Skip to content
Opens in a new window
Listen to this chapter • 11:30

[1] ຄາວນັ້ນ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ ມີ​ບາງຄົນ​ເປັນ​ຜູ້ທຳນວາຍ ແລະ​ອາຈານ ຄື​ບາຣະນາບາ, ຊີເມໂອນ​ຜູ້​ທີ່​ຄົນ​ເອີ້ນ​ວ່າ ນີເຄັນ, ລູກີໂອ​ຊາວ​ເມືອງ​ກີເຣເນ, ມານາເອນ ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ເຕີບ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ ຜູ້​ປົກຄອງ ແລະ​ໂຊໂລ.

[2] ຂະນະທີ່​ພວກ​ພີ່ນ້ອງ​ກຳລັງ​ນະມັດສະການ​ອົງພຣະ^ຜູ້^ເປັນເຈົ້າ ແລະ​ຖືສິນ​ອົດອາຫານ​ຢູ່​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ບອກ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຄັດ​ເອົາ​ບາຣະນາບາ​ກັບ​ໂຊໂລ​ໄວ້​ໃຫ້​ເຮົາ ສຳລັບ​ພາລະກິດ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ​ນັ້ນ.”

[3] ຫລັງຈາກ​ພວກ​ພີ່ນ້ອງ​ຖືສິນ​ອົດອາຫານ ແລະ​ພາວັນນາ^ອະທິຖານ​ແລ້ວ ກໍໄດ້​ວາງ​ມື​ໃສ່​ບາຣະນາບາ​ກັບ​ໂຊໂລ ຈຶ່ງ​ໃຊ້​ພວກເພິ່ນ​ໄປ.

[4] ດັ່ງນັ້ນ ບາຣະນາບາ​ກັບ​ໂຊໂລ​ຈຶ່ງ​ຖືກ​ໃຊ້​ອອກ​ໄປ​ປະກາດ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ພວກເພິ່ນ​ໄດ້​ໄປ​ເຖິງ​ເມືອງ​ແຊລູເກຍ ແລະ​ຈາກ​ທີ່​ນັ້ນ​ໄດ້​ລົງ​ເຮືອ​ເດີນທາງ​ຕໍ່ໄປ​ຈົນເຖິງ​ເກາະ​ໄຊປຣັດ.

[5] ເມື່ອ​ມາ​ຮອດ​ເມືອງ​ຊາລາມີ ແລ້ວ​ທ່ານ​ທັງສອງ​ໄດ້​ປະກາດ​ພຣະທຳ​ຂອງ^ພຣະເຈົ້າ​ໃນ​ທຳມະສາລາ​ຂອງ^ຊາວ​ຢິວ ໂດຍ​ມີ​ໂຢຮັນ​ມາຣະໂກ​ເປັນ​ຜູ້​ຊ່ວຍ​ໃນ​ວຽກງານ​ນີ້.

[6] ເມື່ອ​ທ່ານ​ທັງສອງ​ເດີນທາງ​ໄປ​ຕະຫລອດ​ທົ່ວ​ທັງ​ເກາະ​ນັ້ນ ກໍ​ໄປ​ເຖິງ​ເມືອງ​ປາໂຟ ແລ້ວ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ທີ່​ເປັນ​ໝໍ​ເວດມົນ^ຄາຖາ​ຊື່​ວ່າ ບາຣະ-ເຢຊູ ລາວ​ແມ່ນ​ຄົນ​ຢິວ​ທີ່​ເປັນ​ຜູ້ທຳນວາຍ​ປອມ.

[7] ຄົນ​ນີ້​ເປັນ​ເພື່ອນ​ຢູ່​ກັບ​ເຊຄີໂອໂປໂລ​ຜູ້​ປົກຄອງ​ເກາະ ທີ່​ເປັນ​ຄົນ​ສະຫລຽວ^ສະຫລາດ, ຜູ້​ປົກຄອງ​ເກາະ​ໄດ້​ເຊີນ​ບາຣະນາບາ​ກັບ​ໂຊໂລ​ມາ​ພົບ ເພາະ​ເພິ່ນ​ຢາກ​ໄດ້ຍິນ​ພຣະທຳ​ຂອງ^ພຣະເຈົ້າ.

