[1] “ພີ່ນ້ອງ ແລະທ່ານຜູ້^ອາວຸໂສ^ເອີຍ, ຂໍຟັງຄຳໃຫ້ການທີ່ຂ້າພະເຈົ້າຈະກ່າວແກ້ຄະດີຕໍ່ໜ້າທ່ານທັງຫລາຍໃນບັດນີ້ດ້ວຍເຖີດ.”
[2] ເມື່ອປະຊາຊົນໄດ້ຍິນໂປໂລກ່າວກັບພວກເຂົາເປັນພາສາເຮັບເຣີ ພວກເຂົາທຸກຄົນກໍມິດງຽບລົງກວ່າເກົ່າ ຈາກນັ້ນໂປໂລຈຶ່ງກ່າວຕໍ່ໄປວ່າ,
[3] “ຂ້າພະເຈົ້າເປັນຄົນຢິວເກີດທີ່ເມືອງຕາໂຊ ໃນແຂວງກີລີເກຍ, ແຕ່ຂ້າພະເຈົ້າໄດ້ໃຫຍ່ຂຶ້ນຢູ່ທີ່ນະຄອນເຢຣູຊາເລັມນີ້ເອງ ແລະເຄີຍເປັນລູກສິດຂອງ^ອາຈານຄາມາລິເອັນ ຜູ້ທີ່ໄດ້ສັ່ງສອນຂ້າພະເຈົ້າ ໃຫ້ຮູ້ກົດບັນຍັດຂອງ^ບັນພະບຸລຸດຂອງ^ພວກເຮົາຢ່າງເຄັ່ງຄັດ, ເຄີຍຮ້ອນຮົນໃນການອຸທິດຕົວແກ່ພຣະເຈົ້າ ເໝືອນທ່ານທຸກຄົນໃນວັນນີ້.
[4] ຂ້າພະເຈົ້າໄດ້ຂົ່ມເຫັງຄົນທັງຫລາຍ ທີ່ຖືໃນທາງນັ້ນຈົນພວກເຂົາເສຍຊີວິດ, ຂ້າພະເຈົ້າໄດ້ຈັບເອົາຊາຍຍິງ ແລະນຳພວກເຂົາໄປຂັງຄຸກ.
[5] ເລື່ອງນີ້ມະຫາປະໂຣຫິດກັບບັນດາເຖົ້າແກ່ທີ່ເປັນສະມາຊິກຂອງ^ສະພາສູງສຸດທຸກຄົນ ຄົງຢືນຢັນໄດ້ວ່າຂ້າພະເຈົ້າເວົ້າຄວາມຈິງ, ຂ້າພະເຈົ້າໄດ້ຮັບໜັງສືຈາກພວກເພິ່ນ ແລະຖືໄປຍັງບັນດາພີ່ນ້ອງຊາວຢິວທີ່ເມືອງດາມັສກັດ ເພື່ອຈະຈັບເອົາພວກຄົນທີ່ເຊື່ອຢູ່ໃນທີ່ນັ້ນ ແລະນຳພວກເຂົາມາຍັງນະຄອນເຢຣູຊາເລັມເພື່ອລົງໂທດ.”
[6] “ຂະນະທີ່ຂ້າພະເຈົ້າກຳລັງເດີນທາງໄປນັ້ນ ແລະໃກ້ຈະເຖິງເມືອງດາມັສກັດ ໃນເວລາປະມານທ່ຽງວັນ ກໍມີແສງ^ສະຫວ່າງກ້າຈາກທ້ອງຟ້າສ່ອງລົງມາອ້ອມຕົວຂ້າພະເຈົ້າ.
[7] ຂ້າພະເຈົ້າລົ້ມລົງທີ່ພື້ນດິນ ແລະໄດ້ຍິນສຽງໜຶ່ງກ່າວຕໍ່ຂ້າພະເຈົ້າວ່າ, ‘ໂຊໂລ ໂຊໂລ^ເອີຍ ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?’
[8] ຂ້າພະເຈົ້າຖາມອອກໄປວ່າ, ‘ພຣະອົງເຈົ້າ^ເອີຍ ພຣະອົງແມ່ນຜູ້ໃດ?’ ແລ້ວພຣະອົງຕອບຂ້າພະເຈົ້າວ່າ ‘ເຮົາແມ່ນເຢຊູໄທນາຊາເຣັດ ຜູ້ທີ່ເຈົ້າຂົ່ມເຫັງນັ້ນແຫລະ’
[9] ບັນດາຄົນທີ່ຢູ່ກັບຂ້າພະເຈົ້າໄດ້ເຫັນແສງ^ສະຫວ່າງນັ້ນ ແຕ່ບໍ່ໄດ້ຍິນສຽງຂອງ^ຜູ້ທີ່ກຳລັງກ່າວກັບຂ້າພະເຈົ້າ.
