Skip to content
Opens in a new window
Listen to this chapter • 7:32

[1] ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ​ເອງ ໄດ້​ເກີດ​ມີ​ການ​ຂົ່ມເຫັງ​ຢ່າງ​ໜັກ ຕໍ່​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ ພວກ​ລູກສິດ​ທັງໝົດ ເວັ້ນ​ໄວ້​ແຕ່​ພວກ​ອັກຄະສາວົກ ຕ່າງ​ກໍໄດ້​ກະຈັດ^ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ​ແຂວງ​ຊາມາເຣຍ.

[2] ຜູ້​ທີ່​ຢຳເກງ​ພຣະເຈົ້າ​ບາງຄົນ ໄດ້​ນຳ​ເອົາ​ສົບ​ຂອງ^ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ​ມີ​ການ​ຮ້ອງໄຫ້​ໄວ້^ທຸກຢ່າງ​ໃຫຍ່​ໃຫ້​ລາວ.

[3] ສ່ວນ​ໂຊໂລ​ນັ້ນ​ໄດ້​ພະຍາຍາມ​ທຳລາຍ​ຄຣິສຕະຈັກ​ຢ່າງ​ຮຸນແຮງ ໂດຍ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ລາກ​ເອົາ​ບາງຄົນ​ທີ່​ເຊື່ອ​ທັງ​ຊາຍ​ທັງ​ຍິງ​ອອກ​ມາ ແລະ​ນຳ​ໄປ​ຂັງ​ໄວ້​ໃນ​ຄຸກ.

[4] ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ແຕກ​ກະຈັດ^ກະຈາຍ​ໄປ​ນັ້ນ ຕ່າງ​ກໍໄດ້​ປະກາດ​ຂ່າວປະເສີດ​ຕາມ​ບ່ອນ​ຕ່າງໆ.

[5] ຝ່າຍ​ຟີລິບ​ໄດ້​ໄປ​ຍັງ​ເມືອງ​ໃຫຍ່ ໃນ​ແຂວງ​ຊາມາເຣຍ ແລະ​ປະກາດ​ເລື່ອງ​ພຣະຄຣິດ​ໃນທີ່ນັ້ນ.

[6] ປະຊາຊົນ​ໄດ້​ຕັ້ງໃຈ​ຟັງ​ຖ້ອຍຄຳ​ຂອງ^ຟີລິບ ເມື່ອ​ພວກເຂົາ​ໄດ້ຍິນ​ເພິ່ນ​ປະກາດ ແລະ​ໄດ້​ເຫັນ​ການ​ອັດສະຈັນ​ທີ່​ເພິ່ນ​ໄດ້​ເຮັດ.

[7] ຜີຊົ່ວຮ້າຍ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ ແລະ​ອອກ​ມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ​ຄົນ​ທີ່​ເປັນ​ເປ້ຍ ແລະ​ຂາ​ເສັ້ງ​ຫລາຍ​ຄົນ ກໍໄດ້​ດີ​ເປັນ​ປົກກະຕິ.

[8] ດັ່ງນັ້ນ ຄວາມ^ຊົມຊື່ນ^ຍິນດີ​ອັນ​ໃຫຍ່​ຈຶ່ງ​ເກີດຂຶ້ນ​ໃນ​ເມືອງ​ນີ້.

[9] ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ນີ້​ຊື່​ວ່າ ຊີໂມນ ລາວ​ເປັນ​ໝໍ​ເວດມົນ^ຄາຖາ ທີ່​ເຄີຍ​ເຮັດ​ໃຫ້​ຊາວ​ຊາມາເຣຍ​ງຶດງໍ້​ອັດສະຈັນ​ໃຈ ແລະ​ອວດອ້າງ​ຕົວ​ວ່າ​ເປັນ​ຄົນ​ສຳຄັນ​ຜູ້ໜຶ່ງ.

