊາເລັມແລ້ວ ເພິ່ນກໍພະຍາຍາມຈະເຂົ້າຮ່ວມກັບພວກສິດ, ແຕ່ພວກເຫລົ່ານີ້ຍັງຢ້ານໂຊໂລຢູ່ ແລະບໍ່ເຊື່ອວ່າເພິ່ນກັບໃຈມາເປັນສິດຄົນໜຶ່ງແລ້ວ.
[27] ຕໍ່ມາ ບາຣະນາບາກໍຊ່ວຍໂຊໂລໃຫ້ໄດ້ເຂົ້າຮ່ວມນຳພວກອັກຄະສາວົກ ເພິ່ນໄດ້ອະທິບາຍສູ່ພວກອັກຄະສາວົກຟັງວ່າ ໂຊໂລໄດ້ເຫັນອົງພຣະ^ຜູ້^ເປັນເຈົ້າ ໃນກາງທາງຢ່າງໃດ ແລະພຣະອົງໄດ້ກ່າວແກ່ໂຊໂລຢ່າງໃດ ໂຊໂລໄດ້ເທດສະໜາປະກາດອອກພຣະນາມພຣະເຢຊູເຈົ້າ ດ້ວຍໃຈກ້າຫານຢູ່ໃນເມືອງດາມັສກັດຢ່າງໃດດ້ວຍ.
[28] ດັ່ງນັ້ນ ໂຊໂລຈຶ່ງຢູ່ກັບພວກອັກຄະສາວົກ ແລະທຽວໄປໆມາໆທົ່ວນະຄອນເຢຣູຊາເລັມ ເທດສະໜາປະກາດອອກພຣະນາມຂອງ^ອົງພຣະ^ຜູ້^ເປັນເຈົ້າດ້ວຍໃຈກ້າຫານ.
[29] ແລະທ່ານຍັງໄດ້ສົນທະນາໂຕ້ຕອບກັບຊາວຢິວ ທີ່ປາກພາສາກຣີກ ແຕ່ຄົນເຫລົ່ານີ້ພະຍາຍາມຈະຂ້າເພິ່ນ.
[30] ເມື່ອພວກພີ່ນ້ອງທີ່ເຊື່ອຮູ້ເຖິງເລື່ອງນີ້ ຈຶ່ງພາໂຊໂລໄປຍັງເມືອງກາຍຊາເຣຍ ແລະສົ່ງເພິ່ນຕໍ່ໄປຍັງເມືອງຕາໂຊ.
[31] ໃນຂະນະນັ້ນ ຄຣິສຕະຈັກທົ່ວແຂວງຢູດາຍ, ແຂວງຄາລີເລ ແລະ ຊາມາເຣຍ ຈຶ່ງມີຄວາມ^ສະຫງົບສຸກແລະຈະເລີນຂຶ້ນ ພ້ອມກັນນັ້ນກໍດຳເນີນໄປໃນຄວາມ^ຢຳເກງອົງພຣະ^ຜູ້^ເປັນເຈົ້າ ແລະຄຣິສຕະຈັກກໍເຂັ້ມແຂງຂຶ້ນ ສ່ວນສະມາຊິກຄຣິສຕະຈັກກໍເພີ່ມທະວີຫລາຍຂຶ້ນ ໂດຍໄດ້ຮັບການຊົງນຳ ຈາກອົງພຣະວິນຍານບໍຣິສຸດເຈົ້າ.
[32] ຝ່າຍເປໂຕນັ້ນ, ເມື່ອທຽວໄປທຸກທີ່ທຸກບ່ອນແລ້ວ ເພິ່ນກໍໄດ້ໄປຢ້ຽມຢາມໄພ່ພົນບໍຣິສຸດຂອງ^ພຣະເຈົ້າທີ່ຢູ່ໃນເມືອງລິດດາ.
[33] ໃນທີ່ນີ້ ເປໂຕໄດ້ພົບຊາຍຄົນໜຶ່ງ ຊື່ວ່າ ໄອເນ ຜູ້ທີ່ນອນຢູ່ກັບບ່ອນໄດ້ແປດປີແລ້ວເພາະເປັນເປ້ຍ.
[34] ເປໂຕກ່າວແກ່ລາວວ່າ, “ໄອເນ^ເອີຍ ພຣະເຢຊູ^ຄຣິດເຈົ້າໄດ້ຊົງເຮັດໃຫ້ເຈົ້າຫາຍດີແລ້ວ ຈົ່ງລຸກຂຶ້ນ ແລະມ້ຽນບ່ອນນອນຂອງ^ເຈົ້າສາ.” ແລະໃນທັນໃດນັ້ນ ໄອເນກໍລຸກຂຶ້ນຢືນ.
