[1] ຢູ່ທີ່ເມືອງກາຍຊາເຣຍ ຍັງມີຊາຍຄົນໜຶ່ງຊື່ວ່າ, “ໂກເນລີໂອ” ເພິ່ນເປັນນາຍຮ້ອຍຢູ່ໃນກອງທະຫານທີ່ຊື່ວ່າ, “ກອງອີຕາລີ.”
[2] ໂກເນລີໂອເປັນຜູ້ຖືສາສະໜາຢ່າງຖືກຕ້ອງ ແລະທຸກຄົນໃນຄອບຄົວຂອງ^ເພິ່ນ ຕ່າງກໍຢຳເກງພຣະເຈົ້າ ເພິ່ນເຄີຍໃຫ້ທານຢ່າງຫລວງຫລາຍ ເພື່ອຊ່ວຍເຫລືອຜູ້ຍາກຈົນ ແລະພາວັນນາ^ອະທິຖານຫາພຣະເຈົ້າຢ່າງສະໝໍ່າສະເໝີບໍ່ໄດ້ຂາດ.
[3] ຢູ່ມາວັນໜຶ່ງ ປະມານບ່າຍສາມໂມງ ເພິ່ນໄດ້ເຫັນນິມິດ ໃນນິມິດນັ້ນ ເພິ່ນເຫັນເທວະດາຂອງ^ພຣະເຈົ້າຕົນໜຶ່ງຢ່າງຄັກແນ່ເຂົ້າມາ ແລະກ່າວແກ່ເພິ່ນວ່າ, “ໂກເນລີໂອ^ເອີຍ”
[4] ເມື່ອເພິ່ນເພັ່ງຕາເບິ່ງເທວະດາຕົນນັ້ນ ດ້ວຍຄວາມ^ສະດຸ້ງຕົກໃຈ ຈຶ່ງຖາມວ່າ, “ແມ່ນເລື່ອງຫຍັງນໍ ພຣະອົງເຈົ້າ^ເອີຍ?” ເທວະດາຕອບວ່າ, “ພຣະເຈົ້າພໍໃຈນຳຄຳພາວັນນາ^ອະທິຖານ ແລະການໃຫ້ທານຂອງ^ເຈົ້າ ທີ່ໄດ້ຂຶ້ນໄປເຖິງພຣະອົງ ຈຶ່ງເປັນເຫດໃຫ້ພຣະອົງລະນຶກເຖິງເຈົ້າ.
[5] ບັດນີ້ ຈົ່ງໃຊ້ບາງຄົນໄປຍັງເມືອງຢົບປາ ເພື່ອເຊີນເອົາຊາຍຜູ້ໜຶ່ງ ຊື່ວ່າ ຊີໂມນ ຜູ້ມີຊື່ໜຶ່ງອີກວ່າເປໂຕ.
[6] ລາວເປັນແຂກອາໄສຢູ່ນຳຊ່າງ^ຟອກໜັງຄົນໜຶ່ງ ຊື່ວ່າ, ຊີໂມນຜູ້ທີ່ມີເຮືອນຢູ່ແຄມທະເລ.”
[7] ແລ້ວເທວະດາຕົນນັ້ນກໍຈາກໄປ. ດັ່ງນັ້ນ ໂກເນລີໂອໄດ້ເອີ້ນຄົນ^ຮັບໃຊ້ປະຈຳເຮືອນຂອງຕົນສອງຄົນເຂົ້າມາ ພ້ອມກັບທະຫານຄົນໜຶ່ງທີ່ຖືສາສະໜາຢ່າງເຄັ່ງຄັດ ແລະເປັນຄົນໜຶ່ງໃນພວກທະຫານທີ່ຄອຍຮັບໃຊ້ຕົນ.
[8] ເມື່ອໄດ້ເລົ່າເຫດການທີ່ເກີດຂຶ້ນທັງໝົດສູ່ພວກເຂົາຟັງແລ້ວ ເພິ່ນກໍໃຊ້ພວກເຂົາໄປຍັງເມືອງຢົບປາ.
[9] ຕອນທ່ຽງວັນໃນວັນຕໍ່ມາ ເມື່ອພວກເຂົາເດີນທາງມາ ແລະໃກ້ຈະຮອດເມືອງຢົບປານັ້ນ ເປໂຕໄດ້ຂຶ້ນໄປເທິງຫລັງຄາພຽງ ເພື່ອພາວັນນາ^ອະທິຖານ.
[10] ເພິ່ນຮູ້ສຶກຫິວແລະຢາກກິນເຂົ້າ ໃນຂະນະທີ່ພວກເຂົາຕຽມອາຫານຢູ່ນັ້ນ ເພິ່ນກໍໄດ້ເຫັນນິມິດ.
