Skip to content
Opens in a new window
Listen to this chapter • 5:48

[1] ວັນ​ໜຶ່ງ ເປໂຕ​ກັບ​ໂຢຮັນ​ໄດ້​ໄປ​ຍັງ​ພຣະວິຫານ​ໃນ​ຕອນ​ບ່າຍ​ສາມ​ໂມງ ເພາະ​ເປັນ​ເວລາ​ພາວັນນາ^ອະທິຖານ.

[2] ທາງ​ເຂົ້າ​ພຣະວິຫານ​ມີ​ຊື່​ວ່າ​ປະຕູ​ງາມ ມີ​ຊາຍ​ຜູ້ໜຶ່ງ​ເປັນ​ຄົນເປ້ຍ​ມາ​ແຕ່​ເກີດ, ແຕ່ລະ​ວັນ ລາວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ທີ່​ນັ້ນ ເພື່ອ​ຂໍທານ​ນຳ​ຄົນ​ທີ່​ເຂົ້າ​ໄປ​ໃນ​ພຣະວິຫານ.

[3] ເມື່ອ​ລາວ​ເຫັນ​ເປໂຕ​ກັບ​ໂຢຮັນ​ກຳລັງ​ເຂົ້າ​ມາ ລາວ​ຈຶ່ງ​ຂໍທານ​ນຳ​ສອງ​ຄົນ​ນີ້.

[4] ເປໂຕ ແລະ ໂຢຮັນ​ໄດ້​ຈ້ອງ​ຕາ​ເບິ່ງ​ລາວ ແລະ​ເປໂຕ​ກໍ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ພວກເຮົາ.”

[5] ດັ່ງນັ້ນ ລາວ​ຈຶ່ງ​ເບິ່ງ​ເປໂຕ ແລະ​ໂຢຮັນ​ໂດຍ​ນຶກ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງໃດ^ສິ່ງໜຶ່ງ​ຈາກ​ຄົນ​ທັງສອງ.

[6] ຝ່າຍ​ເປໂຕ​ກໍ​ກ່າວ​ແກ່​ລາວ​ວ່າ, “ເງິນ​ແລະ​ຄຳ​ເຮົາ​ບໍ່ມີ ແຕ່​ສິ່ງ​ທີ່​ເຮົາ​ມີ​ຢູ່​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ ຄື​ໃນ​ພຣະນາມ​ແຫ່ງ​ພຣະເຢຊູ^ຄຣິດເຈົ້າ​ໄທ​ນາຊາເຣັດ ຈົ່ງ​ຍ່າງ​ໄປ.”

[7] ແລ້ວ​ເປໂຕ​ກໍ​ຈັບ​ມື​ຂວາ​ຂອງ^ຊາຍ​ຄົນ​ນັ້ນ​ດຶງ​ຂຶ້ນ ໃນ​ທັນໃດນັ້ນ ຕີນ​ແລະ​ຂໍ່​ຕີນ​ຂອງ^ລາວ​ກໍ​ມີ​ແຮງ​ມາ,

[8] ລາວ​ໂດດ​ຢືນ​ຂຶ້ນ ແລະ​ເລີ່ມຕົ້ນ​ຍ່າງ​ໄປມາ ແລ້ວ​ລາວ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ​ພ້ອມ​ກັບ​ທ່ານ​ທັງສອງ ທັງຍ່າງ​ທັງເຕັ້ນ ແລະ​ທັງ​ສັນລະເສີນ​ພຣະເຈົ້າ.

[9] ປະຊາຊົນ​ທັງຫລາຍ ຊຶ່ງ​ຢູ່​ໃນທີ່ນັ້ນ​ໄດ້​ເຫັນ​ລາວ​ຍ່າງ​ໄປມາ ແລະ​ສັນລະເສີນ​ພຣະເຈົ້າ

[10] ຈຶ່ງ​ຈື່​ໄດ້​ວ່າ ລາວ​ເປັນ​ຄົນເປ້ຍ​ທີ່​ເຄີຍ​ນັ່ງ​ຂໍທານ​ທີ່​ປະຕູ​ງາມ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ໃນ​ເຫດການ​ທີ່​ເກີດຂຶ້ນ​ກັບ​ຄົນ​ນີ້.

[11] ຂະນະທີ່​ຊາຍ​ຄົນ​ນີ້ ຍັງ​ເກາະ​ແຂນ​ເປໂຕ​ແລະ​ໂຢຮັນ​ຢູ່​ທີ່​ລະບຽງ​ໂຊໂລໂມນ ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ແລະ​ພາກັນ​ແລ່ນ​ມາ​ຫາ​ພວກເພິ່ນ.

