[1] ແລ້ວມະຫາປະໂຣຫິດກໍຖາມຊະເຕຟາໂນວ່າ, “ເລື່ອງນີ້ເປັນຄວາມຈິງແທ້ບໍ?”
[2] ຝ່າຍຊະເຕຟາໂນໄດ້ຕອບວ່າ, “ພີ່ນ້ອງແລະພວກຍາພໍ່ທັງຫລາຍ^ເອີຍ, ຂໍໂຜດຟັງຂ້ານ້ອຍກ່າວເທີ້ນ ພຣະເຈົ້າແຫ່ງສະຫງ່າຣາສີໄດ້ປາກົດແກ່ອັບຣາຮາມ ບັນພະບຸລຸດຂອງ^ພວກເຮົາ ເມື່ອເພິ່ນຍັງຢູ່ທີ່ເມໂຊໂປຕາເມຍ ກ່ອນເພິ່ນໄດ້ໄປອາໄສຢູ່ໃນເມືອງຮາຣານ
[3] ໂດຍກ່າວແກ່ເພິ່ນວ່າ, ‘ເຈົ້າຈົ່ງອອກຈາກບ້ານເກີດ^ເມືອງນອນ ແລະຍາດຕິພີ່ນ້ອງຂອງ^ເຈົ້າ ແລ້ວໄປຍັງດິນແດນທີ່ເຮົາຈະສະແດງໃຫ້ເຈົ້າໄດ້ເຫັນ.’
[4] ດັ່ງນັ້ນ ອັບຣາຮາມຈຶ່ງອອກຈາກດິນແດນຂອງ^ຊາວເຄນເດຍ ແລະໄດ້ໄປອາໄສຢູ່ໃນເມືອງຮາຣານ ຫລັງຈາກທີ່ພໍ່ຂອງ^ອັບຣາຮາມຕາຍແລ້ວ ພຣະເຈົ້າກໍໄດ້ໃຫ້ເພິ່ນຍົກຍ້າຍອອກຈາກທີ່ນັ້ນມາຍັງເມືອງນີ້ ຄືບ່ອນທີ່ພວກເຈົ້າອາໄສຢູ່ໃນທຸກວັນນີ້.
[5] ພຣະເຈົ້າບໍ່ໄດ້ໃຫ້ອັບຣາຮາມຮັບສ່ວນໃດໆຂອງ^ດິນແດນນີ້ ເປັນກຳມະສິດຂອງຕົນ ແມ່ນແຕ່ທໍ່ຮອຍຕີນ ແຕ່ໃນຂະນະທີ່ເພິ່ນຍັງບໍ່ມີລູກ ພຣະເຈົ້າໄດ້ສັນຍາວ່າ ພຣະອົງຈະມອບດິນແດນໃຫ້ເພິ່ນເປັນກຳມະສິດ ແລະໃຫ້ແກ່ເຊື້ອສາຍພາຍຫລັງເພິ່ນດ້ວຍ.
[6] ພຣະເຈົ້າໄດ້ຊົງກ່າວໄວ້ດັ່ງນີ້ວ່າ, ‘ເຊື້ອສາຍຂອງ^ເຈົ້າຈະໄປອາໄສເປັນແຂກຢູ່ໃນຕ່າງປະເທດ ແລະຊາວປະເທດນັ້ນຈະເອົາພວກເຂົາເປັນທາດ ແລະພວກເຂົາຈະຖືກກົດຂີ່ຂົ່ມເຫັງຢ່າງຮ້າຍແຮງເປັນເວລາສີ່ຮ້ອຍປີ.’
[7] ແລ້ວພຣະອົງຊົງກ່າວອີກວ່າ, ‘ຝ່າຍເຮົາຈະພິພາກສາລົງໂທດ ປະເທດທີ່ພວກເຂົາຮັບໃຊ້ເປັນຂ້ອຍຂ້າຢູ່ນັ້ນ ຫລັງຈາກນັ້ນແລ້ວ ພວກເຂົາຈະອອກມາບົວລະບັດຂາບໄຫວ້ເຮົາໃນທີ່ນີ້.’
