[1] ຫລັງຈາກນັ້ນ ໂປໂລໄດ້ອອກຈາກນະຄອນອາແຖນ ແລະໄປຍັງເມືອງໂກຣິນໂທ.
[2] ໃນທີ່ນີ້ ເພິ່ນໄດ້ພົບຄົນຢິວຜູ້ໜຶ່ງຊື່ວ່າ ອາກີລາ ຊຶ່ງເກີດຢູ່ທີ່ແຂວງປົນໂຕ ແລະຫາກໍມາແຕ່ອີຕາລີກັບເມຍຂອງ^ລາວຊື່ວ່າ ປີຊະກີລາ, ເພາະຈັກກະພັດກະລາວດີໂອ ໄດ້ອອກຄຳສັ່ງໃຫ້ຊາວຢິວທຸກຄົນໜີອອກຈາກນະຄອນໂຣມ, ໂປໂລຈຶ່ງໄປຫາສອງຜົວເມຍນີ້ ແລະຢູ່ກັບພວກເຂົາ
[3] ພ້ອມທັງຊ່ວຍວຽກພວກເຂົາ ເພາະເພິ່ນມີອາຊີບເປັນຊ່າງ^ເຮັດຜ້າເຕັນເໝືອນກັນກັບພວກເຂົາ.
[4] ທຸກວັນ^ຊະບາໂຕ ໂປໂລໄດ້ສົນທະນາໂຕ້ຕອບກັບພວກຢິວ ແລະພວກກຣີກໃນທຳມະສາລາ ແລະພະຍາຍາມໃຫ້ພວກເຂົາຮັບເຊື່ອ.
[5] ເມື່ອຊີລາ ແລະ ຕີໂມທຽວກັບມາຈາກເມືອງມາເກໂດເນຍແລ້ວ ໂປໂລກໍໃຊ້ເວລາທັງໝົດຂອງ^ເພິ່ນ ປະກາດພຣະທຳໂດຍເປັນພະຍານແກ່ພວກຢິວວ່າ ພຣະເຢຊູເຈົ້າແມ່ນພຣະຄຣິດ.
[6] ແຕ່ເມື່ອພວກເຫລົ່ານັ້ນຂັດຂວາງ ແລະກ່າວຄຳຫຍາບຊ້າ ໂປໂລຈຶ່ງສັ່ນເສື້ອຜ້າຕໍ່ສູ້ພວກເຂົາ ແລ້ວເວົ້າວ່າ, “ຂໍໃຫ້ໂທດຂອງ^ພວກເຈົ້າຕົກໃສ່ຫົວຂອງ^ພວກເຈົ້າເອງ ຝ່າຍເຮົາ, ເຮົາບໍ່ມີໂທດ ຕັ້ງແຕ່ນີ້ໄປ ເຮົາຈະໄປຫາພວກຕ່າງຊາດ.”
[7] ດັ່ງນັ້ນ ເພິ່ນຈຶ່ງໜີຈາກພວກເຂົາ ແລະໄປອາໄສຢູ່ທີ່ເຮືອນຂອງ^ຄົນຕ່າງຊາດຜູ້ໜຶ່ງຊື່ວ່າ ຕີໂຢ-ຢູຊະໂຕ, ຜູ້ນີ້ນະມັດສະການພຣະເຈົ້າ ແລະເຮືອນຂອງ^ລາວກໍຢູ່ໃກ້ທຳມະສາລາ.
[8] ກີສະໂປຜູ້ທີ່ເປັນຫົວໜ້າທຳມະສາລາ ກໍໄດ້ເຊື່ອໃນອົງພຣະ^ຜູ້^ເປັນເຈົ້າກັບທຸກຄົນໃນຄອບຄົວຂອງຕົນ, ຊາວໂກຣິນໂທຫລາຍຄົນຜູ້ໄດ້ຍິນພຣະທຳທີ່ໂປໂລກ່າວ ກໍໄດ້ເຊື່ອແລະຮັບບັບຕິສະມາ.
[9] ມີຄືນໜຶ່ງ ໂປໂລໄດ້ເຫັນນິມິດ ແລະໃນນິມິດນັ້ນອົງພຣະ^ຜູ້^ເປັນເຈົ້າໄດ້ກ່າວແກ່ເພິ່ນວ່າ, “ຢ່າສູ່ຢ້ານຄົນເຫລົ່ານີ້ ແຕ່ຈົ່ງກ່າວແກ່ພວກເຂົາຕໍ່ໄປບໍ່ຕ້ອງຢຸດ
[10] ເພາະເຮົາຢູ່ກັບເຈົ້າ, ບໍ່ມີຜູ້ໃດຈະເຮັດຮ້າຍໃຫ້ເຈົ້າໄດ້ ເພາະປະຊາຊົນຂອງ^ພຣະເຈົ້າໃນເມືອງນີ້ກໍມີຫລາຍ.”
