[1] ແລ້ວກະສັດອັກຄີຼປາກໍກ່າວແກ່ໂປໂລວ່າ, “ບັດນີ້ ເຮົາອະນຸຍາດໃຫ້ເຈົ້າກ່າວແກ້ຄະດີໄດ້.” ດັ່ງນັ້ນ ໂປໂລຈຶ່ງຢຽດມືອອກ ແລະກ່າວແກ້ຄະດີວ່າ,
[2] “ຂໍຮຽນກະສັດອັກຄີຼປາ ຂ້ານ້ອຍຖືວ່າວັນນີ້ ຂ້ານ້ອຍເອງມີຄວາມສຸກທີ່ສຸດທີ່ໄດ້ກ່າວແກ້ຄະດີຕໍ່ໜ້າກະສັດໃນເລື່ອງທັງໝົດທີ່ພວກຢິວກ່າວຫາຂ້ານ້ອຍນັ້ນ,
[3] ໂດຍ^ສະເພາະຢ່າງຍິ່ງ ກະສັດເອງກໍເປັນຜູ້ຮອບຮູ້ດີ ເຖິງທຳນຽມທັງໝົດຂອງ^ຊາວຢິວ ແລະບັນຫາຕ່າງໆຂອງ^ພວກເຂົາ. ດັ່ງນັ້ນ ຂ້ານ້ອຍຈຶ່ງຂໍກາບຮຽນກະສັດໄດ້ອົດທົນຟັງຂ້ານ້ອຍກ່າວດ້ວຍເຖີດ.”
[4] “ພວກຢິວທຸກຄົນຮູ້ວ່າ, ຊີວິດຂອງ^ຂ້ານ້ອຍເປັນຢ່າງໃດຕັ້ງແຕ່ຂ້ານ້ອຍຍັງເປັນໜຸ່ມນ້ອຍພຸ້ນ, ພວກເຂົາຮູ້ວ່າ ຂ້ານ້ອຍໃຊ້ຊີວິດຢ່າງໃດ ຄືເບື້ອງຕົ້ນຢູ່ທ່າມກາງຊົນຊາດຂອງ^ຂ້ານ້ອຍເອງ ແລະຢູ່ໃນນະຄອນເຢຣູຊາເລັມ.
[5] ພວກເຂົາຮູ້ຂ້ານ້ອຍແຕ່ໃດໆມາ ແລະພວກເຂົາກໍຍ່ອມເປັນພະຍານໄດ້ວ່າ, ເປັນຄວາມຈິງ ໃນຕອນທຳອິດ ຂ້ານ້ອຍດຳເນີນຊີວິດໃນຖານະເປັນສະມາຊິກຂອງ^ຄະນະຟາຣີຊາຍ ຄືພວກທີ່ຖືສາສະໜາຢ່າງເຄັ່ງຄັດທີ່ສຸດ.
[6] ບັດນີ້ ທີ່ຂ້ານ້ອຍຖືກນຳມາພິພາກສາກໍ ເພາະຄວາມຫວັງທີ່ຂ້ານ້ອຍມີໃນພຣະສັນຍາ ຊຶ່ງພຣະເຈົ້າໄດ້ເຮັດໄວ້ກັບບັນພະບຸລຸດຂອງ^ພວກຂ້ານ້ອຍ.
[7] ປະຊາຊົນຂອງ^ພວກຂ້ານ້ອຍທັງສິບສອງເຜົ່າ ຫວັງໄດ້ຮັບຕາມທີ່ພຣະເຈົ້າໄດ້ສັນຍາໄວ້ນັ້ນ ຈຶ່ງນະມັດສະການພຣະເຈົ້າດ້ວຍໃຈຮ້ອນຮົນທັງເວັນ^ທັງຄືນ, ກະສັດອັກຄີຼປາທີ່ນັບຖື ຍ້ອນຄວາມຫວັງອັນນີ້ແຫລະ ທີ່ພວກຢິວກ່າວຫາຂ້ານ້ອຍ.
[8] ດ້ວຍເຫດໃດ ທ່ານທັງຫລາຍຈຶ່ງຖືວ່າ ການທີ່ພຣະເຈົ້າຊົງບັນດານໃຫ້ຄົນຕາຍເປັນຄືນມານັ້ນ ເປັນເລື່ອງທີ່ເຫລືອເຊື່ອ?”
