[1] ສາມວັນ ຫລັງຈາກທີ່ເຟຊະໂຕໄດ້ມາຮອດແຂວງນັ້ນ ເພິ່ນກໍຈາກເມືອງກາຍຊາເຣຍໄປຍັງນະຄອນເຢຣູຊາເລັມ.
[2] ໃນທີ່ນັ້ນ ບັນດາຫົວໜ້າປະໂຣຫິດກັບບັນດາຜູ້ນຳຂອງ^ຊາວຢິວ ໄດ້ສະເໜີຄະດີຕໍ່ສູ້ໂປໂລແກ່ທ່ານ ພວກເຂົາຂໍຮ້ອງນຳເຟຊະໂຕ.
[3] ເພື່ອຊ່ວຍພວກເຂົາໃນການຕໍ່ສູ້ໂປໂລ ໂດຍໃຫ້ສົ່ງເພິ່ນມາຍັງນະຄອນເຢຣູຊາເລັມ, ພວກເຂົາມີແຜນການທີ່ຈະລັດຂ້າໂປໂລກາງທາງ.
[4] ແຕ່ເຟຊະໂຕຕອບວ່າ, “ໂປໂລຖືກຄຸມຂັງໄວ້ຢູ່ເມືອງກາຍຊາເຣຍ ແລະເຮົາເອງກໍຈະກັບຄືນໄປຍັງທີ່ນັ້ນໃນໄວໆນີ້.
[5] ດັ່ງນັ້ນ ຈົ່ງໃຫ້ບັນດາຜູ້ມີອຳນາດໃນພວກເຈົ້າໄປຍັງເມືອງກາຍຊາເຣຍກັບເຮົາ ແລະຟ້ອງຜູ້ກ່ຽວ ຖ້າລາວເຮັດຜິດຢ່າງໃດ^ຢ່າງໜຶ່ງ.”
[6] ເຟຊະໂຕພັກຢູ່ນຳພວກເຂົາພຽງແຕ່ແປດວັນຫາສິບວັນເທົ່ານັ້ນ ແລ້ວເພິ່ນກໍກັບຄືນເມືອທີ່ເມືອງກາຍຊາເຣຍ, ວັນຕໍ່ມາ ເພິ່ນໄດ້ນັ່ງທີ່ສານ ແລະສັ່ງໃຫ້ທະຫານນຳໂປໂລເຂົ້າມາ.
[7] ເມື່ອໂປໂລເຂົ້າມາແລ້ວ ພວກຢິວທີ່ມາແຕ່ນະຄອນເຢຣູຊາເລັມ ກໍຢືນອ້ອມໂປໂລ ແລະເລີ່ມຟ້ອງຄະດີໃຫຍ່ໆຫລາຍຄະດີ ຊຶ່ງພວກເຂົາບໍ່ມີຫລັກຖານຢືນຢັນໄດ້.
[8] ແຕ່ໂປໂລກ່າວແກ້ຄະດີວ່າ, “ຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງຕໍ່ສູ້ກົດໝາຍຂອງ^ພວກຢິວ, ຕໍ່ສູ້ພຣະວິຫານ ແລະຕໍ່ສູ້ຈັກກະພັດໂຣມ.”
[9] ແຕ່ເຟຊະໂຕຢາກໃຫ້ພວກຢິວພໍໃຈນຳຕົນ. ດັ່ງນັ້ນ ເພິ່ນຈຶ່ງຖາມໂປໂລວ່າ, “ເຈົ້າຢາກໄປທີ່ນະຄອນເຢຣູຊາເລັມ ເພື່ອຊຳລະ^ຄວາມ^ເຖິງການກ່າວຫາເຫລົ່ານີ້ຕໍ່ໜ້າເຮົາຢູ່ທີ່ນັ້ນບໍ?”
[10] ໂປໂລຕອບວ່າ, “ຂ້ານ້ອຍກຳລັງຢືນຢູ່ຕໍ່ໜ້າສານຕັດສິນຂອງ^ຈັກກະພັດຢູ່ແລ້ວ ຈົ່ງພິພາກສາຂ້ານ້ອຍຢູ່ທີ່ນີ້ສາ, ຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງຕໍ່ພວກຢິວ ດັ່ງທີ່ທ່ານເອງກໍຮູ້ຢູ່ແລ້ວ.