[8] ແລ້ວພຣະເຈົ້າກໍໃຫ້ອັບຣາຮາມເຮັດພິທີຕັດ ເພື່ອເປັນເຄື່ອງໝາຍແຫ່ງພັນທະສັນຍາ. ດັ່ງນັ້ນ ອັບຣາຮາມຜູ້ເປັນພໍ່ ຈຶ່ງເຮັດພິທີຕັດໃຫ້ອີຊາກໃນວັນທີແປດ ຫລັງຈາກທີ່ລາວໄດ້ເກີດມາ ອີຊາກໄດ້ເຮັດພິທີຕັດໃຫ້ຢາໂຄບ ແລະຢາໂຄບໄດ້ເຮັດພິທີຕັດໃຫ້ລູກຊາຍສິບສອງຄົນຂອງຕົນ ຄືບັນພະບຸລຸດແຫ່ງເຊື້ອຊາດຂອງ^ພວກເຮົາ.
[9] ຍ້ອນບັນພະບຸລຸດເຫລົ່ານັ້ນ ໄດ້ອິດສາໂຢເຊັບນ້ອງຊາຍຂອງ^ພວກຕົນ ພວກເຂົາຈຶ່ງຂາຍເພິ່ນໄປເປັນທາດທີ່ປະເທດເອຢິບ, ແຕ່ພຣະເຈົ້າໄດ້ສະຖິດຢູ່ກັບໂຢເຊັບ
[10] ແລະຊ່ວຍເພິ່ນໃຫ້ຜ່ານພົ້ນຄວາມ^ຍາກລຳບາກທັງສິ້ນ, ພຣະເຈົ້າກໍໂຜດໃຫ້ເພິ່ນເປັນທີ່ພໍໃຈ ແລະມີສະຕິປັນຍາ ເມື່ອໂຢເຊັບໄດ້ປາກົດຕົວຕໍ່ໜ້າກະສັດຟາໂຣແຫ່ງເອຢິບ ແລະກະສັດໄດ້ແຕ່ງຕັ້ງໂຢເຊັບ ໃຫ້ເປັນຜູ້ປົກຄອງເອຢິບຕະຫລອດທັງວັງຂອງ^ເພິ່ນດ້ວຍ.
[11] ຕໍ່ມາ ໄດ້ເກີດມີການອຶດຢາກທົ່ວເອຢິບ ແລະ ການາອານ ຊຶ່ງເປັນເຫດໃຫ້ມີຄວາມ^ທົນທຸກລຳບາກຢ່າງໃຫຍ່ຫລວງ ບັນພະບຸລຸດຂອງ^ພວກເຮົາບໍ່ສາມາດຫາອາຫານມາລ້ຽງຊີບໄດ້.
[12] ແລະເມື່ອຢາໂຄບໄດ້ຍິນຂ່າວວ່າ ມີເຂົ້າຢູ່ໃນປະເທດເອຢິບ ເພິ່ນຈຶ່ງໃຊ້ລູກຊາຍຂອງ^ເພິ່ນ ຄືບັນພະບຸລຸດຂອງ^ພວກເຮົາໄປທີ່ນັ້ນເປັນເທື່ອທຳອິດ.
[13] ໃນເທື່ອທີສອງ ໂຢເຊັບໄດ້ສະແດງຕົວໃຫ້ພວກອ້າຍນ້ອງຮູ້ຈັກ ແລະໄດ້ແຈ້ງໃຫ້ກະສັດຟາໂຣຮັບຮູ້ ເຖິງຍາດຕິພີ່ນ້ອງຂອງ^ເພິ່ນເໝືອນກັນ.
