[1] ຂະນະທີ່ອາໂປໂລຍັງຢູ່ທີ່ເມືອງໂກຣິນໂທນັ້ນ ໂປໂລກຳລັງຜ່ານໄປທົ່ວເຂດພາກເໜືອໃນແຂວງນີ້ ແລະເດີນທາງມາຮອດເມືອງເອເຟໂຊ, ໃນທີ່ນີ້ໂປໂລໄດ້ພົບສິດບາງຄົນ
[2] ເພິ່ນຖາມພວກເຂົາວ່າ, “ເມື່ອພວກເຈົ້າຮັບເຊື່ອນັ້ນ ພວກເຈົ້າໄດ້ຮັບພຣະວິນຍານບໍຣິສຸດເຈົ້າຫລືບໍ່?” ພວກເຂົາຕອບວ່າ, “ພວກເຮົາບໍ່ເຄີຍໄດ້ຍິນຜູ້ໃດເວົ້າວ່າມີພຣະວິນຍານບໍຣິສຸດເຈົ້າ.”
[3] ແລ້ວໂປໂລຈຶ່ງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ພວກເຈົ້າໄດ້ຮັບບັບຕິສະມາແນວໃດ?” ພວກເຂົາຕອບວ່າ, “ບັບຕິສະມາຂອງ^ໂຢຮັນ.”
[4] ໂປໂລຈຶ່ງບອກວ່າ, “ບັບຕິສະມາຂອງ^ໂຢຮັນແມ່ນສຳລັບຄົນທີ່ຖິ້ມໃຈເກົ່າ^ເອົາໃຈໃໝ່ ແລະເພິ່ນໄດ້ບອກປະຊາຊົນອິດສະຣາເອນ ໃຫ້ເຊື່ອໃນຜູ້ທີ່ມາພາຍຫລັງຕົນ ຄືເຊື່ອໃນພຣະເຢຊູເຈົ້າ.”
[5] ເມື່ອໄດ້ຍິນດັ່ງນີ້ ພວກເຂົາກໍຮັບບັບຕິສະມາໃນນາມຂອງ^ອົງ^ພຣະເຢຊູເຈົ້າ.
[6] ໂປໂລໄດ້ວາງມືໃສ່ພວກເຂົາ ແລະພຣະວິນຍານບໍຣິສຸດເຈົ້າກໍລົງມາເທິງພວກເຂົາ ພວກເຂົາຈຶ່ງຕັ້ງຕົ້ນປາກພາສາແປກໆ ແລະທຳນວາຍ.
[7] ຊາຍເຫລົ່ານີ້ມີດ້ວຍກັນທັງໝົດປະມານສິບສອງຄົນ.
[8] ເປັນເວລາສາມເດືອນ ທີ່ໂປໂລໄດ້ເຂົ້າໄປໃນທຳມະສາລາ ແລະກ່າວກັບປະຊາຊົນດ້ວຍໃຈກ້າຫານ ເພິ່ນປະກາດເຖິງອານາຈັກຂອງ^ພຣະເຈົ້າ ແລະຊັກຊວນໃຫ້ພວກເຂົາຮັບເຊື່ອ.
[9] ແຕ່ມີບາງຄົນໃຈແຂງ ແລະບໍ່ຍອມເຊື່ອ ຊໍ້າຍັງເວົ້າຄຳຫຍາບຊ້າຕໍ່ໜ້າຄົນທັງຫລາຍ ເຖິງທາງຂອງ^ອົງພຣະ^ຜູ້^ເປັນເຈົ້າ, ດັ່ງນັ້ນ ໂປໂລຈຶ່ງໜີຈາກພວກເຂົາ ແລະນຳຄົນທີ່ເຊື່ອໄປກັບຕົນ ແລະທຸກໆວັນເພິ່ນໄດ້ໂຕ້ຖຽງ ຢູ່ໃນຫ້ອງປະຊຸມຂອງທ່ານຕີລາໂນ.
