[1] ເມື່ອເຖິງວັນເພັນເຕຄໍສະເຕ ບັນດາພີ່ນ້ອງຜູ້ທີ່ເຊື່ອທັງໝົດໃນທີ່ນັ້ນ ກໍມາເຕົ້າໂຮມກັນຢູ່ບ່ອນດຽວ.
[2] ໃນທັນໃດນັ້ນ ກໍເກີດມີສຽງໜຶ່ງດັງມາຈາກຟ້າ ເໝືອນສຽງລົມພະຍຸແຮງກ້າ ດັງກ້ອງສະໜັ່ນທົ່ວເຮືອນທີ່ພວກເພິ່ນນັ່ງຢູ່ນັ້ນ.
[3] ມີລີ້ນເປັນຮູບເໝືອນແປວໄຟໄດ້ປາກົດໃຫ້ພວກເພິ່ນເຫັນ ແລະລິ້ນນັ້ນໄດ້ແຕກ^ກະຈາຍອອກໄປຢູ່ເທິງພວກເພິ່ນທຸກຄົນຜູ້ລະລິ້ນ.
[4] ທຸກຄົນໃນທີ່ນັ້ນ ຈຶ່ງເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະເລີ່ມປາກພາສາຕ່າງໆ ຕາມທີ່ພຣະວິນຍານຊົງໂຜດໃຫ້ພວກເພິ່ນເວົ້າ.
[5] ຂະນະນັ້ນ ນະຄອນເຢຣູຊາເລັມມີຊາວຢິວ ຈາກທຸກໆປະເທດໃນໂລກມາພັກອາໄສຢູ່ ແລະຊາວຢິວເຫລົ່ານີ້ເປັນຄົນຢຳເກງພຣະເຈົ້າ.
[6] ເມື່ອພວກເຂົາໄດ້ຍິນສຽງນີ້ແລ້ວ ກໍມີປະຊາຊົນມາເຕົ້າໂຮມກັນຢ່າງໜາແໜ້ນ ພວກເຂົາທັງໝົດຕ່າງກໍຕື່ນເຕັ້ນປະຫລາດ^ໃຈ ເພາະໄດ້ຍິນບັນດາຄົນເຫລົ່ານັ້ນ ເວົ້າພາສາທ້ອງຖິ່ນຂອງຕົນ.
[7] ດ້ວຍຄວາມ^ງຶດປະຫລາດ^ໃຈ ພວກເຂົາຈຶ່ງເວົ້າກັນວ່າ, “ຄົນທີ່ເວົ້າກັນຢູ່ນີ້ ເປັນຊາວຄາລີເລທັງໝົດບໍ່ແມ່ນບໍ?
[8] ແຕ່ເຫດໃດ ພວກເຮົາທຸກຄົນຈຶ່ງໄດ້ຍິນພວກເຂົາເວົ້າເປັນພາສາບ້ານເກີດ^ເມືອງນອນຂອງ^ພວກເຮົາ?
[9] ຄືພາສາປາເທຍ, ເມເດຍ ແລະ ເອລາມ ມາຈາກເມໂຊໂປຕາເມຍ, ຢູດາຍ, ກາປາໂດເກຍ ມາຈາກປົນໂຕ ແລະ ເອເຊຍ,
[10] ມາຈາກຟີເຄຍ ແລະ ປຳຟີເລຍ, ມາຈາກເອຢິບ ແລະຂົງເຂດຕ່າງໆໃນລີເບຍ ຊຶ່ງໃກ້ກັບເມືອງກີເຣເນ ກັບພວກທີ່ມາຈາກນະຄອນໂຣມ ທີ່ເປັນແຂກທີ່ມາຢ້ຽມຢາມ
[11] ທັງເປັນຄົນຢິວ ແລະຄົນຕ່າງຊາດທີ່ນັບຖືລັດທິຢິວ ແລະບາງຄົນໃນພວກເຮົາມາຈາກກະເຣເຕ ແລະປະຊາຊົນຊາວອາຣັບ, ແຕ່ພວກເຮົາຕ່າງກໍໄດ້^ຍິນພວກເຂົາເວົ້າພາສາຂອງ^ພວກເຮົາເອງ ເຖິງພາລະກິດອັນຍິ່ງໃຫຍ່ທີ່ພຣະເຈົ້າໄດ້ກະທຳ”
[12] ເມື່ອຕ່າງຄົນຕ່າງກໍງຶດປະຫລາດ^ໃຈ ແລະສັບສົນຢູ່ນັ້ນ ພວກເຂົາຈຶ່ງສືບຕໍ່ຖາມກັນແລະກັນວ່າ, “ເຫດການເຊັ່ນນີ້ໝາຍຄວາມວ່າຢ່າງໃດໜໍ?”
