[1] ເມື່ອຜ່ານໄປໄດ້ຫ້າວັນແລ້ວ ອານາເນຍມະຫາປະໂຣຫິດກໍໄດ້ເດີນທາງໄປທີ່ເມືອງກາຍຊາເຣຍ ກັບພວກເຖົ້າແກ່ບາງຄົນ ແລະທະນາຍຄວາມ^ຄົນໜຶ່ງຊື່ວ່າ ເຕຕູໂລ, ພວກເຂົາໄດ້ມາສະເໜີຕົວເພື່ອຍື່ນຄະດີຟ້ອງໂປໂລຕໍ່ໜ້າຜູ້ປົກຄອງເຟລິກ.
[2] ເມື່ອໂປໂລຖືກນຳຕົວເຂົ້າມາແລ້ວ ເຕຕູໂລກໍເລີ່ມກ່າວຟ້ອງວ່າ, “ກາບຮຽນພະນະທ່ານເຟລິກທີ່ນັບຖື ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງທ່ານ, ຂ້ານ້ອຍທັງຫລາຍໄດ້ມີຄວາມ^ສະຫງົບສຸກເປັນເວລາຍາວນານ ແລະການປະຕິຮູບອັນຈຳເປັນຫລາຍຢ່າງ ກໍມີຜົນດີແກ່ປະເທດຊາດຂອງ^ພວກຂ້ານ້ອຍ.
[3] ຂ້ານ້ອຍທັງຫລາຍຍິນດີຮັບເອົາການປະຕິຮູບນີ້ ໃນທົ່ວທຸກບ່ອນ ແລະຕະຫລອດເວລາ ແລະທັງຮູ້ສຶກຢ່າງເລິກເຊິ່ງວ່າໄດ້ເປັນໜີ້ບຸນຄຸນຕໍ່ທ່ານດ້ວຍ.
[4] ແຕ່ເພື່ອບໍ່ໃຫ້ທ່ານເສຍເວລາເກີນໄປ ຂ້ານ້ອຍຈຶ່ງຂໍຄວາມ^ກະຣຸນາຈາກທ່ານ ໂຜດຟັງຂ້ານ້ອຍກ່າວເລື່ອງລາວຂອງ^ພວກຂ້ານ້ອຍຢ່າງສັ້ນໆ.
[5] ພວກຂ້ານ້ອຍເຫັນວ່າ ຊາຍຄົນນີ້ເປັນໄພ^ອັນຕະລາຍຢ່າງຮ້າຍແຮງຕໍ່ບ້ານເມືອງ, ລາວຍຸແຍ່ໃຫ້ເກີດຄວາມ^ວຸ້ນວາຍຂຶ້ນ ໃນທ່າມກາງພວກຢິວທົ່ວໂລກນີ້ ແລະລາວກໍເປັນຜູ້ນຳຂອງ^ລັດທິນາຊາເຣັດ.
[6] ອີກປະການໜຶ່ງ ຜູ້ກ່ຽວເຮັດໃຫ້ພຣະວິຫານເສື່ອມເສຍຄວາມ^ສັກສິດ ແລະພວກຂ້ານ້ອຍໄດ້ຈັບກຸມລາວໄວ້, [ ພວກຂ້ານ້ອຍໄດ້ວາງແຜນຕັດສິນລົງໂທດລາວ ຕາມກົດໝາຍຂອງ^ພວກຂ້ານ້ອຍເອງ,
[7] ແຕ່ນາຍພັນລີເຊຍໄດ້ມາໃຊ້ກຳລັງຍາດເອົາຕົວລາວໄປຈາກພວກຂ້ານ້ອຍ ແລ້ວທ່ານນາຍພັນລີເຊຍກໍສັ່ງໃຫ້ພວກໂຈດມາຟ້ອງລາວຕໍ່ໜ້າທ່ານ.
[8] ຖ້າທ່ານເອງຈະສອບຖາມລາວ ທ່ານກໍສາມາດຈະຮູ້ໄດ້ຄັກແນ່ຈາກລາວ] ໃນເລື່ອງທີ່ພວກຂ້ານ້ອຍກ່າວຟ້ອງນີ້.”
[9] ພວກຢິວຕ່າງກໍສະໜັບ^ສະໜູນຄຳກ່າວຫານີ້ ແລະຢືນຢັນວ່າເລື່ອງລາວທັງໝົດນັ້ນເປັນຄວາມຈິງ.
