[1] ໂປໂລ ແລະ ຊີລາໄດ້ຜ່ານເມືອງອຳຟີໂປລີ ແລະ ອາໂປໂລເນຍ ແລະເດີນທາງມາຮອດເມືອງເທສະໂລນິກ ຊຶ່ງໃນທີ່ນີ້ມີທຳມະສາລາຂອງ^ຊາວຢິວ.
[2] ໂປໂລເຂົ້າໄປໃນທຳມະສາລາ ຕາມທີ່ເຄີຍປະຕິບັດມາ, ໃນທີ່ນັ້ນເພິ່ນໄດ້ຍົກເອົາຂໍ້ຄວາມ^ໃນພຣະຄຳພີຂຶ້ນ ໂຕ້ຕອບກັບປະຊາຊົນເປັນເວລາສາມວັນ^ຊະບາໂຕ
[3] ໂດຍອະທິບາຍ ແລະພິສູດຈາກຂໍ້ພຣະຄຳພີໃຫ້ພວກເຂົາເຫັນວ່າ, ພຣະຄຣິດຕ້ອງທົນທຸກທໍລະມານ ແລະເປັນຄືນມາຈາກຕາຍ. ໂປໂລກ່າວວ່າ, “ພຣະເຢຊູເຈົ້າຜູ້ທີ່ຂ້າພະເຈົ້າປະກາດແກ່ເຈົ້າ^ທັງຫລາຍ ຜູ້ນີ້ແຫລະ ເປັນພຣະຄຣິດ.”
[4] ບາງຄົນໃນພວກເຂົາໄດ້ຮັບເຊື່ອ ຈຶ່ງເຂົ້າຮ່ວມນຳໂປໂລ ແລະ ຊີລາ ຕະຫລອດທັງຊາວກຣີກກຸ່ມໃຫຍ່ທີ່ນະມັດສະການພຣະເຈົ້າ ແລະເມຍຂອງ^ບັນດາຜູ້ນຳຫລາຍຄົນດ້ວຍ.
[5] ແຕ່ພວກຢິວເກີດອິດສາ ຈຶ່ງຮ່ວມກຳລັງກັບກຸ່ມນັກເລງບາງຄົນຕາມຖະໜົນຫົນທາງ ໃຫ້ກໍ່ການວຸ້ນວາຍຂຶ້ນໃນທ່າມກາງປະຊາຊົນ ພວກເຂົາສ້າງຄວາມ^ປັ່ນປ່ວນຂຶ້ນໃນຕົວເມືອງ ແລະເຂົ້າບຸກລຸກເຮືອນຂອງ^ຊາຍຄົນໜຶ່ງຊື່ວ່າ ຢາຊົນ ເພື່ອຄົ້ນຫາໂປໂລ ແລະ ຊີລາເພື່ອຈະນຳພວກເພິ່ນອອກມາໃຫ້ປະຊາຊົນ.
[6] ແຕ່ເມື່ອບໍ່ພົບ ພວກເຂົາຈຶ່ງລາກຢາຊົນກັບຜູ້ທີ່ເຊື່ອບາງຄົນໄປຫາຜູ້ປົກຄອງ ແລະພາກັນຮ້ອງຂຶ້ນວ່າ, “ຄົນເຫລົ່ານີ້ເປັນພວກຂວໍ້າໂລກມະນຸດ ໄດ້ມາທີ່ນີ້ແລ້ວ
[7] ແລະຢາຊົນໄດ້ຕ້ອນຮັບພວກເຂົາໄວ້ໃນເຮືອນຂອງຕົນ, ພວກເຂົາຝ່າຝືນກົດໝາຍຂອງ^ຈັກກະພັດໂດຍເວົ້າວ່າ, ມີກະສັດອົງອື່ນອີກຊື່ວ່າ ເຢຊູ.”
[8] ດ້ວຍຂໍ້ຄວາມ^ເຫລົ່ານີ້ ພວກເຂົາໄດ້ປຸກລະດົມປະຊາຊົນ ກັບພວກຜູ້ປົກຄອງໃຫ້ຮ້ອນໃຈຫລາຍຂຶ້ນ.
[9] ພວກເຈົ້າໜ້າທີ່ໄດ້ໃຫ້ຢາຊົນ ກັບຄົນອື່ນໆຈ່າຍເງິນເປັນຄ່າປະກັນຕົວ ແລ້ວກໍປ່ອຍທ່ານທັງສອງໄປ.