[14] ດັ່ງນັ້ນ ໂຢເຊັບຈຶ່ງໃຊ້ຄົນນຳຂ່າວໄປຍັງຢາໂຄບພໍ່ຂອງຕົນ ໂດຍບອກໃຫ້ເພິ່ນກັບທຸກຄົນໃນຄອບຄົວມາຍັງປະເທດເອຢິບ ລວມທັງໝົດມີເຈັດສິບຫ້າຄົນ.
[15] ແລ້ວຢາໂຄບກໍມາຍັງປະເທດເອຢິບ ແລະເພິ່ນກັບພວກລູກຊາຍຂອງ^ເພິ່ນກໍໄດ້ຕາຍຢູ່ທີ່ນັ້ນ.
[16] ແລະພວກເຂົາໄດ້ນຳເອົາສົບຂອງ^ພວກເພິ່ນກັບຄືນມາຍັງເຊເຄມ ແລະໄດ້ວາງໄວ້ໃນອຸບມຸງ ທີ່ອັບຣາຮາມໄດ້ຊື້ຈາກຕະກຸນຮາໂມ ດ້ວຍເງິນຈຳນວນໜຶ່ງໃນເມືອງເຊເຄມ.
[17] ອັນໜຶ່ງ ເມື່ອກຳນົດແຫ່ງພຣະສັນຍາ ຊຶ່ງພຣະເຈົ້າໄດ້ຊົງກ່າວໄວ້ກັບອັບຣາຮາມໃກ້ຈະເຖິງແລ້ວ ຊົນຊາດອິດສະຣາເອນໃນປະເທດເອຢິບໄດ້ເພີ່ມທະວີຫລາຍຂຶ້ນ.
[18] ຈົນເຖິງກະສັດອີກອົງໜຶ່ງ ຊຶ່ງບໍ່ຮູ້ຈັກໂຢເຊັບໄດ້ຂຶ້ນປົກຄອງປະເທດເອຢິບ.
[19] ກະສັດຜູ້ນີ້ໄດ້ໃຊ້ກົນອຸບາຍຫລອກລວງບັນພະບຸລຸດຂອງ^ພວກເຮົາ ເຮັດໂຫດຮ້າຍຕໍ່ພວກເພິ່ນ ໂດຍບັງຄັບໃຫ້ເອົາລູກນ້ອຍອ່ອນຂອງ^ພວກເພິ່ນອອກໄປຖິ້ມເສຍ ເພື່ອບໍ່ໃຫ້ມີຊີວິດເຫລືອຢູ່ໄດ້.
[20] ໃນຄາວນັ້ນ ໂມເຊໄດ້ເກີດມາເປັນລູກນ້ອຍທີ່ມີຮູບຮ່າງງົດງາມຫລາຍ ໂມເຊໄດ້ຮັບການລ້ຽງດູທີ່ເຮືອນເປັນເວລາສາມເດືອນ
[21] ແລະເມື່ອເຂົາເອົາໂມເຊອອກໄປຈາກເຮືອນ ລູກສາວຂອງ^ກະສັດຟາໂຣ ກໍຮັບເອົາໄປລ້ຽງໄວ້ເປັນລູກຊາຍຂອງຕົນ.
[22] ໂມເຊໄດ້ຮັບການສິດສອນຮຽນຮູ້ ໃນວິຊາການທຸກຢ່າງຂອງ^ຊາວເອຢິບ ແລະກາຍເປັນຜູ້ມີຄວາມ^ສາມາດໃນຄຳເວົ້າຈາ ແລະການກະທຳ.
[23] ເມື່ອໂມເຊມີອາຍຸໄດ້ສີ່ສິບປີ ເພິ່ນກໍໄດ້ຕັດສິນໃຈໄປຊອກເບິ່ງຄວາມ^ເປັນຢູ່ຂອງ^ຊາວອິດສະຣາເອນ ພີ່ນ້ອງຮ່ວມຊາດຂອງຕົນ.
