[1] ຕໍ່ມາ ພຣະເຢຊູເຈົ້າໄດ້ສຳແດງແກ່ພວກສາວົກອີກຄັ້ງໜຶ່ງ ຢູ່ແຄມທະເລສາບຕີເບເຣຍ, ເຫດການເກີດຂຶ້ນດັ່ງນີ້:
[2] ຊີໂມນເປໂຕ, ໂທມາທີ່ເອີ້ນວ່າຝາແຝດ, ນະທານາເອັນໄທບ້ານການາ ແຂວງຄາລີເລ, ລູກຊາຍທັງສອງຂອງ^ເຊເບດາຍ ແລະສາວົກຂອງ^ພຣະອົງອີກສອງຄົນກໍຢູ່ພ້ອມໜ້າກັນ.
[3] ຊີໂມນເປໂຕບອກພວກເພິ່ນວ່າ, “ຂ້ອຍຈະໄປຫາປາ.” ພວກເພິ່ນຕອບວ່າ, “ພວກເຮົາກໍຈະໄປກັບເຈົ້າດ້ວຍ,” ແລ້ວພວກເພິ່ນກໍລົງເຮືອໄປ ແຕ່ໃນຄືນນັ້ນ ພວກເພິ່ນບໍ່ໄດ້ປາຈັກໂຕ.
[4] ເມື່ອຮຸ່ງເຊົ້າມາ ພຣະເຢຊູເຈົ້າຢືນຢູ່ແຄມຝັ່ງ ແຕ່ພວກສາວົກບໍ່ຮູ້ວ່າແມ່ນພຣະອົງ.
[5] ພຣະອົງຖາມພວກເພິ່ນວ່າ, “ລູກ^ເອີຍ ພວກເຈົ້າມີຂອງ^ກິນບໍ່?” ພວກເພິ່ນຕອບພຣະອົງວ່າ, “ບໍ່ມີ.”
[6] ພຣະເຢຊູເຈົ້າບອກພວກເພິ່ນວ່າ, “ຈົ່ງຖິ້ມມອງລົງເບື້ອງຂວາຂອງ^ເຮືອ ແລ້ວພວກເຈົ້າຈະໄດ້ປາ.” ດັ່ງນັ້ນ ພວກເພິ່ນຈຶ່ງຖິ້ມມອງລົງ ມອງຖືກປາຫລາຍຈົນດຶງມອງຂຶ້ນບໍ່ໄດ້.
[7] ສາວົກຜູ້ທີ່ພຣະເຢຊູເຈົ້າຊົງຮັກບອກເປໂຕວ່າ, “ແມ່ນພຣະອົງເຈົ້ານັ້ນແຫລະ.” ເມື່ອຊີໂມນເປໂຕໄດ້ຍິນວ່າ ແມ່ນພຣະອົງເຈົ້າ ລາວຈຶ່ງຈັບເອົາເສື້ອມານຸ່ງເພາະຕົນເປືອຍຕົວຢູ່ ແລ້ວໂຕນລົງນໍ້າ.
[8] ສ່ວນສາວົກຄົນອື່ນໆໄດ້ເອົາເຮືອນ້ອຍລາກດຶງເອົາມອງ ທີ່ມີປາເຕັມຢູ່ນັ້ນເຂົ້າຝັ່ງ ເພາະພວກເພິ່ນຢູ່ໄກຈາກຝັ່ງພຽງແຕ່ຮ້ອຍແມັດເທົ່ານັ້ນ.
[9] ເມື່ອພວກເພິ່ນຂຶ້ນມາເຖິງຝັ່ງແລ້ວ ກໍເຫັນຖ່ານໄຟລຸກຢູ່ພ້ອມທັງມີປາ ແລະເຂົ້າຈີ່ຂາງໄວ້.
[10] ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເພິ່ນວ່າ, “ຈົ່ງເອົາປາບາງໂຕທີ່ພວກເຈົ້າຈັບໄດ້ມາ.”
[11] ຊີໂມນເປໂຕຈຶ່ງເຂົ້າໄປໃນເຮືອ ດຶງມອງຂຶ້ນຝັ່ງ ມີປາໂຕໃຫຍ່ເຕັມຢູ່ ຈຳນວນໜຶ່ງຮ້ອຍຫ້າສິບສາມໂຕ, ເຖິງວ່າ ມີປາຫລວງຫລາຍປານນັ້ນ ມອງກໍຍັງບໍ່ຂາດ.
[12] ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ຈົ່ງພາກັນມາກິນເຂົ້າສາ,” ໃນຈຳນວນພວກສາວົກບໍ່ມີຜູ້ໃດກ້າຖາມເລີຍວ່າ ທ່ານແມ່ນຜູ້ໃດ? ເພາະພວກເພິ່ນຮູ້ວ່າ ພຣະອົງແມ່ນອົງພຣະ^ຜູ້^ເປັນເຈົ້າ.
[13] ແລ້ວພຣະເຢຊູເຈົ້າກໍເຂົ້າມາຈັບເອົາເຂົ້າຈີ່ ແລະປາຢາຍໃຫ້ພວກເພິ່ນ.
[14] ນີ້ເປັນເທື່ອທີສາມ ທີ່ພຣະເຢຊູເຈົ້າປາກົດແກ່ພວກສາວົກ ຫລັງຈາກທີ່ພຣະອົງເປັນຄືນມາຈາກຕາຍ.