[11] ຖ້າຫາກຂ້ານ້ອຍໄດ້ເຮັດຜິດ ແລະເຮັດອັນໃດທີ່ຄວນຈະມີໂທດເຖິງຕາຍ ຂ້ານ້ອຍກໍຍອມຕາຍໂດຍບໍ່ຂັດຂືນ, ແຕ່ຖ້າເລື່ອງທີ່ພວກເຂົາກ່າວຟ້ອງຂ້ານ້ອຍນັ້ນ ບໍ່ເປັນຄວາມຈິງແລ້ວ ບໍ່ມີຜູ້ໃດທີ່ມີອຳນາດມອບຂ້ານ້ອຍໃຫ້ພວກເຂົາໄດ້, ຂ້ານ້ອຍຂໍອຸທອນໄປເຖິງຈັກກະພັດ.”
[12] ຫລັງຈາກເຟຊະໂຕໄດ້ປຶກສາ^ຫາລືກັບທີ່ປຶກສາ ແລ້ວກໍຕອບວ່າ, “ເຈົ້າໄດ້ຂໍອຸທອນໄປເຖິງຈັກກະພັດ. ດັ່ງນັ້ນ ເຈົ້າກໍຈະໄປຢືນຢູ່ຕໍ່ໜ້າຈັກກະພັດ.”
[13] ຫລາຍອາທິດຕໍ່ມາ ກະສັດອັກຄີຼປາ ກັບນາງເບນີເກຜູ້ເປັນນ້ອງສາວ ກໍມາທີ່ເມືອງກາຍຊາເຣຍ ເພື່ອທຳການຕ້ອນຮັບເຟຊະໂຕ.
[14] ຫລັງຈາກພັກຢູ່ທີ່ນັ້ນ ເປັນເວລາຫລາຍວັນ ເຟຊະໂຕກໍເລົ່າຄະດີຂອງ^ໂປໂລໃຫ້ກະສັດຟັງວ່າ, “ມີຊາຍຄົນໜຶ່ງທີ່ເຟລິກໄດ້ຂັງປະໄວ້ໃນຄຸກ,
[15] ເມື່ອຂ້ານ້ອຍໄປທີ່ນະຄອນເຢຣູຊາເລັມ ພວກຫົວໜ້າປະໂຣຫິດກັບພວກເຖົ້າແກ່ ໄດ້ມາສະເໜີຄະດີຕໍ່ສູ້ຄົນນີ້ ແລະຂໍຮ້ອງຂ້ານ້ອຍໃຫ້ຕັດສິນລົງໂທດລາວ.
[16] ແຕ່ຂ້ານ້ອຍຕອບພວກເພິ່ນວ່າ, ຊາວໂຣມບໍ່ມີທຳນຽມທີ່ຈະມອບຕົວຈຳເລີຍ ກ່ອນທີ່ໂຈດກັບຈຳເລີຍມາຊ້ອງໜ້າກັນ ເພື່ອໃຫ້ຈຳເລີຍມີໂອກາດກ່າວແກ້ຄະດີຕໍ່ຂໍ້ກ່າວຫາ.
[17] ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ມາທີ່ນີ້ກັບຂ້ານ້ອຍ, ຝ່າຍຂ້ານ້ອຍກໍບໍ່ໄດ້ຊັກຊ້າເສຍ^ເວລາ ແລະໃນວັນຕໍ່ມາ ຂ້ານ້ອຍກໍນັ່ງທີ່ສານ ແລະສັ່ງໃຫ້ທະຫານນຳພາຊາຍຄົນນັ້ນເຂົ້າມາ.
[18] ພວກໂຈດຈຶ່ງຢືນຂຶ້ນຟ້ອງ ແຕ່ພວກເພິ່ນບໍ່ໄດ້ກ່າວຫາລາວໃນການກະທຳຊົ່ວປະການໃດ ຕາມທີ່ຂ້ານ້ອຍໄດ້ຄາດຄິດໄວ້.
[19] ພຽງແຕ່ເປັນການຖົກຖຽງກັນເຖິງບັນຫາເລື່ອງລັດທິສາສະໜາຂອງ^ພວກເພິ່ນເອງ ແລະເຖິງຊາຍຄົນໜຶ່ງທີ່ຕາຍໄປແລ້ວຊື່ວ່າ ເຢຊູ, ແຕ່ໂປໂລກັບອ້າງວ່າເພິ່ນຍັງມີຊີວິດຢູ່.
