[1] ໃນເວລານັ້ນ ກະສັດເຮໂຣດ ໄດ້ລົງມືທຳຮ້າຍບາງຄົນຂອງ^ຄຣິສຕະຈັກ.
[2] ເພິ່ນໄດ້ຂ້າຢາໂກໂບອ້າຍຂອງ^ໂຢຮັນດ້ວຍດາບ.
[3] ເມື່ອເຫັນວ່າການກະທຳເຊັ່ນນີ້ ເປັນທີ່ພໍໃຈຂອງ^ພວກຢິວ, ເພິ່ນຈຶ່ງຈັບເປໂຕ. (ເຫດການນີ້ໄດ້ເກີດຂຶ້ນໃນລະຫວ່າງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ.)
[4] ຫລັງຈາກຈັບເປໂຕແລ້ວ ກໍຂັງເພິ່ນໄວ້ຄຸກໂດຍມອບໃຫ້ທະຫານສີ່ໝູ່, ໝູ່ລະສີ່ຄົນເປັນຜູ້ຄຸມຮັກສາ, ໂດຍໝາຍໃຈໄວ້ວ່າ ຫລັງຈາກງານສະຫລອງປັດສະຄາໄດ້ຜ່ານພົ້ນໄປແລ້ວ ຈະນຳເປໂຕອອກມາສອບສວນເປີດເຜີຍຕໍ່ປະຊາຊົນ
[5] ດັ່ງນັ້ນ ເປໂຕຈຶ່ງຖືກຄຸມຂັງໄວ້ຢູ່ໃນຄຸກ ແຕ່ພີ່ນ້ອງທີ່ເຊື່ອໃນຄຣິສຕະຈັກໄດ້ພາວັນນາ^ອະທິຖານຕໍ່ພຣະເຈົ້າ ເພື່ອເປໂຕດ້ວຍໃຈຮ້ອນຮົນ.
[6] ໃນກາງຄືນ ກ່ອນທີ່ເຮໂຣດຈະນຳເປໂຕອອກມາໃຫ້ປະຊາຊົນນັ້ນ ເປໂຕກໍນອນຫລັບຢູ່ລະຫວ່າງທະຫານຍາມສອງຄົນ ໂດຍມີໂສ້ສອງເສັ້ນລ່າມເປໂຕໄວ້ ແລະຕໍ່ໜ້າປະຕູຄຸກກໍມີທະຫານຍາມເຝົ້າຢູ່.
[7] ໃນທັນໃດນັ້ນ ກໍມີເທວະດາຂອງ^ອົງພຣະ^ຜູ້^ເປັນເຈົ້າຕົນໜຶ່ງໄດ້ມາຢືນຢູ່ທີ່ນັ້ນ ແລະມີແສງ^ສະຫວ່າງສ່ອງເຂົ້າໄປໃນຫ້ອງຄຸມຂັງ, ເທວະດາຕົນນັ້ນຕົບຂ້າງຂອງ^ເປໂຕ ປຸກລາວໃຫ້ລຸກຂຶ້ນ ແລະເວົ້າວ່າ, “ລຸກຂຶ້ນໄວໆ.” ແລ້ວໂສ້ທີ່ລ່າມມືຂອງ^ເປໂຕກໍຫລຸດອອກ.
[8] ແລ້ວເທວະດາໄດ້ບອກວ່າ, “ຈົ່ງຮັດແອວ ແລະໃສ່ເກີບສາ.” ເປໂຕໄດ້ເຮັດຕາມ ແລະເທວະດາກໍບອກວ່າ, “ຈົ່ງນຸ່ງເສື້ອຊັ້ນນອກຂອງ^ເຈົ້າ ແລະຕາມເຮົາມາ.”
[9] ເປໂຕກໍໄດ້ຕາມອອກໄປໂດຍບໍ່ຮູ້ວ່າ ການທີ່ເທວະດາເຮັດນີ້ເປັນຄວາມຈິງຫລືບໍ່, ແຕ່ເປໂຕຄິດວ່າຕົນກຳລັງເຫັນນິມິດ.