[11] ດັ່ງນັ້ນ ໂປໂລຈຶ່ງຢູ່ໃນເມືອງນີ້ປີໜຶ່ງກັບຫົກເດືອນ ສັ່ງສອນພຣະທຳຂອງ^ພຣະເຈົ້າໃຫ້ແກ່ປະຊາຊົນ.
[12] ເມື່ອຄາລີໂອນໄດ້ຮັບແຕ່ງຕັ້ງໃຫ້ເປັນຜູ້ປົກຄອງແຂວງອະຂາຢາ ພວກຢິວກໍຮ່ວມກັນຕໍ່ຕ້ານໂປໂລ ແລະນຳເພິ່ນໄປຂຶ້ນສານ.
[13] ກ່າວຫາວ່າ, “ຄົນນີ້ຊັກຊວນປະຊາຊົນ ໃຫ້ນະມັດສະການພຣະເຈົ້າໃນທາງທີ່ຜິດກົດໝາຍ.”
[14] ເມື່ອໂປໂລກຳລັງຈະອອກປາກ ຝ່າຍຄາລີໂອນກໍກ່າວແກ່ພວກຢິວວ່າ, “ໂອ ຊາວຢິວທັງຫລາຍ ຖ້າເປັນເລື່ອງຜິດຫລືການຊົ່ວຊ້າປະການໃດ^ປະການໜຶ່ງ ສົມຄວນທີ່ເຮົາຈະອົດຟັງພວກເຈົ້າ
[15] ແຕ່ໃນເມື່ອເປັນການ ໂຕ້ຖຽງກັນເຖິງເລື່ອງຖ້ອຍຄຳກັບຊື່ຕ່າງໆ ແລະເລື່ອງກົດບັນຍັດຂອງ^ເຈົ້າ^ທັງຫລາຍແລ້ວ ກໍໃຫ້ເປັນທຸລະຂອງ^ພວກເຈົ້າເອງ, ເຮົາບໍ່ຢາກເປັນຜູ້ຕັດສິນໃນເລື່ອງຢ່າງນີ້.”
[16] ແລ້ວເພິ່ນກໍໄລ່ພວກເຂົາໃຫ້ອອກໄປຈາກສານ.
[17] ຈາກນັ້ນ ພວກເຂົາກໍຈັບໂຊຊະເຖນຫົວໜ້າທຳມະສາລາ ແລະຂ້ຽນຕີລາວຕໍ່ໜ້າສານ, ແຕ່ຄາລີໂອນກໍບໍ່ເຂົ້າຫຍຸ້ງກ່ຽວນຳເລື່ອງນັ້ນຈັກຢ່າງ.
[18] ຫລັງຈາກທີ່ໂປໂລໄດ້ພັກຢູ່ນຳຄົນທີ່ເຊື່ອອີກຫລາຍວັນ ເພິ່ນກໍອຳລາພວກເຂົາ ແລ້ວລົງເຮືອເດີນທາງໄປສູ່ແຂວງຊີເຣຍ ປີຊະກີລາ ແລະ ອາກີລາກໍເດີນທາງໄປນຳດ້ວຍ ຢູ່ທີ່ເມືອງເກັນເຂໄອ ກ່ອນລົງເຮືອອອກເດີນທາງໂປໂລໄດ້ແຖຫົວ ເພາະໄດ້ບະບົນຕົວໄວ້.
[19] ເມື່ອເດີນທາງມາເຖິງເມືອງເອເຟໂຊ ໂປໂລກໍປະປີຊະກີລາ ແລະອາກີລາໄວ້ຢູ່ໃນເມືອງນີ້, ສ່ວນເພິ່ນນັ້ນເຂົ້າໄປໃນທຳມະສາລາ ແລະສົນທະນາ ໂຕ້ຕອບກັບພວກຢິວ.
[20] ເມື່ອບາງຄົນໄດ້ຂໍຮ້ອງໃຫ້ເພິ່ນຢູ່ກັບພວກເຂົາດົນກວ່ານີ້ ເພິ່ນກໍບໍ່ຍິນຍອມ.