[20] ຍ້ອນຂ້ານ້ອຍບໍ່ແນ່ໃຈວ່າ ຈະພິຈາລະນາບັນຫານີ້ຢ່າງໃດ, ດັ່ງນັ້ນ ຂ້ານ້ອຍຈຶ່ງຖາມໂປໂລວ່າ, ‘ເຈົ້າຢາກໄປທີ່ນະຄອນເຢຣູຊາເລັມ ເພື່ອຊຳລະຄວາມທີ່ນັ້ນຫລືບໍ່?’
[21] ແຕ່ໂປໂລໄດ້ອຸທອນຄະດີ ລາວຂໍໃຫ້ຄຸມຕົວລາວໄວ້ ເພື່ອໃຫ້ຈັກກະພັດຕັດສິນຄະດີຂອງ^ລາວ, ດັ່ງນັ້ນ ຂ້ານ້ອຍຈຶ່ງສັ່ງໃຫ້ຄຸມ^ຕົວຜູ້ກ່ຽວໄວ້ ຈົນກວ່າຈະໄດ້ສົ່ງໄປເຖິງຈັກກະພັດ.”
[22] ອັກຄີຼປາຈຶ່ງກ່າວແກ່ເຟຊະໂຕວ່າ, “ເຮົາກໍຢາກຟັງຄົນນີ້ເວົ້າດ້ວຍຕົນເອງເໝືອນກັນ.” ເຟຊະໂຕຕອບວ່າ, “ມື້ອື່ນທ່ານຈະໄດ້ຍີນລາວເວົ້າ.”
[23] ດັ່ງນັ້ນ ວັນຕໍ່ມາ ອັກຄີຼປາກັບນາງເບນີເກກໍມາເຖິງພ້ອມກັບຂະບວນແຫ່ແຫນ ແລະເຂົ້າໄປໃນຫໍປະຊຸມກັບບັນດານາຍທະຫານ ແລະບຸກຄົນສຳຄັນໃນເມືອງ. ຈາກນັ້ນ ເຟຊະໂຕໄດ້ສັ່ງທະຫານໃຫ້ນຳໂປໂລເຂົ້າມາ.
[24] ເຟຊະໂຕກ່າວວ່າ, “ກາບຮຽນກະສັດອັກຄີຼປາທີ່ນັບຖື ຕະຫລອດທັງທຸກຄົນທີ່ມີໜ້າກັບພວກຂ້ານ້ອຍໃນທີ່ນີ້, ພວກທ່ານເຫັນຊາຍຄົນນີ້ແລ້ວ ຜູ້ທີ່ພວກຢິວທັງໝົດທັງໃນທີ່ນີ້ ແລະໃນນະຄອນເຢຣູຊາເລັມໄດ້ຮ້ອງຂໍຕໍ່ຂ້ານ້ອຍ, ພວກເພິ່ນຮ້ອງຂໍວ່າ ລາວບໍ່ຄວນມີຊີວິດຢູ່ຕໍ່ໄປ.
[25] ສ່ວນຂ້ານ້ອຍໄດ້ເຫັນວ່າ ຄົນນີ້ບໍ່ໄດ້ເຮັດຜິດອັນໃດທີ່ຄວນຈະຕ້ອງຕາຍ, ແຕ່ເພາະຜູ້ກ່ຽວເອງໄດ້ອຸທອນໄປເຖິງຈັກກະພັດ, ຂ້ານ້ອຍຈຶ່ງຕັດສິນໃຈຈະສົ່ງລາວໄປ.
[26] ຂ້ານ້ອຍບໍ່ມີລາຍລະອຽດອັນໃດກ່ຽວກັບລາວຢ່າງຄັກແນ່ ພໍທີ່ຈະຂຽນໄປກາບຮຽນຈັກກະພັດ, ດັ່ງນັ້ນ ຂ້ານ້ອຍຈຶ່ງນຳລາວມາທີ່ນີ້ຕໍ່ໜ້າພວກທ່ານ ແລະໂດຍ^ສະເພາະຕໍ່ໜ້າກະສັດອັກຄີຼປາ ເພື່ອວ່າຫລັງຈາກສອບຖາມຄະດີຂອງ^ລາວແລ້ວ ຂ້ານ້ອຍອາດຈະມີເລື່ອງເພື່ອຂຽນເປັນລາຍງານ.
[27] ເພາະສຳລັບຂ້ານ້ອຍແລ້ວເຫັນວ່າ ເປັນການບໍ່ເໝາະສົມ ທີ່ຈະສົ່ງນັກໂທດຄົນໜຶ່ງໄປ ໂດຍບໍ່ມີຂໍ້ກ່າວຫາຂອງ^ຜູ້ກ່ຽວໄປພ້ອມ.”