[13] ແຕ່ຄົນອື່ນໆໄດ້ເຢາະເຢີ້ຍໂດຍເວົ້າວ່າ, “ຄົນເຫລົ່ານີ້ເມົາເຫລົ້າ.”
[14] ແລ້ວເປໂຕພ້ອມກັບພວກອັກຄະສາວົກສິບເອັດຄົນນັ້ນ ກໍໄດ້ຢືນຂຶ້ນ ແລະເພິ່ນເລີ່ມກ່າວດ້ວຍສຽງດັງແກ່ປະຊາຊົນວ່າ, “ຊາວຢິວທັງຫລາຍພ້ອມກັບທຸກໆຄົນ ທີ່ມາພັກອາໄສຢູ່ໃນນະຄອນເຢຣູຊາເລັມ^ເອີຍ ຈົ່ງເຂົ້າໃຈເລື່ອງນີ້ ແລະໂຜດຟັງຂ້າພະເຈົ້າກ່າວໃຫ້ດີ.
[15] ຄົນເຫລົ່ານີ້ບໍ່ໄດ້ເມົາເຫລົ້າດັ່ງທີ່ພວກທ່ານຄິດ ເພາະຍັງເປັນເວລາເກົ້າໂມງເຊົ້າ.
[16] ແຕ່ເຫດການທີ່ພວກທ່ານໄດ້ເຫັນແລະໄດ້ຍິນນີ້ ແມ່ນເປັນໄປຕາມທີ່ຜູ້ທຳນວາຍໂຢເອນໄດ້ກ່າວໄວ້ວ່າ,
[17] ‘ພຣະເຈົ້າຊົງກ່າວວ່າ, ໃນຄາວສຸດທ້າຍນັ້ນ ເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທັງປວງ. ລູກຊາຍ ແລະ ລູກຍິງຂອງ^ພວກເຈົ້າ ຈະທຳນວາຍ ຊາຍໜຸ່ມຂອງ^ພວກເຈົ້າຈະເຫັນ ນິມິດ ແລະພວກຊາຍເຖົ້າຂອງ^ພວກເຈົ້າຈະຝັນເຫັນ.
[18] ຝ່າຍເຮົາໃນຄາວນັ້ນ ເຮົາຈະປະທານ ພຣະວິນຍານຂອງເຮົາໃຫ້ແກ່ ຜູ້ຮັບໃຊ້ຊາຍຍິງຂອງເຮົາ ແລະພວກເຂົາຈະທຳນວາຍ.
[19] ເຮົາຈະບັນດານໃຫ້ ມີການອັດສະຈັນໃນທ້ອງຟ້າເບື້ອງເທິງ ແລະໝາຍສຳຄັນໃນໂລກເບື້ອງລຸ່ມ ຈະມີເລືອດ ມີໄຟ ແລະມີອາຍຄວັນ,
[20] ກ່ອນວັນສຳຄັນ ແລະວັນຮຸ່ງເຮືອງ ຂອງອົງພຣະ^ຜູ້^ເປັນເຈົ້າຈະມາເຖິງ ດວງຕາເວັນຈະເກີດມືດມົວໄປ ດວງຈັນຈະກາຍເປັນເລືອດ.
[21] ແລ້ວກໍຈະເປັນດັ່ງນີ້ ຄືບຸກຄົນໃດ ທີ່ຮ້ອງອອກພຣະນາມຂອງ^ອົງພຣະ^ຜູ້^ເປັນເຈົ້າ ກໍຈະລອດພົ້ນ.’”
[22] “ຊາວອິດສະຣາເອນທັງຫລາຍ^ເອີຍ, ຈົ່ງຟັງຖ້ອຍຄຳເຫລົ່ານີ້ ພຣະເຢຊູເຈົ້າໄທນາຊາເຣັດ ເປັນຜູ້ທີ່ພຣະເຈົ້າໄດ້ຊົງສຳແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວ ດ້ວຍການອັດສະຈັນ, ດ້ວຍການອິດທິຣິດ ແລະດ້ວຍໝາຍສຳຄັນຕ່າງໆ ຊຶ່ງພຣະເຈົ້າໄດ້ກະທຳດ້ວຍພຣະອົງ, ພວກທ່ານກໍຮູ້ເລື່ອງນີ້ຢູ່ແລ້ວ. ດ້ວຍວ່າ, ເຫດການໄດ້ເກີດຂຶ້ນຢູ່ໃນທ່າມກາງພວກທ່ານ.