[10] ພໍເຖິງກາງຄືນໃນວັນດຽວກັນນັ້ນ ຄົນທີ່ເຊື່ອກໍສົ່ງໂປໂລ ແລະ ຊີລາໄປທີ່ເມືອງເບເຣຍ, ເມື່ອມາຮອດ ພວກເພິ່ນກໍເຂົ້າໄປໃນທຳມະສາລາຂອງ^ຊາວຢິວ.
[11] ຄົນຢິວໃນເມືອງນີ້ມີຈິດໃຈສູງສົ່ງ ຫລາຍກວ່າຄົນຢິວໃນເມືອງເທສະໂລນິກ, ພວກເຂົາມີໃຈເຫຼື້ອມໃສຫລາຍ ແລະຢາກຈະຟັງຖ້ອຍຄຳທີ່ໂປໂລກ່າວ ແລະພວກເຂົາສຶກສາພຣະຄຳພີທຸກໆວັນ ເພື່ອຢາກຮູ້ວ່າຖ້ອຍຄຳທີ່ໂປໂລກ່າວນັ້ນເປັນຄວາມຈິງແທ້ຫລືບໍ່.
[12] ມີຫລາຍຄົນໃນພວກເຂົາໄດ້ເຊື່ອ ພ້ອມທັງພວກແມ່ຍິງຊາວກຣີກ ທີ່ມີກຽດສູງໃນສັງຄົມ ແລະພວກຜູ້ຊາຍຊາວກຣີກດ້ວຍ.
[13] ແຕ່ເມື່ອພວກຢິວໃນເມືອງເທສະໂລນິກ ໄດ້ຍິນຂ່າວວ່າໂປໂລປະກາດພຣະທຳທີ່ເມືອງເບເຣຍເໝືອນກັນ ພວກເຂົາຈຶ່ງມາທີ່ເມືອງນີ້ ແລະລົງມືປຸກລະດົມປະຊາຊົນໃຫ້ວຸ້ນວາຍຂຶ້ນ.
[14] ຝ່າຍຄົນທີ່ເຊື່ອກໍສົ່ງໂປໂລໄປເຖິງແຄມຝັ່ງທະເລໃນທັນທີ, ສ່ວນຊີລາກັບຕີໂມທຽວນັ້ນ ພວກເພິ່ນຍັງພັກຢູ່ໃນເມືອງເບເຣຍ.
[15] ຄົນທີ່ນຳສົ່ງໂປໂລນັ້ນ ກໍໄປກັບພວກເພິ່ນຈົນເຖິງນະຄອນອາແຖນ ແລະເມື່ອໄດ້ຮັບຄຳສັ່ງຈາກເພິ່ນໃຫ້ບອກຊີລາກັບຕີໂມທຽວໃຫ້ມາຫາເພິ່ນໄວທີ່ສຸດເທົ່າທີ່ຈະໄວໄດ້ ແລ້ວພວກເຂົາກໍຈາກໄປ.
[16] ໃນຂະນະທີ່ໂປໂລລໍຖ້າຊີລາ ແລະ ຕີໂມທຽວ ຢູ່ທີ່ນະຄອນອາແຖນນັ້ນ ເພິ່ນກໍຂຸ່ນເຄືອງໃຈໜັກ ເມື່ອເຫັນວ່ານະຄອນນີ້ເຕັມໄປດ້ວຍຮູບເຄົາຣົບ.
[17] ດັ່ງນັ້ນ ເພິ່ນຈຶ່ງໂຕ້ຕອບພວກຢິວ ແລະຄົນຕ່າງຊາດໃນທຳມະສາລາ ທີ່ນະມັດສະການພຣະເຈົ້າ ແລະທຸກຄົນທີ່ເພິ່ນພົບ ທຸກວັນຕາມທີ່ສາທາ^ລະນະ.
[18] ຄົນມີປັນຍາໃນພວກເອປີກູຣຽວ ແລະໃນພວກຊະໂຕອິກ ໄດ້ໂຕ້ຕອບກັບໂປໂລດ້ວຍ, ບາງຄົນເວົ້າວ່າ, “ຄົນເກັບເລັມຄວາມຮູ້ຜູ້ນີ້ຢາກເວົ້າອັນໃດ?” ຄົນອື່ນເວົ້າວ່າ, “ເບິ່ງເໝືອນເປັນຜູ້^ປະກາດ^ພຣະທຳພຣະຕ່າງດ້າວ.” ພວກເຂົາເວົ້າເຊັ່ນນີ້ເພາະວ່າ ໂປໂລປະກາດເຖິງພຣະເຢຊູເຈົ້າ ແລະການເປັນຄືນມາຈາກຕາຍ.