[10] ການນີ້ໄດ້ດຳເນີນໄປເປັນເວລາສອງປີ ຈົນວ່າປະຊາຊົນທັງໝົດທີ່ຢູ່ໃນແຂວງເອເຊຍ ໄດ້ຍິນພຣະຄຳຂອງ^ອົງພຣະ^ຜູ້^ເປັນເຈົ້າຕະຫລອດທັງຄົນຢິວ ແລະຄົນກຣີກດ້ວຍ.
[11] ພຣະເຈົ້າໄດ້ເຮັດການອັດສະຈັນອັນແປກ^ປະຫລາດຜ່ານໂປໂລ.
[12] ແມ່ນແຕ່ຜ້າເຊັດເຫື່ອກັບຜ້າກັນເປື້ອນທີ່ເພິ່ນໃຊ້ ຊຶ່ງຖືກນຳໄປວາງໃສ່ຄົນເຈັບປ່ວຍ ແລະໂຣກໄພໄຂ້ເຈັບຕ່າງໆຂອງ^ພວກເຂົາກໍຫາຍດີ ແລະບັນດາຜີຊົ່ວຮ້າຍທີ່ສິງກໍອອກໄປຈາກພວກເຂົາດ້ວຍ.
[13] ພວກຢິວບາງຄົນທີ່ທ່ຽວໄປມາເປັນໝໍຂັບໄລ່ຜີຊົ່ວຮ້າຍ ກໍພະຍາຍາມໃຊ້ນາມຊື່ຂອງ^ອົງພຣະເຢຊູເຈົ້າກະທຳການນີ້ເໝືອນກັນ, ພວກເຂົາສັ່ງຜີຊົ່ວຮ້າຍທີ່ສິງວ່າ, “ກູສັ່ງພວກສູໃນນາມຂອງ^ພຣະເຢຊູເຈົ້າທີ່ໂປໂລປະກາດນັ້ນ.”
[14] ຍັງມີຢິວຜູ້ໜຶ່ງຊື່ຊະເກວາ ເປັນມະຫາປະໂຣຫິດມີລູກຊາຍເຈັດຄົນໄດ້ກະທຳການນີ້.
[15] ແຕ່ຜີຊົ່ວຮ້າຍທີ່ເຂົ້າສິງໄດ້ຕອບຄົນເຫລົ່ານັ້ນວ່າ, “ພຣະເຢຊູເຈົ້າ ເຮົາກໍລຶ້ງເຄີຍ ແລະໂປໂລ ເຮົາກໍຮູ້ຈັກເໝືອນກັນ, ແຕ່ພວກສູແມ່ນຜູ້ໃດ?”
[16] ຄົນທີ່ຜີຊົ່ວຮ້າຍເຂົ້າສິງນັ້ນໄດ້ໂດດໃສ່ຄົນເຫລົ່ານີ້ ຕີຕ່ອຍພວກເຂົາຈົນເປັນບາດຕາມຕົນຕົວ ແລະຈີກເສື້ອຜ້າຂອງ^ພວກເຂົາ ຈົນພວກເຂົາແລ່ນປົບໜີໄປແຕ່ຕົວເປົ່າ.
[17] ເລື່ອງນີ້ໄດ້ຊ່າລືໄປເຖິງຫູຄົນທັງຫລາຍທີ່ຢູ່ໃນເມືອງເອເຟໂຊ ຕະຫລອດທັງຄົນຢິວ ແລະຄົນກຣີກດ້ວຍ, ປະຊາຊົນທຸກຄົນຕ່າງກໍຢ້ານກົວຫລາຍທີ່ສຸດ ແລະພຣະນາມຂອງ^ພຣະເຢຊູເຈົ້າ ກໍເປັນທີ່ຍ້ອງຍໍ^ສັນລະເສີນຢ່າງສູງສຸດ.
[18] ຄົນທີ່ເຊື່ອຫລາຍຄົນໄດ້ມາສາລະພາບບາບກຳ ແລະເວົ້າຢ່າງເປີດເຜີຍເຖິງການທີ່ຕົນໄດ້ເຄີຍກະທຳ.