[24] ເພິ່ນໄດ້ເຫັນຄົນໜຶ່ງໃນພວກອິດສະຣາເອນຖືກຄົນເອຢິບຂົ່ມເຫັງ. ສະນັ້ນ ເພິ່ນຈຶ່ງເຂົ້າໄປຊ່ວຍຄົນອິດສະຣາເອນ ແລະຂ້າຄົນເອຢິບຜູ້ນັ້ນເສຍ ເພື່ອເປັນການແກ້ແຄ້ນ. (
[25] ເພິ່ນຄິດວ່າ ປະຊາຊົນຂອງຕົນຄົງເຂົ້າໃຈ ທີ່ພຣະເຈົ້າກຳລັງໃຊ້ຕົນ ມາປົດປ່ອຍພວກເຂົາໃຫ້ເປັນອິດສະຫລະ ແຕ່ພວກເຂົາບໍ່ເຂົ້າໃຈ.)
[26] ໃນວັນຕໍ່ມາ ເພິ່ນໄດ້ເຫັນຄົນອິດສະຣາເອນສອງຄົນກຳລັງຕີກັນ ແລະເພິ່ນກໍພະຍາຍາມໃຫ້ພວກເຂົາຄືນດີກັນ ເພິ່ນກ່າວວ່າ, ‘ຊາຍ^ເອີຍ ພວກເຈົ້າເປັນພີ່ນ້ອງກັນ ເປັນຫຍັງຈຶ່ງຕີກັນເຊັ່ນນີ້?’
[27] ແຕ່ຜູ້ທີ່ກຳລັງເຮັດຮ້າຍຕໍ່ເພື່ອນຂອງຕົນນັ້ນ ຊຸກໂມເຊອອກ ແລະຖາມວ່າ, ‘ຜູ້ໃດຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະຕັດສິນພວກເຮົາ?
[28] ບໍ່ແມ່ນເຈົ້າຢາກຂ້າເຮົາ ຄືເຈົ້າໄດ້ຂ້າຄົນເອຢິບມື້ວານນີ້ບໍ?’
[29] ເມື່ອໂມເຊໄດ້ຍິນດັ່ງນີ້ແລ້ວ ເພິ່ນຈຶ່ງປົບໜີໄປອາໄສຢູ່ໃນດິນແດນມີດີອານ ໃນທີ່ນັ້ນເພິ່ນມີລູກຊາຍສອງຄົນ.
[30] ຫລັງຈາກສີ່ສິບປີໄດ້ຜ່ານໄປ ມີເທວະດາຕົນໜຶ່ງ ໄດ້ປາກົດແກ່ໂມເຊໃນແປວໄຟທີ່ພຸ່ມໜາມ ໃນຖິ່ນ^ແຫ້ງແລ້ງ^ກັນດານຊີນາຍ.
[31] ໂມເຊງຶດປະຫລາດ^ໃຈໃນສິ່ງທີ່ຕົນໄດ້ເຫັນ ຈຶ່ງຫຍັບເຂົ້າໄປໃກ້ພຸ່ມໄມ້ນັ້ນເພື່ອເບິ່ງຄັກໆ ແລະເພິ່ນໄດ້ຍິນສຽງຂອງ^ອົງພຣະ^ຜູ້^ເປັນເຈົ້າກ່າວວ່າ,
[32] ‘ເຮົາແມ່ນພຣະເຈົ້າຂອງ^ບັນພະບຸລຸດຂອງ^ເຈົ້າ ຄືພຣະເຈົ້າອົງທີ່ອັບຣາຮາມ, ອີຊາກ ແລະ ຢາໂຄບ.’ ໂມເຊຢ້ານຫລາຍຈົນສັ່ນເຊັນ ແລະບໍ່ກ້າຫລຽວເບິ່ງ.
