Skip to content
Opens in a new window
Listen to this chapter • 3:21

[1] ໃນ​ຄາວ​ນັ້ນ ເມື່ອ​ຈຳນວນ​ພວກ​ສິດ​ກຳລັງ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ຊາວ​ຢິວ​ປາກ​ພາສາ​ກຣີກ ຈົ່ມ​ຕໍ່​ຊາວ​ຢິວ​ຄົນ​ພື້ນເມືອງ​ປາກ​ພາສາ​ເຮັບເຣີ​ວ່າ ໃນ​ແຕ່ລະ​ວັນ​ພວກ​ແມ່ໝ້າຍ​ຊາວ​ກຣິກ ບໍ່ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ການ​ແຈກຈ່າຍ​ອາຫານ.

[2] ດັ່ງນັ້ນ ພວກ​ອັກຄະສາວົກ​ສິບສອງ​ຄົນ ຈຶ່ງ​ເອົາ​ບັນດາ​ສິດ​ຜູ້​ທີ່​ເຊື່ອ​ທັງໝົດ​ມາ​ປະຊຸມ​ກັນ ແລະ​ກ່າວ​ວ່າ, “ເປັນ​ການ​ບໍ່​ສົມຄວນ​ເລີຍ ທີ່​ຈະ​ໃຫ້​ພວກເຮົາ​ປະຖິ້ມ​ການ​ສັ່ງສອນ​ພຣະທຳ​ຂອງ^ພຣະເຈົ້າ ແລະ​ມາ​ຮັບໃຊ້​ການກິນ​ການ^ດື່ມ.

[3] ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ^ເອີຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ມີ​ຊື່ສຽງ​ດີ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ສະຕິປັນຍາ ພວກເຮົາ​ຈະ​ຕັ້ງ​ໃຫ້​ພວກເຂົາ​ຮັບຜິດຊອບ​ດູແລ​ໃນ​ການ​ງານ​ນີ້.

[4] ສ່ວນ​ພວກເຮົາ ກໍ​ຈະ​ອຸທິດ​ເວລາ​ທັງໝົດ​ໃສ່​ໃນ​ການ​ພາວັນນາ^ອະທິຖານ ແລະ​ການ​ສັ່ງສອນ​ພຣະທຳ.”

[5] ຄົນ​ທີ່​ເຊື່ອ​ທັງໝົດ​ພໍໃຈ ເຫັນ​ດີ​ນຳ​ການ​ສະເໜີ​ຂອງ^ພວກ​ອັກຄະສາວົກ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ​ພຣະວິນຍານ​ບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຊາວ​ເມືອງ​ອັນຕີໂອເຂຍ ທີ່​ເຂົ້າ​ສາສະໜາ​ຢິວ.

[6] ພວກເຂົາ​ໄດ້​ນຳ​ຄົນ​ທັງ​ເຈັດ​ນີ້ ມາ​ສະເໜີ​ຕໍ່​ພວກ​ອັກຄະສາວົກ ແລະ​ພວກເພິ່ນ​ຈຶ່ງ​ພາວັນນາ^ອະທິຖານ​ວາງ​ມື​ໃສ່​ພວກເຂົາ.

[7] ດັ່ງນັ້ນ ພຣະທຳ​ຂອງ^ພຣະເຈົ້າ​ຈຶ່ງ​ໄດ້​ຈະເລີນ​ຂຶ້ນ ສືບຕໍ່​ແຜ່​ຂະຫຍາຍ​ອອກ​ໄປ ຈຳນວນ​ພວກ​ສິດ​ໃນ​ນະຄອນ​ເຢຣູຊາເລັມ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ແລະ​ໄດ້​ມີ​ປະໂຣຫິດ​ຫລາຍ​ຄົນ ກໍໄດ້​ຍອມ​ເຊື່ອຟັງ​ຕໍ່​ຄວາມເຊື່ອ​ນັ້ນ.