[11] ເປໂຕເຫັນທ້ອງຟ້າໄຂອອກ ແລະມີສິ່ງໜຶ່ງກຳລັງລົງມາ ເບິ່ງຄືກັບຜ້າຜືນໃຫຍ່ ມີເຊືອກຜູກທັງສີ່ແຈຖືກຢ່ອນລົງມາເທິງໜ້າດິນ.
[12] ໃນຜ້າຜືນນັ້ນ ມີສັດທຸກຊະນິດ ຄືສັດສີ່ຕີນ ສັດເລືອຄານ ແລະ ນົກທັງຫລາຍ.
[13] ແລ້ວກໍມີສຽງໜຶ່ງກ່າວແກ່ເພິ່ນວ່າ, “ເປໂຕ^ເອີຍ ຈົ່ງລຸກຂຶ້ນ ແລ້ວຂ້າກິນເສຍ.”
[14] ແຕ່ເປໂຕຕອບວ່າ, “ພຣະອົງເຈົ້າ^ເອີຍ ເປັນໄປບໍ່ໄດ້ເດັດຂາດ ເພາະຕາມທຳນຽມແລ້ວ ຂ້ານ້ອຍບໍ່ເຄີຍກິນສິ່ງໃດທີ່ບໍ່ໄດ້ຖືກຊຳລະໃຫ້ສະອາດ ແລະສິ່ງທີ່ເປັນມົນທິນ.”
[15] ສຽງນັ້ນກ່າວແກ່ເພິ່ນເປັນຄັ້ງທີສອງອີກວ່າ, “ສິ່ງທີ່ພຣະເຈົ້າປະກາດວ່າ ຖືກຊຳລະແລ້ວ ຢ່າຖືວ່າເປັນສິ່ງທີ່ຕ້ອງຫ້າມເລີຍ.”
[16] ເຫດການເຊັ່ນນີ້ໄດ້ເກີດຂຶ້ນເຖິງສາມເທື່ອ ແລ້ວສິ່ງນັ້ນກໍຖືກຮັບຂຶ້ນໄປໃນທ້ອງຟ້າຄືນທັນທີ.
[17] ຂະນະທີ່ເປໂຕຍັງຄິດບໍ່ອອກວ່າ ນິມິດທີ່ຕົນໄດ້ເຫັນນັ້ນມີຄວາມໝາຍຢ່າງໃດ ແລະເບິ່ງແມ! ຄົນທີ່ໂກເນລີໂອໄດ້ໃຊ້ມານັ້ນ ເມື່ອໄດ້ສອບຖາມຫາເຮືອນຂອງ^ຊີໂມນ ແລະໄດ້ຮູ້ວ່າຢູ່ທີ່ໃດແລ້ວ ພວກເຂົາກໍໄດ້ມາຢືນຢູ່ທີ່ໜ້າປະຕູເຮືອນ.
[18] ພວກເຂົາຮ້ອງຖາມຂຶ້ນວ່າ, “ທ່ານຊີໂມນ ຜູ້ມີຊື່ໜຶ່ງອີກວ່າເປໂຕ ພັກຢູ່ທີ່ນີ້ຫລືບໍ່?”
[19] ຂະນະທີ່ເປໂຕກຳລັງຄິດຊອກຫາ ທີ່ຈະເຂົ້າໃຈຄວາມໝາຍຂອງ^ນິມິດນັ້ນຢູ່ ພຣະວິນຍານບໍຣິສຸດເຈົ້າກໍກ່າວແກ່ເພິ່ນວ່າ, “ເບິ່ງແມ! ມີຊາຍສາມຄົນ ມາຖາມຫາເຈົ້າ.
[20] ບັດນີ້ ຈົ່ງລຸກຂຶ້ນ ແລ້ວລົງໄປຂ້າງລຸ່ມ ແລະຢ່າລັງເລໃຈທີ່ຈະໄປກັບພວກເຂົາ ເພາະແມ່ນເຮົາເອງທີ່ໄດ້ໃຊ້ພວກເຂົາມາ.”
[21] ດັ່ງນັ້ນ ເປໂຕຈຶ່ງລົງໄປພົບ ແລະບອກກັບພວກເຂົາວ່າ, “ເຮົານີ້ແຫລະ ແມ່ນຜູ້ທີ່ພວກເຈົ້າກຳລັງຊອກຫາ, ດ້ວຍເຫດໃດພວກເຈົ້າຈຶ່ງມາທີ່ນີ້?”
[22] ພວກເຂົາຈຶ່ງຕອບວ່າ, “ນາຍຮ້ອຍໂກເນລີໂອເປັນຄົນສັດຊື່ ແລະຢຳເກງພຣະເຈົ້າ ທັງເປັນຜູ້ມີຊື່ສຽງດີໃນທ່າມກາງບັນດາຊາວຢິວ ເພິ່ນຜູ້ນັ້ນໄດ້ຮັບຄຳສັ່ງຈາກເທວະດາບໍຣິສຸດຕົນໜຶ່ງ ໃຫ້ມາເຊີນທ່ານໄປຍັງເຮືອນຂອງຕົນ ເພື່ອຈະໄດ້ຟັງຖ້ອຍຄຳຈາກທ່ານ.”
[23] ເປໂຕຈຶ່ງເຊີນພວກເຂົາເຂົ້າມາພັກນຳຕົນ. ໃນວັນຕໍ່ມາ ເປໂຕກໍໄດ້ລຸກຂຶ້ນ ແລະໄປກັບພວກເຂົາ ແລະຍັງມີພີ່ນ້ອງທີ່ເຊື່ອບາງຄົນໃນເມືອງຢົບປາ ກໍໄປນຳເພິ່ນດ້ວຍ.
[24] ວັນຕໍ່ມາ ເປໂຕໄດ້ມາເຖິງເມືອງກາຍຊາເຣຍ ສ່ວນໂກເນລີໂອນັ້ນກຳລັງຄອຍຖ້າຕ້ອນຮັບເປໂຕ ໂດຍໄດ້ເຊີນເອົາຍາດຕິພີ່ນ້ອງ ແລະໝູ່ເພື່ອນສະໜິດມາເຕົ້າໂຮມກັນຢູ່.
[25] ເມື່ອເປໂຕກ້າວເຂົ້າໄປ ໂກເນລີໂອກໍອອກມາຕ້ອນຮັບ ໂດຍຂາບລົງທີ່ຕີນຂອງ^ເປໂຕ.
[26] ແຕ່ເປໂຕດຶງໂກເນລີໂອໃຫ້ລຸກຂຶ້ນ ແລະເວົ້າວ່າ, “ຈົ່ງຢືນຂຶ້ນ ເຮົາເອງກໍເປັນພຽງແຕ່ມະນຸດເໝືອນກັນ.”
[27] ເປໂຕສົນທະນາກັບໂກເນລີໂອ ໃນຂະນະທີ່ຍ່າງເຂົ້າໄປໃນເຮືອນ ແລະໃນທີ່ນັ້ນ ເພິ່ນໄດ້ພົບຫລາຍຄົນທີ່ເຕົ້າໂຮມກັນຢູ່.
[28] ເປໂຕໄດ້ກ່າວກັບຄົນເຫລົ່ານັ້ນວ່າ, “ທ່ານທັງຫລາຍຮູ້ດີວ່າ ການທີ່ຄົນຢິວຈະມາຢ້ຽມຢາມ ຫລືເຂົ້າຮ່ວມຄົບຫາສະມາຄົມກັບຄົນຕ່າງຊາດ ກໍເປັນການຕ້ອງຫ້າມ, ແຕ່ພຣະເຈົ້າໄດ້ໂຜດສຳແດງໃຫ້ຂ້າພະເຈົ້າເຫັນວ່າ ບໍ່ຕ້ອງຖືຄົນໃດຄົນໜຶ່ງວ່າເປັນຄົນຕ້ອງຫ້າມ ຫລືເປັນມົນທິນ.
[29] ສະນັ້ນ ເມື່ອພວກເຈົ້າໃຊ້ຄົນໄປເຊີນຂ້າພະເຈົ້າ, ຂ້າພະເຈົ້າກໍມາໂດຍບໍ່ຂັດຂ້ອງ. ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງຂໍຖາມວ່າ ດ້ວຍເຫດໃດພວກທ່ານຈຶ່ງໄດ້ໃຊ້ຄົນໄປຫາຂ້າພະເຈົ້າ?”
[30] ໂກເນລີໂອຕອບວ່າ, “ໄດ້ສີ່ວັນມາແລ້ວ ທີ່ຂ້ານ້ອຍກຳລັງພາວັນນາ^ອະທິຖານ ຢູ່ທີ່ເຮືອນຂອງ^ຂ້ານ້ອຍ ປະມານເວລານີ້ແຫລະ ຄືເວລາບ່າຍສາມໂມງ ໃນທັນໃດນັ້ນ ມີຊາຍຄົນໜຶ່ງນຸ່ງເຄື່ອງເຫຼື້ອມໃສ ມາຢືນຢູ່ຕໍ່ໜ້າຂ້ານ້ອຍ
[31] ແລະກ່າວວ່າ, ‘ໂກເນລີໂອ^ເອີຍ, ພຣະເຈົ້າໄດ້ຍິນຄຳພາວັນນາ^ອະທິຖານຂອງ^ເຈົ້າແລ້ວ ແລະພຣະເຈົ້າໄດ້ລະນຶກເຖິງການໃຫ້ທານທີ່ເຈົ້າໄດ້ເຮັດ.
