[1] ໂປໂລໄດ້ເດີນທາງມາຮອດເມືອງເດຣະເບ ແລະ ເມືອງລີຊະທາ, ຢູ່ໃນທີ່ນີ້ ມີຄົນທີ່ເຊື່ອຜູ້ໜຶ່ງຊື່ວ່າ ຕີໂມທຽວ, ແມ່ຂອງ^ລາວເປັນຄົນທີ່ເຊື່ອເໝືອນກັນ ແລະເປັນຄົນຢິວ ສ່ວນພໍ່ຂອງ^ລາວນັ້ນເປັນຄົນກຣີກ.
[2] ຕີໂມທຽວເປັນຄົນມີຊື່ສຽງດີໃນທ່າມກາງພວກພີ່ນ້ອງ ທີ່ຢູ່ໃນເມືອງລີຊະທາ ແລະເມືອງອີໂກນີອົນ.
[3] ໂປໂລຕ້ອງການເອົາຕີໂມທຽວໄປນຳ. ດັ່ງນັ້ນ ເພິ່ນຈຶ່ງໃຫ້ລາວຮັບພິທີຕັດ ເພາະເຫັນແກ່ຊາວຢິວຢູ່ໃນເຂດນັ້ນ. ເພິ່ນກະທຳເຊັ່ນນີ້ ເພາະຊາວຢິວທຸກຄົນທີ່ຢູ່ໃນເມືອງເຫລົ່ານັ້ນ ຮູ້ວ່າພໍ່ຂອງ^ຕີໂມທຽວເປັນຄົນກຣີກ.
[4] ເມື່ອຜ່ານໄປຕາມເມືອງຕ່າງໆ ເພິ່ນກໍໄດ້ມອບຂໍ້ບັງຄັບ ຊຶ່ງພວກອັກຄະສາວົກກັບບັນດາເຖົ້າແກ່ຢູ່ໃນນະຄອນເຢຣູຊາເລັມໄດ້ຕົກລົງກັນນັ້ນ ໃຫ້ພວກຄົນທີ່ເຊື່ອຮັບຮູ້ ແລະໃຫ້ພວກເຂົາປະຕິບັດຕາມ.
[5] ດັ່ງນັ້ນ ຄຣິສຕະຈັກທັງຫລາຍຈຶ່ງໝັ້ນຄົງໃນຄວາມເຊື່ອ ແລະຄົນທີ່ເຊື່ອກໍເພີ່ມຂຶ້ນແຕ່ລະວັນ.
[6] ພຣະວິນຍານບໍຣິສຸດເຈົ້າ ບໍ່ອະນຸຍາດໃຫ້ເພິ່ນປະກາດພຣະທຳໃນແຂວງເອເຊຍ ພວກເພິ່ນຈຶ່ງເດີນທາງໄປທົ່ວເຂດແດນຂອງ^ເມືອງຟີເຄຍ ແລະ ເມືອງຄາລາເຕຍ.
[7] ເມື່ອພວກເພິ່ນເດີນທາງມາຮອດເຂດຂອງ^ເມືອງມີເຊຍ ກໍພະຍາຍາມທີ່ຈະເຂົ້າໄປໃນແຂວງບີທີເນຍ, ແຕ່ພຣະວິນຍານຂອງ^ພຣະເຢຊູເຈົ້າ ບໍ່ອະນຸຍາດໃຫ້ພວກເພິ່ນເຂົ້າໄປ.
[8] ດັ່ງນັ້ນ ພວກເພິ່ນຈຶ່ງເດີນທາງຜ່ານໄປ ຍັງເມືອງມີເຊຍ ແລະລົງໄປຍັງເມືອງໂທອາດ.
[9] ໃນຄືນນັ້ນ ໂປໂລໄດ້ເຫັນນິມິດ ແລະໃນນິມິດນັ້ນ ເພິ່ນເຫັນຊາຍມາເກໂດເນຍຄົນໜຶ່ງຢືນຢູ່ ແລະຮ້ອງຕໍ່ເພິ່ນວ່າ, “ຂໍທ່ານຂ້າມມາເມືອງມາເກໂດເນຍພີ້ ເພື່ອຊ່ວຍພວກຂ້ານ້ອຍແດ່ທ້ອນ.”
[10] ພໍໂປໂລໄດ້ເຫັນນິມິດນີ້ ພວກເຮົາກໍຕຽມພ້ອມທັນທີ ເພື່ອຈະອອກໄປຍັງເມືອງມາເກໂດເນຍ ເພາະພວກເຮົາເຫັນຄັກແນ່ວ່າ ພຣະເຈົ້າໄດ້ເອີ້ນພວກເຮົາ ໃຫ້ໄປປະກາດຂ່າວປະເສີດແກ່ຊາວເມືອງນັ້ນ.
