Skip to content
Opens in a new window
Listen to this chapter • 7:54

[1] ມີ​ບາງຄົນ​ຈາກ​ແຂວງ​ຢູດາຍ​ເລີ່ມ​ສັ່ງສອນ​ພີ່ນ້ອງ​ວ່າ, “ຖ້າ​ເຈົ້າ^ທັງຫລາຍ​ບໍ່​ຮັບ​ພິທີຕັດ​ຕາມ​ຮີດຄອງ​ຂອງ^ໂມເຊ ພວກເຈົ້າ​ຈະ​ພົ້ນ​ບໍ່ໄດ້.”

[2] ເມື່ອ​ໂປໂລ​ກັບ​ບາຣະນາບາ ເກີດ​ມີ​ການ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ​ກ່ຽວກັບ​ເລື່ອງ​ນີ້ ດັ່ງນັ້ນ ຈຶ່ງ​ມີ​ການ​ຕົກລົງ​ໃຫ້​ໂປໂລ​ກັບ​ບາຣະນາບາ ແລະ​ບາງຄົນ​ໃນ​ເມືອງ​ອັນຕີໂອເຂຍ ໄປ​ປຶກສາ​ກັບ​ພວກ​ອັກຄະສາວົກ ແລະ​ພວກ​ເຖົ້າແກ່​ໃນ​ນະຄອນ​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.

[3] ດັ່ງນັ້ນ ຄຣິສຕະຈັກ​ໄດ້​ຈັດ​ສົ່ງ​ທ່ານ​ເຫລົ່ານີ້​ໄປ, ເມື່ອ​ຜ່ານ​ແຂວງ​ຟອຍນີເຊຍ ແລະ​ແຂວງ​ຊາມາເຣຍ​ໄປ​ນັ້ນ ເພິ່ນ​ໄດ້​ເລົ່າ​ເລື່ອງ​ການ​ທີ່​ຄົນຕ່າງຊາດ​ກັບໃຈ​ໃໝ່​ຫັນ​ມາ​ຫາ​ພຣະເຈົ້າ, ຂ່າວ​ນີ້​ໄດ້​ນຳ​ຄວາມ^ຊົມຊື່ນ^ຍິນດີ​ອັນ​ໃຫຍ່​ມາ​ສູ່​ພີ່ນ້ອງ​ທັງໝົດ.

[4] ເມື່ອ​ເພິ່ນ​ມາ​ຮອດ​ນະຄອນ​ເຢຣູຊາເລັມ ກໍໄດ້​ຖືກ​ຮັບຕ້ອນ​ຈາກ​ພີ່ນ້ອງ​ໃນ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ​ຈາກ​ບັນດາ​ເຖົ້າແກ່ ແລະ​ພວກເພິ່ນ​ໄດ້​ເລົ່າ​ເລື່ອງ​ທັງໝົດ ທີ່​ພຣະເຈົ້າ​ໄດ້​ກະທຳ​ການ​ຜ່ານ​ພວກເພິ່ນ​ສູ່​ຄົນ​ເຫລົ່ານັ້ນ​ຟັງ.

[5] ແຕ່​ມີ​ບາງຄົນ​ໃນ​ຄະນະ​ຟາຣີຊາຍ ທີ່​ໄດ້​ເຊື່ອ​ແລ້ວ ລຸກ​ຂຶ້ນ​ເວົ້າ​ວ່າ, “ຄົນຕ່າງຊາດ​ນັ້ນ ຕ້ອງ​ໃຫ້​ພວກເຂົາ​ຮັບ​ພິທີຕັດ ແລະ​ສັ່ງ​ໃຫ້​ພວກເຂົາ​ຖື​ຮັກສາ​ກົດບັນຍັດ​ຂອງ^ໂມເຊ.”

[6] ຝ່າຍ​ພວກ​ອັກຄະສາວົກ​ກັບ​ພວກ​ເຖົ້າແກ່ ກໍໄດ້​ປະຊຸມ​ກັນ​ພິຈາລະນາ​ບັນຫາ​ນີ້.

[7] ຫລັງຈາກ ໂຕ້ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ ເປໂຕ​ກໍ​ລຸກ​ຂຶ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ^ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ເມື່ອ​ເລີ່ມຕົ້ນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້ຍິນ ແລະ​ຈະ​ໄດ້^ເຊື່ອ.