[9] “ຝ່າຍຂ້ານ້ອຍເອງກໍເຄີຍຄິດຢູ່ໃນໃຈວ່າ, ຕ້ອງເຮັດທຸກວິທີທາງ ເພື່ອຂັດຂວາງພຣະນາມຂອງ^ພຣະເຢຊູເຈົ້າໄທນາຊາເຣັດ.
[10] ການຂັດຂວາງເຊັ່ນນັ້ນ ຂ້ານ້ອຍໄດ້ເຮັດໃນນະຄອນເຢຣູຊາເລັມ ເມື່ອຂ້ານ້ອຍໄດ້ຮັບສິດອຳນາດພິເສດຈາກພວກມະຫາປະໂຣຫິດ ແລະໄດ້ຈັບກຸມໄພ່ພົນຂອງ^ພຣະເຈົ້າຫລາຍຄົນເຂົ້າຄຸກ ແລະເມື່ອພວກເຂົາຖືກຕັດສິນລົງໂທດໃຫ້ປະຫານຊີວິດ ຂ້ານ້ອຍກໍເຫັນພ້ອມດ້ວຍ.
[11] ຫລາຍເທື່ອທີ່ຂ້ານ້ອຍໄດ້ລົງໂທດພວກເຂົາໃນທຳມະສາລາຕ່າງໆ ແລະພະຍາຍາມບັງຄັບພວກເຂົາໃຫ້ກ່າວຄຳທີ່ໝິ່ນປະໝາດຕໍ່ພຣະເຈົ້າ, ຂ້ານ້ອຍໂກດແຄ້ນພວກເຂົາແຮງ ຈົນວ່າຂ້ານ້ອຍໄດ້ໄປຂົ່ມເຫັງພວກເຂົາ ຕາມຫົວເມືອງຕ່າງໆໃນຕ່າງປະເທດ.”
[12] “ດ້ວຍເຫດນີ້, ຂ້ານ້ອຍຈຶ່ງໄດ້ເດີນທາງໄປຍັງເມືອງດາມັສກັດ ໂດຍອາໄສສິດອຳນາດ ແລະຄຳສັ່ງຂອງ^ມະຫາປະໂຣຫິດ.
[13] ກະສັດອັກຄີຼປາທີ່ນັບຖື ໃນເວລາທ່ຽງ ເມື່ອກຳລັງເດີນທາງໄປນັ້ນ ຂ້ານ້ອຍໄດ້ເຫັນແສງ^ສະຫວ່າງກ້າກວ່າແສງຕາເວັນ ຈາກທ້ອງຟ້າສ່ອງລົງມາອ້ອມຂ້ານ້ອຍ ກັບຄົນທີ່ເດີນທາງໄປນຳຂ້ານ້ອຍ.
[14] ເມື່ອທຸກຄົນລົ້ມລົງທີ່ພື້ນດິນ ແລະຂ້ານ້ອຍໄດ້ຍິນສຽງໜຶ່ງກ່າວເປັນພາສາເຮັບເຣີວ່າ, ‘ໂຊໂລ ໂຊໂລ^ເອີຍ ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ? ເຈົ້າເຮັດໃຫ້ເຈັບຕົວເອງລ້າໆ ດັ່ງສັດທີ່ລູ່ໃສ່ໄມ້ແສ້ຂອງ^ຜູ້ເປັນ^ນາຍ.’
[15] ຂ້ານ້ອຍຈຶ່ງຖາມວ່າ, ‘ພຣະອົງເຈົ້າ^ເອີຍ ພຣະອົງແມ່ນຜູ້ໃດ?’ ອົງພຣະ^ຜູ້^ເປັນເຈົ້າຕອບວ່າ, ‘ເຮົາແມ່ນເຢຊູ ຜູ້ທີ່ເຈົ້າຂົ່ມເຫັງນັ້ນແຫລະ.
[16] ແຕ່ຈົ່ງລຸກຂຶ້ນ ແລະຢືນຢູ່, ເຮົາໄດ້ປາກົດແກ່ເຈົ້າເພື່ອແຕ່ງຕັ້ງເຈົ້າ ໃຫ້ເປັນຜູ້ຮັບໃຊ້ຂອງເຮົາ, ເຈົ້າຈະເປັນພະຍານຂອງເຮົາ ເພື່ອບອກຄົນອື່ນວ່າໃນວັນນີ້ ເຈົ້າໄດ້ເຫັນເຮົາ ແລະບອກເຖິງສິ່ງທີ່ເຮົາຈະສຳແດງໃຫ້ຮູ້ໃນອະນາຄົດ.