[11] ພວກເຮົາໄດ້ຈາກເມືອງໂທອາດທາງເຮືອ ແລະໄປຍັງເກາະຊາໂມຕາເກ ແລະວັນຕໍ່ມາ ກໍເຖິງເມືອງເນອາໂປລີ.
[12] ຈາກທີ່ນັ້ນ ພວກເຮົາໄດ້ເດີນທາງເຂົ້າໄປຍັງເມືອງຟີລິບປອຍ ຊຶ່ງເປັນເມືອງເອກໃນແຂວງມາເກໂດເນຍ ແລະທັງເປັນເມືອງຂຶ້ນຂອງ^ຊາວໂຣມ. ພວກເຮົາໄດ້ອາໄສຢູ່ໃນເມືອງນີ້ເປັນເວລາຫລາຍວັນ.
[13] ໃນວັນ^ຊະບາໂຕ ພວກເຮົາໄດ້ອອກຈາກປະຕູເມືອງໄປທີ່ຝັ່ງແມ່ນໍ້າ ແລະຢູ່ທີ່ນັ້ນ ພວກເຮົາເຄີຍໃຊ້ເປັນບ່ອນສຳລັບພາວັນນາ^ອະທິຖານ, ພວກເຮົາຈຶ່ງນັ່ງລົງ ແລະໂອ້ລົມກັບພວກແມ່ຍິງທີ່ເຕົ້າໂຮມກັນ.
[14] ມີຍິງຄົນໜຶ່ງໃນພວກແມ່ຍິງເຫລົ່ານີ້ຊື່ວ່າ ລີເດຍ ນາງມາຈາກເມືອງທົວເຕຣາ ແລະເປັນແມ່ຄ້າຂາຍຜ້າສີມ່ວງອ່ອນ ແລະທັງເປັນຜູ້ຢຳເກງພຣະເຈົ້າດ້ວຍ, ເມື່ອນາງຟັງພວກເຮົາກ່າວຢູ່ ອົງພຣະ^ຜູ້^ເປັນເຈົ້າກໍຊົງເປີດຈິດໃຈຂອງ^ນາງໃຫ້ເອົາໃຈໃສ່ຖ້ອຍຄຳ ທີ່ໂປໂລກຳລັງກ່າວນັ້ນ.
[15] ເມື່ອນາງພ້ອມກັບໄທເຮືອນຂອງຕົນ ໄດ້ຮັບບັບຕິສະມາແລ້ວ ກໍໄດ້ເຊີນພວກເຮົາວ່າ, “ຖ້າພວກທ່ານເຫັນວ່າ ຂ້ານ້ອຍເປັນຜູ້ເຊື່ອໃນອົງພຣະ^ຜູ້^ເປັນເຈົ້າ ເຊີນເຂົ້າມາພັກອາໄສໃນເຮືອນຂອງ^ຂ້ານ້ອຍ.” ແລະນາງໄດ້ວອນຂໍຈົນພວກເຮົາຂັດບໍ່ໄດ້.
[16] ຢູ່ມາວັນໜຶ່ງ ພວກເຮົາໄດ້ໄປຍັງບ່ອນພາວັນນາ^ອະທິຖານ ແລະມີຂ້າທາດຍິງຜູ້ໜຶ່ງມາພົບພວກເຮົາ, ຍິງຜູ້ນີ້ມີຜີຮ້າຍສິງ ເຮັດໃຫ້ນາງດູມໍໄດ້, ນາງດູມໍຫາເງິນໃຫ້ນາຍຂອງຕົນໄດ້ຢ່າງຫລວງຫລາຍ.
[17] ຍິງນັ້ນໄດ້ຕິດຕາມໂປໂລ ແລະພວກເຮົາໄປ ໂດຍຮ້ອງຂຶ້ນວ່າ, “ຄົນເຫລົ່ານີ້ເປັນຜູ້ຮັບໃຊ້ຂອງ^ພຣະເຈົ້າອົງສູງສຸດ ໄດ້ມາປະກາດເລື່ອງທາງຄວາມ^ພົ້ນໃຫ້ແກ່ພວກເຈົ້າ.”
[18] ນາງໄດ້ເຮັດຢູ່ຢ່າງນີ້ເປັນເວລາຫລາຍວັນ ຈົນໂປໂລລຳຄານໃຈເຕັມທີ ຈຶ່ງຫັນໜ້າໄປສັ່ງຜີຮ້າຍນັ້ນວ່າ, “ໃນນາມພຣະເຢຊູ^ຄຣິດເຈົ້າ ກູສັ່ງມຶງໃຫ້ອອກຈາກຍິງຜູ້ນີ້ເສຍ.” ມັນກໍອອກຈາກນາງທັນທີ^ທັນໃດ.