[19] ດັ່ງນັ້ນ ພວກເຂົາຈຶ່ງຈັບເອົາໂປໂລໄປກັບພວກເຂົາ ແລະນຳເພິ່ນໄປຢູ່ຕໍ່ໜ້າສະພາອາເລໂອປາໂຂ ແລະເວົ້າວ່າ, “ບອກໃຫ້ພວກເຮົາຮູ້ຄຳສັ່ງສອນໃໝ່ ຊຶ່ງເຈົ້າເວົ້າເຖິງນັ້ນໄດ້ບໍ?
[20] ບາງເລື່ອງທີ່ພວກເຮົາໄດ້ຍິນເຈົ້າເວົ້າ ຟັງຄືແປກໆ ແລະພວກເຮົາຢາກຮູ້ວ່າ ເລື່ອງນັ້ນໝາຍຄວາມວ່າຢ່າງໃດ?”
[21] ດ້ວຍວ່າ, ປະຊາຊົນຊາວອາແຖນ ແລະຊາວຕ່າງດ້າວ ຊຶ່ງອາໄສຢູ່ທີ່ນັ້ນ ບໍ່ເຄີຍເສຍເວລາກັບສິ່ງອື່ນໃດ ນອກຈາກຈະເວົ້າແລະຟັງສິ່ງໃໝ່ໆ.
[22] ແລ້ວໂປໂລກໍຢືນຂຶ້ນຕໍ່^ໜ້າທີ່ປະຊຸມຂອງ^ສະພາອາເລໂອປາໂຂ ແລະກ່າວວ່າ, “ຊາວນະຄອນອາແຖນທີ່ນັບຖື ຂ້າພະເຈົ້າເຫັນວ່າ ທ່ານທັງຫລາຍເປັນຜູ້ປະຕິບັດພະຕ່າງໆຢ່າງຄົນເຄັ່ງຄັດ.
[23] ເພາະວ່າ ເມື່ອຂ້າພະເຈົ້າກຳລັງເດີນທາງຜ່ານເມືອງຂອງ^ພວກທ່ານມາ ແລະເບິ່ງຕາມສະຖານທີ່ຕ່າງໆ ທີ່ພວກທ່ານນະມັດສະການ ຂ້າພະເຈົ້າເຫັນແທ່ນບູຊາແທ່ນໜຶ່ງ ຊຶ່ງມີຄຳຈາລຶກວ່າ, ‘ແດ່ພຣະເຈົ້າທີ່ເຮົາບໍ່ຮູ້ຈັກ.’ ພຣະເຈົ້າທີ່ທ່ານທັງຫລາຍນະມັດສະການ ແຕ່ບໍ່ຮູ້ຈັກ ແມ່ນພຣະເຈົ້າອົງນັ້ນແຫລະ ທີ່ຂ້າພະເຈົ້າມາປະກາດແກ່ພວກທ່ານ.
[24] ພຣະເຈົ້າອົງທີ່ໄດ້ສ້າງໂລກກັບສິ່ງທັງປວງ ທີ່ຢູ່ໃນໂລກແມ່ນອົງພຣະ^ຜູ້^ເປັນເຈົ້າຂອງ^ສະຫວັນ ແລະແຜ່ນດິນ^ໂລກ, ພຣະເຈົ້າອົງນີ້ບໍ່ໄດ້ຢູ່ໃນວິຫານທີ່ສ້າງຂຶ້ນມາດ້ວຍມືຂອງ^ມະນຸດ.
[25] ພຣະອົງບໍ່ຈຳເປັນໃຫ້ມະນຸດຈັດຫາສິ່ງໃດສິ່ງໜຶ່ງໃຫ້ແກ່ພຣະອົງ ເພາະວ່າແມ່ນພຣະອົງເອງທີ່ເປັນຜູ້ໂຜດປະທານຊີວິດ, ລົມຫາຍໃຈ ແລະສັບພະທຸກສິ່ງແກ່ມະນຸດທຸກຊາດທຸກພາສາ.
[26] ພຣະອົງໄດ້ສ້າງມະນຸດທຸກຊາດ ໃຫ້ເກີດມາຈາກມະນຸດຄົນດຽວ ແລະໃຫ້ພວກເຂົາຢູ່ທົ່ວພິພົບໂລກ ພຣະອົງໄດ້ຊົງກຳນົດເວລາ ແລະກຳນົດເຂດທີ່ພວກເຂົາຢູ່ນັ້ນ.
[27] ເພື່ອພວກເຂົາຈະໄດ້ສະແຫວງຫາພຣະເຈົ້າ ຫວັງວ່າພວກເຂົາຈະຊອກຫາຈົນພົບພຣະອົງ, ແຕ່ທີ່ຈິງ ພຣະອົງບໍ່ຊົງຢູ່ໄກຈາກເຮົາທຸກຄົນ,
[28] ເພາະວ່າ ‘ໃນພຣະອົງນັ້ນ ພວກເຮົາມີຊີວິດເຄື່ອນໄຫວ^ໄປມາ ແລະເປັນ^ຢູ່.’ ດັ່ງນັກແຕ່ງກາບກອນໃນພວກທ່ານບາງຄົນໄດ້ກ່າວວ່າ, ‘ພວກເຮົາເປັນເຊື້ອສາຍຂອງ^ພຣະອົງເໝືອນກັນ.’
[29] ໃນເມື່ອພວກເຮົາເປັນເຊື້ອສາຍຂອງ^ພຣະເຈົ້າ ພວກເຮົາກໍບໍ່ຄວນຖືວ່າພຣະເຈົ້າເປັນຄືຮູບເຄົາຣົບທີ່ເປັນຄຳ, ທີ່ເປັນເງິນ, ຫລືເປັນຫີນ ທີ່ຖືກແກະສະຫລັກດ້ວຍສິນລະປະ ດ້ວຍສີມືຂອງ^ນາຍຊ່າງຜູ້ຊຳນານ.
[30] ໃນສະໄໝທີ່ມະນຸດຍັງໂງ່ບໍ່ຮູ້ຈັກພຣະເຈົ້າ ພຣະອົງກໍບໍ່ຊົງຖືໂທດ ແຕ່ບັດນີ້ ພຣະອົງສັ່ງແກ່ມະນຸດທັງປວງໃນທົ່ວທຸກບ່ອນ ໃຫ້ຖິ້ມໃຈເກົ່າ^ເອົາໃຈໃໝ່.
[31] ເພາະວ່າ ພຣະອົງໄດ້ຊົງກຳນົດວັນໜຶ່ງໄວ້ ຊຶ່ງໃນວັນນັ້ນ ພຣະອົງຈະຊົງພິພາກສາໂລກຕາມຄວາມ^ຍຸດຕິທຳ ໂດຍມະນຸດຜູ້ໜຶ່ງ ຊຶ່ງພຣະອົງໄດ້ຊົງຕັ້ງໄວ້ ແລະພຣະເຈົ້າໄດ້ຊົງໂຜດໃຫ້ຄົນທັງປວງມີຄວາມ^ແນ່ໃຈໃນເລື່ອງນີ້ ໂດຍຊົງບັນດານໃຫ້ມະນຸດຜູ້ນັ້ນເປັນຄືນມາຈາກຕາຍ.”
[32] ເມື່ອພວກເຂົາໄດ້ຍິນໂປໂລກ່າວເຖິງຄວາມ^ເປັນຄືນມາຈາກຕາຍ ບາງຄົນໃນພວກເຂົາກໍຫົວຂວັນ, ແຕ່ຄົນອື່ນອີກກ່າວວ່າ, “ພວກເຮົາຢາກຟັງເຈົ້າເວົ້າເຖິງເລື່ອງນີ້ອີກ.”
[33] ດັ່ງນັ້ນ ໂປໂລຈຶ່ງອອກໄປຈາກທີ່ປະຊຸມ.
[34] ມີຜູ້ຊາຍບາງຄົນເຂົ້າຮ່ວມກັບໂປໂລ ແລະໄດ້ຮັບເຊື່ອ ຄົນເຫລົ່ານັ້ນມີດັ່ງນີ້: ດີໂອນີຊີໂອ ຜູ້ເປັນສະມາຊິກຄົນໜຶ່ງຂອງ^ສະພາ, ຍິງຄົນໜຶ່ງຊື່ວ່າ ດາມາຣີ ແລະຄົນອື່ນໆອີກດ້ວຍ.