[17] ເຮົາຈະຊ່ວຍກອບກູ້ເອົາເຈົ້າຈາກປະຊາຊົນອິດສະຣາເອນ ແລະປະຊາຊົນອື່ນໆທີ່ເຮົາຈະໃຊ້ເຈົ້າໄປຫາ.
[18] ເຮົາໃຊ້ເຈົ້າໄປກໍເພື່ອວ່າ ເຈົ້າຈະໄຂຕາຄົນເຫລົ່ານັ້ນ ແລະເພື່ອວ່າ ເຈົ້າຈະນຳເຂົາອອກຈາກຄວາມມືດ ມາຫາຄວາມ^ສະຫວ່າງ ແລະຈາກອຳນາດຂອງ^ມານຊາຕານ ມາຫາພຣະເຈົ້າ ໂດຍວາງໃຈເຊື່ອໃນເຮົາບາບກຳຂອງ^ພວກເຂົາຈະໄດ້ຮັບການອະໄພ ແລະຮັບສ່ວນໃນທ່າມກາງປະຊາຊົນທີ່ພຣະເຈົ້າໄດ້ເລືອກໄວ້.’”
[19] “ກະສັດອັກຄີຼປາທີ່ນັບຖື ເມື່ອເປັນເຊັ່ນນັ້ນ ຂ້ານ້ອຍບໍ່ໄດ້ຂັດຂືນຕໍ່ນິມິດຈາກສະຫວັນທີ່ມາເຖິງຂ້ານ້ອຍ.
[20] ກ່ອນອື່ນ ຂ້ານ້ອຍໄດ້ປະກາດແກ່ປະຊາຊົນຢູ່ໃນເມືອງດາມັສກັດ ແລະຕໍ່ມາ ໃນນະຄອນເຢຣູຊາເລັມ ແລະໃນທົ່ວເຂດແຂວງຢູດາຍ ແລະແກ່ຄົນຕ່າງຊາດດ້ວຍ ໂດຍຮຽກຮ້ອງພວກເຂົາໃຫ້ຖິ້ມໃຈເກົ່າ^ເອົາໃຈໃໝ່, ຫັນມາຫາພຣະເຈົ້າ ແລະປະພຶດຕົນສົມກັບການກັບໃຈໃໝ່.
[21] ດ້ວຍເຫດຜົນດັ່ງກ່າວມານີ້ແຫລະ, ທີ່ພວກຢິວໄດ້ຈັບກຸມຂ້ານ້ອຍ ໃນຂະນະທີ່ຂ້ານ້ອຍຢູ່ໃນບໍລິເວນພຣະວິຫານ ແລະພວກເຂົາພະຍາຍາມທີ່ຈະສັງຫານຂ້ານ້ອຍເສຍ.
[22] ແຕ່ຂ້ານ້ອຍໄດ້ຮັບຄວາມ^ຊ່ວຍເຫລືອມາຈາກພຣະເຈົ້າເທົ່າເຖິງທຸກ^ວັນ^ນີ້. ດັ່ງນັ້ນ ຂ້ານ້ອຍຈຶ່ງຢືນຢູ່ໃນທີ່ນີ້ ເປັນພະຍານແກ່ທຸກຄົນບໍ່ວ່າຜູ້ໃຫຍ່ ຫລືຜູ້ນ້ອຍກໍດີ, ຂ້ານ້ອຍບໍ່ໄດ້ເວົ້າເລື່ອງອື່ນໃດ ນອກຈາກຢືນຢັນເລື່ອງທີ່ພວກຜູ້ທຳນວາຍ ແລະໂມເຊໄດ້ກ່າວໄວ້ເທົ່ານັ້ນວ່າ ຈະຕ້ອງເກີດຂຶ້ນຄື:
[23] ພຣະຄຣິດຕ້ອງທົນທຸກທໍລະມານ ແລະເປັນຜູ້ທຳອິດ ທີ່ເປັນຄືນມາຈາກຕາຍ ເພື່ອຈະປະກາດຄວາມ^ສະຫວ່າງທີ່ນຳໄປສູ່ຄວາມ^ລອດພົ້ນແກ່ຄົນຢິວ ແລະແກ່ຄົນຕ່າງຊາດ.”