[8] ແຕ່​ເອລີມາ (ຕາມ​ຊື່​ທີ່​ຄົນ​ເອີ້ນ​ເປັນ​ພາສາ​ກຣີກ) ໝໍ​ເວດມົນ^ຄາຖາ​ໄດ້​ຂັດຂວາງ​ທ່ານ​ທັງສອງ​ໄວ້ ໂດຍ​ພະຍາຍາມ​ຈະ​ແຍກ​ຜູ້​ປົກຄອງ ໃຫ້​ໜີ​ຫ່າງ​ຈາກ​ຄວາມເຊື່ອ.

[9] ແລ້ວ​ໂຊໂລ​ຜູ້​ທີ່​ມີ​ຊື່​ອີກ​ວ່າ ໂປໂລ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ເພັ່ງຕາ​ເບິ່ງ​ໝໍ​ເວດມົນ^ຄາຖາ

[10] ແລະ​ເວົ້າ​ວ່າ, “ລູກ​ຂອງ^ມານຮ້າຍ^ເອີຍ ເຈົ້າ​ຜູ້​ເປັນ​ສັດຕູ​ຂອງ^ບັນດາ​ຄວາມ^ຊອບທຳ ຜູ້​ເຕັມ​ໄປ​ດ້ວຍ​ກົນອຸບາຍ ແລະ​ຄວາມ^ຊົ່ວຮ້າຍ​ທຸກຢ່າງ ເຈົ້າ​ຈະ​ບໍ່​ເຊົາ​ບິດເບືອນ​ຄວາມຈິງ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ​ບໍ?

[11] ບັດນີ້​ຈົ່ງ​ຟັງ ມື​ຂອງ^ອົງພຣະ^ຜູ້^ເປັນເຈົ້າ​ຈະ​ລົງ​ຢູ່​ເທິງ​ເຈົ້າ, ເຈົ້າ​ຈະ​ຕາບອດ ແລະ​ຈະ​ບໍ່​ເຫັນ​ແສງ^ສະຫວ່າງ ຈົນເຖິງ​ເວລາ​ທີ່​ກຳນົດ​ໄວ້.” ໃນ​ທັນໃດນັ້ນ ຕາ​ຂອງ^ເອລີມາ​ກໍ​ມືດມົວ​ແລະ​ງົມທາວ​ຫາ​ຮອບ​ຕົວ ເພື່ອ​ຊອກຫາ​ຄົນ​ຈູງ​ມື​ຂອງຕົນ.

[12] ເມື່ອ​ຜູ້​ປົກຄອງ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ເພິ່ນ​ກໍໄດ້​ຮັບ​ເຊື່ອ. ດ້ວຍວ່າ, ເພິ່ນ​ງຶດ​ປະຫລາດ^ໃຈ ໃນ​ຄຳສັ່ງສອນ​ເຖິງ​ເລື່ອງ​ອົງພຣະ^ຜູ້^ເປັນເຈົ້າ.

[13] ຝ່າຍ​ໂປໂລ​ກັບ​ຜູ້^ຮ່ວມງານ​ຂອງ^ເພິ່ນ ກໍ​ລົງ​ເຮືອ​ເດີນທາງ​ຈາກ​ເມືອງ​ປາໂຟ ໄປ​ຍັງ​ເມືອງ​ເປກາ​ໃນ​ແຂວງ​ປຳຟີເລຍ, ໃນທີ່ນັ້ນ ໂຢຮັນ​ມາຣະໂກ​ໄດ້​ໜີປະ​ພວກເພິ່ນ ແລະ​ກັບ​ເມືອ​ຍັງ​ນະຄອນ​ເຢຣູຊາເລັມ.

[14] ແຕ່​ພວກເພິ່ນ​ໄດ້​ເດີນທາງ​ຕໍ່ໄປ ຈາກ​ເມືອງ​ເປກາ ແລະ​ມາ​ຮອດ​ເມືອງ​ອັນຕີໂອເຂຍ​ໃນ​ແຂວງ​ປີຊີເດຍ, ພວກເພິ່ນ​ໄປ​ຍັງ​ທຳມະສາລາ ແລະ​ນັ່ງ​ລົງ​ທີ່​ນັ້ນ​ໃນ​ວັນ^ຊະບາໂຕ.