[8] ຊະເຕຟາໂນ​ຜູ້​ທີ່​ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຣິດເດດ ໄດ້​ເຮັດ​ການ​ອັດສະຈັນ​ອັນ​ໃຫຍ່ ແລະ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ໃນ​ທ່າມກາງ​ປະຊາຊົນ.

[9] ແຕ່​ເພິ່ນ​ຖືກ​ຕໍ່ຕ້ານ​ຂັດຂວາງ​ຈາກ​ສະມາຊິກ​ບາງຄົນ ທີ່​ມາ​ຈາກ​ທຳມະສາລາ ຊຶ່ງ​ເອີ້ນ​ວ່າ, “ໂຮງທຳ​ຊາວ​ຢິວ​ອົບພະຍົບ” ມີ​ທັງ​ຊາວ​ກີເຣເນ ແລະ ຊາວ​ອາເລັກຊັນເດຍ, ກັບ​ບາງຄົນ​ຈາກ​ແຂວງ​ກີລີເກຍ ແລະ ເອເຊຍ ແລະ​ໄດ້​ພາກັນ​ລຸກ​ຂຶ້ນ​ໂຕ້ຖຽງ​ກັບ​ຊະເຕຟາໂນ.

[10] ຄົນ​ເຫລົ່ານັ້ນ​ຕໍ່ສູ້​ກັບ​ຄຳ​ທີ່​ທ່ານ​ກ່າວ​ດ້ວຍ​ສະຕິປັນຍາ ແລະ​ດ້ວຍ​ພຣະວິນຍານ​ບໍ່ໄດ້.

[11] ດັ່ງນັ້ນ ພວກເຂົາ​ຈຶ່ງ​ຍຸແຫຍ່​ຊາຍ​ບາງຄົນ​ມາ​ກ່າວຫາ​ວ່າ, “ພວກເຮົາ​ໄດ້ຍິນ​ລາວ​ເວົ້າ​ຕໍ່ສູ້​ໂມເຊ ແລະ​ຕໍ່ສູ້​ພຣະເຈົ້າ.”

[12] ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ຍຸຍົງ​ປະຊາຊົນ​ພວກ​ເຖົ້າແກ່​ແລະ​ພວກ​ທຳມະຈານ ມາ​ຫຸ້ມ​ຈັບ​ຊະເຕຟາໂນ ແລະ​ນຳ​ຕົວ​ຂຶ້ນ​ໄປ​ຍັງ​ສະພາ​ສູງສຸດ.

[13] ແລ້ວ​ພວກເຂົາ​ກໍ​ນຳ​ພະຍານ​ບໍ່​ຈິງ​ມາ​ກ່າວ​ວ່າ, “ຊາຍ​ຄົນ​ນີ້​ເວົ້າ​ຕໍ່ສູ້​ພຣະວິຫານ​ອັນ​ສັກສິດ ແລະ​ກົດບັນຍັດ​ຢ່າງ​ບໍ່​ຢຸດຢັ້ງ.

[14] ພວກເຮົາ​ໄດ້ຍິນ​ຄົນ​ນີ້​ເວົ້າ​ວ່າ ເຢຊູ​ໄທ​ນາຊາເຣັດ​ຈະ​ທຳລາຍ​ພຣະວິຫານ​ຫລັງ​ນີ້ ແລະ​ຈະ​ປ່ຽນແປງ​ທຳນຽມ​ທີ່​ໂມເຊ​ໄດ້​ໃຫ້​ໄວ້​ແກ່​ພວກເຮົາ”

[15] ແລະ​ບັນດາ​ຄົນ​ທີ່​ນັ່ງ​ຢູ່​ໃນ​ສະພາ​ສູງສຸດ​ນັ້ນ ໄດ້​ແນມ​ໄປ​ເບິ່ງ​ຊະເຕຟາໂນ ແລະ​ເຫັນ​ວ່າ​ໜ້າ​ຂອງ^ເພິ່ນ ຜ່ອງ​ໃສ​ເປັນ​ເໝືອນ​ໜ້າ​ຂອງ^ເທວະດາ.

ກິດຈະການ — Chapters