[10] ແລ້ວຜູ້ປົກຄອງກໍໃຫ້ສັນຍານແກ່ໂປໂລເວົ້າ ແລະໂປໂລຈຶ່ງກ່າວວ່າ, “ເນື່ອງຈາກຂ້ານ້ອຍຮູ້ວ່າ ພະນະທ່ານເປັນຜູ້ພິພາກສາຂອງ^ຊົນຊາດນີ້ໄດ້ຫລາຍປີມາແລ້ວ. ດັ່ງນັ້ນ ຂ້ານ້ອຍຈຶ່ງຂໍກ່າວແກ້ຄະດີຕໍ່ໜ້າທ່ານດ້ວຍໃຈຊື່ນ^ຍິນດີ.
[11] ທ່ານຄົງສືບຊາບຮູ້ໄດ້ວ່າ ຕັ້ງແຕ່ຂ້ານ້ອຍໄດ້ໄປນະມັດສະການທີ່ນະຄອນເຢຣູຊາເລັມ ຍັງບໍ່ໄດ້ເກີນສິບສອງວັນ.
[12] ເມື່ອພວກຢິວໄດ້ພົບຂ້ານ້ອຍນັ້ນ ຂ້ານ້ອຍບໍ່ໄດ້ໂຕ້ຖຽງກັບຜູ້ໃດໃນພຣະວິຫານເລີຍ ແລະພວກເຂົາກໍເຫັນວ່າ ຂ້ານ້ອຍບໍ່ໄດ້ຍຸແຍ່ປະຊາຊົນໃຫ້ລຸກຮື້ຂຶ້ນທັງໃນທຳມະສາລາ ຫລືໃນບ່ອນໃດໆດ້ວຍ.
[13] ເຫດການທັງປວງທີ່ພວກເຂົາກຳລັງຟ້ອງຂ້ານ້ອຍດຽວນີ້ ພວກເຂົາພິສູດບໍ່ໄດ້.
[14] ຂ້ານ້ອຍຂໍຮັບຕໍ່ໜ້າທ່ານຢ່າງໜຶ່ງຄືວ່າ, ຂ້ານ້ອຍຮັບໃຊ້ພຣະເຈົ້າຂອງ^ບັນພະບຸລຸດຂອງ^ຂ້ານ້ອຍ ຕາມທາງນັ້ນທີ່ພວກເຂົາຖືວ່າ ເປັນລັດທິນອກຮີດ, ແຕ່ຂ້ານ້ອຍກໍເຊື່ອໃນທຸກໆສິ່ງ ຕາມທີ່ມີຄຳຂຽນໄວ້ໃນກົດບັນຍັດຂອງ^ໂມເຊ ແລະໜັງສືຂອງ^ບັນດາຜູ້ທຳນວາຍເໝືອນກັນ.
[15] ຂ້ານ້ອຍມີຄວາມຫວັງໃນພຣະເຈົ້າຢ່າງດຽວກັບທີ່ຄົນເຫລົ່ານີ້ມີຢູ່ ຄືຫວັງວ່າທຸກໆຄົນທັງຊອບທຳ ແລະບໍ່ຊອບທຳຈະເປັນຄືນມາຈາກຕາຍ.
[16] ດ້ວຍເຫດນີ້, ຂ້ານ້ອຍຈຶ່ງອົດສາປະພຶດຕົນໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສ ຕໍ່ໜ້າພຣະເຈົ້າແລະຕໍ່ໜ້າມະນຸດສະເໝີມາ.”
[17] “ຫລັງຈາກທີ່ຂ້ານ້ອຍໄດ້ຈາກນະຄອນເຢຣູຊາເລັມໄປ ເປັນເວລາຫລາຍປີແລ້ວ, ຂ້ານ້ອຍກໍກັບມາຍັງນະຄອນນີ້ອີກ ເພື່ອນຳເອົາເງິນຊ່ວຍເຫລືອມາໃຫ້ປະຊາຊົນຂອງ^ຂ້ານ້ອຍ ແລະ ເພື່ອຖວາຍບູຊາແກ່ພຣະເຈົ້າດ້ວຍ.
[18] ໃນຂະນະທີ່ຂ້ານ້ອຍກຳລັງປະຕິບັດສິ່ງນີ້ຢູ່ນັ້ນເອງ ທີ່ພວກເຂົາໄດ້ພົບຂ້ານ້ອຍໃນບໍລິເວນພຣະວິຫານ ຂະນະທີ່ຂ້ານ້ອຍໄດ້ປະກອບພິທີຊຳລະຕົວແລ້ວ, ບໍ່ມີຜູ້ສ້າງຄວາມ^ປັ່ນປ່ວນໃດໆຢູ່ກັບຂ້ານ້ອຍ ແລະບໍ່ມີຜູ້ກໍ່ການວຸ້ນວາຍໃດໆ.