[19] ເມື່ອພວກນາຍຂອງ^ຍິງນີ້ເຫັນວ່າ ພວກຕົນໝົດຫວັງທີ່ຈະໄດ້ເງິນໂດຍວິທີນີ້ແລ້ວ ພວກເຂົາກໍຈັບໂປໂລກັບຊີລາ ແລະລາກພວກເພິ່ນເຂົ້າໄປຫາຜູ້ປົກຄອງໃນທີ່ຊຸມນຸມ.
[20] ພວກເຂົານຳທ່ານທັງສອງມາຫາພວກຜູ້ປົກຄອງ ແລະເວົ້າວ່າ, “ສອງຄົນນີ້ເປັນຢິວ ແລະພວກເຂົາໄດ້ກໍ່ການວຸ້ນວາຍຂຶ້ນໃນເມືອງຂອງ^ພວກເຮົາ.
[21] ພວກເຂົາປະກາດຮີດຄອງປະເພນີທີ່ຜິດຕໍ່ກົດໝາຍຂອງ^ພວກເຮົາ, ທີ່ພວກເຮົາຊາວໂຣມຮັບເອົາ ຫລືປະຕິບັດຕາມບໍ່ໄດ້.”
[22] ຝ່າຍປະຊາຊົນກໍຮ່ວມໃຈກັນໂຈມຕີໂປໂລ ແລະ ຊີລາດ້ວຍ. ສ່ວນພວກຜູ້ປົກຄອງໄດ້ຈີກເຄື່ອງນຸ່ງຂອງທ່ານທັງສອງ ແລະສັ່ງໃຫ້ຂ້ຽນພວກເພິ່ນດ້ວຍໄມ້ແສ້.
[23] ຫລັງຈາກຂ້ຽນພວກເພິ່ນຫລາຍບາດ ແລ້ວກໍນຳເອົາໄປຂັງຄຸກ ແລະສັ່ງຄົນຮັກສາຄຸກ ໃຫ້ເຝົ້າເບິ່ງພວກເພິ່ນໃຫ້ດີ.
[24] ເມື່ອໄດ້ຮັບຄຳສັ່ງຢ່າງນີ້ແລ້ວ ເຈົ້າໜ້າທີ່ກໍຂັງທ່ານທັງສອງໄວ້ໃນຫ້ອງຊັ້ນໃນ ແລະເອົາຕີນໃສ່ຂື່ໄມ້ໃຫ້ແໜ້ນ.
[25] ປະມານທ່ຽງຄືນ ໂປໂລແລະຊີລາ ກໍພາກັນພາວັນນາ^ອະທິຖານ ຮ້ອງເພງສັນລະເສີນພຣະເຈົ້າ, ພວກນັກໂທດຄົນອື່ນໆກໍຟັງທ່ານທັງສອງຢູ່.
[26] ໃນທັນໃດນັ້ນ ກໍເກີດມີແຜ່ນດິນຫວັ່ນໄຫວອັນໃຫຍ່ ຈົນເຮັດໃຫ້ຮາກຖານຂອງ^ຄຸກສະທ້ານ^ສະເທືອນ, ປະຕູຄຸກທຸກບານໄຂອອກໃນທັນທີ ແລະສາຍໂສ້ທຸກສາຍທີ່ລ່າມນັກໂທດທຸກຄົນກໍຫລຸດອອກ.
[27] ເມື່ອເຈົ້າໜ້າທີ່ຕື່ນຂຶ້ນ ແລະເຫັນວ່າປະຕູຄຸກທຸກບານໄຂຢູ່ ຈຶ່ງຄິດວ່ານັກໂທດທຸກຄົນປົບໜີໄປແລ້ວ. ດັ່ງນັ້ນ ລາວຈຶ່ງຊັກດາບຂອງຕົນອອກ ແລະກຳລັງຈະຂ້າຕົວເສຍ.
[28] ແຕ່ໂປໂລຮ້ອງຈົນສຸດສຽງວ່າ, “ຢ່າເຮັດຮ້າຍໃຫ້ຕົນເອງ ພວກເຮົາຍັງຢູ່ທີ່ນີ້ໝົດທຸກຄົນ.”
[29] ເຈົ້າໜ້າທີ່ຈຶ່ງສັ່ງໃຫ້ຄົນເອົາໂຄມໄຟມາເຍືອງ ແລ້ວກໍຟ້າວແລ່ນເຂົ້າໄປຫາທັງຕົວສັ່ນເຊັນ ແລະຂາບລົງທີ່ຕີນຂອງ^ໂປໂລ ແລະ ຊີລາ.
[30] ແລ້ວໄດ້ພາທ່ານທັງສອງອອກມາ ແລ້ວຖາມວ່າ, “ທ່ານເອີຍ ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ລອດພົ້ນ?”
[31] ພວກເພິ່ນຕອບວ່າ, “ຈົ່ງເຊື່ອໃນພຣະເຢຊູເຈົ້າ ແລ້ວເຈົ້າກັບຄອບຄົວຂອງ^ເຈົ້າກໍຈະໄດ້ພົ້ນ.”
[32] ແລ້ວທ່ານທັງສອງກໍກ່າວພຣະທຳຂອງ^ອົງພຣະ^ຜູ້^ເປັນເຈົ້າສູ່ລາວຟັງ ພ້ອມກັບທຸກຄົນທີ່ຢູ່ໃນເຮືອນຂອງ^ລາວ.
[33] ໃນຊົ່ວໂມງ^ດຽວຂອງ^ກາງຄືນນັ້ນເອງ ເຈົ້າໜ້າທີ່ກໍພາພວກເພິ່ນໄປລ້າງບາດ ແລະລາວກັບທຸກຄົນໃນຄອບຄົວກໍຮັບບັບຕິສະມາໂດຍທັນທີ.
[34] ແລ້ວເຈົ້າໜ້າທີ່ກໍໄດ້ພາໂປໂລກັບຊີລາຂຶ້ນໄປໃນເຮືອນຂອງຕົນ ແລ້ວໃຫ້ຄົນແຕ່ງອາຫານມາໃຫ້ພວກເພິ່ນກິນ, ລາວກັບຄອບຄົວຂອງ^ລາວຈຶ່ງເຕັມດ້ວຍຄວາມ^ຊົມຊື່ນ^ຍິນດີ ເພາະບັດນີ້ພວກເຂົາໄດ້ເຊື່ອໃນພຣະເຈົ້າແລ້ວ.
[35] ເມື່ອຮຸ່ງເຊົ້າມາ ພວກຜູ້ປົກຄອງກໍໃຊ້ພວກເຈົ້າໜ້າທີ່ມາພ້ອມກັບຄຳສັ່ງວ່າ, “ຈົ່ງປ່ອຍຄົນເຫລົ່ານັ້ນໄປເສຍ.”
[36] ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງແຈ້ງຄຳສັ່ງນັ້ນແກ່ໂປໂລວ່າ, “ພວກຜູ້ປົກຄອງໄດ້ໃຊ້ຄົນມາບອກໃຫ້ປ່ອຍທ່ານທັງສອງໄປ. ເຫດສະນັ້ນ ບັດນີ້ເຊີນອອກໄປດ້ວຍຄວາມ^ສະຫງົບສຸກເຖີດ.”
[37] ແຕ່ໂປໂລກ່າວຕໍ່ພວກເຈົ້າໜ້າທີ່ວ່າ, “ພວກເຂົາໄດ້ຂ້ຽນເຮົາຜູ້ເປັນສັນຊາດໂຣມຕໍ່ໜ້າມະຫາຊົນ ກ່ອນຈະຕັດສິນຄວາມ ແລ້ວພວກເຂົາກໍຈັບພວກເຮົາຂັງໄວ້ໃນຄຸກ, ມາບັດນີ້ ພວກເຂົາຢາກສົ່ງພວກເຮົາໃຫ້ໜີໄປຢ່າງປິດລັບຊັ້ນບໍ? ເຮັດຢ່າງນີ້ບໍ່ໄດ້ ພວກຜູ້ປົກຄອງຕ້ອງມາທີ່ນີ້ ແລະໃຫ້ພວກເຂົາເອງພາພວກເຮົາອອກໄປ.”
[38] ພວກເຈົ້າໜ້າທີ່ໄດ້ນຳຖ້ອຍຄຳເຫລົ່ານີ້ ໄປລາຍງານຕໍ່ພວກຜູ້ປົກຄອງ, ເມື່ອພວກເຂົາໄດ້ຍິນວ່າໂປໂລ ແລະ ຊີລາ ເປັນຄົນສັນຊາດໂຣມຕ່າງກໍຕົກໃຈ.
[39] ດັ່ງນັ້ນ ພວກເຂົາຈຶ່ງພາກັນມາຂໍອະໄພໂທດນຳໂປໂລ ແລະ ຊີລາ ແລ້ວພາທ່ານທັງສອງອອກຈາກຄຸກ ແລະຂໍຮ້ອງໃຫ້ໄປຈາກເມືອງນີ້.
[40] ເມື່ອໂປໂລ ແລະ ຊີລາອອກຈາກຄຸກແລ້ວ ກໍໄປທີ່ເຮືອນຂອງ^ນາງ^ລີເດຍ, ໃນທີ່ນັ້ນ ພວກເພິ່ນໄດ້ພົບພວກພີ່ນ້ອງ ແລະເມື່ອກ່າວຄຳ^ໜູນໃຈແລ້ວ ກໍອຳລາຈາກໄປ.