[1] ໃນເມືອງອີໂກນີອົນນີ້ກໍເໝືອນກັນ ໂປໂລກັບບາຣະນາບາໄດ້ເຂົ້າໄປກ່າວໃນທຳມະສາລາຂອງ^ພວກຢິວ ຈົນຊາວຢິວ ແລະຊາວກຣີກຈຳນວນຫລວງຫລາຍໄດ້ວາງໃຈເຊື່ອ.
[2] ແຕ່ພວກຢິວທີ່ບໍ່ຍອມເຊື່ອນັ້ນ ໄດ້ຍົວະຍົງຄົນຕ່າງຊາດ ໃຫ້^ກຽດຊັງພວກພີ່ນ້ອງທີ່ເຊື່ອ.
[3] ດັ່ງນັ້ນ ທ່ານທັງສອງຈຶ່ງໄດ້ອາໄສຢູ່ທີ່ເມືອງອີໂກນີອົນນີ້ດົນນານສົມຄວນ, ມີໃຈກ້າກ່າວດ້ວຍຄວາມ^ໄວ້ວາງໃຈໃນອົງພຣະ^ຜູ້^ເປັນເຈົ້າ ຜູ້ໄດ້ເປັນພະຍານເຖິງເລື່ອງພຣະຄຸນຂອງ^ພຣະອົງ ໂດຍໃຫ້ທ່ານທັງສອງມີຣິດອຳນາດເຮັດການອັດສະຈັນ ແລະໝາຍສຳຄັນຫລາຍຢ່າງ.
[4] ປະຊາຊົນໃນເມືອງໄດ້ແຍກກັນອອກເປັນສອງພວກຄື: ພວກໜຶ່ງຢູ່ຝ່າຍພວກຢິວ ແລະພວກໜຶ່ງອີກຢູ່ຝ່າຍພວກອັກຄະສາວົກ.
[5] ແລ້ວຄົນຕ່າງຊາດກັບຄົນຢິວບາງຄົນ ໂດຍຮ່ວມກັບບັນດາຜູ້ປົກຄອງຂອງ^ພວກເຂົາ ໄດ້ພ້ອມໃຈກັນທີ່ຈະທາລຸນໂປໂລກັບບາຣະນາບາ ດ້ວຍການແກວ່ງກ້ອນຫີນໃສ່.
[6] ເມື່ອທ່ານທັງສອງຮູ້ເຖິງເລື່ອງນີ້ ຈຶ່ງໜີໄປຍັງເມືອງລີຊະທາ ແລະເດຣະເບໃນແຂວງລີກາໂອເນຍ ແລະໃນຂົງເຂດໃກ້ຄຽງນັ້ນ.
[7] ໃນບ່ອນນີ້ ທ່ານທັງສອງໄດ້ປະກາດຂ່າວປະເສີດ.
[8] ໃນເມືອງລີຊະທານີ້ ຍັງມີຊາຍຄົນໜຶ່ງທີ່ເປັນເປ້ຍແຕ່ເກີດ ແລະບໍ່ເຄີຍຍ່າງໄປໃສຈັກເທື່ອ.
[9] ລາວນັ່ງຟັງຖ້ອຍຄຳທີ່ໂປໂລເວົ້າຢູ່, ເມື່ອໂປໂລເພັ່ງຕາເບິ່ງຄົນນີ້ ກໍເຫັນວ່າ ລາວມີຄວາມເຊື່ອພໍຈະດີພະຍາດໄດ້
[10] ດັ່ງນັ້ນ ໂປໂລຈຶ່ງສັ່ງດ້ວຍສຽງດັງວ່າ, “ຈົ່ງລຸກຂຶ້ນຢືນໃຫ້ຕົວຊື່” ຄົນເປ້ຍນັ້ນຈຶ່ງກະໂດດຂຶ້ນແລ້ວຍ່າງໄປມາ.
[11] ເມື່ອປະຊາຊົນໄດ້ເຫັນການທີ່ໂປໂລເຮັດນັ້ນ ຕ່າງກໍຮ້ອງຂຶ້ນເປັນພາສາລີກາໂອເນຍວ່າ, “ພວກພະແປງກາຍເປັນມະນຸດ ລົງມາຫາພວກເຮົາແລ້ວ”
[12] ພວກເຂົາໃສ່ຊື່ໃຫ້ບາຣະນາບາວ່າ ພະ^ຊູດ ແລະໃສ່ຊື່ໃຫ້ໂປໂລວ່າ ພະ^ເຮຣະເມ ເພາະເພິ່ນເປັນຫົວໜ້າໃນການກ່າວ.
