[1] ທ່ານເທໂອຟີໂລທີ່ນັບຖື: ໃນໜັງສືເຫລັ້ມທຳອິດ ຂ້າພະເຈົ້າໄດ້ຂຽນເຖິງກິດຈະການທັງໝົດ ຊຶ່ງພຣະເຢຊູເຈົ້າໄດ້ກະທຳ ແລະໄດ້ສັ່ງສອນປະຊາຊົນ ຕັ້ງແຕ່ເວລາທີ່ພຣະອົງເລີ່ມຕົ້ນພາລະກິດຂອງ^ພຣະອົງ
[2] ຈົນເຖິງວັນທີ່ພຣະອົງຖືກຮັບຂຶ້ນສູ່ສະຫວັນ ກ່ອນພຣະອົງຖືກຮັບຂຶ້ນດ້ວຍຣິດເດດຂອງ^ພຣະວິນຍານບໍຣິສຸດເຈົ້ານັ້ນ ພຣະອົງໄດ້ໃຫ້ຄຳແນະນຳ ແກ່ບັນດາຜູ້ທີ່ພຣະອົງໄດ້ເລືອກໄວ້ ຄືພວກອັກຄະສາວົກຂອງ^ພຣະອົງ.
[3] ຫລັງຈາກຄວາມ^ຕາຍຂອງ^ພຣະອົງແລ້ວ ພຣະອົງໄດ້ປາກົດແກ່ພວກເພິ່ນຫລາຍເທື່ອ ເປັນເວລາສີ່ສິບວັນໂດຍພິສູດໃຫ້ເຫັນວ່າ ພຣະອົງໄດ້ເປັນຄືນມາຈາກຕາຍ ແລະມີຊີວິດຢູ່ ພວກເພິ່ນໄດ້ເຫັນພຣະອົງ ແລະພຣະອົງກໍໄດ້ສົນທະນາກັບພວກເພິ່ນ ເຖິງຣາຊອານາຈັກຂອງ^ພຣະເຈົ້າ.
[4] ໃນເວລາທີ່ພວກເພິ່ນມາເຕົ້າໂຮມກັນ ພຣະອົງໄດ້ສັ່ງພວກເພິ່ນດັ່ງນີ້: “ຢ່າອອກໄປຈາກນະຄອນເຢຣູຊາເລັມ, ແຕ່ໃຫ້ຄອຍຮັບຂອງ^ປະທານໃຫ້ ທີ່ພຣະບິດາເຈົ້າຂອງເຮົາໄດ້ສັນຍາໄວ້ ຕາມທີ່ເຮົາໄດ້ບອກພວກເຈົ້າໄວ້ແລ້ວ.
[5] ໂຢຮັນໄດ້ໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ, ແຕ່ໃນບໍ່ເທົ່າໃດວັນຕໍ່ໄປນີ້ ພວກເຈົ້າຈະໄດ້ຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດເຈົ້າ.”
[6] ເມື່ອພວກອັກຄະສາວົກມາເຕົ້າໂຮມກັນ ເພື່ອພົບພຣະເຢຊູເຈົ້າ ພວກເພິ່ນຈຶ່ງຖາມພຣະອົງວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຈະໃຫ້ຊົນຊາດອິດສະຣາເອນໄດ້ຮັບອຳນາດຄືນໃນເວລານີ້ບໍ?”
[7] ພຣະເຢຊູເຈົ້າຊົງຕອບພວກເພິ່ນວ່າ, “ບໍ່ແມ່ນໜ້າທີ່ຂອງ^ພວກເຈົ້າ ທີ່ຈະຮູ້ເວລາ ຫລືຍາມກຳນົດ ຊຶ່ງພຣະບິດາເຈົ້າໄດ້ຊົງຕັ້ງໄວ້ ດ້ວຍສິດຂອງ^ພຣະອົງເອງ.
[8] ແຕ່ເຈົ້າ^ທັງຫລາຍຈະໄດ້ຮັບພຣະຣາຊທານຣິດເດດ ເມື່ອພຣະວິນຍານບໍຣິສຸດເຈົ້າ ຈະສະເດັດມາເຖິງພວກເຈົ້າ ແລະພວກເຈົ້າຈະເປັນພະຍານໃຫ້ແກ່ເຮົາ ໃນນະຄອນເຢຣູຊາເລັມ ຕະຫລອດທົ່ວແຂວງຢູດາຍ ກັບແຂວງຊາມາເຣຍ ແລະຈົນເຖິງທີ່ສຸດປາຍແຜ່ນດິນ^ໂລກ.”