[10] ຂ້າພະເຈົ້າຖາມວ່າ, ‘ພຣະອົງເຈົ້າ^ເອີຍ ຂ້ານ້ອຍຈະຕ້ອງເຮັດແນວໃດ?’ ອົງພຣະ^ຜູ້^ເປັນເຈົ້າຈຶ່ງກ່າວແກ່ຂ້າພະເຈົ້າວ່າ, ‘ຈົ່ງລຸກຂຶ້ນ ແລະເຂົ້າໄປໃນເມືອງດາມັສກັດ ຢູ່ທີ່ນັ້ນຈະມີຄົນບອກເຈົ້າ ເຖິງສິ່ງທັງໝົດທີ່ພຣະເຈົ້າໄດ້ກຳນົດໃຫ້ເຈົ້າເຮັດ.’
[11] ຂ້າພະເຈົ້າຕາບອດຍ້ອນແສງ^ສະຫວ່າງກ້ານັ້ນ. ດັ່ງນັ້ນ ເພື່ອນຮ່ວມເດີນທາງກັບຂ້າພະເຈົ້າຈຶ່ງຈູງມືຂ້າພະເຈົ້າ ແລ້ວພາເຂົ້າໄປໃນເມືອງດາມັສກັດ.
[12] ໃນເມືອງນີ້ ມີຊາຍຄົນໜຶ່ງຊື່ວ່າ ອານາເນຍ ເພິ່ນເປັນຜູ້ຢຳເກງພຣະເຈົ້າ ແລະຢຶດຖືຕາມກົດບັນຍັດຂອງ^ພວກເຮົາ, ເພິ່ນເປັນຜູ້ທີ່ໄດ້ຮັບຄວາມນັບຖືຢ່າງສູງ ຈາກຊາວຢິວທຸກຄົນຢູ່ໃນເມືອງນີ້,
[13] ເພິ່ນໄດ້ມາຢືນຢູ່ໃກ້ຂ້າພະເຈົ້າ ແລະກ່າວວ່າ, ‘ອ້າຍໂຊໂລ^ເອີຍ, ຈົ່ງເຫັນຮຸ່ງອີກສາ’ ໃນທັນໃດນັ້ນ ຂ້າພະເຈົ້າກໍໄດ້ເຫັນຮຸ່ງອີກ ຈຶ່ງແນມເຫັນເພິ່ນ.
[14] ຈາກນັ້ນເພິ່ນຈຶ່ງເວົ້າວ່າ, ‘ພຣະເຈົ້າແຫ່ງບັນພະບຸລຸດຂອງ^ພວກເຮົາໄດ້ເລືອກເອົາເຈົ້າ ເພື່ອໃຫ້ຮູ້ຄວາມປະສົງຂອງ^ພຣະອົງ ເພື່ອໃຫ້ເຫັນພຣະອົງຜູ້ຊອບທຳ ແລະເພື່ອໃຫ້ເຈົ້າໄດ້ຍິນພຣະອົງກ່າວດ້ວຍສຽງຂອງ^ພຣະອົງເອງ.
[15] ດ້ວຍວ່າ, ເຈົ້າຈະເປັນພະຍານໃຫ້ພຣະອົງ ໃຫ້ຄົນທັງປວງຮູ້ເຖິງສິ່ງທີ່ເຈົ້າໄດ້ເຫັນແລະໄດ້ຍິນ.
[16] ບັດນີ້ ເຈົ້າລໍຊ້າຢູ່ເຮັດຫຍັງ? ຈົ່ງລຸກຂຶ້ນຮັບບັບຕິສະມາ ແລະຊຳລະບາບກຳຂອງ^ເຈົ້າ ໂດຍຮ້ອງອອກພຣະນາມຂອງ^ພຣະອົງສາ.’”
[17] “ແລ້ວຂ້າພະເຈົ້າກໍໄດ້ກັບມາຍັງນະຄອນເຢຣູຊາເລັມ ແລະຂະນະທີ່ຂ້າພະເຈົ້າກຳລັງພາວັນນາ^ອະທິຖານຢູ່ໃນພຣະວິຫານນັ້ນ ຂ້າພະເຈົ້າກໍລືມຄີງໄປ.
[18] ແລະໄດ້ເຫັນພຣະເຢຊູເຈົ້າກ່າວແກ່ຂ້າພະເຈົ້າວ່າ, ‘ຈົ່ງຮີບໄປຈາກນະຄອນເຢຣູຊາເລັມ ເພາະວ່າປະຊາຊົນໃນທີ່ນີ້ຈະບໍ່ຮັບເອົາຄຳພະຍານຂອງ^ເຈົ້າທີ່ກ່າວເຖິງເຮົາ.’
[19] ຂ້າພະເຈົ້າຕອບວ່າ, ‘ພຣະອົງເຈົ້າ^ເອີຍ ຄົນເຫລົ່ານັ້ນຮູ້ດີວ່າ ຂ້ານ້ອຍເຄີຍໄປທີ່ທຳມະສາລາ ຈັບເອົາບັນດາຄົນທີ່ເຊື່ອໃນພຣະອົງ ແລະຂ້ຽນຕີພວກເຂົາ.