[13] ຝ່າຍປະໂຣຫິດຂອງ^ພະຊູດ ທີ່ມີວິຫານຕັ້ງຢູ່ຕໍ່ໜ້າເມືອງ ໄດ້ຈູງງົວເຖິກ ແລະນຳພວງດອກໄມ້ມາທີ່ປະຕູເມືອງຕິດຕາມໂດຍປະຊາຊົນ ເພາະຕັ້ງໃຈວ່າຈະຖວາຍເຄື່ອງບູຊາ.
[14] ແຕ່ເມື່ອອັກຄະສາວົກບາຣະນາບາກັບໂປໂລໄດ້ຍິນດັ່ງນັ້ນ, ກໍຈີກເສື້ອຜ້າຂອງຕົນ ແລ້ວຟ້າວແລ່ນເຂົ້າໄປທ່າມກາງປະຊາຊົນນັ້ນທັນທີ ແລະຮ້ອງຂຶ້ນວ່າ,
[15] “ທ່ານທັງຫລາຍ^ເອີຍ ເປັນຫຍັງຈຶ່ງເຮັດເຊັ່ນນີ້? ພວກເຮົາທັງສອງກໍເປັນມະນຸດຢ່າງດຽວກັນກັບພວກທ່ານ ແລະມາປະກາດຂ່າວປະເສີດໃຫ້ພວກທ່ານກັບໃຈຈາກສິ່ງອັນບໍ່ມີປະໂຫຍດເຫລົ່ານີ້ ແລະຫັນມາຫາພຣະເຈົ້າອົງຊົງຊີວິດຢູ່ ຄືອົງທີ່ໄດ້ສ້າງຟ້າສະຫວັນ, ແຜ່ນດິນ^ໂລກ, ນໍ້າທະເລ ແລະສັບພະທຸກສິ່ງ ຊຶ່ງຢູ່ໃນທີ່ນັ້ນ.
[16] ໃນອະດີດທີ່ຜ່ານມາ ພຣະອົງປ່ອຍໃຫ້ປະຊາຊົນທັງໝົດປະຕິບັດຕາມຮີດຄອງຂອງຕົນ.
[17] ແຕ່ເຖິງປານນັ້ນ ພຣະອົງບໍ່ໄດ້ໃຫ້ຂາດພະຍານເຖິງເລື່ອງພຣະອົງ ໂດຍກິດຈະການອັນດີຂອງ^ພຣະອົງ ຄືໄດ້ບັນດານຝົນໃຫ້ຕົກຈາກທ້ອງຟ້າ ແລະໃຫ້ມີຜົນລະປູກຕາມລະດູການ, ຈຶ່ງໂຜດໃຫ້ອາຫານການກິນແກ່ພວກທ່ານ ແລະໃຫ້ຈິດໃຈອີ່ມເຕັມດ້ວຍຄວາມສຸກ.”
[18] ເຖິງແມ່ນວ່າ ໄດ້ກ່າວຄຳເຫລົ່ານີ້ແລ້ວກໍຕາມ ອັກຄະສາວົກທັງສອງຍັງຫ້າມປະຊາຊົນ ບໍ່ໃຫ້ຖວາຍເຄື່ອງບູຊາແກ່ພວກຕົນໄດ້ໂດຍຍາກເຕັມທີ ຈົນເກືອບຫ້າມບໍ່ແພ້.
[19] ແຕ່ມີຊາວຢິວບາງຄົນມາຈາກເມືອງອັນຕີໂອເຂຍ ແລະຈາກເມືອງອີໂກນີອົນ ໄດ້ຊັກຊວນປະຊາຊົນໃຫ້ເຂົ້າຂ້າງພວກເຂົາ ແລ້ວຈຶ່ງໄດ້ແກວ່ງກ້ອນຫີນໃສ່ໂປໂລ ແລະລາກເພິ່ນອອກໄປຈາກເມືອງ ໂດຍຄິດວ່າເພິ່ນຕາຍແລ້ວ.