[33] ອົງພຣະ^ຜູ້^ເປັນເຈົ້າກ່າວແກ່ໂມເຊວ່າ, ‘ຈົ່ງຖອດເກີບເຈົ້າອອກ ເພາະບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ເປັນບ່ອນສັກສິດ.
[34] ເຮົາໄດ້ເຫັນຄວາມ^ທົນທຸກລຳບາກອັນຮ້າຍແຮງ ທີ່ປະຊາຊົນຂອງເຮົາໄດ້ຮັບໃນປະເທດເອຢິບ ເຮົາໄດ້ຍິນສຽງໂອ່ຍຄາງຂອງ^ພວກເຂົາແລ້ວ ເຮົາຈຶ່ງລົງມາເພື່ອປົດປ່ອຍພວກເຂົາໃຫ້ເປັນອິດສະຫລະ. ບັດນີ້ມາແມ ເຮົາຈະໃຊ້ເຈົ້າໄປຍັງປະເທດເອຢິບ.’
[35] ໂມເຊຜູ້ນີ້ແຫລະ ທີ່ປະຊາຊົນອິດສະຣາເອນປະຕິເສດໂດຍຖາມວ່າ, ‘ຜູ້ໃດຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະຕັດສິນພວກເຮົາ?’ ເພິ່ນແມ່ນຜູ້ທີ່ພຣະເຈົ້າໄດ້ໃຊ້ໄປປົກຄອງປະຊາຊົນ ແລະປົດປ່ອຍພວກເຂົາໃຫ້ເປັນອິດສະຫລະ ໂດຍມີເທວະດາຕົນທີ່ໄດ້ປາກົດແກ່ເພິ່ນ ທີ່ພຸ່ມໄມ້ມີແປວໄຟລຸກນັ້ນເປັນຜູ້ຊ່ວຍເຫລືອ.
[36] ເພິ່ນໄດ້ນຳພາປະຊາຊົນອອກມາຈາກປະເທດເອຢິບໂດຍເຮັດການອັດສະຈັນ ແລະໝາຍສຳຄັນທີ່ໜ້າງຶດປະຫລາດ^ໃຈຫລາຍປະການໃນປະເທດເອຢິບ ແລະທີ່ທະເລແດງ ແລະໃນຖິ່ນ^ແຫ້ງແລ້ງ^ກັນດານເປັນເວລາສີ່ສິບປີ.
[37] ແມ່ນໂມເຊຜູ້ນີ້ແຫລະ ທີ່ໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, ‘ພຣະເຈົ້າຈະໃຊ້ຜູ້ທຳນວາຍຄົນໜຶ່ງໃຫ້ເກີດມາເພື່ອພວກເຈົ້າ ດັ່ງທີ່ພຣະອົງໄດ້ໃຊ້ຂ້າພະເຈົ້າ ແລະເພິ່ນຈະເປັນຄົນໜຶ່ງໃນປະຊາຊົນຂອງ^ພວກເຈົ້າເອງ.’
[38] ໂມເຊຜູ້ນີ້ແຫລະ ທີ່ຮ່ວມຊຸມນຸມກັບປະຊາຊົນອິດສະຣາເອນ ຢູ່ໃນຖິ່ນ^ແຫ້ງແລ້ງ^ກັນດານ ເພິ່ນໄດ້ຢູ່ໃນທີ່ນັ້ນກັບບັນພະບຸລຸດຂອງ^ພວກເຮົາ ແລະກັບເທວະດາຕົນທີ່ໄດ້ກ່າວແກ່ເພິ່ນທີ່ເທິງພູຊີນາຍ ບ່ອນທີ່ເພິ່ນໄດ້ຮັບພຣະທຳອັນມີຊີວິດຖາວອນມາໃຫ້ພວກເຮົາ.
