[1] ເມື່ອພວກເຮົາໄດ້ກ່າວຄຳອຳລາພວກເຂົາແລ້ວ ກໍຈາກໄປ, ຫລັງຈາກຂີ່ເຮືອສະເພົາແລ່ນຕົງໄປເກາະໂກດ ແລະອີກວັນໜຶ່ງກໍມາເຖິງເກາະໂຣໂດ ຈາກທີ່ນັ້ນພວກເຮົາກໍໄປເຖິງເມືອງປາຕາຣາ.
[2] ໃນເມືອງນີ້ ພວກເຮົາໄດ້ພົບເຮືອລຳໜຶ່ງ ຊຶ່ງໃກ້ຈະຂ້າມໄປແຂວງຟອຍນີເຊຍ. ດັ່ງນັ້ນ ພວກເຮົາຈຶ່ງລົງເຮືອລຳນີ້ ແລະເດີນທາງຕໍ່ໄປ.
[3] ຫລັງຈາກແນມເຫັນເກາະໄຊປຣັດແລ້ວ ພວກເຮົາກໍເວັ້ນເກາະນັ້ນໄປທາງຊ້າຍ ແລ້ວມຸ່ງໜ້າໄປແຂວງຊີເຣຍ ແລະຈອດເຮືອທີ່ທ່າເມືອງຕີເຣ ເພາະໃນເມືອງນີ້ ເຮືອຈະຕ້ອງເອົາຂອງ^ບັນທຸກຂຶ້ນທ່າ.
[4] ໃນເມືອງຕີເຣນີ້ ພວກເຮົາໄດ້ພົບຄົນທີ່ເຊື່ອ ແລະໄດ້ພັກຢູ່ກັບພວກເຂົາເປັນເວລາເຈັດວັນ, ໂດຍການຊົງນຳພາຂອງ^ພຣະວິນຍານບໍຣິສຸດເຈົ້າ ສິດເຫລົ່ານັ້ນໄດ້ບອກໂປໂລບໍ່ໃຫ້ໄປຍັງນະຄອນເຢຣູຊາເລັມ.
[5] ແຕ່ເມື່ອອາທິດໜຶ່ງສິ້ນສຸດລົງແລ້ວພວກເຮົາກໍອອກເດີນທາງໄປຕໍ່, ຄົນທີ່ເຊື່ອທຸກຄົນພ້ອມທັງເມຍ ແລະລູກໆຂອງ^ພວກເຂົາກໍໄດ້ອອກເມືອງໄປສົ່ງພວກເຮົາທີ່ນອກເມືອງ ແລ້ວໃນທີ່ນັ້ນ ທຸກຄົນໄດ້ຄຸເຂົ່າລົງພາວັນນາ^ອະທິຖານຮ່ວມກັນທີ່ຫາດຊາຍ.
[6] ແລ້ວກໍກ່າວອຳລາຕໍ່ກັນແລະກັນ ພວກເຮົາຈຶ່ງຂຶ້ນເຮືອຂະນະທີ່ພວກເຂົາກຳລັງກັບຄືນເມືອນັ້ນ.
[7] ພວກເຮົາໄດ້ສືບຕໍ່ເດີນທາງໂດຍລົງເຮືອຈາກເມືອງຕີເຣ ໄປເຖິງເມືອງປະໂຕເລມາຍ, ໃນເມືອງນີ້ ພວກເຮົາໄດ້ໄປຄຳນັບທັກທາຍຄົນທີ່ເຊື່ອ ແລະ ພັກຢູ່ນຳພວກເຂົາໜຶ່ງວັນ.
[8] ຕົກວັນໜ້າມາ ພວກເຮົາໄດ້ຈາກທີ່ນັ້ນ ແລະໄປເຖິງເມືອງກາຍຊາເຣຍ, ໃນເມືອງນີ້ ພວກເຮົາໄດ້ພັກຢູ່ທີ່ເຮືອນຂອງ^ຟີລິບຜູ້ປະກາດຂ່າວປະເສີດ ທີ່ເປັນຜູ້ໜຶ່ງໃນພວກເຈັດຄົນ ທີ່ໄດ້ຖືກເລືອກໃຫ້ເປັນຜູ້ຊ່ວຍໃນນະຄອນເຢຣູຊາເລັມ.