[24] ຂະນະທີ່ໂປໂລກຳລັງກ່າວແກ້ຄະດີຢ່າງນັ້ນ ເຟຊະໂຕກໍຮ້ອງຂຶ້ນວ່າ, “ໂປໂລ^ເອີຍ ເຈົ້າເປັນບ້າໄປແລ້ວ ການຮຽນຮູ້ຫລາຍຂອງ^ເຈົ້າ ພາໃຫ້ເຈົ້າເປັນບ້າ.”
[25] ໂປໂລຕອບວ່າ, “ພະນະທ່ານ ຂ້ານ້ອຍບໍ່ໄດ້ເປັນບ້າ ຂ້ານ້ອຍກຳລັງກ່າວຄວາມຈິງອັນສົມເຫດ^ສົມຜົນ.
[26] ກະສັດເອງກໍສືບຮູ້ຂໍ້ຄວາມຈິງເຫລົ່ານີ້ແລ້ວ. ດັ່ງນັ້ນ ຂ້ານ້ອຍຈຶ່ງກ້າກ່າວເລື່ອງນີ້ຕໍ່ໜ້າກະສັດດ້ວຍຄວາມ^ໝັ້ນໃຈ, ຂ້ານ້ອຍເຊື່ອແນ່ວ່າ ກະສັດຮູ້ເຫດການຕ່າງໆແຕ່ລະຢ່າງໝົດແລ້ວ. ດ້ວຍວ່າ, ເຫດການເຫລົ່ານີ້ບໍ່ໄດ້ເກີດຂຶ້ນໃນບ່ອນລັບລີ້ທີ່ຄົນບໍ່ຮູ້.
[27] ກະສັດອັກຄີຼປາທີ່ນັບຖື ພຣະອົງເຊື່ອບັນດາຜູ້ທຳນວາຍຫລືບໍ່? ຂ້ານ້ອຍຮູ້ວ່າພຣະອົງເຊື່ອ.”
[28] ອັກຄີຼປາກ່າວແກ່ໂປໂລວ່າ, “ໃນເວລາສັ້ນໆນີ້ ເຈົ້າຄິດວ່າເຈົ້າຈະເຮັດໃຫ້ເຮົາເປັນຄຣິສຕຽນຊັ້ນບໍ?”
[29] ໂປໂລຕອບວ່າ, “ຊ້ອງພຣະພັກພຣະເຈົ້າ ຂ້ານ້ອຍປາຖະໜາບໍ່ວ່າຄຳຊັກຊວນໜ້ອຍ ຫລືຫລາຍກໍຕາມ ຝ່າຍຂ້ານ້ອຍຂໍພາວັນນາ^ອະທິຖານພຣະເຈົ້າ ບໍ່ແມ່ນເພື່ອພຣະອົງເທົ່ານັ້ນ, ແຕ່ເພື່ອທຸກໆຄົນທີ່ຟັງຂ້ານ້ອຍກ່າວຢູ່ໃນວັນນີ້ ເພື່ອໃຫ້ກາຍເປັນດັ່ງທີ່ຂ້ານ້ອຍເປັນ ເວັ້ນແຕ່ການເປັນນັກໂທດ.”
[30] ແລ້ວກະສັດກັບຜູ້ປົກຄອງ, ນາງເບນີເກ ແລະຄົນອື່ນໆທຸກຄົນກໍລຸກຂຶ້ນ,
[31] ແລະເມື່ອອອກໄປແລ້ວ ພວກເຂົາຕ່າງກໍເວົ້າແກ່ກັນແລະກັນວ່າ, “ຊາຍຄົນນີ້ ບໍ່ໄດ້ເຮັດຫຍັງ ພໍທີ່ລາວສົມຄວນຕ້ອງຕາຍ ຫລືຖືກຄຸກ,”
[32] ຝ່າຍອັກຄີຼປາກໍກ່າວແກ່ເຟຊະໂຕວ່າ, “ຊາຍຄົນນີ້ ສົມຄວນໃຫ້ປ່ອຍຕົວໄປ ຖ້າລາວບໍ່ອຸທອນໄປເຖິງຈັກກະພັດ.”