[23] ໂດຍສອດຄ່ອງກັບແຜນການຂອງ^ພຣະເຈົ້າ ທີ່ພຣະອົງໄດ້ກຳນົດຄາດໝາຍໄວ້ລ່ວງໜ້າກ່ອນແລ້ວວ່າ ພຣະເຢຊູເຈົ້າຈຳຕ້ອງຖືກມອບໃຫ້ພວກທ່ານ ແລະພວກທ່ານໄດ້ມອບໃຫ້ບັນດາຄົນນອກສາສະໜາ ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະປະຫານຊີວິດເສຍ.
[24] ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ ໂດຍປົດປ່ອຍພຣະອົງອອກຈາກຄວາມ^ເຈັບປວດຂອງ^ອຳນາດແຫ່ງຄວາມ^ຕາຍ ເພາະຄວາມ^ຕາຍບໍ່ສາມາດກັກຈ່ອງພຣະອົງໄວ້ໄດ້.
[25] ເພາະວ່າກະສັດດາວິດໄດ້ກ່າວເຖິງພຣະອົງວ່າ, ‘ຂ້ານ້ອຍໄດ້ເຫັນອົງພຣະ^ຜູ້^ເປັນເຈົ້າ ຕໍ່ໜ້າຂ້ານ້ອຍຕະຫລອດເວລາ, ເພາະພຣະອົງຢູ່ເບື້ອງຂວາຂອງ^ຂ້ານ້ອຍ ຂ້ານ້ອຍຈະບໍ່ສະທ້ານຫວັ່ນໄຫວ.
[26] ດ້ວຍເຫດນີ້ ຂ້ານ້ອຍຈຶ່ງເຕັມໄປດ້ວຍ ຄວາມ^ປິຕິຍິນດີ ເມື່ອຂ້ານ້ອຍເວົ້າຈາ ແລະລິ້ນຂອງ^ຂ້ານ້ອຍຈຶ່ງຮ້ອງ ດ້ວຍຄວາມ^ຊົມຊື່ນ^ຍິນດີ. ສຳລັບຂ້ານ້ອຍແລ້ວ ເນື້ອກາຍຂອງ^ຂ້ານ້ອຍ ກໍຈະພັກຜ່ອນດ້ວຍຄວາມຫວັງ ດ້ວຍຄວາມ^ໝັ້ນໃຈໃນພັນທະສັນຍາ ຂອງພຣະເຈົ້າ
[27] ເພາະພຣະອົງຈະບໍ່ປະຖິ້ມຂ້ານ້ອຍໄວ້ ໃນແດນ^ມໍຣະນາ ບ່ອນທີ່ຄົນຕາຍຢູ່ນັ້ນ, ທັງຈະບໍ່ໃຫ້ຜູ້ຮັບໃຊ້ຂອງ^ພຣະອົງ ຜູ້ທີ່ບໍຣິສຸດເປື່ອຍເນົ່າໃນຂຸມຝັງສົບ.
[28] ພຣະອົງຊົງໂຜດໃຫ້ຂ້ານ້ອຍໄດ້ຮູ້ ເຫັນທາງນຳໄປສູ່ຊີວິດ ແລະພຣະອົງຈະຊົງໃຫ້ຂ້ານ້ອຍ ຊົມຊື່ນ^ຍິນດີຢ່າງເຕັມບໍຣິບູນ ຢູ່ຊ້ອງໜ້າພຣະອົງ.’
[29] ພີ່ນ້ອງທັງຫລາຍ^ເອີຍ, ຂ້າພະເຈົ້າມີສິດທີ່ຈະກ່າວຢ່າງເຊື່ອໝັ້ນຕໍ່ພວກທ່ານ ເຖິງກະສັດດາວິດບັນພະບຸລຸດຂອງ^ພວກເຮົາ ເພິ່ນໄດ້ຕາຍໄປ ແລະຖືກຝັງໄວ້ໃນອຸບມຸງຂອງ^ເພິ່ນເອງ ຊຶ່ງຢູ່ທ່າມກາງພວກເຮົາຈົນເຖິງ^ທຸກ^ວັນນີ້.