[39] ແຕ່ບັນພະບຸລຸດຂອງ^ພວກເຮົາໄດ້ປະຕິເສດທີ່ຈະເຊື່ອຟັງເພິ່ນ ພວກເຂົາໄດ້ຊຸກເພິ່ນອອກໜີ ແລະຫວັງວ່າພວກຕົນຄົງຈະກັບຄືນສູ່ປະເທດເອຢິບໄດ້.
[40] ດັ່ງນັ້ນ ພວກເຂົາຈຶ່ງເວົ້າກັບອາໂຣນວ່າ, ‘ຈົ່ງສ້າງພຣະໃຫ້ພວກເຮົາ ຊຶ່ງຈະນຳພາພວກເຮົາໄປ ສ່ວນໂມເຊຜູ້ທີ່ໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບນັ້ນ ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບເພິ່ນແລ້ວ.’
[41] ໃນເວລານັ້ນແຫລະ ທີ່ພວກເຂົາໄດ້ສ້າງຮູບເຄົາຣົບເປັນຮູບງົວ^ນ້ອຍໂຕໜຶ່ງຂຶ້ນ ແລ້ວກໍເອົາເຄື່ອງບູຊາມາຖວາຍແກ່ຮູບນັ້ນ ແລະຈັດງານເພື່ອເປັນກຽດແກ່ຮູບເຄົາຣົບ ທີ່ພວກເຂົາໄດ້ສ້າງຂຶ້ນດ້ວຍມືຂອງ^ຕົນເອງນັ້ນ.
[42] ສະນັ້ນ ພຣະເຈົ້າຈຶ່ງໄດ້ຫັນໜ້າໜີຈາກພວກເຂົາ ແລະປະໃຫ້ພວກເຂົາຂາບໄຫວ້ບັນດາດວງດາວໃນທ້ອງຟ້າ ຕາມທີ່ມີຂຽນໄວ້ໃນພຣະຄຳພີຂອງ^ບັນດາຜູ້ທຳນວາຍວ່າ, ‘ໂອ ປະຊາຊົນອິດສະຣາເອນ^ເອີຍ ສັດທີ່ໄດ້ຂ້າຖວາຍ ແລະເຄື່ອງບູຊານັ້ນ ພວກເຈົ້າບໍ່ໄດ້ເອົາມາຖວາຍແກ່ເຮົາ ໃນຖິ່ນ^ແຫ້ງແລ້ງ^ກັນດານລະຫວ່າງສີ່ສິບປີດອກຕີ້.
[43] ສຳນັກຜ້າທີ່ພວກເຈົ້າຫາມນັ້ນ ແມ່ນຂອງ^ພະ^ໂມລົກ ແລະຮູບພະ^ເຣຟານກໍເປັນພະ ແຫ່ງດວງດາວຂອງ^ພວກເຈົ້າ ລ້ວນແຕ່ເປັນຮູບເຄົາຣົບ ທີ່ພວກເຈົ້າໄດ້ສ້າງຂຶ້ນເພື່ອຂາບໄຫວ້ບູຊາ ສະນັ້ນ ເຮົາຈຶ່ງຈະເນລະເທດພວກເຈົ້າ ໄປໃຫ້ກາຍນະຄອນບາບີໂລນພຸ້ນ.’
[44] ເມື່ອຢູ່ໃນຖິ່ນ^ແຫ້ງແລ້ງ^ກັນດານນັ້ນ ບັນພະບຸລຸດຂອງ^ພວກເຮົາໄດ້ມີຜ້າເຕັນແຫ່ງຄຳພະຍານ ບ່ອນທີ່ພຣະເຈົ້າສະຖິດຢູ່ນຳພວກເຂົາ ພວກເຂົາໄດ້ເຮັດຫໍເຕັນ ຕາມທີ່ພຣະເຈົ້າໄດ້ບອກໂມເຊໃຫ້ເຮັດຕາມແບບແຜນທີ່ພຣະເຈົ້າໄດ້ສຳແດງໃຫ້ໂມເຊຮູ້.