[35] ເມື່ອປະຊາຊົນທັງໝົດທີ່ຢູ່ໃນເມືອງລິດດາ ແລະ ຊາໂຣນ ໄດ້ເຫັນດັ່ງນັ້ນ, ພວກເຂົາຈຶ່ງກັບໃຈມາຫາອົງພຣະ^ຜູ້^ເປັນເຈົ້າ.
[36] ແລ້ວໃນເມືອງຢົບປາກໍມີລູກສິດຜູ້ໜຶ່ງ ຊື່ວ່າ ຕາບີທາ (ນາງມີຊື່ເປັນພາສາກຣີກວ່າ ໂດຣະກາ ໝາຍຄວາມວ່າ ກວາງແມ່). ນາງເຮັດແຕ່ຄຸນງາມ^ຄວາມດີ ແລະເຄີຍໃຫ້ທານຄົນ^ຍາກຈົນຕະຫລອດມາ.
[37] ໃນເວລານັ້ນ ນາງໄດ້ລົ້ມປ່ວຍແລະຕາຍໄປ ເມື່ອພວກເຂົາອາບນໍ້າສົບໃຫ້ນາງແລ້ວ ກໍນຳເອົາສົບຂຶ້ນໄປວາງໄວ້ທີ່ຫ້ອງຊັ້ນເທິງ.
[38] ເມືອງຢົບປາຢູ່ໃກ້ເມືອງລິດດາ ແລະເມື່ອຄົນທີ່ເຊື່ອໄດ້ຍິນວ່າ ເປໂຕຢູ່ທີ່ເມືອງລິດດາ ພວກເຂົາຈຶ່ງໃຊ້ສອງຄົນນຳຄຳຮ້ອງຂໍໄປຫາເພິ່ນວ່າ, “ຂໍຄວາມ^ກະຣຸນາ ຟ້າວມາຫາພວກເຮົາດ້ວຍ ຢ່າໄດ້ຊັກຊ້າ.”
[39] ດັ່ງນັ້ນ ເປໂຕຈຶ່ງລຸກຂຶ້ນໄປກັບພວກເຂົາ ເມື່ອມາເຖິງແລ້ວ ພວກເຂົາກໍນຳເພິ່ນຂຶ້ນໄປຍັງຫ້ອງຊັ້ນເທິງ ຊຶ່ງມີແມ່ໝ້າຍທັງໝົດໄດ້ມາອ້ອມເພິ່ນໄວ້ ທັງຮ້ອງໄຫ້ ແລະຊີ້ໃຫ້ເຫັນເສື້ອຜ້າ ແລະເສື້ອຊັ້ນນອກຕ່າງໆທີ່ໂດຣະກາເປັນຜູ້ເຮັດ ເມື່ອນາງຍັງມີຊີວິດຢູ່ກັບພວກຕົນ.
[40] ເປໂຕບອກໃຫ້ທຸກຄົນອອກໄປຂ້າງນອກ ສ່ວນເພິ່ນນັ້ນຄຸເຂົ່າລົງພາວັນນາ^ອະທິຖານຂໍ ແລ້ວກໍຫັນໜ້າໄປທາງສົບ ແລະກ່າວວ່າ, “ຕາບີທາ ຈົ່ງລຸກຂຶ້ນ.” ນາງກໍມືນຕາ ແລະເມື່ອເຫັນເປໂຕ ນາງຈຶ່ງລຸກຂຶ້ນນັ່ງ.
[41] ຝ່າຍເປໂຕກໍຍື່ນມືຊ່ວຍຊູນາງໃຫ້ລຸກຂຶ້ນ, ແລ້ວເພິ່ນກໍເອີ້ນພີ່ນ້ອງຜູ້ທີ່ເຊື່ອທຸກຄົນເຂົ້າມາ ລວມທັງບັນດາແມ່ໝ້າຍ ແລະເພິ່ນໄດ້ມອບນາງທີ່ເປັນຄືນມາຈາກຕາຍນັ້ນ ໃຫ້ແກ່ພວກເຂົາ.
[42] ຂ່າວກ່ຽວກັບເລື່ອງນີ້ ໄດ້ແຜ່ອອກໄປທົ່ວເມືອງຢົບປາ ແລະມີຫລາຍຄົນໄດ້ເຊື່ອໃນອົງພຣະ^ຜູ້^ເປັນເຈົ້າ.
[43] ຈາກນັ້ນ ເປໂຕໄດ້ອາໄສຢູ່ໃນເມືອງຢົບປາເປັນເວລາຫລາຍວັນ ຢູ່ກັບຊາຍຄົນໜຶ່ງ ຊື່ວ່າ ຊີໂມນເປັນຊ່າງ^ຟອກໜັງ.