[1] ເຮົາຄືໂປໂລ ຜູ້ຮັບໃຊ້ຄົນໜຶ່ງຂອງ^ພຣະເຢຊູ^ຄຣິດເຈົ້າ ທີ່ພຣະອົງຊົງເອີ້ນໃຫ້ເປັນອັກຄະສາວົກ ແລະໄດ້ຊົງຄັດອອກຕັ້ງໄວ້ໃຫ້ປະກາດຂ່າວປະເສີດຂອງ^ພຣະເຈົ້າ.
[2] ຄືຂ່າວປະເສີດທີ່ພຣະອົງໄດ້ຊົງສັນຍາໄວ້ລ່ວງໜ້າ ໂດຍທາງຜູ້ທຳນວາຍຂອງ^ພຣະອົງໃນພຣະຄຳພີອັນສັກສິດ.
[3] ເປັນຂ່າວປະເສີດເລື່ອງພຣະບຸດຂອງ^ພຣະອົງ ຄືພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາທັງຫລາຍ ຜູ້ຊົງບັງເກີດໃນເຊື້ອວົງຂອງ^ດາວິດຝ່າຍເນື້ອກາຍ
[4] ແຕ່ຝ່າຍພຣະວິນຍານແຫ່ງຄວາມ^ບໍຣິສຸດນັ້ນ ຊົງບົ່ງໄວ້ດ້ວຍຣິດທານຸພາບ ຄືໂດຍການທີ່ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຄືນຂຶ້ນມາຈາກຕາຍວ່າ ເປັນພຣະບຸດຂອງ^ພຣະເຈົ້າ.
[5] ໂດຍທາງພຣະອົງນີ້ແຫລະ ເຮົາໄດ້ຮັບພຣະຄຸນ ແລະໜ້າທີ່ເປັນອັກຄະສາວົກ ເພື່ອເຫັນແກ່ພຣະນາມຂອງ^ພຣະອົງ ໃຫ້ໄປປະກາດທ່າມກາງຊົນຊາດຕ່າງໆໃຫ້ເຂົາເຊື່ອຟັງ.
[6] ລວມທັງພວກເຈົ້າ ທີ່ພຣະເຈົ້າຊົງເອີ້ນໃຫ້ເປັນໄພ່ພົນຂອງ^ພຣະເຢຊູ^ຄຣິດເຈົ້າເໝືອນກັນ.
[7] ເຖິງ ບັນດາຄົນທັງຫລາຍໃນນະຄອນໂຣມທີ່ພຣະເຈົ້າຊົງຮັກ ແລະຊົງເອີ້ນໃຫ້ເປັນໄພ່ພົນບໍຣິສຸດຂອງ^ພຣະອົງ ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າຂອງ^ພວກເຮົາ ແລະ ອົງພຣະເຢຊູ^ຄຣິດເຈົ້າ ໂຜດປະທານພຣະຄຸນ ແລະສັນຕິສຸກໃຫ້ມີຢູ່ກັບເຈົ້າ^ທັງຫລາຍເທີ້ນ.
[8] ກ່ອນອື່ນ ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ໂດຍທາງພຣະເຢຊູເຈົ້າເພື່ອພວກເຈົ້າທຸກຄົນ ດ້ວຍວ່າ ຄວາມເຊື່ອຂອງ^ພວກເຈົ້າກຳລັງຊ່າລືໄປທົ່ວໂລກ.
[9] ເພາະວ່າພຣະເຈົ້າຜູ້ທີ່ເຮົາຮັບໃຊ້ດ້ວຍຊີວິດຈິດໃຈ ໃນການປະກາດຂ່າວປະເສີດເລື່ອງພຣະບຸດຂອງ^ພຣະອົງນັ້ນ ພຣະອົງຊົງເປັນພະຍານຝ່າຍເຮົາວ່າ ເມື່ອເຮົາພາວັນນາ^ອະທິຖານນັ້ນ ເຮົາກໍລະນຶກເຖິງພວກເຈົ້າສະເໝີບໍ່ໄດ້ຂາດ.
[10] ທຸກຄັ້ງທີ່ເຮົາພາວັນນາ^ອະທິຖານ ເຮົາຂໍກັບພຣະເຈົ້າວ່າ ຖ້າເປັນຕາມນໍ້າພຣະໄທຂອງ^ພຣະອົງແລ້ວ ໃນໂອກາດສຸດທ້າຍນີ້ ໃຫ້ເຮົາໄດ້ມາຢ້ຽມຢາມພວກເຈົ້າດ້ວຍວິທີໃດວິທີໜຶ່ງ.
[11] ດ້ວຍວ່າ, ເຮົາປາຖະໜາຢາກເຫັນພວກເຈົ້າຫລາຍ ເພື່ອຈະໄດ້ນຳເອົາຂອງ^ປະທານຝ່າຍຈິດວິນຍານບາງຢ່າງ ມາໃຫ້ພວກເຈົ້າເພື່ອເສີມກຳລັງ^ໃຈພວກເຈົ້າ.