[9] ຟີລິບມີລູກສາວສີ່ຄົນທີ່ບໍ່ທັນແຕ່ງງານເທື່ອ ແລະຕ່າງກໍເປັນຜູ້^ປະກາດ^ພຣະທຳ.
[10] ພວກເຮົາໄດ້ພັກຢູ່ທີ່ນີ້ເປັນເວລາຫລາຍວັນ ມີຜູ້ທຳນວາຍຄົນໜຶ່ງ ທີ່ລົງມາຈາກແຂວງຢູດາຍຊື່ວ່າ ອາຄະໂບ.
[11] ລາວມາຫາພວກເຮົາ ແລະເອົາສາຍຮັດແອວຂອງ^ໂປໂລມັດຕີນມັດມືຂອງ^ຕົນເອງ ແລະກ່າວວ່າ, “ພຣະວິນຍານບໍຣິສຸດເຈົ້າກ່າວດັ່ງນີ້: ເຈົ້າຂອງສາຍຮັດແອວນີ້ ຈະຖືກມັດຢ່າງດຽວກັນນີ້ ໂດຍພວກຢິວໃນນະຄອນເຢຣູຊາເລັມ ແລະພວກເຂົາຈະມອບເພິ່ນໃຫ້ແກ່ຄົນຕ່າງຊາດ.”
[12] ເມື່ອໄດ້ຍິນເຊັ່ນນີ້ແລ້ວ ພວກເຮົາກັບຄົນອື່ນໆຢູ່ໃນທີ່ນັ້ນ ຕ່າງກໍວອນຂໍໂປໂລ ບໍ່ໃຫ້ໄປຍັງນະຄອນເຢຣູຊາເລັມ.
[13] ແຕ່ໂປໂລຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຮ້ອງໄຫ້ ແລະເຮັດໃຫ້ເຮົາເສຍກຳລັງໃຈເຊັ່ນນີ້? ເຮົາຕຽມພ້ອມບໍ່ແມ່ນແຕ່ໃຫ້ພວກເຂົາມັດເຮົາໃນນະຄອນເຢຣູຊາເລັມເທົ່ານັ້ນ ແຕ່ພ້ອມທີ່ຈະຕາຍຢູ່ໃນທີ່ນັ້ນອີກດ້ວຍ ເພື່ອເຫັນແກ່ພຣະນາມຂອງ^ອົງພຣະເຢຊູເຈົ້າ.”
[14] ເມື່ອພວກເຮົາບໍ່ສາມາດຊັກຊວນໃຫ້ເພິ່ນປ່ຽນໃຈໄດ້ ພວກເຮົາຈຶ່ງຢຸດວອນຂໍເພິ່ນ ແລະເວົ້າວ່າ, “ຂໍໃຫ້ເປັນໄປຕາມນໍ້າພຣະໄທຂອງ^ອົງພຣະ^ຜູ້^ເປັນເຈົ້າເທີ້ນ.”
[15] ຫລັງຈາກພັກເຊົາຢູ່ທີ່ນັ້ນ ພວກເຮົາກໍຈັດແຈງເອົາສິ່ງຂອງ ແລ້ວກໍຂຶ້ນເມືອຍັງນະຄອນເຢຣູຊາເລັມ.
[16] ມີລູກສິດບາງຄົນທີ່ມາຈາກເມືອງກາຍຊາເຣຍໄດ້ເດີນທາງໄປກັບພວກເຮົາເໝືອນກັນ ພວກເຂົາໄດ້ພາພວກເຮົາໄປຫາຜູ້ໜຶ່ງຊື່ ມານະໂຊນຊາວເກາະໄຊປຣັດ ເປັນລູກສິດເກົ່າແກ່ ຊຶ່ງພວກເຮົາຈະພັກອາໄສຢູ່ກັບຜູ້ນັ້ນ.
[17] ເມື່ອພວກເຮົາມາເຖິງນະຄອນເຢຣູຊາເລັມ ພວກຄົນທີ່ເຊື່ອກໍຕ້ອນຮັບພວກເຮົາດ້ວຍຄວາມ^ຍິນດີ.