[21] ແຕ່ເພິ່ນຊໍ້າພັດອຳລາພວກເຂົາໄປໂດຍກ່າວວ່າ, “ຖ້າແມ່ນນໍ້າພຣະໄທຂອງ^ພຣະເຈົ້າ ເຮົາຈະກັບມາຫາພວກເຈົ້າອີກ.” ແລ້ວໂປໂລກໍລົງເຮືອໄປຈາກເມືອງເອເຟໂຊ.
[22] ເມື່ອໂປໂລມາຮອດເມືອງກາຍຊາເຣຍ ເພິ່ນກໍຂຶ້ນໄປຍັງນະຄອນເຢຣູຊາເລັມ ເພື່ອຄຳນັບພີ່ນ້ອງໃນຄຣິສຕະຈັກ ແລ້ວໄດ້ເດີນທາງໄປທີ່ເມືອງອັນຕີໂອເຂຍ.
[23] ຫລັງຈາກພັກຢູ່ໃນເມືອງນີ້ໄລຍະໜຶ່ງແລ້ວ ເພິ່ນກໍເດີນທາງຜ່ານແຂວງຄາລາເຕຍ ແລະຟີເຄຍເປັນລຳດັບໄປ ເພື່ອໜູນໃຈພວກຄົນທີ່ເຊື່ອທັງໝົດໃຫ້ເຂັ້ມແຂງຂຶ້ນໃນຄວາມເຊື່ອ.
[24] ມີຄົນຢິວຜູ້ໜຶ່ງຊື່ວ່າ ອາໂປໂລ, ລາວເກີດໃນເມືອງອາເລັກຊັນເດຍ ແລະໄດ້ມາທີ່ເມືອງເອເຟໂຊ, ລາວເປັນຄົນມີໂວຫານດີດ້ານການເວົ້າ ແລະມີຄວາມ^ຊຳນານທາງພຣະຄຳພີດ້ວຍ.
[25] ລາວໄດ້ຮັບການຝຶກຝົນໃນທາງຂອງ^ອົງພຣະ^ຜູ້^ເປັນເຈົ້າ ແລະກ່າວສັ່ງສອນເຖິງເລື່ອງຂອງ^ພຣະເຢຊູເຈົ້າຢ່າງຖືກຕ້ອງ ແລະໜັກແໜ້ນ. ເຖິງປານນັ້ນເພິ່ນເອງກໍຮູ້ພຽງແຕ່ບັບຕິສະມາຂອງ^ໂຢຮັນເທົ່ານັ້ນ.
[26] ລາວກ່າວສັ່ງສອນດ້ວຍໃຈກ້າຫານໃນທຳມະສາລາ ເມື່ອປີຊະກີລາ ແລະ ອາກີລາຟັງລາວສັ່ງສອນແລ້ວ ພວກເຂົາຈຶ່ງຕ້ອນຮັບລາວໄວ້ໃນເຮືອນຂອງຕົນ ແລະອະທິບາຍທາງຂອງ^ພຣະເຈົ້າໃຫ້ລາວຮູ້ຢ່າງຖືກຕ້ອງຕື່ມຂຶ້ນ.
[27] ເມື່ອອາໂປໂລຕັດສິນໃຈຈະຂ້າມໄປຍັງແຂວງອະຂາຢາ ພວກພີ່ນ້ອງໄດ້ໜູນໃຈລາວ ແລະໄດ້ຂຽນຈົດໝາຍຝາກໄປເຖິງພີ່ນ້ອງທີ່ເຊື່ອໃນແຂວງອະຂາຢາໃຫ້ຕ້ອນຮັບລາວໄວ້ ເມື່ອລາວເດີນທາງມາຮອດ ລາວກໍຊ່ວຍເຫລືອຄົນທີ່ໄດ້ເຊື່ອ ຍ້ອນພຣະຄຸນຂອງ^ພຣະເຈົ້າຢ່າງຫລວງຫລາຍ.
[28] ເພາະລາວໄດ້ໂຕ້ຕອບກັບພວກຢິວຢ່າງແຂງແຮງຕໍ່ໜ້າຄົນທັງຫລາຍ ໂດຍອ້າງຂໍ້ພຣະຄຳພີທີ່ພິສູດໃຫ້ເຫັນວ່າ ພຣະເຢຊູເຈົ້າຊົງເປັນພຣະຄຣິດ.