[8] ພຣະເຈົ້າ​ຜູ້​ທີ່​ຢັ່ງຮູ້​ຄວາມ^ຄິດ​ຈິດໃຈ​ຂອງ^ທຸກຄົນ ໄດ້​ຊົງ​ສຳແດງ​ການ​ຕ້ອນຮັບ​ຄົນຕ່າງຊາດ ໂດຍ​ຊົງ​ປະທານ​ພຣະວິນຍານ​ບໍຣິສຸດ​ໃຫ້​ແກ່​ພວກເຂົາ ເໝືອນ​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.

[9] ພຣະອົງ​ບໍ່ໄດ້​ປະຕິບັດ​ກັບ​ພວກເຮົາ​ແຕກຕ່າງ​ຈາກ​ພວກເຂົາ, ພຣະອົງ​ອະໄພ​ບາບກຳ​ຂອງ^ພວກເຂົາ​ດ້ວຍ​ຄວາມເຊື່ອ.

[10] ເມື່ອ​ເປັນ​ດັ່ງນັ້ນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ທົດລອງ​ພຣະເຈົ້າ, ໂດຍ​ວາງ​ພາລະ​ອັນ​ໜັກ​ໃສ່​ເທິງ​ຫລັງ​ຂອງ^ພີ່ນ້ອງ ຊຶ່ງ​ທັງ​ບັນພະບຸລຸດ​ຂອງ^ພວກເຮົາ ແລະ​ພວກເຮົາ​ເອງ​ກໍ​ບໍ່​ສາມາດ​ແບກ​ໄດ້?

[11] ແຕ່​ພວກເຮົາ​ເຊື່ອ​ວ່າ ພວກເຮົາ​ພົ້ນ​ດ້ວຍ​ພຣະຄຸນ​ຂອງ^ອົງ​ພຣະເຢຊູເຈົ້າ ເໝືອນກັນ​ກັບ​ພວກເຂົາ.”

[12] ດັ່ງນັ້ນ ພີ່ນ້ອງ​ທັງໝົດ​ຈຶ່ງ​ມິດງຽບ ແລະ​ຟັງ​ບາຣະນາບາ​ກັບ​ໂປໂລ ເລົ່າ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຕ່າງໆ ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ໃນ​ທ່າມກາງ​ຄົນຕ່າງຊາດ.

[13] ຫລັງຈາກ​ເລົ່າ​ຈົບ​ແລ້ວ ຢາໂກໂບ ກໍ​ກ່າວ​ຂຶ້ນ​ວ່າ, “ພີ່ນ້ອງ​ທັງຫລາຍ^ເອີຍ ຈົ່ງ​ຟັງ​ຂ້າພະເຈົ້າ​ກ່ອນ

[14] ຊີໂມນ ໄດ້​ອະທິບາຍ​ສູ່​ພວກເຮົາ​ຟັງ​ແລ້ວ​ວ່າ ພຣະເຈົ້າ​ໄດ້​ສຳແດງ​ຄວາມ^ເປັນຫ່ວງ​ຄົນຕ່າງຊາດ​ເທື່ອ​ທຳອິດ ໂດຍ​ໄດ້​ເລືອກ​ເອົາ​ຄົນ​ກຸ່ມ​ໜຶ່ງ ຈາກ​ທ່າມກາງ​ພວກເຂົາ​ໃຫ້​ເປັນ​ຂອງ^ພຣະອົງ.

[15] ຖ້ອຍຄຳ​ຂອງ^ພວກ​ຜູ້ທຳນວາຍ ກໍ​ສອດຄ່ອງ​ກັນ​ຢ່າງ​ຄົບຖ້ວນ​ກ່ຽວກັບ​ເລື່ອງ​ນີ້, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,

[16] ‘ ພາຍ​ຫລັງ​ເຫດການ​ນີ້​ແລ້ວ​ເຮົາ​ຈະ​ກັບ​ມາ ແລະ​ສ້າງ​ອານາຈັກ​ຂອງ^ດາວິດ ທີ່​ເພພັງ​ນັ້ນ​ໃຫ້​ຟື້ນ​ຂຶ້ນ​ໃໝ່. ເຮົາ​ຈະ​ສ້າງ​ບ່ອນ​ທີ່ ຮົກຮ້າງ​ເພພັງ​ຂຶ້ນ​ໃໝ່ ແລະ​ຈະ​ຕັ້ງ​ຂຶ້ນ​ມາ​ອີກ.