[20] ເມື່ອພວກເຂົາຂ້າຊະເຕຟາໂນ ຜູ້ທີ່ເປັນພະຍານໃຫ້ພຣະອົງ ຂ້ານ້ອຍເອງກໍຢູ່ໃນທີ່ນັ້ນດ້ວຍ, ຂ້ານ້ອຍເຫັນພ້ອມນຳພວກຄາດຕະກອນເຫລົ່ານັ້ນ ໂດຍເປັນຜູ້ຮັກສາເສື້ອຊັ້ນນອກຂອງ^ພວກເຂົາ.’
[21] ອົງພຣະ^ຜູ້^ເປັນເຈົ້າກ່າວແກ່ຂ້າພະເຈົ້າວ່າ, ‘ຈົ່ງໄປ ເພາະເຮົາຈະໃຊ້ເຈົ້າໄປໄກ ຫາຄົນຕ່າງຊາດ.’”
[22] ປະຊາຊົນໄດ້ຟັງໂປໂລກ່າວ ຈົນເຖິງເວລາທີ່ເພິ່ນເວົ້າຄຳນີ້ ແລ້ວພວກເຂົາກໍຮ້ອງຂຶ້ນດ້ວຍສຽງດັງວ່າ, “ຈັດການກັບຄົນນີ້ເສຍ ເອົາໄປຂ້າຖິ້ມ, ບໍ່ຄວນໃຫ້ມີຊີວິດຢູ່.”
[23] ແລ້ວພວກເຂົາຮ້ອງໂວຍວາຍທັງແກ້ເສື້ອໂຍນໄປມາ ແລະກຳຂີ້ຝຸ່ນຊັດຂຶ້ນໃນອາກາດ.
[24] ນາຍພັນຈຶ່ງສັ່ງໃຫ້ເອົາໂປໂລເຂົ້າໄປໃນຄ້າຍທະຫານ ແລະສັ່ງໃຫ້ສອບສວນດ້ວຍການຂ້ຽນຕີເພື່ອຢາກຮູ້ວ່າ ດ້ວຍເຫດໃດປະຊາຊົນຈຶ່ງຮ້ອງຂຶ້ນຕໍ່ສູ້ເພິ່ນຢ່າງນີ້.
[25] ແຕ່ເມື່ອທະຫານມັດເພິ່ນໄວ້ດ້ວຍເຊືອກໜັງ, ໂປໂລຈຶ່ງເວົ້າຕໍ່ນາຍຮ້ອຍທີ່ຢືນຢູ່ໃນທີ່ນັ້ນວ່າ, “ການທີ່ຈະຂ້ຽນຕີຄົນສັນຊາດໂຣມ ກ່ອນຖືກພິພາກສາລົງໂທດນັ້ນ ເປັນການຖືກຕ້ອງຕາມກົດໝາຍບໍ?”
[26] ເມື່ອນາຍຮ້ອຍໄດ້ຍິນເຊັ່ນນີ້ ລາວຈຶ່ງໄປຫານາຍພັນ ແລະຖາມເພິ່ນວ່າ, “ທ່ານກຳລັງຈະເຮັດຫຍັງລົງໄປ? ຊາຍຜູ້ນັ້ນເປັນຄົນສັນຊາດໂຣມ.”
[27] ດັ່ງນັ້ນ ນາຍພັນຈຶ່ງໄປຫາໂປໂລ ແລະຖາມວ່າ, “ບອກມາເບິ່ງດຸວ່າ, ເຈົ້າເປັນຄົນສັນຊາດໂຣມບໍ?” ໂປໂລຕອບວ່າ, “ແມ່ນແລ້ວ.”
[28] ນາຍພັນເວົ້າວ່າ, “ຂ້ອຍໄດ້ຈ່າຍເງິນຢ່າງຫລວງຫລາຍ ເພື່ອຈະໄດ້ສັນຊາດໂຣມ.” ໂປໂລຕອບວ່າ, “ແຕ່ຂ້ານ້ອຍເປັນຄົນສັນຊາດໂຣມໂດຍກຳເນີດ.”
[29] ແລ້ວພວກທີ່ກຳລັງຈະສອບຖາມໂປໂລນັ້ນ ກໍຖອຍອອກຈາກເພິ່ນທັນທີ, ສ່ວນນາຍພັນເອງເມື່ອຮູ້ວ່າໂປໂລເປັນຄົນສັນຊາດໂຣມກໍຢ້ານ ເພາະຕົນໄດ້ສັ່ງໃຫ້ລ່າມໂສ້ເພິ່ນ.
[30] ຍ້ອນນາຍພັນຢາກຮູ້ພວກຢິວກ່າວຫາໂປໂລດ້ວຍເຫດອັນໃດແທ້, ສະນັ້ນ ຕົກວັນໜ້າມາ ເພິ່ນຈຶ່ງສັ່ງໃຫ້ທະຫານແກ້ໂສ້ທີ່ລ່າມໂປໂລອອກ ແລະທັງສັ່ງໃຫ້ບັນດາຫົວໜ້າປະໂຣຫິດກັບບັນດາສະມາຊິກຂອງ^ສະພາສູງສຸດມາປະຊຸມກັນ ແລ້ວນາຍພັນກໍພາໂປໂລໄປ ແລະໃຫ້ຢືນຢູ່ຕໍ່ໜ້າພວກເຂົາ.