[9] ຫລັງຈາກກ່າວເຊັ່ນນີ້ແລ້ວ ພຣະເຢຊູເຈົ້າກໍຖືກຮັບຂຶ້ນສູ່ສະຫວັນຕໍ່ໜ້າຂອງ^ພວກເພິ່ນ ຈົນເມກມາບັງລັບພຣະອົງໄວ້ ຈາກສາຍຕາຂອງ^ພວກເພິ່ນ.
[10] ເມື່ອພວກເພິ່ນຍັງແນມເບິ່ງທ້ອງຟ້າ ໃນຂະນະທີ່ພຣະອົງຂຶ້ນໄປນັ້ນ ໃນທັນໃດ ກໍມີສອງຄົນນຸ່ງເຄື່ອງຂາວເປັນປະກາຍຢືນຢູ່ໃກ້ໆພວກເພິ່ນ
[11] ແລະກ່າວວ່າ, “ຊາວຄາລີເລ^ເອີຍ, ເປັນຫຍັງພວກເຈົ້າຈຶ່ງຢືນເບິ່ງທ້ອງຟ້າ? ພຣະເຢຊູເຈົ້າອົງນີ້ທີ່ຖືກຮັບໄປຈາກພວກເຈົ້າ ຂຶ້ນສູ່ສະຫວັນແລ້ວ ພຣະອົງຈະມາປາກົດຢ່າງທີ່ພວກເຈົ້າໄດ້ເຫັນພຣະອົງຂຶ້ນສູ່ສະຫວັນນັ້ນແຫລະ.”
[12] ແລ້ວພວກອັກຄະສາວົກກໍໄດ້ຈາກພູເຂົາ^ໝາກກອກເທດ ກັບມາຍັງນະຄອນເຢຣູຊາເລັມ ຊຶ່ງໄກປະມານໜຶ່ງກິໂລແມັດຈາກທີ່ນັ້ນ.
[13] ເມື່ອເຂົ້າໄປໃນນະຄອນແລ້ວ ພວກເພິ່ນກໍຂຶ້ນໄປທີ່ຫ້ອງຊັ້ນເທິງ ບ່ອນທີ່ພວກເພິ່ນເຄີຍພັກເຊົາ ໃນພວກເພິ່ນມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບກັບໂທມາ, ບາຣະໂທໂລມາຍ ກັບມັດທາຍ, ຢາໂກໂບລູກຊາຍຂອງ^ອາລະຟາຍ, ຊີໂມນຜູ້ຮັກຊາດ ແລະ ຢູດາ ລູກຊາຍຂອງ^ຢາໂກໂບ.
[14] ຄົນເຫລົ່ານີ້ທັງໝົດໄດ້ຮ່ວມໃຈກັນພາວັນນາ^ອະທິຖານປະຈຳສະໝໍ່າ^ສະເໝີ ໂດຍມີພວກແມ່ຍິງ ມາຣີແມ່ຂອງ^ພຣະເຢຊູເຈົ້າ ແລະພວກນ້ອງຊາຍຂອງ^ພຣະອົງກໍຮ່ວມຢູ່ດ້ວຍ.
[15] ໃນວັນຕໍ່ມາ ກໍມີການນະມັດສະການຂອງ^ບັນດາຄົນທີ່ເຊື່ອ ໂດຍມີຜູ້ມາລວມ^ທັງໝົດປະມານຮ້ອຍຊາວຄົນ ຝ່າຍເປໂຕຈຶ່ງຢືນຂຶ້ນ ແລະກ່າວແກ່ຄົນເຫລົ່ານີ້ວ່າ,
[16] “ພີ່ນ້ອງທັງຫລາຍ^ເອີຍ, ຂໍ້ຄວາມ^ໃນພຣະຄຳພີທີ່ພຣະວິນຍານບໍຣິສຸດເຈົ້າກ່າວໄວ້ລ່ວງໜ້າ ໂດຍຜ່ານທາງກະສັດດາວິດຕ້ອງສຳເລັດເປັນຈິງ, ຂໍ້ຄວາມ^ນັ້ນເວົ້າເຖິງຢູດາ ຜູ້ທີ່ນຳພາຄົນທັງຫລາຍໄປຈັບກຸມພຣະເຢຊູເຈົ້າ.