[15] ຫລັງຈາກ​ການ​ອ່ານ​ກົດບັນຍັດ​ຂອງ^ໂມເຊ ແລະ​ໜັງສື​ຂອງ^ບັນດາ​ຜູ້ທຳນວາຍ​ສິ້ນສຸດ​ແລ້ວ ຜູ້​ປົກຄອງ​ທຳມະສາລາ ກໍ​ໃຊ້​ຄົນ​ໄປ​ບອກ​ບາຣະນາບາ​ກັບ​ໂປໂລ​ວ່າ, “ພີ່ນ້ອງ^ເອີຍ, ຖ້າ​ພວກທ່ານ​ມີ​ຄຳ​ໜູນໃຈ​ແກ່​ປະຊາຊົນ​ເຫລົ່ານີ້​ເຊີນ​ກ່າວ​ໄດ້.”

[16] ແລ້ວ​ໂປໂລ​ກໍ​ລຸກ​ຂຶ້ນ ໃຊ້​ມື​ເປັນ​ສັນຍານ ແລະ​ກ່າວ​ວ່າ, “ຊາວ​ອິດສະຣາເອນ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ^ເອີຍ ເຊີນ​ຟັງ​ເທີ້ນ

[17] ພຣະເຈົ້າ​ແຫ່ງ​ປະຊາຊົນ​ອິດສະຣາເອນ ໄດ້​ເລືອກ​ເອົາ​ບັນພະບຸລຸດ​ຂອງ^ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ພວກເພິ່ນ​ຈະເລີນ​ມີ​ກຽດ​ຫລາຍ​ຂຶ້ນ ຂະນະທີ່​ພວກເພິ່ນ​ຢູ່​ປະເທດ​ເອຢິບ ໃນ​ຖານະ​ຄົນ​ຕ່າງດ້າວ, ພຣະເຈົ້າ​ໄດ້​ນຳ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ^ພຣະອົງ

[18] ແລະ​ເປັນ​ເວລາ​ສີ່ສິບ​ປີ ທີ່​ພຣະອົງ​ອົດທົນ ຕໍ່​ພວກເພິ່ນ​ໃນ​ຖິ່ນ^ແຫ້ງແລ້ງ^ກັນດານ.

[19] ພຣະອົງ​ໄດ້​ທຳລາຍ​ເຈັດ​ຊົນຊາດ​ໃນ​ດິນແດນ​ການາອານ ແລະ​ຍົກ​ແຜ່ນດິນ​ຂອງ^ຊາດ​ເຫລົ່ານັ້ນ ໃຫ້​ປະຊາຊົນ​ຂອງ^ພຣະອົງ​ໄດ້​ເປັນ​ກຳມະສິດ.

[20] ທັງໝົດ​ນີ້​ໄດ້​ໃຊ້​ເວລາ​ປະມານ​ສີ່ຮ້ອຍ​ຫ້າສິບ​ປີ. “ຫລັງຈາກ​ນີ້ ພຣະອົງ​ໄດ້​ໃຫ້​ພວກເພິ່ນ​ມີ​ຜູ້​ປົກຄອງ​ມາ​ປົກຄອງ ຈົນເຖິງ​ສະໄໝ​ຂອງ^ຜູ້ທຳນວາຍ​ຊາມູເອນ.

[21] ເມື່ອ​ພວກເພິ່ນ​ໄດ້​ຂໍ​ໃຫ້​ມີ​ກະສັດ ພຣະເຈົ້າ​ກໍ​ໃຫ້​ພວກເພິ່ນ​ມີ ຄື​ໄດ້​ໂຊນ​ລູກຊາຍ​ຂອງ^ກີເຊ​ຈາກ​ເຜົ່າ​ເບັນຢາມິນ ໃຫ້​ເປັນ​ກະສັດ​ປົກຄອງ​ພວກເພິ່ນ​ສີ່ສິບ​ປີ.