[10] ເມື່ອເປໂຕຜ່ານທະຫານຍາມຊັ້ນທີໜຶ່ງ ແລະຊັ້ນທີສອງແລ້ວ ກໍມາເຖິງປະຕູເຫລັກທີ່ເຂົ້າໄປສູ່ຕົວເມືອງ, ປະຕູນີ້ກໍໄຂເອງໃຫ້ພວກເພິ່ນຍ່າງອອກໄປ, ພວກເພິ່ນຍ່າງລົງຕາມຖະໜົນສາຍໜຶ່ງ ແລະໃນທັນໃດນັ້ນ ເທວະດາກໍຈາກເພິ່ນໄປ.
[11] ແລ້ວເປໂຕກໍຮູ້ສຶກຕົວໂດຍຮູ້ວ່າແມ່ນຫຍັງໄດ້ເກີດຂຶ້ນກັບຕົນ, ເພິ່ນກ່າວວ່າ, “ບັດນີ້ເຮົາຮູ້ແນ່ແລ້ວວ່າ ອົງພຣະ^ຜູ້^ເປັນເຈົ້າໄດ້ໃຊ້ເທວະດາຂອງ^ພຣະອົງ ມາຊ່ວຍກອບກູ້ເອົາເຮົາໃຫ້ພົ້ນຈາກມືຂອງເຮໂຣດແລະຈາກການປອງຮ້າຍຂອງ^ພວກຢິວ.”
[12] ເມື່ອເປໂຕຄິດໄດ້ດັ່ງນີ້ແລ້ວ ເພິ່ນກໍໄປຍັງເຮືອນຂອງ^ມາຣີແມ່ຂອງ^ໂຢຮັນ ຜູ້ມີຊື່ອີກວ່າ ມາຣະໂກ, ທີ່ນັ້ນ ມີຫລາຍຄົນໄດ້ມາຮ່ວມຊຸມນຸມກັນ ແລະພາວັນນາ^ອະທິຖານຢູ່.
[13] ເມື່ອເປໂຕເຄາະປະຕູເຮືອນ ກໍມີສາວໃຊ້ຄົນໜຶ່ງຊື່ວ່າ, ‘ໂຣດາ’ ໄດ້ໄປເບິ່ງທີ່ປະຕູ.
[14] ເມື່ອນາງຈື່ສຽງຂອງ^ເປໂຕໄດ້ ຈຶ່ງດີໃຈທີ່ສຸດ ແລ້ວໄດ້ແລ່ນກັບຄືນມາໂດຍບໍ່ໄດ້ໄຂປະຕູໃຫ້ ແລະບອກວ່າ, “ເປໂຕກຳລັງຢືນຢູ່ໜ້າປະຕູເຮືອນ.”
[15] ພວກເຂົາໄດ້ເວົ້າໃຫ້ນາງວ່າ, “ເຈົ້າເສຍ^ສະຕິແລ້ວ” ແຕ່ນາງຢືນຢັນວ່າ ແມ່ນເປໂຕແທ້. ດັ່ງນັ້ນ ພວກເຂົາຈຶ່ງຕອບວ່າ, “ຄົງແມ່ນເທວະດາປະຈຳຕົວຂອງ^ເປໂຕ.”
[16] ແຕ່ເປໂຕຍັງເຄາະປະຕູຢູ່ ແລ້ວໃນທີ່ສຸດພວກເຂົາກໍໄຂປະຕູໃຫ້ ເມື່ອພວກເຂົາເຫັນວ່າແມ່ນເປໂຕ ພວກເຂົາກໍມີຄວາມ^ງຶດປະຫລາດ^ໃຈຫລາຍ.
[17] ເປໂຕໃຊ້ມືເຮັດສັນຍານໃຫ້ພວກເຂົາມິດ ແລະໄດ້ເລົ່າໃຫ້ພວກເຂົາຟັງ ເຖິງເລື່ອງທີ່ອົງພຣະ^ຜູ້^ເປັນເຈົ້າໄດ້ນຳຕົນອອກມາຈາກຄຸກຢ່າງໃດ ແລ້ວເປໂຕໄດ້ສັ່ງວ່າ, “ຈົ່ງບອກເລື່ອງນີ້ໃຫ້ຢາໂກໂບ ແລະພວກພີ່ນ້ອງທີ່ເຊື່ອທັງຫລາຍໃຫ້ຮູ້ດ້ວຍ” ເມື່ອເພິ່ນສັ່ງແລ້ວກໍອອກໄປຍັງທີ່ອື່ນ.