[30] ເພາະເພິ່ນເປັນຜູ້ທຳນວາຍ ແລະໄດ້ຮູ້ພຣະສັນຍາຂອງ^ພຣະເຈົ້າທີ່ມີໄວ້ກັບເພິ່ນເອງຄື: ພຣະເຈົ້າໄດ້ສັນຍາໄວ້ວ່າ ພຣະອົງຈະໃຫ້ຜູ້ໜຶ່ງໃນເຊື້ອສາຍຂອງ^ເພິ່ນ ຂຶ້ນເປັນກະສັດເທິງພຣະທີ່ນັ່ງຂອງ^ເພິ່ນ.
[31] ກະສັດດາວິດຮູ້ເຫດການທີ່ພຣະເຈົ້າຈະໃຫ້ເກີດຂຶ້ນໃນອະນາຄົດ. ດັ່ງນັ້ນແຫລະ, ເພິ່ນຈຶ່ງກ່າວເຖິງຄວາມ^ເປັນຄືນມາຈາກຕາຍຂອງ^ພຣະຄຣິດວ່າ, ‘ເພິ່ນບໍ່ໄດ້ຖືກປະຖິ້ມໄວ້ໃນແດນ^ມໍຣະນາ ເນື້ອຕົວຂອງ^ເພິ່ນກໍບໍ່ເປື່ອຍເນົ່າ.’
[32] ພຣະເຈົ້າໄດ້ບັນດານໃຫ້ພຣະເຢຊູເຈົ້າຜູ້ນີ້ແຫລະ ເປັນຄືນມາຈາກຕາຍ ແລະພວກ^ຂ້າພະເຈົ້າທຸກຄົນ ຕ່າງກໍເປັນພະຍານໃນເລື່ອງຄວາມຈິງນີ້.
[33] ພຣະເຈົ້າໄດ້ຍົກພຣະເຢຊູເຈົ້າຂຶ້ນສູ່ເບື້ອງຂວາພຣະຫັດຂອງ^ພຣະອົງ ແລະເພິ່ນໄດ້ຮັບພຣະວິນຍານບໍຣິສຸດເຈົ້າຈາກພຣະບິດາເຈົ້າຕາມພຣະສັນຍາໄວ້, ພຣະເຢຊູເຈົ້າໄດ້ຊົງຖອກພຣະວິນຍານນັ້ນລົງມາ ຊຶ່ງພວກເຈົ້າໄດ້ເຫັນ ແລະໄດ້ຍິນແລ້ວນັ້ນ.
[34] ດ້ວຍເຫດວ່າ ດາວິດບໍ່^ໄດ້ຂຶ້ນໄປຍັງສະຫວັນ ແຕ່ເພິ່ນໄດ້ກ່າວວ່າ, ‘ອົງພຣະ^ຜູ້^ເປັນເຈົ້າຊົງກ່າວແກ່ ພຣະອົງເຈົ້າຂອງ^ຂ້ານ້ອຍວ່າ, ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ
[35] ຈົນກວ່າເຮົາໄດ້ປາບເຫລົ່າສັດຕູຂອງ^ເຈົ້າ ໃຫ້ຢູ່ໃຕ້ພື້ນຕີນຂອງ^ເຈົ້າ.’
[36] ເຫດສະນັ້ນ ປະຊາຊົນອິດສະຣາເອນທຸກຄົນ^ເອີຍ ພວກທ່ານຈຳເປັນຕ້ອງຮູ້ຢ່າງຄັກແນ່ວ່າ ພຣະເຢຊູເຈົ້າອົງນີ້ ຜູ້ທີ່ພວກທ່ານໄດ້ຕອກຄຶງໄວ້ທີ່ໄມ້ກາງແຂນນັ້ນແຫລະ ແມ່ນຜູ້ທີ່ຖືກຕັ້ງໄວ້ໃຫ້ເປັນທັງພຣະອົງເຈົ້າ ແລະເປັນພຣະຄຣິດ.”
[37] ເມື່ອປະຊາຊົນໄດ້ຍິນເຊັ່ນນີ້ແລ້ວ ຕ່າງກໍເຈັບຊໍ້າກິນແໜງ^ໃຈຫລາຍທີ່ສຸດ ແລະເວົ້າແກ່ເປໂຕກັບອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງ^ເອີຍ ພວກເຮົາຈະຕ້ອງເຮັດຢ່າງໃດ?”