[22] ຫລັງຈາກ​ປົດ​ໂຊນ​ລົງ​ແລ້ວ ພຣະເຈົ້າ​ກໍໄດ້​ຕັ້ງ​ດາວິດ​ໃຫ້​ຂຶ້ນ​ເປັນ​ກະສັດ​ຂອງ^ພວກເພິ່ນ, ພຣະເຈົ້າ​ກ່າວ​ກ່ຽວກັບ​ດາວິດ​ດັ່ງນີ້​ວ່າ, ‘ເຮົາ​ໄດ້​ພົບ ດາວິດ​ລູກຊາຍ​ຂອງ^ເຢຊີ ເປັນ​ຄົນ​ທີ່​ເຮັດ​ຖືກ​ໃຈ​ເຮົາ ເປັນ​ຜູ້​ທີ່​ຈະ​ເຮັດ​ຕາມ​ຄວາມປະສົງ​ຂອງເຮົາ​ທຸກຢ່າງ.’

[23] ແມ່ນ​ພຣະເຢຊູເຈົ້າ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ^ດາວິດ​ນີ້​ແຫລະ ທີ່​ພຣະເຈົ້າ​ໄດ້​ຕັ້ງ​ໃຫ້​ເປັນ​ພຣະຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຂອງ​ປະຊາຊົນ​ອິດສະຣາເອນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.

[24] ກ່ອນ​ພຣະເຢຊູເຈົ້າ​ສະເດັດ​ມາ ໂຢຮັນ​ໄດ້​ປະກາດ​ຕໍ່​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ແລ້ວ ກ່ຽວກັບ​ການ​ຖິ້ມໃຈເກົ່າ^ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ.

[25] ເມື່ອ​ໂຢຮັນ​ໃກ້​ຈະ​ສຳເລັດ​ພາລະກິດ​ຂອງຕົນ​ແລ້ວ ເພິ່ນ​ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, ‘ເຈົ້າ^ທັງຫລາຍ​ຄິດ​ວ່າ​ຂ້າພະເຈົ້າ​ແມ່ນ​ຜູ້ໃດ? ຂ້າພະເຈົ້າ​ບໍ່ແມ່ນ​ພຣະອົງ ຜູ້​ທີ່​ພວກເຈົ້າ​ຄອຍ​ຖ້າ, ແຕ່​ຈົ່ງ​ຟັງ​ເທີ້ນ ພາຍຫລັງ​ຂ້າພະເຈົ້າ​ຈະ​ມີ​ທ່ານ​ຜູ້ໜຶ່ງ ແລະ​ຂ້າພະເຈົ້າ​ບໍ່​ສົມຄວນ​ທີ່​ຈະ​ປົດ​ເກີບ​ອອກ​ຈາກ​ຕີນ​ຂອງ^ເພິ່ນ.’

[26] ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ເຊື້ອສາຍ​ຂອງ^ອັບຣາຮາມ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ^ເອີຍ, ຂ່າວ​ແຫ່ງ​ຄວາມ^ພົ້ນ​ນີ້​ໄດ້​ຖືກ​ສົ່ງ​ມາ ແມ່ນ​ສຳລັບ​ພວກເຮົາ​ນີ້​ເອງ.

[27] ດ້ວຍວ່າ, ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ກັບ​ພວກ​ຜູ້​ປົກຄອງ​ບໍ່ໄດ້​ຮູ້ຈັກ​ພຣະອົງ ແລະ​ບໍ່ໄດ້​ເຂົ້າໃຈ​ຖ້ອຍຄຳ​ຂອງ^ພວກ​ຜູ້ທຳນວາຍ ທີ່​ມີ​ຜູ້​ອ່ານ​ສູ່​ຟັງ​ໃນ​ທຸກ​ວັນ^ຊະບາໂຕ, ແຕ່​ພວກເຂົາ​ໄດ້​ເຮັດ​ໃຫ້​ຖ້ອຍຄຳ​ຂອງ^ພວກ​ຜູ້ທຳນວາຍ​ສຳເລັດ ໂດຍ​ການ​ຕັດສິນ​ລົງໂທດ​ພຣະອົງ,

[28] ເຖິງ​ແມ່ນ​ວ່າ ພວກເຂົາ​ບໍ່ໄດ້​ພົບ​ຄວາມຜິດ​ປະການ​ໃດ​ໃນ​ພຣະອົງ ທີ່​ຕ້ອງ​ຖືກ​ປະຫານ​ກໍຕາມ ພວກເຂົາ​ຍັງ​ໄດ້​ຂໍຮ້ອງ​ປີລາດ​ໃຫ້​ປະຫານ​ພຣະອົງ​ເສຍ.