[32] ດ້ວຍເຫດນັ້ນ ເຈົ້າຈົ່ງໃຊ້ບາງຄົນໄປຍັງເມືອງຢົບປາ ໄປເຊີນເອົາຊາຍຄົນໜຶ່ງ ຊື່ວ່າ, ຊີໂມນ ແລະມີຊື່ໜຶ່ງອີກວ່າ ເປໂຕ ເພິ່ນເປັນແຂກທີ່ອາໄສຢູ່ນຳຊ່າງ^ຟອກໜັງ ຊື່ວ່າ, ຊີໂມນ ຜູ້ທີ່ມີເຮືອນຢູ່ແຄມທະເລ.’
[33] ດັ່ງນັ້ນ ຂ້ານ້ອຍຈຶ່ງໃຊ້ຄົນໄປຫາທ່ານໂດຍທັນທີ ແລະທ່ານກໍດີແທ້ໆ ທີ່ໄດ້ກະຣຸນາມາ, ບັດນີ້ ພວກຂ້ານ້ອຍທັງໝົດ ກໍພ້ອມກັນຢູ່ຊ້ອງໜ້າພຣະເຈົ້າທີ່ນີ້ແລ້ວ ເພື່ອຈະຟັງທຸກຖ້ອຍຄຳທີ່ອົງພຣະ^ຜູ້^ເປັນເຈົ້າໄດ້ສັ່ງໄວ້ກັບທ່ານ.”
[34] ແລ້ວເປໂຕກໍເລີ່ມຕົ້ນກ່າວວ່າ, “ບັດນີ້ ຂ້າພະເຈົ້າຮູ້ເຫັນຄັກແນ່ແລ້ວວ່າ, ພຣະເຈົ້າເຮັດກັບທຸກຄົນໂດຍບໍ່ເລືອກໜ້າຜູ້ໃດ.
[35] ທຸກຄົນບໍ່ວ່າຊາດໃດກໍຕາມ ທີ່ຢຳເກງພຣະເຈົ້າ ແລະປະຕິບັດໃນສິ່ງທີ່ຖືກຕ້ອງຊອບທຳ ກໍເປັນທີ່ພໍໃຈພຣະອົງ.
[36] ເຈົ້າ^ທັງຫລາຍກໍຮູ້ຖ້ອຍຄຳ ທີ່ພຣະອົງໄດ້ສົ່ງມາຍັງປະຊາຊົນອິດສະຣາເອນ ໃຫ້ປະກາດຂ່າວປະເສີດເລື່ອງສັນຕິສຸກທາງພຣະເຢຊູ^ຄຣິດເຈົ້າ ພຣະອົງເປັນອົງພຣະ^ຜູ້^ເປັນເຈົ້າຂອງ^ມະນຸດທຸກຄົນ.
[37] ພວກເຈົ້າກໍຮູ້ເຖິງເຫດການອັນຍິ່ງໃຫຍ່ ທີ່ໄດ້ເກີດຂຶ້ນທົ່ວທັງດິນແດນຂອງ^ຢູດາຍ ຄືເຫດການທີ່ໄດ້ເລີ່ມຕົ້ນໃນແຂວງຄາລີເລ. ເມື່ອຫລັງຈາກທີ່ໂຢຮັນໄດ້ປະກາດໃຫ້ທຸກຄົນ ຮັບບັບຕິສະມາຂອງຕົນ.
[38] ພວກເຈົ້າກໍຮູ້ເຖິງເລື່ອງພຣະເຢຊູເຈົ້າໄທນາຊາເຣັດ ຜູ້ທີ່ພຣະເຈົ້າໄດ້ຫົດສົງດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍຣິດເດດ, ພຣະອົງໄດ້ໄປທຸກຫົນທຸກແຫ່ງເຮັດຄຸນງາມ^ຄວາມດີ ແລະຊົງໂຜດຮັກສາທຸກຄົນທີ່ຖືກອຳນາດຂອງ^ມານຮ້າຍບຽດບຽນ ເພາະວ່າພຣະເຈົ້າຊົງສະຖິດຢູ່ກັບພຣະອົງ.