[12] ເມື່ອ​ເປໂຕ​ເຫັນ​ດັ່ງນັ້ນ ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ຊາວ​ອິດສະຣາເອນ^ເອີຍ ເປັນຫຍັງ​ພວກທ່ານ​ຈຶ່ງ​ຈ້ອງຕາ​ເບິ່ງ​ພວກເຮົາ​ຢ່າງ​ປະຫລາດ^ໃຈ​ໃນ​ເລື່ອງ​ນີ້? ພວກທ່ານ​ຄິດ​ວ່າ​ຊາຍ​ຄົນ​ນີ້ ຍ່າງ​ໄດ້​ດ້ວຍ​ຣິດອຳນາດ​ຂອງ^ພວກເຮົາ​ຫລື ເພາະວ່າ​ພວກເຮົາ​ເປັນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ຊັ້ນບໍ?

[13] ພຣະເຈົ້າ​ອົງ​ທີ່​ອັບຣາຮາມ, ອີຊາກ ແລະ ຢາໂຄບ ຄື​ອົງ​ທີ່​ບັນພະບຸລຸດ​ຂອງ^ພວກເຮົາ​ນະມັດສະການ ໄດ້​ໃຫ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ຂອງ^ພຣະອົງ​ໄດ້​ຮັບ​ສະຫງ່າຣາສີ ຜູ້​ທີ່​ພວກທ່ານ​ໄດ້​ມອບ​ໃຫ້​ແກ່​ບັນດາ​ເຈົ້າໜ້າທີ່ ແລະ​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ ທີ່​ຈະ​ປ່ອຍ​ພຣະອົງ​ກໍຕາມ.

[14] ແຕ່​ພວກທ່ານ​ຍັງ​ໄດ້​ປະຕິເສດ​ພຣະອົງ ຜູ້​ບໍຣິສຸດ​ແລະ​ຊອບທຳ, ແຕ່​ຂໍຮ້ອງ​ປີລາດ​ໃຫ້​ເຮັດ​ຕາມ​ໃຈ​ພວກທ່ານ ໂດຍ​ໃຫ້​ເພິ່ນ​ປ່ອຍ​ຜູ້​ຂ້າ​ຄົນ​ໃຫ້​ແກ່​ທ່ານ​ທັງຫລາຍ.

[15] ທ່ານ​ທັງຫລາຍ​ຈຶ່ງ​ໄດ້​ຂ້າ​ຜູ້​ທີ່​ເຮັດ​ໃຫ້​ມີ​ຊີວິດ​ອັນ​ແທ້ຈິງ ແຕ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້​ໄດ້.

[16] ດ້ວຍ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ^ພຣະອົງ ພຣະນາມ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຄົນ​ນີ້​ມີ​ແຮງ​ຂຶ້ນ​ມາ ເຫດການ​ທີ່​ພວກເຈົ້າ​ເຫັນ ແລະ​ຮູ້ຈັກ​ນັ້ນ​ເກີດຂຶ້ນ​ໄດ້​ກໍ​ເພາະ​ດ້ວຍ​ຄວາມເຊື່ອ​ໃນ​ນາມ​ພຣະເຢຊູເຈົ້າ ທີ່​ເຮັດ​ໃຫ້​ຊາຍ​ຄົນ​ນີ້​ຫາຍ​ດີ​ເປັນ​ປົກກະຕິ​ຕໍ່ໜ້າ​ພວກທ່ານ​ທຸກຄົນ ດັ່ງ​ທີ່​ພວກທ່ານ​ໄດ້​ເຫັນ​ຢູ່​ນີ້.

[17] ມາບັດນີ້ ພີ່ນ້ອງ​ທັງຫລາຍ^ເອີຍ ຂ້າພະເຈົ້າ​ຮູ້​ວ່າ ສິ່ງ​ທີ່​ພວກທ່ານ​ກັບ​ບັນດາ​ຜູ້ນຳ​ຂອງ^ພວກທ່ານ ໄດ້​ເຮັດ​ຕໍ່​ພຣະເຢຊູເຈົ້າ​ນັ້ນ ກໍ​ເຮັດ​ໄປ​ດ້ວຍ​ຄວາມ^ບໍ່​ຮູ້​ບໍ່​ເຂົ້າໃຈ.

[18] ແຕ່​ເຫດ​ເຫລົ່ານັ້ນ ທີ່​ພຣະເຈົ້າ​ໄດ້​ຊົງ​ປະກາດ​ໄວ້​ລ່ວງໜ້າ ໂດຍ​ປາກ​ຂອງ^ພວກ​ຜູ້ທຳນວາຍ​ທັງໝົດ​ວ່າ, ພຣະຄຣິດ​ຂອງ^ພຣະເຈົ້າ​ຕ້ອງ​ທົນທຸກ​ທໍລະມານ ພຣະອົງ​ຈຶ່ງ​ຊົງ​ໃຫ້​ສຳເລັດ​ດັ່ງນີ້.