[17] ເພື່ອ​ຄົນອື່ນໆ​ຈະ​ໄດ້ ສະແຫວງ​ຫາ​ອົງພຣະ^ຜູ້^ເປັນເຈົ້າ ຄື​ບັນດາ​ຕ່າງຊາດ​ທີ່​ເຮົາ​ໄດ້​ເອີ້ນ​ມາ ເປັນ​ພົນລະເມືອງ​ຂອງເຮົາ​ນັ້ນ.

[18] ອົງພຣະ^ຜູ້^ເປັນເຈົ້າ​ໄດ້ ຊົງ​ແຈ້ງ​ເຫດການ​ເຫລົ່ານີ້​ໃຫ້​ຮູ້ ຕັ້ງແຕ່​ບູຮານນະການ​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນີ້ແຫລະ.’”

[19] ຢາໂກໂບ​ກ່າວ​ອີກ​ວ່າ, “ຕາມ​ຄວາມ^ເຫັນ​ຂອງ^ຂ້າພະເຈົ້າ​ແລ້ວ ພວກເຮົາ​ບໍ່ຄວນ​ລົບກວນ​ຄົນຕ່າງຊາດ ທີ່​ກຳລັງ​ຕ່າວຄືນ​ມາ​ຫາ​ພຣະເຈົ້າ.

[20] ແຕ່​ເຮົາ​ຈົ່ງ​ສັ່ງ​ພວກເຂົາ​ເປັນ​ລາຍລັກ​ອັກສອນ ໃຫ້​ເວັ້ນເສຍ​ຈາກ​ສິ່ງ​ຊົ່ວ​ມົວໝອງ ເນື່ອງ​ດ້ວຍ​ພະທຽມ, ຈາກ​ການ​ຫລິ້ນຊູ້, ຈາກ​ການ​ກິນ​ສັດ^ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ກິນ​ເລືອດ.

[21] ເພາະວ່າ​ຕັ້ງແຕ່​ດົນນານ​ມາ​ແລ້ວ, ກໍ​ມີ​ຜູ້​ປະກາດ​ກົດບັນຍັດ​ຂອງ^ໂມເຊ​ໃນ​ທຸກ​ເມືອງ ແລະ​ເພິ່ນ​ໄດ້​ອ່ານ​ເລື່ອງ​ນີ້​ໃນ​ທຳມະສາລາ​ຕ່າງໆ ໃນ​ທຸກ​ວັນ^ຊະບາໂຕ.”

[22] ແລ້ວ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່ ພ້ອມ​ກັບ​ທັງໝົດ​ຄຣິສຕະຈັກ, ກໍ​ຕັດສິນໃຈ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ ໃຫ້​ເດີນທາງ​ໄປ​ຍັງ​ເມືອງ​ອັນຕີໂອເຂຍ​ກັບ​ໂປໂລ ແລະ ບາຣະນາບາ ພວກເພິ່ນ​ໄດ້​ເລືອກ​ເອົາ​ຊີລາ​ກັບ​ຢູດາ ຜູ້​ທີ່​ມີ​ຊື່​ອີກ​ວ່າ ບາຣະຊັບບາ ຊາຍ​ສອງ​ຄົນ​ນີ້​ເປັນ​ຜູ້ນຳ​ຄົນ​ສຳຄັນ​ໃນ​ພວກ​ພີ່ນ້ອງ.

[23] ພວກເພິ່ນ​ໄດ້​ຂຽນ​ຈົດໝາຍ​ມອບ​ໃຫ້​ທ່ານ​ທັງສອງ​ຖື​ໄປ ແລະ​ໃນ​ຈົດໝາຍ​ນັ້ນ​ມີ​ເນື້ອຄວາມ​ວ່າ, “ພວກເຮົາ ອັກຄະສາວົກ​ກັບ​ເຖົ້າແກ່ ຜູ້​ເປັນ​ພີ່ນ້ອງ​ຂອງ^ພວກທ່ານ ຂໍ​ສົ່ງ​ຄວາມ^ຄຳນັບ​ມາ​ເຖິງ​ທ່ານ​ທັງຫລາຍ ທີ່​ເປັນ​ພີ່ນ້ອງ​ຕ່າງຊາດ​ທຸກຄົນ ທີ່​ຢູ່​ໃນ​ເມືອງ​ອັນຕີໂອເຂຍ, ໃນ​ແຂວງ​ຊີເຣຍ ແລະ​ໃນ​ແຂວງ​ກີລີເກຍ.