[39] ພວກ^ຂ້າພະເຈົ້າເປັນພະຍານເຖິງທຸກໆສິ່ງ ທີ່ພຣະອົງໄດ້ກະທຳໃນດິນແດນຂອງ^ຊາວຢິວ ແລະໃນນະຄອນເຢຣູຊາເລັມ, ແລ້ວພວກເຂົາກໍໄດ້ປະຫານພຣະອົງເສຍ ໂດຍຕອກຄຶງໄວ້ທີ່ໄມ້ກາງແຂນ.
[40] ພຣະອົງນັ້ນແຫລະ, ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຄືນມາໃນວັນຖ້ວນສາມ ແລະຊົງບັນດານໃຫ້ພຣະອົງປາກົດແຈ້ງ.
[41] ບໍ່ໄດ້ຊົງໃຫ້ປາກົດແກ່ພົນລະເມືອງທົ່ວໄປ, ແຕ່ຊົງປາກົດແກ່ພວກພະຍານ ຊຶ່ງພຣະເຈົ້າຊົງກຳນົດໄວ້ລ່ວງໜ້າ ຄືຊົງປາກົດແກ່ພວກ^ຂ້າພະເຈົ້າ ຜູ້ໄດ້ກິນແລະໄດ້ດື່ມດ້ວຍກັນກັບພຣະອົງ ພາຍຫລັງທີ່ພຣະອົງໄດ້ຊົງຄືນພຣະຊົນ.
[42] ພຣະອົງໄດ້ສັ່ງໃຫ້ພວກ^ຂ້າພະເຈົ້າປະກາດແກ່ຄົນທັງຫລາຍ ແລະໃຫ້ເປັນພະຍານວ່າ ແມ່ນພຣະອົງນີ້ແຫລະ ທີ່ພຣະເຈົ້າໄດ້ຊົງຕັ້ງໄວ້ໃຫ້ເປັນຜູ້ພິພາກສາ ທັງຄົນ^ເປັນແລະຄົນຕາຍ.
[43] ຜູ້ທຳນວາຍທຸກຄົນກໍໄດ້ກ່າວເຖິງພຣະອົງໂດຍປະກາດວ່າ ທຸກຄົນທີ່ເຊື່ອໃນພຣະອົງ ຈະໄດ້ຮັບການອະໄພບາບກຳໂດຍນາມຊື່ຂອງ^ພຣະອົງ.”
[44] ຂະນະທີ່ເປໂຕຍັງກ່າວຢູ່ນັ້ນ ພຣະວິນຍານບໍຣິສຸດເຈົ້າກໍລົງມາເທິງທຸກຄົນ ທີ່ກຳລັງຟັງຖ້ອຍຄຳນັ້ນ.
[45] ສ່ວນຜູ້ທີ່ເຊື່ອ ຄືຄົນຢິວທີ່ມາຈາກເມືອງຢົບປາກັບເປໂຕນັ້ນ ຕ່າງກໍງຶດປະຫລາດ^ໃຈ ທີ່ພຣະເຈົ້າໄດ້ໂຜດປະທານພຣະວິນຍານບໍຣິສຸດເຈົ້າ ໃຫ້ແກ່ຄົນຕ່າງຊາດເໝືອນກັນ.
[46] ດ້ວຍວ່າ, ພວກເຂົາໄດ້ຍິນຄົນເຫລົ່ານີ້ປາກພາສາແປກໆ ແລະສັນລະເສີນຄວາມ^ຍິ່ງໃຫຍ່ຂອງ^ພຣະເຈົ້າ ຝ່າຍເປໂຕຈຶ່ງກ່າວຂຶ້ນວ່າ,
[47] “ຄົນເຫລົ່ານີ້ໄດ້ຮັບພຣະວິນຍານບໍຣິສຸດເຈົ້າຄືກັນກັບພວກເຮົາ. ດັ່ງນັ້ນ ຄົງບໍ່ມີຜູ້ໃດຕີ້ ທີ່ຈະຫ້າມພວກເຂົາ ບໍ່ໃຫ້ຮັບບັບຕິສະມາດ້ວຍນໍ້າ.”
[48] ດັ່ງນັ້ນ ເປໂຕຈຶ່ງສັ່ງຄົນເຫລົ່ານັ້ນ ໃຫ້ຮັບບັບຕິສະມາໃນນາມຂອງ^ພຣະເຢຊູ^ຄຣິດເຈົ້າ ແລ້ວພວກເຂົາກໍຂໍໃຫ້ເປໂຕຢູ່ກັບພວກຕົນອີກສອງສາມວັນ.