[29] ເມື່ອ​ພວກເຂົາ​ໄດ້​ເຮັດ​ທຸກສິ່ງ​ໃຫ້​ສຳເລັດ ຕາມ​ທີ່​ພຣະຄຳພີ​ໄດ້​ຂຽນ​ໄວ້​ກ່ຽວກັບ​ພຣະອົງ​ແລ້ວ ພວກເຂົາ​ກໍໄດ້​ເອົາ​ພຣະສົບ​ລົງ​ຈາກ​ໄມ້ກາງແຂນ ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ.

[30] ແຕ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ.

[31] ເປັນ​ເວລາ​ຫລາຍ​ວັນ ທີ່​ພຣະເຢຊູເຈົ້າ​ໄດ້​ສຳແດງ​ແກ່​ຫລາຍ​ຄົນ​ໃຫ້​ໄດ້​ເຫັນ ຄື​ພວກ​ທີ່​ຕາມ​ພຣະອົງ​ມາ​ຈາກ​ແຂວງ​ຄາລີເລ ເຖິງ​ນະຄອນ​ເຢຣູຊາເລັມ, ບັດນີ້​ຄົນ​ເຫລົ່ານັ້ນ​ແຫລະ ໄດ້​ເປັນ​ພະຍານ​ຝ່າຍ​ພຣະອົງ ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.

[32] ຝ່າຍ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ນີ້​ແຫລະ ມາ​ບອກ​ທ່ານ​ທັງຫລາຍ​ວ່າ, ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ^ພວກເຮົາ

[33] ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະສັນຍາ​ນັ້ນ​ສຳເລັດ​ແລ້ວ, ສຳລັບ​ພວກເຮົາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ^ພວກເພິ່ນ ໂດຍ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ສູ່​ຊີວິດ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງ​ສັນລະເສີນ ບົດ​ທີ​ສອງ​ວ່າ, ‘ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ວັນ​ນີ້ ເຮົາ​ໄດ້​ໃຫ້​ກຳເນີດ​ເຈົ້າ.’

[34] ນີ້​ແຫລະ ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້ ເຖິງ​ຄວາມ^ເປັນ​ຄືນ​ມາ​ຈາກ​ຕາຍ​ຂອງ^ພຣະອົງ​ວ່າ, ບໍ່​ໃຫ້​ຫລົບ​ສູ່​ຄວາມ^ເປື່ອຍເນົ່າ​ຈັກເທື່ອ: ‘ເຮົາ​ຈະ​ໃຫ້​ພຣະພອນ ອັນ​ສັກສິດ​ບໍຣິສຸດ ແລະ​ໝັ້ນຄົງ​ແກ່​ເຈົ້າ​ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ດາວິດ.’

[35] ແມ່ນແທ້ ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ບົດ​ອື່ນ​ເໝືອນກັນ​ວ່າ, ‘ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງເຮົາ ຕ້ອງ​ປະສົບ​ຄວາມ^ເປື່ອຍເນົ່າ.’

[36] ຝ່າຍ​ດາວິດ, ເມື່ອ​ໄດ້​ປະຕິບັດ​ໃນ​ຄາວ​ອາຍຸ​ຂອງທ່ານ ຕາມ​ຄວາມປະສົງ​ຂອງ^ພຣະເຈົ້າ ແລ້ວ​ເພິ່ນ​ໄດ້​ຕາຍໄປ, ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ກັບ​ບັນພະບຸລຸດ​ຂອງ^ເພິ່ນ ແລະ​ປະສົບ​ຄວາມ^ເປື່ອຍເນົ່າ.