[19] ຄົນທີ່ເຄີຍໃຊ້ເວດມົນ^ຄາຖາໄດ້ເອົາຕຳລາຂອງຕົນມາ ແລະຈູດໄຟເຜົາຖິ້ມຕໍ່ໜ້າຄົນທັງຫລາຍ, ຕຳລາເຫລົ່ານີ້ ເມື່ອຕີລາຄາລວມກັນແລ້ວ ທັງໝົດຕົກເປັນເງິນຫ້າໝື່ນຫລຽນ.
[20] ຍ້ອນເຫດນັ້ນ ພຣະທຳຂອງ^ອົງພຣະ^ຜູ້^ເປັນເຈົ້າຈຶ່ງເກີດຜົນຈະເລີນຂຶ້ນ ມີໄຊຊະນະຢູ່ດ້ວຍຣິດເດດ.
[21] ຫລັງຈາກເຫດການເຫລົ່ານີ້ແລ້ວ ໂປໂລກໍຕັດສິນໃຈ ຜ່ານແຂວງມາເກໂດເນຍ ແລະ ອະຂາຢາ ແລະເດີນທາງຕໍ່ໄປທີ່ນະຄອນເຢຣູຊາເລັມ, ເພິ່ນກ່າວວ່າ, “ຫລັງຈາກໄປທີ່ນັ້ນແລ້ວ ເຮົາຕ້ອງໄປຍັງນະຄອນໂຣມເໝືອນກັນ.”
[22] ດັ່ງນັ້ນ ໂປໂລຈຶ່ງໃຊ້ຜູ້ຊ່ວຍຂອງຕົນສອງຄົນ ຄືຕີໂມທຽວກັບເອຣາຊະໂຕ ໄປຍັງແຂວງມາເກໂດເນຍ, ສ່ວນເພິ່ນເອງຍັງພັກຢູ່ຊົ່ວໄລຍະໜຶ່ງທີ່ແຂວງເອເຊຍ.
[23] ໃນຄາວນັ້ນ ໄດ້ເກີດມີການວຸ້ນວາຍອັນໃຫຍ່ຂຶ້ນໃນເມືອງເອເຟໂຊ ເພາະທາງຂອງ^ອົງພຣະ^ຜູ້^ເປັນເຈົ້າ.
[24] ມີຊ່າງເງິນຜູ້ໜຶ່ງຊື່ວ່າ ເດເມທິໂອ ລາວໄດ້ໃຊ້ເງິນແທ່ງເຮັດຮູບວິຫານຂອງ^ພະ^ອາເຕມາ ແລະທຸລະກິດຂອງ^ລາວໄດ້ເຮັດໃຫ້ບັນດາຊ່າງມີລາຍໄດ້ດີ.
[25] ດັ່ງນັ້ນ ລາວຈຶ່ງເອີ້ນບັນດານາຍຊ່າງຂອງຕົນ ແລະນາຍຊ່າງອື່ນໆ ທີ່ເຮັດທຸລະກິດເໝືອນກັບຕົນເອງມາປະຊຸມ ແລະເວົ້າກັບພວກເຂົາວ່າ, “ສະຫາຍທັງຫລາຍ^ເອີຍ ພວກເຈົ້າກໍຮູ້ຢູ່ວ່າ ພວກເຮົາໄດ້ຊັບສິນເງິນຄຳມາ ກໍເພາະທຸລະກິດນີ້.
[26] ບັດນີ້ ພວກເຈົ້າກໍຮູ້ເຫັນໄດ້ໂດຍຕົນເອງແລ້ວວ່າ ສິ່ງທີ່ໂປໂລ ຊາຍຄົນນີ້ກຳລັງເຮັດນັ້ນເປັນແນວໃດ ລາວເວົ້າວ່າ, ບັນດາຮູບພະທີ່ມືມະນຸດສ້າງຂຶ້ນນັ້ນ ບໍ່ແມ່ນພະທີ່ມີຣິດອຳນາດຈັກດີ້ ແລະລາວກໍຊັກຊວນຫລາຍຄົນໃຫ້ເຊື່ອເປັນຜົນສຳເລັດ ທັງໃນເມືອງເອເຟໂຊນີ້ ແລະໃກ້ແຂວງເອເຊຍທັງໝົດດ້ວຍ.