[18] ວັນຕໍ່ມາ ໂປໂລກັບພວກເຮົາໄດ້ໄປຢ້ຽມຢາມຢາໂກໂບ ແລະເຖົ້າແກ່ທຸກຄົນໃນຄຣິສຕະຈັກກໍມີໜ້າຢູ່ທີ່ນັ້ນດ້ວຍ.
[19] ເມື່ອໂປໂລທັກທາຍກັບເຂົາເຫລົ່ານັ້ນທຸກຄົນແລ້ວ, ເພິ່ນຈຶ່ງລາຍງານຢ່າງລະອຽດເຖິງທຸກສິ່ງ ຊຶ່ງພຣະເຈົ້າໄດ້ກະທຳໃນທ່າມກາງຄົນຕ່າງຊາດ ໂດຍຜ່ານທາງພາລະກິດຂອງຕົນ.
[20] ຫລັງຈາກຮັບຟັງແລ້ວ ທ່ານເຫລົ່ານີ້ຕ່າງກໍສັນລະເສີນພຣະເຈົ້າ, ແລ້ວພວກເຂົາກໍກ່າວແກ່ໂປໂລວ່າ, “ອ້າຍ^ເອີຍ ເຈົ້າກໍເຫັນຊາວຢິວຫລາຍໝື່ນຄົນໄດ້ວາງໃຈເຊື່ອ ແລະຄົນພວກນີ້ກໍຮ້ອນຮົນໃຈໃນການທີ່ເຊື່ອຖືກົດບັນຍັດຢ່າງເຄັ່ງຄັດ.
[21] ພວກເຂົາໄດ້ຍິນຂ່າວວ່າ ທ່ານສັ່ງສອນພວກຢິວທຸກຄົນທີ່ຢູ່ທ່າມກາງຄົນຕ່າງຊາດນັ້ນ ໃຫ້ປະຖິ້ມກົດບັນຍັດຂອງ^ໂມເຊ ໂດຍບອກພວກເຂົາບໍ່ໃຫ້ເຮັດພິທີຕັດແກ່ລູກໆ ແລະບໍ່ໃຫ້ຢຶດຖືຮີດເກົ່າຄອງຫລັງຂອງ^ຢິວຕໍ່ໄປ.
[22] ພວກເຂົາຄົງໄດ້ຍິນວ່າ ທ່ານມາທີ່ນີ້ແລ້ວຢ່າງແນ່ນອນ. ດັ່ງນັ້ນ ຄວນຈະເຮັດຢ່າງໃດ?
[23] ເພາະສະນັ້ນ ຈົ່ງເຮັດຕາມສິ່ງທີ່ເຮົາບອກທ່ານ, ສິ່ງທີ່ພວກເຮົາຢາກໃຫ້ທ່ານເຮັດ ຄືເຮົາມີຊາຍສີ່ຄົນທີ່ໄດ້ບະບົນຕົວໄວ້.
[24] ຈົ່ງນຳພວກເຂົາໄປ ແລະໃຫ້ທ່ານເຂົ້າຮ່ວມພິທີຊຳລະຕົວກັບພວກເຂົາ ແລະຈ່າຍຄ່າທຳນຽມຊຳລະຕົວໃຫ້ແກ່ພວກເຂົາດ້ວຍ, ແລ້ວພວກເຂົາຈຶ່ງສາມາດແຖຫົວຂອງ^ພວກຕົນໄດ້. ແລ້ວຄົນທັງຫລາຍຈະໄດ້ຮູ້ວ່າ ເລື່ອງທີ່ພວກເຂົາໄດ້ຍິນເຖິງທ່ານນັ້ນ ບໍ່ເປັນຄວາມຈິງຈັກຂໍ້, ແຕ່ທ່ານເອງເປັນຜູ້ຢຶດຖື ແລະປະຕິບັດຕາມກົດບັນຍັດຢູ່.