[20] ແຕ່ເມື່ອພວກພີ່ນ້ອງທີ່ເຊື່ອໄດ້ເຕົ້າໂຮມກັນອ້ອມເພິ່ນໄວ້ ເພິ່ນຈຶ່ງລຸກຂຶ້ນແລະກັບຄືນເຂົ້າໄປໃນເມືອງ, ຕົກວັນຕໍ່ມາ ເພິ່ນກັບບາຣະນາບາໄດ້ໄປຍັງເມືອງເດຣະເບ.
[21] ໂປໂລກັບບາຣະນາບາ ໄດ້ປະກາດຂ່າວປະເສີດໃນເມືອງເດຣະເບ ແລະໄດ້ຫລາຍຄົນມາເປັນສິດ, ແລ້ວທ່ານທັງສອງກໍໄດ້ກັບຄືນໄປເມືອງລີຊະທາ, ອີໂກນີອົນ ແລະ ອັນຕີໂອເຂຍ.
[22] ທ່ານທັງສອງໄດ້ໜູນໃຈລູກສິດທັງຫລາຍໃຫ້ເຂັ້ມແຂງຂຶ້ນ ແລະໜູນໃຈພວກເຂົາໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອໂດຍກ່າວວ່າ, “ເຮົາທັງຫລາຍຕ້ອງຜ່ານຜ່າຄວາມ^ທຸກລຳບາກຫລາຍປະການ ເພື່ອຈະເຂົ້າໄປໃນແຜ່ນດິນຂອງ^ພຣະເຈົ້າ.”
[23] ໃນແຕ່ລະຄຣິສຕະຈັກ ທ່ານທັງສອງໄດ້ເລືອກຕັ້ງພວກເຖົ້າແກ່ ແລະຫລັງຈາກພາວັນນາ^ອະທິຖານກັບຖືສິນອົດອາຫານແລ້ວ ຈຶ່ງມອບຄົນເຫລົ່ານັ້ນໄວ້ກັບອົງພຣະ^ຜູ້^ເປັນເຈົ້າ ທີ່ພວກເຂົາວາງໃຈເຊື່ອນັ້ນ.
[24] ຫລັງຈາກເດີນທາງຜ່ານເຂດແດນຂອງ^ແຂວງປີຊີເດຍແລ້ວ ທ່ານທັງສອງກໍມາເຖິງແຂວງປຳຟີເລຍ.
[25] ເມື່ອໄດ້ປະກາດພຣະທຳທີ່ເມືອງເປກາແລ້ວ ກໍໄດ້ເດີນທາງໄປຍັງເມືອງອັດຕາເລຍ
[26] ຈາກທີ່ນັ້ນ ທ່ານທັງສອງໄດ້ລົງເຮືອກັບຄືນໄປຍັງເມືອງອັນຕີໂອເຂຍ ຄືເມືອງທີ່ທ່ານທັງສອງໄດ້ຮັບມອບໝາຍໄວ້ໃນພຣະຄຸນຂອງ^ພຣະເຈົ້າ ເພື່ອພາລະກິດ ຊຶ່ງບັດນີ້ທ່ານທັງສອງໄດ້ເຮັດສຳເລັດແລ້ວ.
[27] ເມື່ອມາຮອດເມືອງອັນຕີໂອເຂຍ ທ່ານທັງສອງໄດ້ເອີ້ນສະມາຊິກໃນຄຣິສຕະຈັກມາປະຊຸມ ແລ້ວໄດ້ເລົ່າສູ່ພີ່ນ້ອງຟັງເຖິງທຸກຢ່າງ ທີ່ພຣະເຈົ້າຊົງສະຖິດ ແລະໄດ້ຊົງກະທຳສຳລັບຕົນ ແລະການທີ່ພຣະເຈົ້າເປີດປະຕູແຫ່ງຄວາມເຊື່ອໃຫ້ຄົນຕ່າງຊາດເຂົ້າມາ.
[28] ແລ້ວທ່ານທັງສອງກໍໄດ້ອາໄສຢູ່ກັບພວກພີ່ນ້ອງທີ່ເຊື່ອໃນເມືອງນີ້ດົນພໍສົມຄວນ.