[37] ແຕ່​ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ, ເພິ່ນ​ບໍ່ໄດ້​ພົບ​ຄວາມ^ເປື່ອຍເນົ່າ.

[38] ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ^ເອີຍ, ຈົ່ງ​ເຂົ້າໃຈ​ວ່າ ໂດຍ​ທາງ​ພຣະອົງ​ນັ້ນ​ແຫລະ, ຈຶ່ງ​ໄດ້​ປະກາດ​ການ​ຍົກ​ຄວາມ^ຜິດບາບ​ໃຫ້​ແກ່​ພວກທ່ານ.

[39] ແລະ​ໂດຍ​ທາງ​ພຣະອົງ​ນັ້ນ ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຖືກ​ຊົງ​ຊຳລະ​ທຸກຢ່າງ ຊຶ່ງ​ຈະ​ຊຳລະ​ບໍ່ໄດ້​ຕາມ​ກົດບັນຍັດ​ຂອງ^ໂມເຊ.

[40] ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ ເພື່ອ​ວ່າ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ນັ້ນ ຈະ​ບໍ່​ເກີດຂຶ້ນ​ກັບ​ພວກທ່ານ

[41] ‘ຈົ່ງ​ເບິ່ງ​ເຖີດ ຄົນ​ທີ່​ມັກ​ປະໝາດ​ນິນທາ ຈົ່ງ​ປະຫລາດ^ໃຈ​ແລະ​ຈິບຫາຍ​ໄປ​ສາ​ເຖີດ ດ້ວຍວ່າ, ສິ່ງ​ທີ່​ເຮົາ​ກະທຳ​ຢູ່​ໃນວັນນີ້ ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຈະ​ບໍ່​ຍອມ ເຊື່ອຟັງ​ເປັນ​ແນ່ ເຖິງ​ແມ່ນ​ວ່າ​ມີ​ບາງຄົນ ມາ​ອະທິບາຍ​ໃຫ້​ຟັງ​ແລ້ວ​ກໍຕາມ.’”

[42] ເມື່ອ​ໂປໂລ​ກັບ​ບາຣະນາບາ ກຳລັງ​ຍ່າງ​ອອກ​ຈາກ​ທຳມະສາລາ​ໄປ​ນັ້ນ ປະຊາຊົນ​ກໍ​ເຊີນ​ທ່ານ​ທັງສອງ​ໃຫ້​ກັບຄືນ​ມາ​ອີກ​ໃນ​ວັນ^ຊະບາໂຕ​ຕໍ່ໄປ ເພື່ອ​ກ່າວ​ເຖິງ​ຂໍ້ຄວາມ^ນີ້​ອີກ.

[43] ຫລັງຈາກ​ທີ່​ປະຊາຊົນ​ເລີກ​ຈາກ​ບ່ອນ​ນະມັດສະການ​ໄປ​ແລ້ວ ກໍ​ມີ​ຄົນ​ຢິວ​ກັບ​ຜູ້​ທີ່​ເຂົ້າ​ຮີດ​ຢິວ ທີ່​ຢຳເກງ​ພຣະເຈົ້າ​ຫລາຍ​ຄົນ​ໄດ້​ຕິດຕາມ​ໂປໂລ ແລະ ບາຣະນາບາ, ທ່ານ​ທັງສອງ​ຈຶ່ງ​ກ່າວ​ຕັກເຕືອນ​ໜູນໃຈ​ໃຫ້​ພວກເຂົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມເຊື່ອ​ໂດຍ​ເພິ່ງ​ພຣະຄຸນ​ຂອງ^ພຣະເຈົ້າ.

[44] ເມື່ອ​ເຖິງ​ວັນ^ຊະບາໂຕ​ຕໍ່ມາ ປະຊາຊົນ​ເກືອບ​ໝົດ​ທັງ​ເມືອງ​ໄດ້​ມາ​ເຕົ້າໂຮມ​ກັນ ເພື່ອ​ຟັງ​ພຣະຄຳ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ.