[45] ຕໍ່ມາ ບັນພະບຸລຸດຂອງ^ພວກເຮົາ ຜູ້ທີ່ໄດ້ຮັບຫໍເຕັນຈາກປູ່ຍ່າຕາຍາຍຂອງ^ພວກຕົນ ກໍຫາມຫໍເຕັນໄປນຳ ເມື່ອພວກເຂົາໄປກັບໂຢຊວຍ. ເມື່ອຢຶດຄອງເອົາດິນແດນຈາກຊົນຊາດຕ່າງໆ ຊຶ່ງພຣະເຈົ້າໄດ້ຂັບໄລ່ອອກໃນຂະນະທີ່ພວກເຂົາບຸກໜ້າເຂົ້າໄປ ຫໍເຕັນນີ້ກໍມີສືບມາຈົນເຖິງສະໄໝຂອງ^ກະສັດດາວິດ.
[46] ເພິ່ນເປັນທີ່ພໍພຣະໄທພຣະເຈົ້າ. ສະນັ້ນ ເພິ່ນຈຶ່ງຂໍຮ້ອງພຣະອົງໄດ້ອະນຸຍາດໃຫ້ເພິ່ນຫາບ່ອນຢູ່ໃຫ້ພຣະເຈົ້າຂອງ^ຢາໂຄບ.
[47] ແຕ່ວ່າແມ່ນກະສັດໂຊໂລໂມນ ທີ່ເປັນຜູ້ສ້າງພຣະວິຫານສຳລັບພຣະອົງ.
[48] ເຖິງປານນັ້ນ ພຣະເຈົ້າອົງສູງສຸດກໍບໍ່ໄດ້ສະຖິດຢູ່ໃນບ່ອນທີ່ມືມະນຸດສ້າງ ຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ,
[49] ອົງພຣະ^ຜູ້^ເປັນເຈົ້າກ່າວວ່າ ‘ສະຫວັນຊັ້ນຟ້າເປັນພະທີ່ນັ່ງຂອງເຮົາ ແຜ່ນດິນ^ໂລກກໍເປັນທີ່ຮອງຕີນຂອງເຮົາ. ພວກເຈົ້າຈະສ້າງບ່ອນຢູ່ຊະນິດໃດ ສຳລັບເຮົາ? ສະຖານທີ່ໃດໜໍທີ່ພໍຈະເປັນ ບ່ອນໃຫ້ເຮົາອາ^ໄສຢູ່?
[50] ສັບພະທຸກສິ່ງທັງໝົດເຫລົ່ານີ້ ມືຂອງເຮົາໄດ້ສ້າງໄວ້ທັງສິ້ນບໍ່ແມ່ນບໍ?’
[51] ພວກເຈົ້າຊ່າງດື້ດ້ານແທ້ນໍ ໃຈຂອງ^ພວກເຈົ້າຊ່າງຄືກັບໃຈຄົນທີ່ບໍ່ນັບຖືພຣະເຈົ້າ ຫູຂອງ^ພວກເຈົ້າຊ່າງໜັກຕໍ່ພຣະຄຳແທ້ໆ ບັນພະບຸລຸດຂອງ^ພວກເຈົ້າເປັນຢ່າງໃດ ພວກເຈົ້າກໍເປັນຢ່າງນັ້ນ ຄືເຈົ້າ^ທັງຫລາຍຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ.
[52] ມີຜູ້ທຳນວາຍຄົນໃດແດ່ ທີ່ບັນພະບຸລຸດຂອງ^ພວກເຈົ້າບໍ່ໄດ້ຂົ່ມເຫັງ? ພວກເຂົາໄດ້ຂ້າບັນດາຄົນທີ່ນຳຖ້ອຍຄຳຂອງ^ພຣະເຈົ້າມາໃຫ້ ຄືຄົນທີ່ໄດ້ປະກາດລ່ວງໜ້າວ່າ ພຣະຜູ້ຮັບໃຊ້ອົງຊອບທຳຈະມາ, ບັດນີ້ ເຈົ້າ^ທັງຫລາຍໄດ້ເປັນຜູ້ມອບພຣະອົງໄວ້ ແລະສັງຫານພຣະອົງເສຍ.