[10] ດັ່ງນັ້ນ ຄົນ​ທັງຫລາຍ​ໃນ​ເມືອງ ບໍ່​ວ່າ​ຜູ້ໃຫຍ່ ຫລື​ຜູ້ນ້ອຍ ຈຶ່ງ​ໃຫ້​ຄວາມ^ສົນໃຈ​ຟັງ​ລາວ ແລະ​ເວົ້າ​ວ່າ, “ຊາຍ​ຜູ້​ນີ້​ມີ​ຣິດ​ຂອງ^ພຣະເຈົ້າ​ທີ່​ຄົນ​ເອີ້ນ​ວ່າ, ‘ມະຫິດທິຣິດ.’”

[11] ດ້ວຍ​ເວດມົນ^ຄາຖາ ທີ່​ລາວ​ໄດ້​ເຮັດ​ໃຫ້​ຄົນ​ງຶດງໍ້​ອັດສະຈັນ​ໃຈ​ແຕ່​ດົນນານ​ແລ້ວ​ນັ້ນ ຈຶ່ງ​ດຶງດູດ​ຄົນ​ທັງຫລາຍ​ໃຫ້​ສົນໃຈ​ໃນ​ຕົວ​ລາວ.

[12] ເມື່ອ​ພວກເຂົາ​ໄດ້​ຮັບ​ເຊື່ອ​ໃນ​ຖ້ອຍຄຳ​ຂອງ^ຟີລິບ ທີ່​ໄດ້​ປະກາດ​ກ່ຽວກັບ​ຂ່າວປະເສີດ​ເລື່ອງ​ຣາຊອານາຈັກ​ຂອງ^ພຣະເຈົ້າ ແລະ​ພຣະນາມ​ຂອງ^ພຣະເຢຊູ^ຄຣິດເຈົ້າ ພວກເຂົາ​ກໍໄດ້​ຮັບ​ບັບຕິສະມາ​ທັງ​ຊາຍ​ແລະ​ຍິງ.

[13] ຝ່າຍ​ຊີໂມນ​ເອງ​ກໍ​ເຊື່ອ​ເໝືອນກັນ ແລະ​ຫລັງຈາກ​ຮັບ​ບັບຕິສະມາ​ແລ້ວ ກໍ​ຕິດພັນ​ຢູ່​ກັບ​ຟີລິບ, ລາວ​ປະຫລາດ^ໃຈ​ຫລາຍ​ທີ່​ເຫັນ​ຟີລິບ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ທີ່​ໄດ້​ເກີດຂຶ້ນ​ນັ້ນ.

[14] ເມື່ອ​ພວກ​ອັກຄະສາວົກ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້ຍິນ​ຂ່າວ​ວ່າ​ປະຊາຊົນ​ແຂວງ​ຊາມາເຣຍ ໄດ້​ຮັບ​ເອົາ​ພຣະທຳ​ຂອງ^ພຣະເຈົ້າ​ແລ້ວ ຈຶ່ງ​ໄດ້​ໃຊ້​ເປໂຕ​ກັບ​ໂຢຮັນ​ໄປ​ຫາ​ພວກເຂົາ.

[15] ທ່ານ​ທັງສອງ​ກໍໄດ້​ໄປ​ພາວັນນາ^ອະທິຖານ​ສຳລັບ​ຄົນ​ທີ່​ເຊື່ອ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ.

[16] ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ທັນ​ໄດ້​ລົງ​ມາ​ເທິງ​ຜູ້ໃດ​ຈັກ​ຄົນ​ໃນ​ພວກເຂົາ ແລະ​ພວກເຂົາ​ໄດ້​ຮັບ​ບັບຕິສະມາ ໃນ​ພຣະນາມ​ຂອງ^ພຣະອົງເຈົ້າເຢຊູ​ເທົ່ານັ້ນ.

[17] ແລ້ວ​ເປໂຕ​ກັບ​ໂຢຮັນ​ກໍ​ວາງ​ມື​ໃສ່​ພວກເຂົາ ແລະ​ພວກເຂົາ​ຕ່າງ​ກໍໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ.

[18] ຝ່າຍ​ຊີໂມນ, ເມື່ອ​ໄດ້​ເຫັນ​ວ່າ​ພຣະວິນຍານ ເປັນ​ທີ່​ຊົງ​ປະທານ​ດ້ວຍ​ການ​ວາງ​ມື​ຂອງ^ພວກ​ອັກຄະສາວົກ ກໍໄດ້​ນຳ​ເງິນ​ມາ​ຈະ​ໃຫ້​ທ່ານ​ທັງສອງ.

[19] ໂດຍ​ເວົ້າ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ມີ​ຣິດອຳນາດ​ຢ່າງ​ນີ້​ເໝືອນກັນ ເພື່ອ​ວ່າ​ເມື່ອ​ຂ້ານ້ອຍ​ຫາກ​ວາງ​ມື​ໃສ່​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ.”

[20] ແຕ່​ເປໂຕ​ຕອບ​ລາວ​ວ່າ, “ຈົ່ງ​ໃຫ້​ເງິນ​ຂອງ^ເຈົ້າ​ຈິບຫາຍ​ໄປ​ກັບ​ເຈົ້າ​ສາ ເພາະ​ເຈົ້າ​ຄິດ​ວ່າ​ຈະ​ຊື້​ຂອງ^ປະທານ​ຈາກ​ພຣະເຈົ້າ​ດ້ວຍ​ເງິນ

[21] ເຈົ້າ​ບໍ່ມີ​ສ່ວນ​ໃນ​ພາລະກິດ​ຂອງ^ພວກເຮົາ ເພາະ​ຈິດໃຈ​ຂອງ^ເຈົ້າ​ບໍ່​ສັດຊື່​ຕໍ່ໜ້າ​ພຣະເຈົ້າ.

[22] ສະນັ້ນ ຈົ່ງ​ກັບໃຈ​ໃໝ່​ຈາກ​ການ​ອັນ​ຊົ່ວຊ້າ​ຂອງ^ເຈົ້າ​ນີ້​ສາ ແລ້ວ​ພາວັນນາ^ອະທິຖານ​ຂໍ​ຕໍ່​ພຣະອົງເຈົ້າ ເພື່ອ​ພຣະອົງ​ຈະ​ອະໄພ​ໃຫ້​ເຈົ້າ ທີ່​ເຈົ້າ​ຄິດ​ເຊັ່ນນັ້ນ.

[23] ເພາະ​ເຮົາ​ເຫັນ​ວ່າ​ໃຈ​ຂອງ^ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ^ອິດສາ​ອັນ​ຂົມຂື່ນ ແລະ​ເປັນ​ຜູ້​ຖືກ​ຜູກມັດ​ໄວ້​ໂດຍ​ໂສ້​ແຫ່ງ​ບາບກຳ.”

[24] ຝ່າຍ​ຊີໂມນ​ໄດ້​ຕອບ​ວ່າ, “ຂໍ​ທ່ານ​ທັງສອງ​ພາວັນນາ^ອະທິຖານ​ພຣະອົງເຈົ້າ​ສຳລັບ​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເຫດການ​ຕ່າງໆ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ ຈະ​ບໍ່​ເກີດຂຶ້ນ​ກັບ​ຂ້ານ້ອຍ​ຈັກ​ປະການ.”

[25] ສ່ວນ​ທ່ານ​ທັງສອງ ເມື່ອ​ໄດ້​ເປັນ​ພະຍານ ແລະ​ປະກາດ​ພຣະທຳ​ແຫ່ງ​ອົງ^ພຣະຜູ້^ເປັນເຈົ້າ​ແລ້ວ ກໍ​ກັບ​ມາ​ຍັງ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ປະກາດ​ຂ່າວປະເສີດ​ຕາມ​ທາງ ໃນ​ບ້ານ​ຊາວ​ຊາມາເຣຍ​ຫລາຍ​ແຫ່ງ.

[26] ແລ້ວ​ເທວະດາ​ຕົນ​ໜຶ່ງ ຂອງ​ອົງພຣະ^ຜູ້^ເປັນເຈົ້າ​ໄດ້​ສັ່ງ​ຟີລິບ​ວ່າ, “ຈົ່ງ​ລຸກ​ຂຶ້ນ ຕຽມຕົວ​ໃຫ້​ພ້ອມ ແລະ​ໄປ​ທາງ​ທິດ​ໃຕ້ ຕາມ​ທາງ​ແຕ່​ນະຄອນ​ເຢຣູຊາເລັມ​ລົງ​ໄປ​ສູ່​ກາຊາ.” (ຫົນທາງ​ນີ້​ຄົນ​ບໍ່​ທຽວ​ກັນ​ແລ້ວ.)