[45] ເມື່ອ​ພວກ​ຢິວ​ເຫັນ​ປະຊາຊົນ​ຫລວງຫລາຍ​ເຊັ່ນນີ້ ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ^ອິດສາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຕ້ຖຽງ​ຄຳ​ເວົ້າ​ຂອງ^ໂປໂລ ແລະ​ໝິ່ນປະໝາດ​ເພິ່ນ.

[46] ແຕ່​ໂປໂລ​ກັບ​ບາຣະນາບາ​ມີ​ໃຈ​ກ້າ​ກ່າວ​ອອກ​ໄປ​ວ່າ, “ຈຳເປັນ​ທີ່​ຈະ​ຕ້ອງ​ມາ​ກ່າວ​ພຣະຄຳ​ຂອງ^ພຣະເຈົ້າ ສູ່​ທ່ານ​ທັງຫລາຍ​ຟັງ​ກ່ອນ, ແຕ່​ໃນ​ເມື່ອ​ພວກທ່ານ​ບໍ່​ຍອມ​ຮັບ​ເອົາ​ພຣະທຳ​ນັ້ນ ແລະ​ຖື​ວ່າ​ຕົນ​ບໍ່​ສົມຄວນ​ທີ່​ຈະ​ຮັບ​ຊີວິດ​ນິຣັນດອນ. ດັ່ງນັ້ນ ພວກເຮົາ​ກໍ​ຈະ​ໄປ​ຫາ​ຄົນຕ່າງຊາດ.

[47] ເພາະ​ເລື່ອງ​ນີ້​ແຫລະ ອົງພຣະ^ຜູ້^ເປັນເຈົ້າ​ຈຶ່ງ​ສັ່ງ​ພວກເຮົາ​ວ່າ, ‘ເຮົາ​ໄດ້​ຕັ້ງ​ເຈົ້າ​ໄວ້​ໃຫ້​ເປັນ​ແສງ^ສະຫວ່າງ ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ເຈົ້າ​ຈະ​ເປັນ​ເຫດ​ໃຫ້​ ໂລກ​ທັງໝົດ​ໄດ້​ພົ້ນ.’”

[48] ເມື່ອ​ຄົນຕ່າງຊາດ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ຊົມຊື່ນ^ຍິນດີ​ຫລາຍ ແລະ​ສັນລະເສີນ​ຖ້ອຍຄຳ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ, ຄົນ​ທັງຫລາຍ ຜູ້​ທີ່​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ​ກໍໄດ້​ວາງໃຈເຊື່ອ.

[49] ພຣະທຳ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ​ໄດ້​ແຜ່​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.

[50] ແຕ່​ພວກ​ຢິວ​ໄດ້​ຍົວະຍົງ​ພວກ​ແມ່ຍິງ​ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ​ທີ່​ຢຳເກງ​ພຣະເຈົ້າ ແລະ​ພວກ​ຜູ້ຊາຍ​ຄົນ​ສຳຄັນ​ໃນ​ເມືອງ​ນີ້ ໄດ້​ກໍ່​ການ​ຂົ່ມເຫັງ​ໂປໂລ ແລະ ບາຣະນາບາ ແລະ​ຂັບໄລ່​ທ່ານ​ທັງສອງ​ໃຫ້​ອອກ​ໄປ​ຈາກ​ເຂດແດນ​ຂອງ^ພວກເຂົາ.

[51] ສ່ວນ​ໂປໂລ​ກັບ​ບາຣະນາບາ​ກໍ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ^ພວກ​ຕົນ​ອອກ ເພື່ອ​ເປັນ​ສັນຍານ​ແຫ່ງ​ການ​ຄັດຄ້ານ​ຕໍ່ສູ້​ພວກເຂົາ ແລ້ວ​ທ່ານ​ທັງສອງ​ກໍ​ເດີນທາງ​ໄປ​ຍັງ​ເມືອງ​ອີໂກນີອົນ.

[52] ຝ່າຍ​ບັນດາ​ພວກ​ສິດ​ໃນ​ເມືອງ​ອັນຕີໂອເຂຍ ກໍ​ເຕັມ​ໄປ​ດ້ວຍ​ຄວາມ^ຊົມຊື່ນ^ຍິນດີ ແລະ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.

ກິດຈະການ — Chapters