[27] ເລື່ອງນີ້ເປັນອັນຕະລາຍແກ່ທຸລະກິດຂອງ^ພວກເຮົາ ທີ່ຈະໃຫ້ເກີດມີຊື່ສຽງບໍ່ດີ ບໍ່ພຽງແຕ່ເທົ່ານັ້ນ ປະຊາຊົນຍັງຈະຄິດຕໍ່ໄປອີກວ່າ, ວິຫານຂອງ^ພະ^ອາເຕມາເທບທິດາ ຜູ້ຍິ່ງໃຫຍ່ບໍ່ມີຄວາມ^ສຳຄັນຫຍັງ ແລະຄວາມ^ຍິ່ງໃຫຍ່ຂອງ^ພະນາງກໍຈະຖືກທຳລາຍ ຊຶ່ງພະນາງເຄີຍເປັນທີ່ນັບຖືຂອງ^ບັນດາຊາວເອເຊຍ ແລະຂອງຊາວໂລກທັງໝົດ.”
[28] ເມື່ອປະຊາຊົນໄດ້ຍິນຖ້ອຍຄຳເຫລົ່ານີ້ ຕ່າງກໍຄຽດແຄ້ນ ແລະຮ້ອງຂຶ້ນວ່າ, “ພະ^ອາເຕມາຂອງ^ຊາວເອເຟໂຊ ຍິ່ງໃຫຍ່.”
[29] ແລ້ວຄວາມ^ວຸ້ນວາຍກໍໄດ້ລາມໄປທົ່ວທັງເມືອງ ປະຊາຊົນເຫລົ່ານັ້ນໄດ້ຈັບເອົາຊາວມາເກໂດເນຍສອງຄົນ ທີ່ເປັນເພື່ອນເດີນທາງຮ່ວມກັບໂປໂລ ຄືຄາໂຢ ແລະ ອາຣິດຕາໂຂ ແລະລາກພວກເພິ່ນເຂົ້າໄປໃນສະໜາມລະຄອນ.
[30] ຝ່າຍໂປໂລເອງນັ້ນຢາກເຂົ້າໄປຢູ່ຕໍ່ໜ້າປະຊາຊົນເພື່ອເວົ້າກັບພວກເຂົາ, ແຕ່ພວກຄົນທີ່ເຊື່ອໄດ້ຫ້າມບໍ່ໃຫ້ເພິ່ນໄປ.
[31] ມີບາງຄົນໃນພວກເຈົ້າໜ້າທີ່ ຊຶ່ງເປັນເພື່ອນຂອງ^ໂປໂລກໍໃຊ້ຄົນໄປວອນຂໍ ບໍ່ໃຫ້ໂປໂລເຂົ້າໄປກ່າວກັບປະຊາຊົນໃນສະໜາມລະຄອນເຊັ່ນກັນ.
[32] ໃນເວລານັ້ນປະຊາຊົນທີ່ເຕົ້າໂຮມກັນຢູ່ນັ້ນ ກໍເກີດສັບສົນ^ວຸ້ນວາຍຄືບາງພວກກໍຮ້ອງຂຶ້ນແນວໜຶ່ງ ແລະອີກບາງພວກກໍຮ້ອງຂຶ້ນແນວອື່ນ ເພາະຄົນສ່ວນຫລາຍບໍ່ໄດ້ຮູ້ວ່າ ພວກເຂົາມາປະຊຸມກັນຍ້ອນເລື່ອງອັນໃດ.