[24] ພວກເຮົາ​ໄດ້ຍິນ​ຂ່າວ​ວ່າ ມີ​ບາງຄົນ​ໃນ​ພວກເຮົາ ໄດ້​ອອກ​ໄປ​ລົບກວນ​ຈິດໃຈ ແລະ​ເຮັດ​ໃຫ້​ພີ່ນ້ອງ​ເກີດ​ຄວາມ^ສັບສົນ​ໄປ ດ້ວຍ​ຄຳ​ເວົ້າ​ຂອງ^ພວກເຂົາ, ພວກເຮົາ​ບໍ່ໄດ້​ອອກ​ຄຳສັ່ງ​ໃດໆ ໃຫ້​ພວກເຂົາ​ເຮັດ​ສິ່ງ​ນີ້​ເລີຍ.

[25] ສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ມາ​ປະຊຸມ​ຕົກລົງ​ກັນ ແລະ​ເຫັນພ້ອມພຽງ​ກັນ​ວ່າ ໃຫ້​ເລືອກ​ເອົາ​ບາງຄົນ​ມາ​ຫາ​ພວກທ່ານ, ພ້ອມ​ກັບ​ບາຣະນາບາ ແລະ ໂປໂລ.

[26] ຜູ້​ເປັນ​ທີ່ຮັກ​ຂອງ^ພວກເຮົາ ຊຶ່ງ​ສະຫລະ​ຊີວິດ​ຂອງຕົນ ເພື່ອ​ຮັບໃຊ້​ພາລະກິດ​ຂອງ^ອົງ​ພຣະເຢຊູ^ຄຣິດເຈົ້າ​ຂອງ^ເຮົາ^ທັງຫລາຍ.

[27] ດ້ວຍເຫດນັ້ນ ພວກເຮົາ​ຈຶ່ງ​ໄດ້​ໃຊ້​ຢູດາ​ກັບ​ຊີລາ​ມາ​ຫາ​ພວກທ່ານ ແລະ​ທັງສອງ​ຄົນ​ນີ້​ຈະ​ກ່າວ​ຂໍ້ຄວາມ^ອັນ​ດຽວກັນ​ກັບ​ທີ່​ພວກເຮົາ​ຂຽນ​ມາ​ນີ້.

[28] ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ​ເຫັນດີ^ເຫັນພ້ອມ​ກັບ​ພວກເຮົາ​ແລ້ວ​ວ່າ ບໍ່​ໃຫ້​ວາງ​ພາລະໜັກ​ອັນ​ໃດ​ເທິງ​ພວກທ່ານ ນອກຈາກ​ສິ່ງ​ທີ່​ຈຳເປັນ​ເຫລົ່ານີ້

[29] ຄື​ໃຫ້​ງົດເວັ້ນ​ເສຍ​ຈາກ​ກິນ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບເຄົາຣົບ​ແລ້ວ, ໃຫ້​ງົດ​ຈາກ​ການ​ກິນ​ເລືອດ, ໃຫ້​ງົດ​ຈາກ​ການ​ກິນ​ສັດ​ທີ່​ຕາຍ​ເພາະ​ຖືກ​ຮັດ​ຄໍ ແລະ​ໃຫ້​ຫລີກເວັ້ນ​ຈາກ​ການ​ຫລິ້ນຊູ້, ຖ້າ​ພວກທ່ານ​ງົດ​ຈາກ​ສິ່ງ​ເຫລົ່ານີ້​ໄດ້ ພວກທ່ານ​ກໍ​ຢູ່ເຢັນ^ເປັນສຸກ ຈົ່ງ​ຈະເລີນ​ເທີ້ນ.”

[30] ດັ່ງນັ້ນ ບັນດາ​ຜູ້^ຕາງໜ້າ​ຈຶ່ງ​ອອກ​ເດີນທາງ​ໄປ​ຍັງ​ເມືອງ​ອັນຕີໂອເຂຍ, ເມື່ອ​ໄດ້​ເອີ້ນ​ພີ່ນ້ອງ​ທັງໝົດ​ມາ​ແລ້ວ ຈຶ່ງ​ມອບ​ຈົດໝາຍ​ສະບັບ​ນັ້ນ​ໃຫ້​ພວກເພິ່ນ.

[31] ເມື່ອ​ອ່ານ​ແລ້ວ​ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ^ຊົມຊື່ນ^ຍິນດີ ເພາະ​ຄຳ^ໜູນໃຈ​ໃນ​ຈົດໝາຍ​ນັ້ນ.

[32] ຢູດາ​ກັບ​ຊີລາ ກໍ​ເປັນ​ຜູ້^ປະກາດ^ພຣະທຳ​ເໝືອນກັນ ໄດ້​ກ່າວ​ຢ່າງ​ຍືດຍາວ​ແກ່​ພວກ​ພີ່ນ້ອງ​ເພື່ອ​ໜູນໃຈ ແລະ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ.

[33] ເມື່ອ​ພັກ​ຢູ່​ເປັນ​ເວລາ​ພໍສົມຄວນ​ແລ້ວ, ທ່ານ​ທັງສອງ​ກໍ​ຖືກ​ສົ່ງ​ກັບຄືນ​ດ້ວຍ​ຄວາມສຸກ ເມືອ​ຫາ​ຜູ້​ທີ່​ໃຊ້​ຕົນ​ມາ​ນັ້ນ [

[34] ຝ່າຍ​ຊີລາ​ກໍ​ເຫັນດີ​ຍັງ​ຈະ​ພັກ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ.]

[35] ຝ່າຍ​ໂປໂລ​ກັບ​ບາຣະນາບາ ກໍ​ຢູ່​ໃນ​ເມືອງ​ອັນຕີໂອເຂຍ​ຊົ່ວ​ໄລຍະ​ໜຶ່ງ, ທ່ານ​ທັງສອງ​ພ້ອມ​ກັບ​ຄົນອື່ນໆ​ໄດ້​ຮ່ວມກັນ​ສັ່ງສອນ ແລະ​ປະກາດ​ຂ່າວປະເສີດ ຄື​ພຣະທຳ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ.

[36] ຫລັງຈາກ​ນັ້ນ​ບໍ່​ດົນ ໂປໂລ​ກໍ​ເວົ້າ​ກັບ​ບາຣະນາບາ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ຢ້ຽມຢາມ​ພີ່ນ້ອງ​ໃນ​ເມືອງ​ອື່ນໆ ທີ່​ພວກເຮົາ​ໄດ້​ປະກາດ​ພຣະທຳ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ເພື່ອ​ຈະ​ຮູ້​ວ່າ​ພວກເຂົາ​ຢູ່​ຢ່າງ​ໃດ?”

[37] ສ່ວນ​ບາຣະນາບາ​ຢາກ​ເອົາ​ໂຢຮັນ​ມາຣະໂກ​ໄປ​ນຳ

[38] ແຕ່​ໂປໂລ​ຄິດ​ວ່າ​ບໍ່ຄວນ​ເອົາ​ຜູ້​ກ່ຽວ​ໄປ​ນຳ ເພາະ​ລາວ​ບໍ່ໄດ້​ຢູ່​ຮ່ວມ​ງານ​ຈົນ​ສິ້ນສຸດ​ພາລະກິດ, ແຕ່​ໄດ້​ກັບຄືນ​ໄປ ແລະ​ປະ​ພວກເພິ່ນ​ໄວ້​ທີ່​ແຂວງ​ປຳຟີເລຍ.

[39] ທັງສອງ​ເກີດ​ການ​ໂຕ້ຖຽງ​ກັນ​ຢ່າງ​ຮຸນແຮງ ຈົນ​ແຍກ​ຈາກ​ກັນ, ບາຣະນາບາ​ຈຶ່ງ​ເອົາ​ມາຣະໂກ​ລົງ​ເຮືອ​ໄປ​ຍັງ​ເກາະ​ໄຊປຣັດ

[40] ແຕ່​ໂປໂລ​ໄດ້​ເລືອກ​ເອົາ​ຊີລາ ເມື່ອ​ພວກ​ພີ່ນ້ອງ​ໄດ້​ຝາກ​ທ່ານ​ທັງສອງ​ໄວ້​ໃນ​ພຣະຄຸນ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ແລ້ວ​ກໍໄດ້​ອອກ​ໄປ.

[41] ໂປໂລ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ ໜູນໃຈ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ໃຫ້​ເຂັ້ມແຂງ​ຂຶ້ນ.

ກິດຈະການ — Chapters