[19] ດັ່ງນັ້ນ ຈົ່ງ​ຖິ້ມໃຈເກົ່າ^ເອົາໃຈໃໝ່ ໂດຍ​ຫັນ​ຄືນ​ມາ​ຫາ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ອະໄພ​ບາບກຳ​ໃຫ້​ພວກທ່ານ,

[20] ເພື່ອ​ເວລາ​ແຫ່ງ​ຄວາມ^ພັກຜ່ອນ​ຢ່ອນໃຈ ຈະ​ໄດ້​ມາ​ຈາກ​ພຣະພັກ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ໃຊ້​ພຣະຄຣິດ ຊຶ່ງ​ຊົງ​ກຳນົດ​ໄວ້​ແລ້ວ​ນັ້ນ ໃຫ້​ມາ​ເພື່ອ​ທ່ານ​ທັງຫລາຍ ຄື​ພຣະເຢຊູເຈົ້າ.

[21] ໃນ​ເວລາ​ນີ້​ພຣະອົງ​ຈຳ​ຕ້ອງ​ຢູ່​ໃນ​ຟ້າ​ສະຫວັນ ຈົນກວ່າ​ເຖິງ​ເວລາ​ທີ່​ທຸກສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ໂດຍ​ທາງ​ບັນດາ​ຜູ້ທຳນວາຍ​ບໍຣິສຸດ​ຂອງ^ພຣະອົງ ຕັ້ງແຕ່​ດົນນານ​ມາ​ແລ້ວ.

[22] ສ່ວນ​ໂມເຊ​ໄດ້​ກ່າວ​ໄວ້​ວ່າ, ‘ອົງພຣະ^ຜູ້^ເປັນເຈົ້າ​ພຣະເຈົ້າ​ຂອງ^ພວກທ່ານ ຈະ​ຊົງ​ໃຫ້​ຜູ້ທຳນວາຍ​ເໝືອນ​ຢ່າງ​ເຮົາ​ເກີດຂຶ້ນ​ຈາກ​ປະຊາຊົນ​ຂອງ^ພວກທ່ານ ທ່ານ​ທັງຫລາຍ​ຕ້ອງ​ເຊື່ອຟັງ​ທຸກ​ຖ້ອຍຄຳ​ທີ່​ເພິ່ນ​ກ່າວ​ແກ່​ພວກທ່ານ.

[23] ແລ້ວ​ກໍ​ຈະ​ເປັນ​ດັ່ງນີ້ ຄື​ຖ້າ​ຜູ້​ທີ່​ບໍ່​ເຊື່ອຟັງ​ຜູ້ທຳນວາຍ ຜູ້ນັ້ນ​ກໍ​ຈະ​ຖືກ​ຕັດ​ຂາດ​ອອກ​ຈາກ​ປະຊາຊົນ​ຂອງ^ພຣະເຈົ້າ ແລະ​ຈະ​ຖືກ​ທຳລາຍ.’

[24] ຝ່າຍ​ບັນດາ​ຜູ້ທຳນວາຍ​ທຸກຄົນ ທີ່​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າ ຕັ້ງແຕ່​ຊາມູເອນ​ເປັນ​ລຳດັບ​ມາ ກໍໄດ້​ທຳນວາຍ​ເຖິງ​ເຫດການ​ຂອງ^ວັນ​ເຫລົ່ານີ້​ເໝືອນກັນ.

[25] ທ່ານ​ທັງຫລາຍ​ເປັນ​ລູກຫລານ​ຜູ້ທຳນວາຍ ແລະ​ຂອງ^ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້ ແກ່​ບັນພະບຸລຸດ​ຂອງ^ພວກທ່ານ ຄື​ໄດ້​ກ່າວ​ກັບ​ອັບຣາຮາມ​ວ່າ, ‘ຄອບຄົວ​ທັງໝົດ​ທົ່ວ​ແຜ່ນດິນ^ໂລກ​ຈະ​ໄດ້​ຮັບ​ພຣະພອນ ເພາະ​ເຊື້ອສາຍ​ຂອງ^ເຈົ້າ.’

[26] ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ອົງ​ຜູ້ຮັບໃຊ້​ຂອງ^ພຣະອົງ​ເປັນ​ຄືນ​ມາ​ແລ້ວ ກໍ​ຊົງ​ໃຊ້​ພຣະອົງ​ມາ​ຍັງ​ທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍ​ພຣະພອນ​ແກ່​ພວກທ່ານ ໂດຍ​ໃຫ້​ທຸກຄົນ​ກັບ​ຈາກ​ການ​ຊົ່ວຮ້າຍ​ຂອງຕົນ.”

ກິດຈະການ — Chapters