[18] ເມື່ອຮຸ່ງເຊົ້າມາ ກໍເກີດການສັບສົນວຸ້ນວາຍຢ່າງໃຫຍ່ໃນທ່າມກາງພວກທະຫານຍາມ ພວກເຂົາຖາມກັນວ່າ, “ມີຫຍັງເກີດຂຶ້ນກັບເປໂຕ?”
[19] ເມື່ອເຮໂຣດຊອກຫາເປໂຕບໍ່ພົບ. ດັ່ງນັ້ນ ເພິ່ນຈຶ່ງສືບຖາມທະຫານຍາມ ແລະສັ່ງໃຫ້ປະຫານຊີວິດພວກເຂົາເສຍ. ຫລັງຈາກເຫດການນີ້ແລ້ວ ເຮໂຣດກໍໜີຈາກແຂວງຢູດາຍ ແລະໄປອາໄສຢູ່ທີ່ເມືອງກາຍຊາເຣຍ.
[20] ໃນຂະນະນັ້ນ ເຮໂຣດໄດ້ເກີດມີຄວາມ^ໂກດຮ້າຍຕໍ່ຊາວຕີເຣ ແລະຊາວຊີໂດນຫລາຍທີ່ສຸດ, ແຕ່ຊາວເມືອງເຫລົ່ານັ້ນໄດ້ຕົກລົງກັນມາພົບເພິ່ນ, ໂດຍມີບຣາຊະໂຕຜູ້ຮັບຜິດຊອບວັງຂອງ^ກະສັດເປັນເພື່ອນພວກເຂົາ, ຈຶ່ງໄດ້ໄປຂໍໃຫ້ກະສັດເຮໂຣດສ້າງຄວາມ^ເປັນມິດໄມຕີຼກັບພວກເຂົາ ເພາະເມືອງຂອງ^ພວກເຂົາຕ້ອງໄດ້ອາໄສສະບຽງ^ອາຫານຈາກແຜ່ນດິນຂອງ^ເພິ່ນ.
[21] ເມື່ອເຖິງວັນນັດເຂົ້າພົບ ຝ່າຍກະສັດເຮໂຣດກໍນຸ່ງເຄື່ອງກະສັດນັ່ງເທິງບັນລັງ ແລະກ່າວຄຳປາໄສແກ່ບັນດາຜູ້ຕາງໜ້າຊາວເມືອງເຫລົ່ານັ້ນ.
[22] ພວກເຂົາຮ້ອງຂຶ້ນວ່າ, “ບໍ່ແມ່ນຄົນເວົ້າ ແຕ່ແມ່ນພຣະຕົນໜຶ່ງເວົ້າ”
[23] ໃນທັນໃດນັ້ນ ເທວະດາຕົນໜຶ່ງຂອງ^ອົງພຣະ^ຜູ້^ເປັນເຈົ້າໄດ້ລົງໂທດເຮໂຣດໃຫ້ລົ້ມລົງ ເພາະເພິ່ນບໍ່ໄດ້ຍົກຍໍໃຫ້ກຽດພຣະເຈົ້າ, ແລ້ວເກີດມີຕົວໜອນກັດກິນຮ່າງກາຍຂອງ^ເພິ່ນຈົນເສຍຊີວິດ.
[24] ສ່ວນພຣະທຳຂອງ^ພຣະເຈົ້າກໍແຜ່ຂະຫຍາຍ ຈະເລີນທະວີຍິ່ງຂຶ້ນ.
[25] ຝ່າຍບາຣະນາບາກັບໂຊໂລ ຫລັງຈາກໄດ້ເຮັດສຳເລັດພາລະກິດຂອງ^ພວກເພິ່ນ ທີ່ນະຄອນເຢຣູຊາເລັມແລ້ວ ກໍໄດ້ກັບຄືນເມືອ ໂດຍພາໂຢຮັນ ຜູ້ທີ່ມີຊື່ອີກວ່າ ມາຣະໂກໄປນຳ.