[25] ສ່ວນຄົນຕ່າງຊາດທີ່ຮັບເຊື່ອແລ້ວນັ້ນ ພວກເຮົາໄດ້ສົ່ງຈົດໝາຍແຈ້ງໃຫ້ພວກເຂົາຊາບເຖິງສິ່ງທີ່ພວກເຮົາໄດ້ຕົກລົງກັນ ຄືໃຫ້ງົດຈາກການກິນອາຫານທີ່ໄດ້ຖວາຍແກ່ຮູບເຄົາຣົບແລ້ວ ໃຫ້ງົດຈາກການກິນເລືອດໃດໆທັງສິ້ນ ໃຫ້ງົດຈາກການກິນສັດທີ່ຕາຍເພາະຖືກຮັດຄໍ ແລະໃຫ້ຫລີກເວັ້ນຈາກການຫລິ້ນຊູ້.”
[26] ໂປໂລຈຶ່ງພາສີ່ຄົນນັ້ນໄປ ແລະວັນຕໍ່ມາ ກໍໄດ້ຊຳລະຕົວດ້ວຍກັນກັບພວກເຂົາ, ແລ້ວເພິ່ນກໍເຂົ້າໄປໃນບໍລິເວນພຣະວິຫານ ແລະປະກາດວັນທີ່ການຊຳລະຕົວນັ້ນຈະສຳເລັດ ຄືວັນທີ່ຈະນຳເຄື່ອງບູຊາມາຖວາຍສຳລັບພວກເຂົາແຕ່ລະຄົນ.
[27] ແຕ່ພໍເມື່ອເຈັດວັນນັ້ນໃກ້ຈະສິ້ນສຸດລົງ ພວກຢິວບາງຄົນທີ່ມາຈາກແຂວງເອເຊຍ ໄດ້ເຫັນໂປໂລໃນບໍລິເວນພຣະວິຫານ, ພວກເຂົາຈຶ່ງປຸກລະດົມປະຊາຊົນທັງໝົດໃຫ້ຈັບໂປໂລ.
[28] ພວກເຂົາຮ້ອງຂຶ້ນວ່າ, “ຊ່ວຍແດ່ ຊາວອິດສະຣາເອນ^ເອີຍ ຄົນນີ້ແຫລະ ໄປທຸກທີ່^ທຸກບ່ອນໄດ້ສັ່ງສອນທຸກຄົນໃຫ້ຕໍ່ສູ້ປະຊາຊົນອິດສະຣາເອນ, ກົດບັນຍັດຂອງ^ໂມເຊ ແລະພຣະວິຫານນີ້ ແລະບັດນີ້ ລາວຍັງບັງອາດນຳເອົາຄົນຕ່າງຊາດເຂົ້າມາໃນບໍລິເວນພຣະວິຫານ ແລະເຮັດໃຫ້ບ່ອນສັກສິດນີ້ເສື່ອມເສຍ.” (
[29] ພວກເຂົາເວົ້າເຊັ່ນນີ້ ກໍເພາະພວກເຂົາໄດ້ເຫັນໂທຟີໂມ ຊາວເມືອງເອເຟໂຊຢູ່ກັບໂປໂລຢູ່ໃນເມືອງ ແລະພວກເຂົາຄິດວ່າໂປໂລໄດ້ນຳເອົາຄົນນີ້ເຂົ້າໄປໃນບໍລິເວນພຣະວິຫານດ້ວຍ.)
[30] ແລ້ວຄົນທັງນະຄອນກໍເກີດອົນລະວົນ ແລະທຸກຄົນຕ່າງກໍແລ່ນໄປທຸກຈອກ^ທຸກແຈ ກຸ່ມຄົນເຫລົ່ານີ້ໄດ້ຈັບໂປໂລ ແລະລາກເພິ່ນອອກຈາກບໍລິເວນພຣະວິຫານ ແລະປະຕູພຣະວິຫານກໍອັດລົງໃນທັນທີ.
[31] ຂະນະທີ່ພວກເຂົາກຳລັງພະຍາຍາມຈະຂ້າໂປໂລຢູ່ນັ້ນ ນາຍພັນຜູ້ບັນຊາການທະຫານໂຣມກໍໄດ້ຮັບແຈ້ງວ່າ ທົ່ວທັງນະຄອນເຢຣູຊາເລັມເກີດອົນລະວົນວຸ້ນວາຍຂຶ້ນ.