[15] ຫລັງຈາກກິນເຂົ້າແລ້ວ ພຣະເຢຊູເຈົ້າກ່າວແກ່ຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນ^ເອີຍ ເຈົ້າຮັກເຮົາຫລາຍກວ່າສິ່ງເຫລົ່ານີ້ບໍ?” ເປໂຕຕອບວ່າ, “ໂດຍ ພຣະອົງເຈົ້າ^ເອີຍ ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ.” ພຣະອົງຈຶ່ງສັ່ງເປໂຕວ່າ, “ຈົ່ງລ້ຽງແກະໜຸ່ມຂອງເຮົາເດີ.”
[16] ພຣະອົງກ່າວແກ່ເປໂຕເປັນຄັ້ງທີສອງວ່າ, “ຊີໂມນລູກໂຢຮັນ^ເອີຍ ເຈົ້າຮັກເຮົາບໍ?” ເປໂຕຕອບວ່າ, “ໂດຍ ພຣະອົງເຈົ້າ^ເອີຍ, ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະອົງຈຶ່ງສັ່ງວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເດີ.”
[17] ແລ້ວພຣະອົງກໍກ່າວແກ່ເປໂຕເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນ^ເອີຍ ເຈົ້າຮັກເຮົາບໍ?” ເປໂຕທຸກໃຈທີ່ພຣະເຢຊູເຈົ້າໄດ້ຖາມຕົນເຖິງສາມເທື່ອວ່າ, “ເຈົ້າຮັກເຮົາບໍ?” ສະນັ້ນ ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຮູ້ຈັກທຸກໆສິ່ງ ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ.
[18] ເຮົາບອກເຈົ້າຕາມ^ຄວາມຈິງວ່າ ເມື່ອເຈົ້າຍັງໜຸ່ມ ເຈົ້າຄາດແອວຂອງ^ເຈົ້າເອງ ແລະທຽວໄປມາທາງໃດຕາມໃຈ^ມັກ, ແຕ່ເມື່ອເຈົ້າເຖົ້າແກ່ແລ້ວ ເຈົ້າຈະຢຽດມືຂອງ^ເຈົ້າອອກ ແລະຄົນອື່ນຈະຄາດແອວໃຫ້ ແລະຈະພາເຈົ້າໄປໃນບ່ອນທີ່ເຈົ້າບໍ່ຢາກໄປ.” (
[19] ພຣະອົງກ່າວດັ່ງນີ້ ໝາຍເຖິງວິທີທີ່ເປໂຕຈະຕາຍ ແລະຈະນຳກຽດຕິຍົດມາສູ່ພຣະເຈົ້າ.) ເມື່ອພຣະອົງກ່າວດັ່ງນີ້ແລ້ວ ພຣະອົງຈຶ່ງສັ່ງເປໂຕວ່າ, “ຈົ່ງຕາມເຮົາມາ.”
[20] ເປໂຕຫລຽວຫລັງເຫັນສາວົກຜູ້ທີ່ພຣະອົງຊົງຮັກຕາມມາ ຄືຜູ້ທີ່ນັ່ງເນີ້ງຕົວອີງໃສ່ພຣະອົງໃນເວລາຮັບປະທານອາຫານ ແລະເຄີຍໄດ້ຖາມພຣະອົງວ່າ, “ພຣະອົງເຈົ້າ^ເອີຍ, ແມ່ນຜູ້ໃດທີ່ຈະທໍລະຍົດຕໍ່ພຣະອົງ?”
[21] ເມື່ອເປໂຕເຫັນສາວົກຄົນນັ້ນແລ້ວ ຈຶ່ງຖາມພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າ^ເອີຍ ຜູ້ນີ້ເດຈະເປັນຢ່າງໃດ?”
[22] ພຣະເຢຊູເຈົ້າຕອບເພິ່ນວ່າ, “ຖ້າເຮົາຢາກໃຫ້ລາວມີຊີວິດຢູ່ຈົນເຮົາກັບມາ ຈະກ່ຽວຂ້ອງອັນໃດກັບເຈົ້າ? ສ່ວນເຈົ້າຈົ່ງຕາມເຮົາມາ.”
[23] ເຫດສະນັ້ນ ຄຳທີ່ວ່າສາວົກຄົນນັ້ນຈະບໍ່ຕາຍ ຈຶ່ງຊ່າລືທົ່ວໄປໃນທ່າມກາງພວກພີ່ນ້ອງ, ແຕ່ພຣະເຢຊູເຈົ້າບໍ່ໄດ້ກ່າວວ່າ ສາວົກຄົນນີ້ຈະບໍ່ຕາຍ, ແຕ່ພຣະອົງກ່າວວ່າ, “ຖ້າເຮົາຢາກໃຫ້ລາວມີຊີວິດຢູ່ຈົນເຮົາກັບມາ ຈະກ່ຽວຂ້ອງອັນໃດກັບເຈົ້າ.”
[24] ແມ່ນສາວົກຄົນນີ້ເອງ ທີ່ໄດ້ເປັນພະຍານເຖິງສິ່ງເຫລົ່ານີ້ ທັງເປັນຜູ້ທີ່ບັນທຶກເລື່ອງເຫລົ່ານີ້ໄວ້ດ້ວຍ ແລະພວກເຮົາກໍຮູ້ວ່າ ຄຳຢືນຢັນຂອງ^ເພິ່ນເປັນຄວາມຈິງ.
[25] ພຣະເຢຊູເຈົ້າຍັງໄດ້ກະທຳສິ່ງອື່ນໆອີກຫລາຍຢ່າງ ຖ້າຈະຂຽນໄວ້ຕາມລຳດັບທຸກປະການ ຂ້າພະເຈົ້າຄິດວ່າ ທົ່ວທັງໂລກນີ້ຈະບໍ່ມີບ່ອນພໍ ສຳລັບມ້ຽນໜັງສືຕ່າງໆທີ່ຂຽນນັ້ນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -