[1] ຂະນະທີ່ເປໂຕກັບໂຢຮັນຍັງກ່າວແກ່ປະຊາຊົນຢູ່ນັ້ນ ພວກປະໂຣຫິດ ພວກເຈົ້າໜ້າທີ່ເຝົ້າຍາມພຣະວິຫານ ແລະພວກຊາດູກາຍກໍມາຫາທ່ານທັງສອງ.
[2] ພວກເຂົາຂັດເຄືອງ^ໃຈໃນການທີ່ທ່ານທັງສອງໄດ້ສັ່ງສອນ ແລະປະກາດແກ່ພົນລະເມືອງ ເຖິງເລື່ອງການເປັນຄືນມາຈາກຕາຍ ໂດຍອ້າງວ່າ ພຣະເຢຊູເຈົ້າຄືນພຣະຊົນແລ້ວ.
[3] ດັ່ງນັ້ນ ພວກເຂົາຈຶ່ງຈັບທ່ານທັງສອງໄປຄຸມຂັງໄວ້ໃນຄຸກ ຈົນເຖິງວັນໜ້າເພາະຄໍ່າແລ້ວ.
[4] ມີຫລາຍຄົນໄດ້ເຊື່ອເມື່ອໄດ້ຍິນຄຳສັ່ງສອນນັ້ນ ແລະມີພວກຜູ້ຊາຍເພີ່ມຂຶ້ນປະມານຫ້າພັນຄົນ.
[5] ຕົກວັນໜ້າມາ ບັນດາຜູ້ນຳກັບພວກເຖົ້າແກ່ ແລະພວກທຳມະຈານໄດ້ປະຊຸມກັນທີ່ນະຄອນເຢຣູຊາເລັມ.
[6] ທັງໄດ້ພົບກັບອັນນາ ຜູ້ທີ່ເຄີຍເປັນມະຫາປະໂຣຫິດ ແລະກັບກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະຄົນອື່ນອີກທີ່ເປັນສະມາຊິກໃນຄອບຄົວຂອງ^ມະຫາປະໂຣຫິດ.
[7] ເມື່ອພວກເຂົາໄດ້ໃຫ້ທ່ານທັງສອງຢືນຢູ່ທ່າມກາງພວກຕົນແລ້ວ ຈຶ່ງໂຈດຖາມວ່າ, “ແມ່ນໂດຍຣິດອຳນາດ ແລະນາມຂອງ^ຜູ້ໃດທີ່ພວກເຈົ້າທຳການນີ້?”
[8] ເປໂຕຜູ້ທີ່ເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າຕອບວ່າ, “ບັນດາທ່ານຜູ້ນຳປະຊາຊົນກັບບັນດາເຖົ້າແກ່ທີ່ນັບຖື:
[9] ວັນນີ້ ຖ້າທ່ານທັງຫລາຍໂຈດຖາມຂ້ານ້ອຍທັງສອງເຖິງຄຸນງາມ^ຄວາມດີ ທີ່ມີແກ່ຄົນເປ້ຍວ່າ ລາວໄດ້ດີປົກກະຕິດ້ວຍຢ່າງໃດ,
[10] ກໍຂໍໃຫ້ພວກທ່ານທຸກຄົນ ຄືປະຊາຊົນອິດສະຣາເອນທັງໝົດຮູ້ວ່າ: ທີ່ຊາຍຄົນນີ້ຖືກຊົງໂຜດໃຫ້ຫາຍດີເປັນປົກກະຕິນັ້ນ ກໍໂດຍຣິດເດດແຫ່ງນາມຊື່ຂອງ^ພຣະເຢຊູ^ຄຣິດເຈົ້າໄທນາຊາເຣັດ ຜູ້ທີ່ທ່ານທັງຫລາຍໄດ້ຄຶງໄວ້ທີ່ໄມ້ກາງແຂນ ແລະຜູ້ທີ່ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຄືນມາຈາກຕາຍ.
[11] ພຣະເຢຊູເຈົ້າອົງນີ້ແຫລະ ແມ່ນຜູ້ທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຫີນທີ່ພວກທ່ານຜູ້ເປັນຊ່າງ^ກໍ່ໄດ້ປະຖິ້ມບໍ່ຍອມໃຊ້ຖືວ່າບໍ່ມີຄຸນຄ່າຫຍັງ ກໍ^ໄດ້ກາຍເປັນຫີນເສົາເອກ.’