[12] ຄືວ່າດ້ວຍຄວາມເຊື່ອຂອງ^ພວກເຮົາທັງສອງຝ່າຍນັ້ນ ຈະໄດ້ໜູນໃຈຊຶ່ງກັນແລະກັນ.
[13] ພີ່ນ້ອງທັງຫລາຍ^ເອີຍ ເຮົາຢາກໃຫ້ພວກເຈົ້າຮູ້ວ່າ ເຮົາໄດ້ຕັ້ງໃຈຫລາຍເທື່ອແລ້ວວ່າຈະມາຢາມພວກເຈົ້າ ເພື່ອຈະໄດ້ຮັບຜົນບາງຢ່າງໃນທ່າມກາງພວກເຈົ້າ ເໝືອນດັ່ງໄດ້ຮັບຜົນໃນທ່າມກາງຊາວຕ່າງປະເທດແລ້ວ ແຕ່ຈົນເຖິງບັດນີ້ກໍຍັງມີເຫດຂັດຂວາງຢູ່.
[14] ເຮົາເປັນໜີ້ທັງຄົນສີວິໄລ ແລະຄົນຕໍ່າຊ້າ, ເປັນໜີ້ທັງພວກນັກປາດ ແລະພວກຄົນໂງ່ດ້ວຍ.
[15] ດ້ວຍເຫດນັ້ນ ເຮົາຈຶ່ງຮີບຮ້ອນປະກາດຂ່າວປະເສີດແກ່ພວກເຈົ້າ ທີ່ຢູ່ໃນນະຄອນໂຣມນີ້ເໝືອນກັນ.
[16] ເພາະວ່າ ເຮົາບໍ່ມີຄວາມ^ລະອາຍໃນຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດນັ້ນເປັນຣິດເດດອຳນາດຂອງ^ພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອໄດ້ຮັບຄວາມ^ພົ້ນ ພວກຢິວກ່ອນ ແລະຄົນຕ່າງຊາດດ້ວຍ.
[17] ເພາະໃນຂ່າວປະເສີດນັ້ນ ມີຄວາມ^ຊອບທຳຂອງ^ພຣະເຈົ້າໂດຍເລີ່ມຕົ້ນດ້ວຍຄວາມເຊື່ອ ແລະສຸດທ້າຍກໍດ້ວຍຄວາມເຊື່ອຢ່າງດຽວ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ທີ່ຊົງຖືວ່າ ເປັນຄົນຊອບທຳເພາະດ້ວຍຄວາມເຊື່ອ ຜູ້ນັ້ນແຫລະ ຈະໄດ້ຊີວິດ.”
[18] ດ້ວຍວ່າ, ຄວາມ^ໂກດຮ້າຍຂອງ^ພຣະເຈົ້າ ກໍຊົງປາກົດໃຫ້ເຫັນຈາກຟ້າສະຫວັນ ຕໍ່ສູ້ການບໍ່ນັບຖືພຣະເຈົ້າ ແລະຄວາມ^ຄິດຮ້າຍທຸກຢ່າງຂອງ^ມະນຸດ ຄືຄົນເຫລົ່ານັ້ນທີ່ເອົາຄວາມ^ຊົ່ວຮ້າຍມາຂັດຂວາງຄວາມຈິງ.
[19] ເຫດວ່າ ທີ່ຈະຮູ້ຈັກພຣະເຈົ້າໄດ້ເທົ່າໃດນັ້ນ ກໍໄດ້ປາກົດແຈ້ງໃນໃຈຂອງ^ພວກເຂົາ ດ້ວຍວ່າພຣະເຈົ້າໂຜດສຳແດງໃຫ້ພວກເຂົາຮູ້ແລ້ວ.
[20] ຕັ້ງແຕ່ເລີ່ມສ້າງໂລກມາ ສະພາບທີ່ບໍ່ປາກົດຂອງ^ພຣະເຈົ້າ ຄືຣິດທານຸພາບອັນຖາວອນ ແລະຄວາມ^ເປັນພຣະເຈົ້າຂອງ^ພຣະອົງ ກໍໄດ້ປາກົດແຈ້ງໃນສັບພະສິ່ງທີ່ພຣະອົງຊົງສ້າງ. ສະນັ້ນ ພວກເຂົາຈຶ່ງບໍ່ມີຂໍ້ແກ້ຕົວໄດ້,
[21] ເພາະພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ແຕ່ພວກເຂົາບໍ່ໄດ້ຖວາຍກຽດແກ່ພຣະອົງ ສົມກັບການຊົງເປັນພຣະເຈົ້າ ທັງບໍ່ໄດ້ໂມທະນາພຣະຄຸນຂອງ^ພຣະອົງ ກົງກັນຂ້າມ ຄວາມ^ຄິດຂອງ^ພວກເຂົາຊໍ້າກາຍເປັນສິ່ງໄຮ້ປະໂຫຍດ ແລະໃຈໂງ່ຂອງ^ພວກເຂົາກໍມືດມົວໄປ.