[27] ດັ່ງນັ້ນ ທ່ານ​ຈຶ່ງ​ລຸກ​ຂຶ້ນ​ເດີນທາງ​ໄປ ແລະ​ເບິ່ງແມ! ມີ​ໄທ​ເອທິໂອເປຍ​ຄົນ​ໜຶ່ງ​ເປັນ​ເທືອຍ ເປັນ​ຂ້າຣາຊການ​ຊັ້ນ​ສູງ​ຂອງ^ກັນເດກາ ຄື​ຣາຊີນີ​ຂອງ^ຊາວ​ເອທີໂອເປຍ ເປັນ​ນາຍ​ຄັງ​ຊັບ​ທັງໝົດ​ຂອງ^ຣາຊີນີ ເພິ່ນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນະມັດສະການ.

[28] ຂະນະທີ່​ນັ່ງ​ລົດມ້າ​ກຳລັງ​ກັບ​ເມືອ ເພິ່ນ​ໄດ້​ອ່ານ​ໜັງສື​ຂອງ^ເອຊາຢາ​ຜູ້ທຳນວາຍ​ຢູ່.

[29] ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສັ່ງ​ແກ່​ຟີລິບ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ໃກ້​ຕິດ​ລົດມ້າ​ຄັນ​ນີ້​ໄປ.”

[30] ຟີລິບ​ຈຶ່ງ​ແລ່ນ​ຫຍັບ​ເຂົ້າ​ໄປ​ໃກ້ ແລະ​ໄດ້ຍິນ​ເພິ່ນ​ກຳລັງ​ອ່ານ​ໜັງສື​ຂອງ^ຜູ້ທຳນວາຍ​ເອຊາຢາ​ຢູ່ ຟີລິບ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ທີ່​ທ່ານ​ອ່ານ​ຢູ່​ນັ້ນ​ທ່ານ​ເຂົ້າໃຈ​ບໍ?”

[31] ຂ້າຣາຊການ​ຜູ້​ນີ້​ຕອບ​ວ່າ, “ຂ້ອຍ​ຈະ​ເຂົ້າໃຈ​ໄດ້​ຢ່າງ​ໃດ? ຖ້າ​ບໍ່ມີ​ຜູ້ໃດ​ອະທິບາຍ​ສູ່​ຂ້ອຍ​ຟັງ?” ແລ້ວ​ເພິ່ນ​ກໍ​ເຊີນ​ຟີລິບ​ຂຶ້ນ​ນັ່ງ​ລົດມ້າ​ໄປ​ກັບ​ເພິ່ນ.

[32] ພຣະຄຳພີ​ຕອນ​ທີ່​ເພິ່ນ​ອ່ານ​ຢູ່​ນັ້ນ ຄື​ຂໍ້​ເຫລົ່ານີ້: “ເຂົາ​ໄດ້​ນຳ​ເພິ່ນ​ໄປ ເໝືອນ​ນຳ​ເອົາ​ແກະ​ໄປ​ຂ້າ ແລະ​ເໝືອນ​ແກະນ້ອຍ​ໂຕ​ທີ່​ມິດ​ຢູ່ ຕໍ່ໜ້າ​ຜູ້​ຕັດ​ຂົນ​ຂອງ^ມັນ ທ່ານ​ບໍ່ໄດ້​ອອກ​ປາກ​ກ່າວ​ຫຍັງ​ຈັກ​ຄຳ.

[33] ໃນ​ຄາວ​ທ່ານ​ຕົກ​ຕໍ່າຕ້ອຍ ທ່ານ​ບໍ່ໄດ້​ຮັບ​ຄວາມ^ຍຸດຕິທຳ. ບໍ່ມີ​ຜູ້ໃດ​ຈະ​ເລົ່າ​ເຖິງ​ເຊື້ອສາຍ​ ຂອງທ່ານ​ໄດ້ ເພາະວ່າ​ຊີວິດ​ຂອງທ່ານ​ ໄດ້​ຖືກ​ຕັດ​ເສຍ​ແລ້ວ.”