[12] ໃນຜູ້ອື່ນຄວາມ^ລອດພົ້ນບໍ່ມີ ດ້ວຍວ່າ, ບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າ ທີ່ຊົງປະທານແກ່ມະນຸດ ເພື່ອໃຫ້ເຮົາທັງຫລາຍຕ້ອງໄດ້ພົ້ນ.”
[13] ບັນດາສະມາຊິກຂອງ^ສະພາສູງສຸດຕ່າງກໍງຶດປະຫລາດ^ໃຈ ເມື່ອເຫັນເປໂຕກັບໂຢຮັນມີຄວາມ^ກ້າຫານເຊັ່ນນີ້ ແລະຮູ້ວ່າທ່ານທັງສອງເປັນຄົນສາມັນທຳມະດາ ແລະຂາດການສຶກສາ ພວກເຂົາຮູ້ວ່າທ່ານທັງສອງເຄີຍເປັນຜູ້ໃກ້ຊິດກັບພຣະເຢຊູເຈົ້າ.
[14] ແຕ່ພວກເຂົາບໍ່ອາດປະຕິເສດໄດ້ ເພາະໄດ້ເຫັນຊາຍທີ່ຖືກຊົງໂຜດໃຫ້ຫາຍດີນັ້ນ ຢືນຢູ່ກັບເປໂຕ ແລະ ໂຢຮັນ.
[15] ດັ່ງນັ້ນ ພວກເຂົາຈຶ່ງສັ່ງໃຫ້ທ່ານທັງສອງອອກໄປຈາກຫ້ອງປະຊຸມຂອງ^ສະພາສູງສຸດ ແລະໃນຂະນະນັ້ນ ພວກເຂົາໄດ້ສືບຕໍ່ປຶກສາກັນ
[16] ວ່າ, “ພວກເຮົາຈະຕ້ອງເຮັດຢ່າງໃດກັບຄົນທັງສອງນີ້? ເພາະທຸກຄົນໃນນະຄອນເຢຣູຊາເລັມ ຕ່າງກໍຮູ້ວ່າແມ່ນພວກເຂົາທີ່ໄດ້ເຮັດການອັດສະຈັນອັນຍິ່ງໃຫຍ່ນີ້ ແລະພວກເຮົາກໍປະຕິເສດການນີ້ບໍ່ໄດ້.
[17] ແຕ່ເພື່ອບໍ່ໃຫ້ເລື່ອງນີ້ແຜ່ອອກໄປຕື່ມອີກ ໃນທ່າມກາງຄົນທັງຫລາຍ ຈົ່ງສັ່ງຫ້າມແລະຂູ່ຄົນເຫລົ່ານີ້ ບໍ່ໃຫ້ກ່າວອອກນາມຊື່ຂອງ^ພຣະເຢຊູເຈົ້າເປັນເດັດຂາດ.”
[18] ດັ່ງນັ້ນ ພວກເຂົາຈຶ່ງເອີ້ນເປໂຕ ແລະ ໂຢຮັນກັບຄືນເຂົ້າມາ ແລະສັ່ງຢ່າງເດັດຂາດບໍ່ໃຫ້ກ່າວ ຫລືສັ່ງສອນສິ່ງໃດໃນນາມຂອງ^ພຣະເຢຊູເຈົ້າ.
[19] ແຕ່ເປໂຕກັບໂຢຮັນຕອບພວກເຂົາວ່າ, “ພວກທ່ານຈົ່ງພິຈາລະນາເອົາເອງວ່າ ທີ່ຈະຟັງຄວາມ^ຂອງ^ພວກທ່ານ ຫລືຈະຟັງຄວາມ^ຂອງ^ພຣະເຈົ້າ ອັນໃດເປັນສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງ^ພຣະເຈົ້າ.
[20] ດ້ວຍວ່າ, ເປັນໄປບໍ່ໄດ້ທີ່ຈະໃຫ້ພວກ^ຂ້າພະເຈົ້າປິດບັງ ບໍ່ໃຫ້ເວົ້າສິ່ງທີ່ໄດ້ເຫັນແລະໄດ້ຍິນ.”