[53] ເຈົ້າ^ທັງຫລາຍເປັນຜູ້ທີ່ໄດ້ຮັບກົດບັນຍັດຂອງ^ພຣະເຈົ້າ ຈາກເທວະດາ, ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງຕາມກົດບັນຍັດນັ້ນເລີຍ.”
[54] ເມື່ອສະມາຊິກສະພາສູງສຸດໄດ້ຍິນຊະເຕຟາໂນກ່າວຖ້ອຍຄຳເຫລົ່ານີ້ ພວກເຂົາກໍໂມໂຫເຕັມທີ ແລະຂົບແຂ້ວຄ້ຽວຟັນໃສ່ຊະເຕຟາໂນດ້ວຍຄວາມ^ເຈັບແຄ້ນແໜ້ນໃຈ.
[55] ແຕ່ຊະເຕຟາໂນຜູ້ທີ່ເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ກໍເງີຍໜ້າແນມຂຶ້ນສູ່ຟ້າສະຫວັນ ແລະເຫັນສະຫງ່າຣາສີຂອງ^ພຣະເຈົ້າ ແລະເຫັນພຣະເຢຊູເຈົ້າກຳລັງຢືນຢູ່ທີ່ກໍ້າຂວາຂອງ^ພຣະເຈົ້າ.
[56] ຊະເຕຟາໂນກ່າວວ່າ, “ເບິ່ງແມ! ຂ້າພະເຈົ້າເຫັນທ້ອງຟ້າໄຂອອກ ແລະເຫັນບຸດມະນຸດກຳລັງຢືນຢູ່ທີ່ກໍ້າຂວາມືຂອງ^ພຣະເຈົ້າ.”
[57] ໃນ^ຂະນະນັ້ນ ບັນດາສະມາຊິກສະພາສູງສຸດໄດ້ຮ້ອງຂຶ້ນພ້ອມທັງເອົາມືອັດຫູຕົນໄວ້ ແລ້ວຕ່າງກໍຫລູບໃສ່ຊະເຕຟາໂນທັນທີ.
[58] ພວກເຂົາຊຸກຊະເຕຟາໂນອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ ຄົນທັງຫລາຍທີ່ເປັນພະຍານ ໄດ້ແກ້ເສື້ອຊັ້ນນອກຂອງຕົນອອກ ໄວ້ໃກ້ຕີນຊາຍໜຸ່ມຄົນໜຶ່ງທີ່ຊື່ວ່າ ໂຊໂລ.
[59] ພວກເຂົາພາກັນສືບຕໍ່ແກວ່ງກ້ອນຫີນໃສ່ຊະເຕຟາໂນ ຂະນະທີ່ເພິ່ນກຳລັງພາວັນນາ^ອະທິຖານວ່າ, “ຂ້າແດ່ພຣະອົງເຈົ້າເຢຊູ ຂໍໂຜດຮັບເອົາຈິດວິນຍານຂອງ^ຂ້ານ້ອຍດ້ວຍເຖີດ”
[60] ຊະເຕຟາໂນຄຸເຂົ່າລົງ ແລະຮ້ອງຂຶ້ນດ້ວຍສຽງດັງວ່າ, “ຂ້າແດ່ພຣະອົງເຈົ້າ ຂໍຊົງໂຜດຍົກບາບ^ຍົກກຳນີ້ໃຫ້ພວກເຂົາດ້ວຍເທີ້ນ.” ເມື່ອກ່າວຄຳນີ້ແລ້ວ ເພິ່ນກໍສິ້ນໃຈຕາຍ.