[19] ແຕ່ມີພວກຢິວບາງຄົນ ທີ່ມາຈາກແຂວງເອເຊຍໄດ້ຢູ່ໃນທີ່ນັ້ນເໝືອນກັນ, ຄວນແມ່ນພວກເຂົາເອງທີ່ຕ້ອງມາຢູ່ຕໍ່ໜ້າທ່ານເພື່ອກ່າວຫາຂ້ານ້ອຍ ຖ້າພວກເຂົາມີເລື່ອງອັນໃດຕໍ່ສູ້ຂ້ານ້ອຍ.
[20] ຫລືໃຫ້ຄົນເຫລົ່ານັ້ນຟ້ອງຂ້ານ້ອຍຢູ່ໃນທີ່ນີ້ໂລດວ່າ ພວກເຂົາໄດ້ເຫັນຄວາມຜິດຫຍັງແດ່ໃນຂ້ານ້ອຍ ໃນເວລາທີ່ຂ້ານ້ອຍຢືນຢູ່ຕໍ່ໜ້າສະພາສູງສຸດນີ້,
[21] ນອກຈາກຂໍ້ດຽວທີ່ຂ້ານ້ອຍໄດ້ຮ້ອງຂຶ້ນ ເມື່ອຂ້ານ້ອຍຢືນຢູ່ຕໍ່ໜ້າພວກເຂົາວ່າ, ‘ຂ້າພະເຈົ້າຖືກນຳຕົວມາພິພາກສາຢູ່ຕໍ່ໜ້າທ່ານໃນວັນນີ້ ຍ້ອນຂ້າພະເຈົ້າເຊື່ອວ່າ ຄົນຕາຍຈະເປັນຄືນມາສູ່ຊີວິດ.’”
[22] ແຕ່ເຟລິກຜູ້ທີ່ຮູ້ຈັກທາງນັ້ນດີສົມຄວນ ກໍເລື່ອນການພິຈາລະນາຄະດີຂອງ^ພວກເຂົາ, ເພິ່ນກ່າວວ່າ, “ເມື່ອໃດນາຍພັນລີເຊຍມາຮອດ ຂ້າພະເຈົ້າຈຶ່ງຈະຕັດສິນຄະດີຂອງ^ພວກເຈົ້າ.”
[23] ຈາກນັ້ນ ເພິ່ນກໍສັ່ງໃຫ້ນາຍຮ້ອຍຜູ້ມີໜ້າທີ່ຮັບຜິດຊອບ ນຳໂປໂລໄປຄຸມຕົວໄວ້, ແຕ່ໃຫ້ໂປໂລມີອິດສະຫລະບາງຢ່າງ ແລະອະນຸຍາດໃຫ້ໝູ່ເພື່ອນຈັດຫາສິ່ງຈຳເປັນມາໃຫ້ໂປໂລໄດ້.
[24] ຫລາຍວັນຕໍ່ມາ ເຟລິກກໍມາກັບດູຊີນລາ ເມຍຂອງຕົນຜູ້ເປັນຄົນຢິວ, ເພິ່ນໄດ້ໃຊ້ຄົນໄປນຳເອົາໂປໂລ ເພື່ອຈະຟັງໂປໂລເວົ້າເລື່ອງຄວາມເຊື່ອໃນພຣະເຢຊູ^ຄຣິດເຈົ້າ.
[25] ຂະນະທີ່ໂປໂລອ້າງເຖິງຄວາມ^ຍຸດຕິທຳ, ການຄວບຄຸມຕົນເອງ ແລະການ^ພິພາກສາທີ່ຈະມາເຖິງໃນພາຍໜ້ານັ້ນ, ຝ່າຍເຟລິກກໍສະດຸ້ງຕົກໃຈຢ້ານຈຶ່ງເວົ້າວ່າ, “ບັດນີ້ ເຈົ້າອອກໄປໄດ້ແລ້ວ ເຮົາຈະເອີ້ນເຈົ້າມາອີກ ເມື່ອເຮົາມີໂອກາດ.”
[26] ໃນເວລາດຽວກັນນັ້ນ ເຟລິກຫວັງວ່າໂປໂລຈະໃຫ້ເງິນເປັນສິນບົນແກ່ຕົນ. ດັ່ງນັ້ນ ເພິ່ນຈຶ່ງເອີ້ນໂປໂລມາສົນທະນາກັບຕົນຕັ້ງຫລາຍເທື່ອ.
[27] ສອງປີຕໍ່ມາ ໂປກີໂອ-^ເຟຊະໂຕ ໄດ້ມາຮັບໜ້າທີ່ເປັນຜູ້ປົກຄອງແທນເຟລິກ, ຝ່າຍເຟລິກຢາກໃຫ້ພວກຢິວພໍໃຈນຳຕົນ, ຈຶ່ງປະໂປໂລຂັງໄວ້ໃນຄຸກ.