[17] ຢູດາເປັນຄົນໜຶ່ງໃນພວກເຮົາ ລາວໄດ້ຮັບສ່ວນໃນງານນີ້ເໝືອນກັນ.” (
[18] ດ້ວຍເງິນທີ່ຢູດາໄດ້ມາຈາກການກະທຳຊົ່ວຂອງຕົນ ໄປຊື້ດິນຕອນໜຶ່ງ; ລາວລົ້ມຟາດລົງທີ່ດິນຕອນນີ້ ຈົນເລົາຄີງແຕກ ແລະໄສ້ໂລ່ອອກມາທັງໝົດ.
[19] ຊາວນະຄອນເຢຣູຊາເລັມທຸກຄົນ ຕ່າງກໍໄດ້ຮູ້ເຖິງເຫດການນີ້. ສະນັ້ນແຫລະ ພວກເຂົາຈຶ່ງເອີ້ນດິນຕອນນີ້ຕາມພາສາຂອງ^ພວກຕົນວ່າ ອະເກັນດາມາ ຊຶ່ງໝາຍຄວາມວ່າ ນາເລືອດ)
[20] “ເພາະມີຄຳຂຽນໄວ້ໃນພຣະທຳເພງສັນລະເສີນວ່າ, ‘ຂໍໃຫ້ທີ່ຢູ່ຂອງ^ມັນຮົກຮ້າງຫວ່າງເປົ່າໄປ ຢ່າໃຫ້ມີຜູ້ໃດເຂົ້າໄປອາ^ໄສຢູ່ໃນທີ່ນັ້ນ.’ ແລະ ຍັງມີຂໍ້ຄວາມ^ຂຽນໄວ້ອີກວ່າ, ‘ສ່ວນໜ້າທີ່ຂອງ^ມັນໃຫ້ຄົນອື່ນຮັບແທນ ຊຶ່ງມັນເຄີຍໄດ້ຮັບໃຊ້ມານັ້ນ.’
[21] ດ້ວຍເຫດນັ້ນ ໃນບັນດາຜູ້ທີ່ເປັນພວກດຽວກັບເຮົາ ຕະຫລອດເວລາທີ່ພຣະເຢຊູເຈົ້າສະເດັດໄປມາກັບພວກເຮົາ,
[22] ຄືຕັ້ງແຕ່ບັບຕິສະມາຂອງ^ໂຢຮັນ ຈົນເຖິງວັນທີ່ພຣະເຈົ້າຊົງຮັບພຣະອົງຂຶ້ນເມືອຈາກພວກເຮົາ ຄົນໜຶ່ງໃນພວກນີ້ຈະຕ້ອງກາຍເປັນພະຍານກັບພວກເຮົາວ່າ, ພຣະອົງຊົງຄືນພຣະຊົນແລ້ວ.”
[23] ດັ່ງນັ້ນ ພວກເພິ່ນຈຶ່ງສະເໜີຊາຍສອງຄົນ ຄືໂຢເຊັບ ແລະ ມັດເທຍ, ສ່ວນໂຢເຊັບນັ້ນມີຊື່ອີກວ່າ ບາຣະຊາບາ ແລະມີນາມສະກຸນວ່າ ຢູຊະໂຕ
[24] ແລ້ວພວກເພິ່ນກໍພາກັນພາວັນນາ^ອະທິຖານວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຢັ່ງຮູ້ຄວາມ^ນຶກຄິດຈິດໃຈຂອງ^ທຸກຄົນ. ສະນັ້ນ ໂຜດຊີ້ບອກວ່າໃນສອງຄົນນີ້ພຣະອົງໄດ້ເລືອກເອົາຜູ້ໃດ
[25] ເພື່ອໃຫ້ຮັບໃຊ້ເປັນອັກຄະສາວົກແທນໜ້າທີ່ຂອງ^ຢູດາ ຜູ້ທີ່ຈາກໄປສູ່ບ່ອນທີ່ລາວສົມຄວນຕ້ອງໄປ.”
[26] ແລ້ວພວກເພິ່ນກໍໃຊ້ສະຫລາກ ເພື່ອເລືອກເອົາຜູ້ໜຶ່ງໃນສອງຄົນນີ້ ແລະຜູ້ທີ່ຖືກເລືອກໄດ້ແມ່ນມັດເທຍ. ດັ່ງນັ້ນ ມັດເທຍຈຶ່ງຖືກນັບເຂົ້າເປັນຄົນໜຶ່ງ ໃນພວກອັກຄະສາວົກສິບເອັດຄົນນັ້ນ.