[22] ພວກເຂົາອ້າງຕົນວ່າ ເປັນຄົນສະຫລາດ ພວກເຂົາຈຶ່ງກາຍເປັນຄົນໂງ່ໄປ,
[23] ພວກເຂົາໄດ້ເອົາຮູບມະນຸດທີ່ຕາຍເປັນ ຫລືຮູບນົກ ຮູບສັດສີ່ຕີນ ແລະຮູບສັດເລືອຄານ ມາປ່ຽນແທນສະຫງ່າຣາສີຂອງ^ພຣະເຈົ້າອົງຕາຍບໍ່ເປັນ.
[24] ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງປ່ອຍມະນຸດໃຫ້ເຮັດການຊົ່ວຊ້າ ຕາມຣາຄະ^ຕັນຫາໃນໃຈຂອງ^ພວກເຂົາ ແລະພວກເຂົາຈຶ່ງເຮັດໃນສິ່ງທີ່ໜ້າອັບອາຍທາງຮ່າງກາຍຕໍ່ກັນ.
[25] ເພາະພວກເຂົາເອົາຄວາມຈິງເລື່ອງພຣະເຈົ້າ ມາປ່ຽນເປັນຄວາມ^ບໍ່ຈິງ, ພວກເຂົາຂາບໄຫວ້ ແລະຮັບໃຊ້ສິ່ງທີ່ພຣະເຈົ້າໄດ້ສ້າງມາ ແທນພຣະອົງຜູ້ຊົງສ້າງ ຄືຜູ້ທີ່ສົມຄວນຈະໄດ້ຮັບຄຳຍ້ອງຍໍ^ສັນລະເສີນເປັນນິດ ອາແມນ.
[26] ເພາະດ້ວຍເຫດນັ້ນ ພຣະເຈົ້າຈຶ່ງໄດ້ປ່ອຍພວກເຂົາໃຫ້ຢູ່ໃຕ້ກິເລດ^ຕັນຫາຢ່າງໜ້າອັບອາຍ ແມ່ຍິງປ່ຽນຄວາມ^ສຳພັນທາງເພດຕາມທຳມະຊາດ ໃຫ້ຜິດທຳມະຊາດໄປ.
[27] ແລະໃນທຳນອງ^ດຽວກັນ ພວກຜູ້ຊາຍກໍເລີກຄວາມ^ສຳພັນທາງເພດຕາມທຳມະຊາດກັບແມ່ຍິງ ແລະເຕັມດ້ວຍໄຟແຫ່ງກິເລດ^ຕັນຫາຕໍ່ກັນແລະກັນ ພວກຜູ້ຊາຍເຮັດສິ່ງໜ້າອັບອາຍຕໍ່ກັນແລະກັນ ສິ່ງທີ່ຕາມມາ ຄືພວກເຂົາໄດ້ຮັບຜົນກຳຊົ່ວ ສົມກັບການກະທຳຂອງຕົນ.
[28] ຍ້ອນຄົນເຫລົ່ານີ້ບໍ່ຮັບຮູ້ພຣະເຈົ້າ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາຈົມຢູ່ໃນຄວາມ^ຄິດຊົ່ວ ເພື່ອພວກເຂົາຈະເຮັດໃນສິ່ງທີ່ບໍ່ສົມຄວນເຮັດ.
[29] ພວກເຂົາເຕັມໄປດ້ວຍຄວາມ^ຊົ່ວຊ້າທຸກປະການ, ຄວາມ^ຮ້າຍກາດ, ຄວາມ^ໂລບມາກ ແລະການປອງຮ້າຍ, ພວກເຂົາເຕັມໄປດ້ວຍຄວາມ^ອິດສາ, ການຂ້າຟັນ, ການສູ້ຮົບຕົບຕີ, ການຫລອກລວງ, ການຜູກພະຍາບາດ, ພວກເຂົາເວົ້າຂວັນ^ນິນທາກັນ
[30] ແລະເວົ້າໃສ່ຮ້າຍ^ປ້າຍສີກັນ, ການກຽດຊັງພຣະເຈົ້າ, ຂີ້ອົ່ງໝິ່ນປະໝາດ, ຈອງຫອງ, ອວດຕົວ, ປະດິດ^ຄິດແຕ່ງການຊົ່ວຊ້າຂຶ້ນ, ບໍ່ຟັງຄວາມ^ພໍ່ແມ່,
[31] ໃຈບໍ່ສັງເກດການດີແລະຊົ່ວ, ບໍ່ຖືຄຳໝັ້ນ^ສັນຍາ ແລະຂາດຄວາມຮັກຕໍ່ກັນ ບໍ່ມີຄວາມ^ເມດຕາເອັນດູແກ່ຜູ້ອື່ນ.
[32] ເຖິງແມ່ນພວກເຂົາຮູ້ຈັກກົດບັນຍັດຂອງ^ພຣະເຈົ້າທີ່ກ່າວວ່າ ຄົນທີ່ກະທຳຢ່າງນັ້ນ ກໍສົມຄວນຕ້ອງຕາຍ, ເຖິງປານນັ້ນ ພວກເຂົາກໍຍັງເຮັດຢູ່ ແລະທັງເຫັນພ້ອມກັບຄົນທີ່ເຮັດຢ່າງນັ້ນອີກດ້ວຍ.