[32] ນາຍພັນຈຶ່ງນຳເອົານາຍຮ້ອຍ ແລະພົນທະຫານແລ່ນອອກໄປຍັງປະຊາຊົນທັນທີ, ເມື່ອປະຊາຊົນເຫັນນາຍພັນກັບທະຫານ ພວກເຂົາກໍຢຸດຕົບຕີໂປໂລ.
[33] ດັ່ງນັ້ນ ນາຍພັນຈຶ່ງຍ່າງເຂົ້າໄປຫາໂປໂລ ແລະຈັບເພິ່ນ ໂດຍສັ່ງໃຫ້ທະຫານເອົາໂສ້ສອງເສັ້ນລ່າມເພິ່ນໄວ້ ແລ້ວນາຍພັນກໍຖາມວ່າ, “ເຈົ້າແມ່ນຜູ້ໃດ? ແລະໄດ້ເຮັດຫຍັງແດ່?”
[34] ຄົນໃນປະຊາຊົນນັ້ນ ຕ່າງກຸ່ມຕ່າງກໍຮ້ອງຂຶ້ນຄົນລະຢ່າງລະແນວ, ເມື່ອນາຍພັນເອົາຄວາມ^ແນ່ນອນອັນໃດບໍ່ໄດ້ ໃນທ່າມກາງຄວາມ^ສັບສົນວຸ້ນວາຍເຊັ່ນນີ້. ດັ່ງນັ້ນ ເພິ່ນຈຶ່ງສັ່ງໃຫ້ຄຸມ^ຕົວໂປໂລເຂົ້າໄປໃນຄ້າຍທະຫານ.
[35] ຂະນະທີ່ໂປໂລມາກັບພວກເຂົາເຖິງຂັ້ນໄດ ພວກທະຫານຈຳຕ້ອງຍົກໂປໂລຂຶ້ນ ເພາະປະຊາຊົນສະແດງພຶດຕິການຮຸນແຮງຫລາຍ.
[36] ປະຊາຊົນເຫລົ່ານັ້ນຕິດຕາມໂປໂລໄປ ແລະຮ້ອງຂຶ້ນວ່າ, “ຈົ່ງເອົາມັນໄປຂ້າຖິ້ມເສຍ.”
[37] ຂະນະທີ່ພວກທະຫານກຳລັງຈະນຳໂປໂລເຂົ້າໄປໃນຄ້າຍ ເພິ່ນກໍກ່າວແກ່ນາຍພັນວ່າ, “ຂ້ານ້ອຍຂໍເວົ້າບາງສິ່ງກັບທ່ານແດ່ໄດ້ບໍ່?” ນາຍພັນຖາມວ່າ, “ເຈົ້າຮູ້ຈັກພາສາກຣີກບໍ?
[38] ຖ້າດັ່ງນັ້ນ ເຈົ້າກໍບໍ່ແມ່ນຄົນເອຢິບຜູ້ນັ້ນ ທີ່ໃນມໍ່ໆມານີ້ໄດ້ກໍ່ການວຸ້ນວາຍຂຶ້ນ ແລະນຳເອົານັກກໍ່ການຮ້າຍສີ່ພັນຄົນ ໜີໄປຍັງຖິ່ນ^ແຫ້ງແລ້ງ^ກັນດານແມ່ນບໍ?”
[39] ໂປໂລຕອບວ່າ, “ຂ້ານ້ອຍເປັນຄົນຢິວເກີດທີ່ເມືອງຕາໂຊ ໃນແຂວງກີລີເກຍ ແລະເປັນປະຊາຊົນຂອງ^ເມືອງໜຶ່ງທີ່ສຳຄັນ, ຂໍທ່ານອະນຸຍາດໃຫ້ຂ້ານ້ອຍກ່າວແກ່ປະຊາຊົນແດ່ທ້ອນ.”
[40] ເມື່ອນາຍພັນອະນຸຍາດແລ້ວ ໂປໂລກໍຢືນຂຶ້ນທີ່ຂັ້ນໄດ ແລະໃຊ້ມືເຮັດສັນຍານໃຫ້ປະຊາຊົນງຽບ ເມື່ອພວກເຂົາງຽບແລ້ວໂປໂລກໍກ່າວແກ່ພວກເຂົາເປັນພາສາເຮັບເຣີວ່າ,