[21] ເມື່ອຂູ່ເຂັນທ່ານທັງສອງຢ່າງແຂງແຮງຕື່ມອີກແລ້ວກໍປ່ອຍໄປ ເພາະເຫັນວ່າບໍ່ມີເລື່ອງອັນໃດທີ່ຈະໃສ່ໂທດພວກເພິ່ນໄດ້ ເພາະປະຊາຊົນທັງໝົດພາກັນສັນລະເສີນພຣະເຈົ້າ ຍ້ອນເຫດການທີ່ໄດ້ເກີດຂຶ້ນນັ້ນ.
[22] ຊາຍຜູ້ທີ່ຖືກຮັກສາໃຫ້ຫາຍດີຍ້ອນການອັດສະຈັນນີ້ ມີອາຍຸເກີນກວ່າສີ່ສິບປີແລ້ວ.
[23] ຫລັງຈາກເປໂຕ ແລະ ໂຢຮັນໄດ້ຮັບການປ່ອຍຕົວແລ້ວ ທ່ານທັງສອງກໍກັບຄືນໄປຫາເພື່ອນຝູງຂອງ^ພວກເພິ່ນ ແລະເລົ່າເລື່ອງທັງໝົດທີ່ພວກຫົວໜ້າປະໂຣຫິດ ແລະພວກເຖົ້າແກ່ໄດ້ເວົ້າແກ່ພວກເພິ່ນນັ້ນ.
[24] ເມື່ອໄດ້ຍິນດັ່ງນັ້ນ, ແລ້ວເຂົາທຸກຄົນກໍຮ່ວມໃຈກັນ ຍົກສຽງພາວັນນາ^ອະທິຖານຕໍ່ພຣະເຈົ້າວ່າ, “ຂ້າແດ່ພຣະອົງເຈົ້າ ອົງຄຸ້ມຄອງຈັກກະວານ ອົງທີ່ໄດ້ສ້າງຟ້າສະຫວັນ ແລະແຜ່ນດິນ^ໂລກກັບນໍ້າທະເລ ແລະທຸກໆສິ່ງທີ່ມີຢູ່ໃນບ່ອນເຫລົ່ານັ້ນ
[25] ໂດຍທາງອົງພຣະວິນຍານບໍຣິສຸດເຈົ້າ ພຣະອົງໄດ້ກ່າວຜ່ານດາວິດບັນພະບຸລຸດຂອງ^ພວກຂ້ານ້ອຍ ແລະຜູ້ຮັບໃຊ້ຂອງ^ພຣະອົງວ່າ, ‘ດ້ວຍເຫດໃດຄົນຕ່າງຊາດ ຈຶ່ງໂກດຮ້າຍຢ່າງຮຸນແຮງ, ດ້ວຍເຫດໃດຄົນທັງຫລາຍ ຈຶ່ງກໍ່ອຸບາຍອັນໄຮ້ປະໂຫຍດ?
[26] ບັນດາກະສັດແຫ່ງໂລກນີ້ ກໍຕຽມພ້ອມກັບພວກຜູ້ປົກຄອງ ເພື່ອຕໍ່ສູ້ອົງພຣະ^ຜູ້^ເປັນເຈົ້າ ແລະ ຕໍ່ສູ້ພຣະຄຣິດຂອງ^ພຣະອົງ.’
[27] ຈິງແທ້ ດ້ວຍວ່າ, ເຮໂຣດກັບປົນທຽວປີລາດໄດ້ມາໃນເມືອງນີ້ ປະຊຸມກັນກັບຄົນຕ່າງຊາດ ແລະປະຊາຊົນອິດສະຣາເອນ ເພື່ອຕໍ່ສູ້ພຣະເຢຊູເຈົ້າ ພຣະຜູ້ຮັບໃຊ້ອົງບໍຣິສຸດຂອງ^ພຣະອົງ ຜູ້ທີ່ພຣະອົງໄດ້ຫົດສົງໄວ້ແລ້ວ.
[28] ເພື່ອໃຫ້ສິ່ງສາລະພັດຕາມທີ່ພຣະຫັດ ແລະພຣະໄທຂອງ^ພຣະອົງ ຊົງກຳນົດຕັ້ງແຕ່ກ່ອນມາແລ້ວນັ້ນເກີດຂຶ້ນ.