[34] ຂ້າຣາຊການ​ຜູ້​ນັ້ນ​ຫັນ​ມາ​ທາງ​ຟີລິບ ແລະ​ຖາມ​ວ່າ, “ບອກ​ຂ້ອຍ​ມາ​ເບິ່ງດູ ທີ່​ຜູ້ທຳນວາຍ​ກ່າວ​ເຊັ່ນນີ້ ແມ່ນ​ກ່າວ​ເຖິງ​ຜູ້ໃດ? ໝາຍ​ເຖິງ​ເພິ່ນ​ເອງ ຫລື​ກ່າວ​ເຖິງ​ຜູ້​ອື່ນ?”

[35] ແລ້ວ​ຟີລິບ​ກໍ​ອອກ​ປາກ​ກ່າວ ໂດຍ​ເລີ່ມ​ແຕ່​ພຣະຄຳພີ​ຕອນ​ນີ້​ໄປ ແລະ​ກໍ​ບອກ​ເພິ່ນ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ.

[36] ເມື່ອ​ພວກເພິ່ນ​ໄດ້​ເດີນທາງ​ມາ​ເຖິງ​ບ່ອນ​ມີ​ນໍ້າ​ບ່ອນ​ໜຶ່ງ ຂ້າຣາຊການ​ຜູ້​ນີ້​ກໍ​ກ່າວ​ວ່າ, “ທີ່​ນີ້​ມີ​ນໍ້າ ມີ​ສິ່ງໃດ​ບໍ​ທີ່​ຂັດຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບຕິສະມາ?” [

[37] ຟີລິບ​ຈຶ່ງ​ຕອບ​ວ່າ, “ຖ້າ​ທ່ານ​ເຕັມໃຈ​ເຊື່ອ​ກໍ​ຮັບ​ໄດ້.” ເພິ່ນ​ຕອບ​ວ່າ, “ຂ້ອຍ​ເຊື່ອ​ວ່າ ພຣະເຢຊູ^ຄຣິດເຈົ້າ​ເປັນ​ພຣະບຸດ​ຂອງ^ພຣະເຈົ້າ.”]

[38] ແລ້ວ​ຂ້າຣາຊການ​ກໍ​ສັ່ງ​ໃຫ້​ຢຸດ​ລົດມ້າ ເພິ່ນ​ກັບ​ຟີລິບ​ຈຶ່ງ​ລົງ​ໄປ​ໃນ​ນໍ້າ ແລະ​ຟີລິບ​ກໍ​ໃຫ້​ເພິ່ນ​ຮັບ​ບັບຕິສະມາ.

[39] ເມື່ອ​ທັງສອງ​ຂຶ້ນ​ມາ​ຈາກ​ນໍ້າ​ແລ້ວ ພຣະວິນຍານ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ກໍ​ຮັບ​ເອົາ​ຟີລິບ​ໄປ ສ່ວນ​ຂ້າຣາຊການ​ຄົນ​ນັ້ນ ກໍ​ບໍ່​ເຫັນ​ຟີລິບ​ຕໍ່ໄປ​ອີກ ເພິ່ນ​ຈຶ່ງ​ເດີນທາງ​ເມືອ​ດ້ວຍ​ຄວາມ^ຊົມຊື່ນ^ຍິນດີ​ຢ່າງ​ເຕັມລົ້ນ.

[40] ແຕ່​ມີ​ຄົນ​ໄດ້​ເຫັນ​ຟີລິບ​ຢູ່​ໃນ​ເມືອງ​ອາໂຊໂຕ ແລະ​ຂະນະທີ່​ເພິ່ນ​ຜ່ານ​ເມືອງ​ທັງຫລາຍ​ໄປ​ນັ້ນ ເພິ່ນ​ໄດ້​ປະກາດ​ຂ່າວປະເສີດ​ຈົນ​ມາ​ເຖິງ​ເມືອງ​ກາຍຊາເຣຍ.

ກິດຈະການ — Chapters