[38] ເປໂຕກ່າວແກ່ພວກເຂົາວ່າ, “ແຕ່ລະຄົນໃນພວກທ່ານ ຕ້ອງຖິ້ມໃຈເກົ່າ^ເອົາໃຈໃໝ່ ແລະຮັບບັບຕິສະມາໃນນາມຂອງ^ພຣະເຢຊູ^ຄຣິດເຈົ້າ ເພື່ອວ່າບາບກຳຂອງ^ພວກທ່ານຈະໄດ້ຮັບການອະໄພ ແລະພວກທ່ານກໍຈະໄດ້ຮັບຂອງ^ປະທານຈາກພຣະເຈົ້າ ຄືພຣະວິນຍານບໍຣິສຸດເຈົ້າ.
[39] ດ້ວຍວ່າ, ຄຳສັນຍາຂອງ^ພຣະເຈົ້າ ແມ່ນໄດ້ມີໄວ້ກັບພວກທ່ານທັງລູກຂອງ^ພວກທ່ານ ແລະກັບຄົນທັງປວງທີ່ຢູ່ຫ່າງໄກ ຄືແກ່ທຸກຄົນທີ່ອົງພຣະ^ຜູ້^ເປັນເຈົ້າພຣະເຈົ້າຂອງ^ພວກເຮົາ ໄດ້ເອີ້ນໃຫ້ມາຫາພຣະອົງນັ້ນ.”
[40] ແລ້ວເປໂຕກໍສັ່ງ ແລະຕັກເຕືອນໜູນໃຈພວກເຂົາຕື່ມອີກຫລາຍປະການ ເພິ່ນກ່າວວ່າ, “ຈົ່ງເອົາຕົວລອດພົ້ນຈາກເຊື້ອຊາດອັນຄົດໂກງນີ້ເສຍ.”
[41] ຫລາຍຄົນໃນພວກເຂົາໄດ້ເຊື່ອຖ້ອຍຄຳຂອງ^ເປໂຕ ແລະໄດ້ຮັບບັບຕິສະມາ ແລະໃນວັນນັ້ນມີຄົນເພີ່ມເຂົ້າມາຕື່ມເປັນລູກສິດປະມານສາມພັນຄົນ.
[42] ພວກເຂົາໄດ້ຕັ້ງໝັ້ນຢູ່ໃນຄຳສອນຂອງ^ພວກອັກຄະສາວົກ ເຂົ້າຮ່ວມໃນກຸ່ມສາມັກຄີທຳ ໃນການຫັກເຂົ້າຈີ່ ແລະຮ່ວມໃຈກັນໃນການພາວັນນາ^ອະທິຖານ.
[43] ທຸກຄົນເກີດມີຄວາມ^ຢ້ານຢຳນັບຖື ສ່ວນພວກອັກຄະສາວົກກໍໄດ້ເຮັດການອັດສະຈັນ ແລະໝາຍສຳຄັນຫລາຍປະການ.
[44] ຄົນທີ່ເຊື່ອທັງໝົດກໍສືບຕໍ່ຢູ່ຮ່ວມກັນ ແລະໄດ້ນຳເອົາຊັບສິ່ງຂອງ^ທີ່ຕົນມີຢູ່ນັ້ນ ມາເປັນຂອງ^ສ່ວນລວມ.
[45] ພວກເຂົາໄດ້ຂາຍທີ່ດິນກັບຊັບສິ່ງຂອງ ແລະແຈກຢາຍໃຫ້ແກ່ຄົນທັງປວງ ຕາມຄວາມ^ຈຳເປັນຂອງ^ທຸກໆຄົນ.
[46] ແຕ່ລະວັນ ພວກເຂົາໄດ້ໝັ່ນເຕົ້າໂຮມກັນນະມັດສະການໃນບໍລິເວນພຣະວິຫານ ແລະຫັກເຂົ້າຈີ່ ຮ່ວມຮັບປະທານອາຫານນຳກັນ ຕາມບ້ານເຮືອນຂອງ^ພວກຕົນດ້ວຍຄວາມ^ຊົມຊື່ນ^ຍິນດີ ແລະດ້ວຍໃຈສັດຊື່
[47] ທັງສັນລະເສີນພຣະເຈົ້າ ແລະຄົນທັງປວງຕ່າງກໍພໍໃຈນຳບັນດາຄົນທີ່ເຊື່ອນັ້ນ ຝ່າຍອົງ^ພຣະຜູ້^ເປັນເຈົ້າໄດ້ຊົງໂຜດໃຫ້ມີຄົນທີ່ເຊື່ອ ເພີ່ມຈຳນວນຂຶ້ນທຸກໆວັນ.