[33] ບາງຄົນໃນປະຊາຊົນໄດ້ອະທິບາຍເລື່ອງລາວສູ່ອາເລັກຊັນເດີ ຜູ້ທີ່ພວກຢິວຊຸກໃຫ້ອອກໄປຂ້າງໜ້າ ແລ້ວອາເລັກຊັນເດີກໍໃຊ້ມືເປັນສັນຍານໃຫ້ປະຊາຊົນງຽບ ແລະພະຍາຍາມທີ່ຈະກ່າວແກ້ແທນເປັນການປ້ອງກັນ.
[34] ແຕ່ເມື່ອປະຊາຊົນຮູ້ວ່າ ລາວເປັນຄົນຢິວພວກເຂົາຕ່າງກໍຮ້ອງຂຶ້ນພ້ອມກັນ ເປັນສຽງດຽວຢູ່ປະມານສອງຊົ່ວໂມງວ່າ, “ພະ^ອາເຕມາຂອງ^ຊາວເອເຟໂຊຍິ່ງໃຫຍ່.”
[35] ໃນທີ່ສຸດ ເຈົ້າໜ້າທີ່ຂອງ^ອຳນາດການປົກຄອງເມືອງ ກໍລະງັບປະຊາຊົນໄດ້ ເພິ່ນເວົ້າວ່າ, “ຊາວເມືອງເອເຟໂຊ^ເອີຍ ຜູ້ໃດກໍຮູ້ວ່າຊາວເມືອງເອເຟໂຊ ເປັນຜູ້ຮັກສາດູແລວິຫານຂອງ^ພະ^ອາເຕມາ ແລະຫີນສັກສິດທີ່ຕົກມາຈາກຟ້າ.
[36] ບໍ່ມີຜູ້ໃດດອກທີ່ຈະປະຕິເສດໄດ້ ສະນັ້ນແຫລະ ພວກເຈົ້າຄວນສະຫງົບລົງສາ ແລະຢ່າເຮັດສິ່ງໃດໂດຍທີ່ບໍ່ຢັ່ງຄິດ.
[37] ພວກເຈົ້າໄດ້ນຳເອົາຄົນເຫລົ່ານີ້ມາ ໂດຍທີ່ພວກເຂົາບໍ່ໄດ້ເປັນຄົນປຸ້ນວິຫານ ຫລືເວົ້າໝິ່ນປະໝາດເທບທິດາຂອງ^ພວກເຮົາ.
[38] ຖ້າເດເມທິໂອກັບບັນດາຄົນງານຂອງ^ລາວ ເປັນຄວາມ^ກັບຜູ້ໃດ ວັນກຳນົດທີ່ຈະວ່າຄວາມ^ກໍມີ ແລະເຈົ້າໜ້າທີ່ປົກຄອງບ້ານເມືອງກໍມີ ໃຫ້ພວກເຂົານຳຄວາມ^ໄປຟ້ອງກັນຢູ່ທີ່ນັ້ນສາ.
[39] ແຕ່ຖ້າ ພວກເຈົ້າມີຂໍ້ກ່າວຫາອັນໃດອີກ ກໍຈົ່ງໃຫ້ໄປຊຳລະຄວາມ^ກັນໄດ້ທີ່ກອງປະຊຸມສານ.
[40] ນອກຈາກນັ້ນ ພວກເຮົາອາດຈະຖືກກ່າວຫາວ່າເປັນຜູ້ກໍ່ຄວາມ^ວຸ້ນວາຍ ຍ້ອນເຫດການທີ່ໄດ້ເກີດຂຶ້ນໃນວັນນີ້ກໍໄດ້ ແລະຂໍ້ອ້າງທີ່ຈະຍົກຂຶ້ນມາເປັນເຫດຜົນໃນການເຕົ້າໂຮມຢ່າງນີ້ກໍບໍ່ມີ ແລະພວກເຮົາກໍບໍ່ອາດອະທິບາຍເລື່ອງນີ້ ໃຫ້ເປັນທີ່ຈະແຈ້ງໄດ້ດ້ວຍ.”
[41] ຫລັງຈາກກ່າວເຊັ່ນນີ້ແລ້ວ ເພິ່ນກໍສັ່ງໃຫ້ເລີກປະຊຸມ.