[29] ຂ້າແດ່ພຣະອົງເຈົ້າ ບັດນີ້ຂໍໂຜດຫລຽວເບິ່ງການຂົ່ມຂູ່ຂອງ^ພວກເຂົາ ແລະຂໍໂຜດໃຫ້ພວກຂ້ານ້ອຍ ທີ່ເປັນຜູ້ຮັບໃຊ້ຂອງ^ພຣະອົງ ກ່າວພຣະທຳຂອງ^ພຣະອົງດ້ວຍໃຈກ້າຫານຂຶ້ນແດ່ທ້ອນ.
[30] ຂໍໂຜດຢຽດພຣະຫັດຂອງ^ພຣະອົງອອກ ເພື່ອເຮັດໃຫ້ດີພະຍາດ ແລະຂໍໂຜດໃຫ້ໝາຍສຳຄັນ ແລະການອັດສະຈັນເກີດຂຶ້ນ ໂດຍພຣະນາມຂອງ^ພຣະເຢຊູເຈົ້າ ພຣະຜູ້ຮັບໃຊ້ອົງບໍຣິສຸດຂອງ^ພຣະອົງ.”
[31] ເມື່ອພາວັນນາ^ອະທິຖານຈົບແລ້ວ ບ່ອນທີ່ພວກເຂົາປະຊຸມກັນນັ້ນກໍສະທ້ານຫວັ່ນໄຫວ ທຸກຄົນຕ່າງກໍເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະຈຶ່ງປະກາດພຣະທຳຂອງ^ພຣະເຈົ້າດ້ວຍໃຈກ້າຫານ.
[32] ຄົນທັງຫລາຍທີ່ເຊື່ອນັ້ນ ກໍເປັນນໍ້າໜຶ່ງໃຈ^ດຽວກັນ ແລະບໍ່ມີຜູ້ໃດຈັກຄົນ ອ້າງວ່າສິ່ງຂອງ^ທີ່ຕົນມີຢູ່ນັ້ນເປັນຂອງ^ສ່ວນຕົວ, ແຕ່ຖືວ່າສິ່ງຂອງ^ທັງໝົດເປັນຂອງ^ກາງ.
[33] ຝ່າຍພວກອັກຄະສາວົກໄດ້ເຕັມໄປດ້ວຍຣິດເດດອັນຍິ່ງໃຫຍ່ ແລະໄດ້ເປັນພະຍານເຖິງຄວາມ^ເປັນຄືນມາຈາກຕາຍຂອງ^ພຣະເຢຊູເຈົ້າ ແລະພຣະເຈົ້າກໍໄດ້ຖອກເທພຣະຄຸນອັນໃຫຍ່ຂອງ^ພຣະອົງ ລົງເທິງພວກເຂົາທຸກຄົນ.
[34] ໃນກຸ່ມຄົນທີ່ເຊື່ອ ບໍ່ມີຈັກຄົນຂັດສົນ ບຸກຄົນໃດມີດິນ^ນາ ຫລືມີເຮືອນຫລາຍຫລັງກໍໄດ້ຂາຍ ແລະນຳເອົາເງິນທີ່ໄດ້ຈາກການຂາຍນັ້ນ
[35] ມາມອບໃຫ້ພວກອັກຄະສາວົກ ແລະເພິ່ນກໍແຈກຢາຍເງິນນັ້ນໃຫ້ແຕ່ລະຄົນ ຕາມຄວາມ^ຈຳເປັນຂອງ^ໃຜລາວ.
[36] ໄດ້ມີຊາຍເລວີຜູ້ໜຶ່ງເປັນຄົນພື້ນເມືອງໃນເກາະ^ໄຊປຣັດ ຊື່ວ່າ ໂຢເຊັບ ພວກອັກຄະສາວົກເອີ້ນລາວວ່າ ບາຣະນາບາ (ຊຶ່ງໝາຍຄວາມວ່າ ຜູ້ມີໃຈອຸດໜູນ)
[37] ລາວໄດ້ຂາຍນາຂອງຕົນທົ່ງໜຶ່ງ ແລະນຳເອົາເງິນມາມອບໃຫ້ແກ່ພວກອັກຄະສາວົກ.